ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງແສງ ອາລາວີ ຊ່າງຕັດຜົມ ທີ່ຫວ່າງງານ ຍັງຖືກຫ້າມອອກນອກບ້ານໃນຕອນຄ່ຳ


ຍານາງແສງ ອາຣາວີ
ຍານາງແສງ ອາຣາວີ

ຜົນກະທົບຂອງການແຜ່ລະບາດ COVID-19 ຍັງສືບຕໍ່ເຮັດໃຫ້ການດຳລົງຊີວິດປະ
ສົບກັບບັນຫາແລະສ້າງແນວຄິດໃຫ້ຄົນປະພຶດໃນທາງທີ່ບໍ່ເປັນປົກກະຕິ. ບັນດານາຍ
ແພດດ້ານຈິດໃຈ ມີຄວາມເປັນຫ່ວງກ່ຽວກັບເລື້ອງນີ້ອັນເນື່ອງມາ ຈາກການຖືກກັກໃຫ້
ຢູ່ໃນບ້ານເຣືອນ ເປັນໄລຍະນານເກີນໄປ. ຫຼາຍລ້ານຄົນ ກຳລັງຫວ່າງງານ ແລະເຮັດ
ໃຫ້ມີການດື່ມເຫຼົ້າເພີ້ມຂຶ້ນ. ຍິ່ງໄປກວ່ານັ້ນ ໃນສະຫະລັດໄດ້ເກີດການຈາລະຈົນ ຢູ່
ຕາມເມືອງຕ່າງໆທົ່ວປະເທດ ຊຶ່ງບັນດາ ຮ້ານຄ້າຕ່າງໆຖືກທັບມ້າງຈູດເຜົາລັກເອົາສິ່ງ
ຂອງ ແມ່ນແຕ່ຫ້ອງການຕຳຫຼວດ ພ້ອມດ້ວຍລົດກໍຖືກຈູດເຜົາ ຢູ່ຕາມຖະໜົນຫົນທາງ.
ທີ່ນະຄອນຫຼວງວໍຊິງຕັນ ໄດ້ເລີ້ມປະກາດພາວະສຸກເສີນ ນັບແຕ່ຕອນແລງວັນຈັນ ເປັນ
ຕົ້ນມາ ໂດຍມີການຫ້າມອອກນອກບ້ານ ເລີ້ມແຕ່ເວລາ 7:00 ໂມງແລງ ຈົນຮອດ
6:00 ໂມງເຊົ້າ.

ເຫດການດັ່ງກ່າວເລີ້ມຂຶ້ນຈາກການເສຍຊີວິດຂອງຊາວອາເມຣິກັນເຊື້ອສາຍອາຟຣິກາ
ຄົນນຶ່ງ ທ້າວຈອຣ ຟລອຍ ທີ່ຖືກຕຳຫຼວດຜິວຂາວຈັບ ແລະໃຊ້ກຳລັງ ເກີນຂອບເຂດ
ເຮັດໃຫ້ຜູ້ກ່ຽວ ເຖິງແກ່ຄວາມຕາຍ ຢູ່ນະຄອນມິນນິອາໂປລິສ ລັດມິນເນໂຊຕາຕັ້ງຢູ່
ທາງພາກກາງຂອງສະຫະລັດ. ເຫດການດັ່ງກ່າວໄດ້ຖ່າຍ ທອດໃຫ້ເຫັນຜ່ານທາງ
ໂທລະພາບ ໃນທົ່ວປະເທດ.

ທ່າມກາງບັນຍາກາດການຫ້າມອອກນອກບ້ານ ແລະການໃຫ້ຢູ່ຫ່າງກັນໃນສັງຄົມ ທີ່
ຍັງມີຜົນບັງຄັບຢູ່ນັ້ນ ຍານາງແສງ ອາຣາວີ ຜູ້ຫວ່າງງານຄົນນຶ່ງ ຢູ່່ທີ່ນະ ຄອນຫຼວງ
ວໍຊິງຕັນ ອາຊີບຊ່າງຕັດຜົມ ທີ່ມີລູກຄ້າທັງຍິງ ແລະຊາຍ ໄດ້ກ່າວຕໍ່ ວີໂອເອ ກ່ຽວກັບ
ຜົນກະທົບ ໃນຫາຢູ່ຫາກິນວ່າ:


ເຖິງແມ່ນຮ້ານຕັດຜົມໄດ້ສັ່ງໃຫ້ປິດ ແຕ່ມີລູກຄ້າປະຈຳຜູ້ສຳຄັນໄດ້ຂໍຮ້ອງໃຫ້ ໄປຕັດ
ຜົມຢູ່ບ້ານຂອງເຂົາເຈົ້າ ແຕ່ວ່າ ຍານາງແສງ ໄດ້ປະຕິເສດເຖິງແມ່ນ ວ່າສາມາດເດີນ
ທາງໄປໄດ້ໃນຕອນກາງເວັນແລະໄດ້ຮັບຄ່າຈ້າງທີ່ສູງກໍຕາມ ຊຶ່ງຍານາງແສງ ໄດ້ໃຫ້
ເຫດຜົນວ່າ “ເງິນຮ້ອຍໂດລາຄ່າຕັດຜົມ ທີ່ລູກຄ້່າສະ ເໜີໃຫ້ນັ້ນ ບໍ່ກຸ້ມຄ່າຂອງຊີວິດ
ທີ່ຈະຕິດກັບພະຍາດໂຄວິດ-19.”

XS
SM
MD
LG