ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງນິພາພອນ ລໍຣາ ໂຣເບີດສັນ ນັກຂຽນນປື້ມ 40 ໂດລາ ແລະຄວາມຝັນ


ຍານາງນິພະພອນ ລໍຣາ ໂຣເບີດສັນ.
ຍານາງນິພະພອນ ລໍຣາ ໂຣເບີດສັນ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງນິພາພອນ ລໍຣາ ໂຣເບິດສັນ (Laura Robertson) ກ່ຽວກັບປະສົບການຂອງຍານາງໃນການຖືກຈໍາແນກດ້ານຜີວພັນ ໃນ ການປະກອບອາຊີບວຽກງານ ທີ່ຂາດຄວາມສະເໝີພາບ ຍ້ອນວ່າຍານາງເປັນ ຄົນເຊື້ອສາຍເອເຊຍທີ່ແຕ່ງງານກັບຜູ້ຊາຍຜີວດຳ. ຈາກປະສົບການອັນນັ້ນ ຍານາງໄດ້ຂຽນປື້ມອອກມາໃຫ້ຄົນທົ່ວໄປໄດ້ອ່ານກ່ຽວກັບບັນຫານີ້ໃນສັງຄົມອາເມຣິກັນ. ຄວາມເປັນມາຂອງຍານາງລໍຣາ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ສໍາລັບຊົນເຜົ່າສ່ວນນ້ອຍ ເຊັ່ນ ຄົນທີ່ມີເຊື້ອສາຍມາຈາກປະເທດໃນຂົງເຂດເອເຊຍ ແລະອື່ນໆ ແລ້ວ ການດໍາລົງຊີວິດຢູ່ໃນສະຫະລັດອາເມຣິກາ ບາງຄັ້ງ ກໍບໍ່ໄດ້ຮູ້ສຶກວ່າເປັນທີ່ໜ້າຍີນດີ ຫລືຖືກຮັບຕ້ອນຈາກອາເມຣິກັນໝົດທຸກຄົນ. ຊາວອາເມຣິກັນທີ່ບໍ່ແມ່ນຄົນຜິວຂາວເຊັ່ນຄົນເຊື້ອສາຍເອເຊຍ ຈຳນວນນຶ່ງ ແມ່ນມີ ປະສົບການໃນການຖືກຈໍາແນກ, ດູໝິ່ນຢຽດຢາມຍ້ອນຜິວພັນຂອງເຂົາເຈົ້າຢູ່ບໍ່ ຫຼາຍກໍໜ້ອຍ ຍ້ອນໜ້າຕາຮູບຮ່າງຂອງເຂົາເຈົ້າທີ່ຍັງເຫັນວ່າເປັນຄົນເອເຊຍ ຢູ່ ເຖິງ ແມ່ນວ່າເຂົາເຈົ້າໄດ້ມາເກີດ, ໃຫຍ່ຢູ່ໃນສະຫະລັດ ແລະເວົ້າພາສາອັງກິດ ໄດ້ຢ່າງຄ່ອງແຄ້ວແບບບໍ່ມີສຳນຽງຜິດຜ້ຽນເລີຍກໍຕາມ. ເລື້ອງກີດກັນດ້ານຜິວພັນ ດັ່ງກ່າວນີ້ ຍັງແອບແຝງຢູ່ທຸກລະດັບຂອງສັງຄົມ. ເພາະສະນັ້ນ ຢູ່ໃນວົງການລັດ ຖະບານນັບແຕ່ຂັ້ນທ້ອງຖິ່ນ ເຖິງຂັ້ນລັດຖະບານກາງຂອງສະຫະລັດ ຈະປາກົດ ເຫັນຢູ່ໃນເອກກະສານທາງກົດໝາຍທີ່ຂຽນບອກວ່າ ຫ້າມການລຳອຽງ ຫລືການ ຈໍາແນກໂດຍ
ອີງໃສ່ຜິວພັນ, ເພດ, ຄວາມເຊື່ອຖື ແລະແນວຄິດທາງເພດໃດໆ ຢູ່ໃນການປະກອບອາຊີບວຽກງານຢູ່ໃນສະຫະລັດ. ຍານາງນິພະພອນ ລໍຣາ ໂຣເບີດສັນ ໄດ້ຂຽນປື້ມມີຊື່ວ່າ “ສີ່ສິບ
ໂດລາ ແລະຄວາມຝັນ” ຫຼຶ “Forty Dollars and the Dream” ໂດຍອີງໃສ່ປະສົບການ”
ໃນຊີວິດຕົວຈິງຂອງຍານາງເອງ ຊຶ່ງຍານາງ ທີ່ເລົ່າສູ່ ວີໂອເອຟັງດັ່ງນີ້:

ສີ່ສິບໂດລາ ແລະຄວາມຝັນ (Forty Dollars and the Dream) ໄດ້ເລີ້ມເອົາ ອອກມາສູ່ສາຍຕາຜູ້ອ່ານ ແລະວາງຂາຍຜ່ານບໍລິສັດອາມາຊອນ (Amazon) ຫວ່າງສອງອາທິດທີ່ຜ່ານມານີ້ເອງ. ສີ່ສິບໂດລາໝາຍເຖິງຈໍານວນເງິນທີ່ຄອບຄົວ ຂອງຍານາງລໍຣາ ໄດ້ຮັບຈາກອົງການຊ່ວຍເຫລືອ ໃນການຕັ້ງຖິ່ນຖານຂອງ ອົບພະຍົບເວລາເຂົ້າມາສະຫະລັດໃນປີ 1979 ພຸ້ນ ຊຶ່ງຍານາງ ລໍຣາ ໄດ້ອະທິບາຍຕໍ່ໄປອີກວ່າ:

ສະຫະລັດເປັນປະເທດທີ່ີໃຫ້ການອຸປະກາລະ ຊ່ວຍເຫລືອ ຢ່າງຫຼວງຫຼາຍແກ່ບັນດາ
ອົບພະຍົບຜູ້ທີ່ໜີໄພການເມືອງ, ໄພຂົ່ມຂູ່ຍ້ອນການນັບຖືສາສະໜາ, ໄພພິ ບັດທໍາມະ
ຊາດ ແລະ ອື່ນໆ. ບັນດາຜູ້ມາຮອດໃໝ່ຕ້ອງໄດ້ ປັບຕົນເອງໃຫ້ເຂົ້າກັບ ສິ່ງແວດລ້ອມ
ຂອງຊີວິດການເປັນຢູ່ໃໝ່ ເຊັ່ນຮຽນຮູ້ພາສາ ແລະວັດທະນາທຳ. ແຕ່ວ່າ ສິ່ງທີ່ລີ້ຊ່ອນ
ແອບແຝງຢູ່ໃນສັງຄົມໃໝ່ນັ້ນເຮັດໃຫ້ຊາວອົບພະຍົບສ່ວນ ໃຫຍ່ ຍັງບໍ່ຮູ້ເຖິງສິດທິຂອງ
ພວກເຂົາເຈົ້າຫຼາຍຢ່າງ ຊຶ່ງຍານາງນິພາພອນ ໄດ້ເວົ້າ ເຖິງຄວາມໄຮ້ດຽງສາ ກ່ຽວກັບ
ເລື້ອງນີ້ສູ່ຟັງວ່າ:

ຍານາງລໍຣາ ໂຣເບິດສັນ (Laura Robertson) ເປັນຜູ້ຊ່ຽວຊານໃນການໃຫ້ ຄໍາແນະນຳ
ຫຼື coaching ກ່ຽວກັບຍຸດທະສາດດ້ານວຽກງານໂຄສະນາຕ່າງໆ ເພື່ອດຶງດູດເອົາລູກຄ້າ.
ຖ້າເຮົາບໍ່ໄດ້ເຫັນໜ້າຂອງຍານາງ ໂດຍຟັງແຕ່ສຽງ ເວົ້າຈາປາໄສເປັນພາສາອັງກິດຢ່າງບໍ່
ມີສຳນຽງຜິດພ້ຽນແລ້ວ ຫລາຍທ່ານ ກໍຕ້ອງຄິດວ່າ ແມ່ຍິງຜູ້ນີ້ແມ່ນຄົນອາເມຣິກັນຜິວຂາວ
ແທ້ໆ ແຕ່ໃນໂຕຈິງ ແລ້ວຍານາງເປັນຄົນອາເມຣິກັນເຊື້ອສາຍລາວ. ການຊອກຫາວຽກ
ເຮັດງານ ທຳຂອງຍານາງໄດ້ປະເຊີນກັບການກີດກັ້ນມາຕະຫຼອດ ດັ່ງທີ່ຍານາງເລົ່າ ມ້ວນ
ທ້າຍສູ່ຟັງວ່າ:

ການຖືກປະຕິບັດຕໍ່ແບບມີການຈໍາແນກ ຫລື ລຳອຽງຍ້ອນຜິວພັນ, ເຊື້ອຊາດ, ສາສະໜາ
ແລະເພດ ຍັງມີຢູ່ທົ່ວໃໄປໃນລະບົບການງານຂອງຫລາຍຂະແໜງ ອາຊີບ ແລະຫລາຍ
ແຫ່ງຢູ່ໃນສະຫະລັດ. ບາງຄັ້ງມັນກໍສະແດງອອກມາໃຫ້ເຫັນ ຢ່າງຈະແຈ້ງ ແລະ ບາງຄັ້ງ
ກໍໄດ້ຖືກເອົາລີ້ຊ່ອນໄວ້. ເພາະສະນັ້ນ ເພື່ອໃຫ້ມີຄວາມ ສະເໝີພາບຜູ້ໄດ້ຮັບຄວາມອັບ
ປະໂຫຍດ ຍ້ອນຄວາມບໍ່ທ່ຽງທຳຕ້ອງກ້າເວົ້າ ກ້າວ່າ ແລະ ສະແດງຄວາມກ້າຫານອອກມາ.

XS
SM
MD
LG