ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຄື່ອງຖ່າຍພາບ MRI ພ້ອມກັບ Ultrasound ເພີ້ມປະສິດທິພາບ ໃນການກວດຫາ ໂຣກມະເຮັງໃນອັນທະ


MRI Seems to Help Diagnose Prostate Cancer, Preliminary Study Shows
please wait

No media source currently available

0:00 0:02:16 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ຄື​ກັນ​ກັບ​ເລື້ອງ​ການ​ສ່ອງ​ໄຟຟ້າ​ເບິ່ງ​ເຕົ້ານົມ​ ​ເພື່ອກວດ​ຫາມະ​ເຮັງ
ເຕົ້ານົມນັ້ນ ​ກໍ​ມີການ​ໂຕ້​ແຍ້​ງກັນຫລາຍ​ເຊັ່ນ​ກັນ​ ກ່ຽວ​ກັບ​ວິທີການ
ກວດ​ເພື່ອ​ວິນິດ​ໄສ​ໂຣກມະ​ເຮັງ​ໃນອັນທະ. ພວກ​ວິຈານກ່າວ​ວ່າ
ທັງ​ສອງ​ວິທີ​ກວດທີ່​ນຳ​ໃຊ້​ຢູ່​ໃນ​ເວລາ​ນີ້ ພົບ​ເຫັນ​ເນື້ອ​ງອກ​ນ້ອຍໆ
ທີ່ບໍ່​ເປັນອັນຕະ ລາຍ ​ແຕ່​ວ່າສ່ວນຫຼາຍ​ແລ້ວ ບໍ່​ພົບ​ເຫັນອັນ​ທີ່​
ເປັນ​ອັນຕະລາຍ. ​ແຕ່​ໂຊກດີ ທີ່ມີ​ການ​ສຶກສາຄົ້ນຄວ້າ​ໃໝ່ ທີ່
​ສະແດງ​ໃຫ້​ເຫັນ​ວ່າ ​ໃນ​ບໍ່​ຊ້າ​ນີ້ ບັນດາ​ທ່ານໝໍອາດມີວິທີກວດ
​ທີ່​ໜ້າ​ເຊື່ອ​ຖື​ໄດ້ຫຼາຍຂຶ້ນ ​ໃນ​ການ​ວິນິດ​ໄສໂຣກມະ​ເຮັງ​ໃນ​ອັນທະ.
ຜູ້​ສື່ຂ່າວ​ວີ​ໂອ​ເອ Carol Pearson ມີ​ລາຍ​ງານ​ຕື່ມອີກ ຊຶ່ງ
ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງ​ຄື​ວ່າ ໂຣກ​ມະ​ເຮັງ​ໃນ​ອັນທະ​ຫລືຫຳ ​ຈະ​ເກີດ​ຂຶ້ນ​ກັບ​ທຸກ​ຄົນ ໃນ​ຄອບຄົວ ຂອງທ້າວ Ronald Briscoe.

ທ້າວ Briscoe ​ເວົ້າວ່າ “ອ້າຍ​ຂອງ​ຂ້ອຍ ພໍ່​ຂອງ​ຂ້ອຍ ​ມີ​ໂຣກນີ້​ ​ແລະ ນ້ອງ​ຫລ້າ​ຂອງ​ຂ້ອຍ​ ກະ​ມີ​ອີກ.”

ປະຫວັດ​ຂອງ​ຄອບ​ຄົວ ​ແມ່ນ​ມີ​ສ່ວນ​ກ່ຽວ​ພັນຫຼາຍ ກັບ​ໂອກາດ​ຂອງ​ຜູ້​ຊາຍຄົນ​ນຶ່ງ ທີ່​ຈະເປັນ
ໂຣກມະ​ເຮັງ​ປະ​ເພດ​ທີ່ອັນຕະລາຍ ໃນ​ອັນທະ.

ການ​ສຶກສາຄົ້ນຄວ້າ​ສະບັບ​ນຶ່ງ ສະ​ແດງ​ໃຫ້​ເຫັນວ່າ ຖ້າ​ຫາກຊາຍ​ຄົນ​ນຶ່ງ​ມີ​ຍາດຕິພີ່ນ້ອງຜູ້​ຊາຍ ຮວມທັງ​ ລຸ​ງນ້າບ່າວ​ອາວ ​ແລະ​ພໍ່​ປູ່​ພໍ່​ຕູ້ ທີ່​ເປັນໂຣກມະ​ເຮັງ​ໃນ​ອັນ​ທະນັ້ນ ຄວາມ​ສ່ຽງ​ທີ່​ຜູ້ກ່ຽວຈະເປັນໂຣກນີ້ ​ແມ່ນ​ສາມາດ​ເພີ້​ມຂຶ້ນໄດ້​ຮອດ 3 ​ເທົ້າຕົວ.

ບໍ່​ຄື​ກັນ​ກັບ​ໂຣກມະ​ເຮັງ​ໃນ​ເຕົ້ານົມ ຊຶ່ງ​ສາມາດກວດ​ເຫັນໄດ້ດ້ວຍວິທີ ​ໃຊ້ແສງ​ລັງສີລະດັບ​ຕ່ຳ ສ່ອງ​ເບິ່ງເນື້ອ​ເຫຍື່ອທາງ​ໃນ ທີ່ເອີ້ນ​ວ່າ mammography ​ນັ້ນ ​ຕາມປົກກະຕິ​ແລ້ວ ນາຍ​ແພດ​ແມ່ນ​ຈະ​ບໍ່ນຳ​ໃຊ້ວິທີ​ກວດ​ ທີ່​ໃຊ້ເຄື່ອງ​ຖ່າຍພາບ​ທີ່​ທັນ​ສະ​ໄໝ​ແບບ​ນີ້ ​ເພື່ອ​ວິນິດ​ໄສ ໂຣກມະ​ເຮັງ​ໃນຫຳ​. ​ແຕ່ນາຍ​ແພດຈະ​ໃຊ້​ວິທີ​ເຮັດ biopsy ກໍ​ຄື​ໃຊ້​ເຂັມ​ເຂົ້າ​ໄປດູດເອົາ ເນື້ອ​ເຫ​ຍື່ອ​ຕົວຢ່າງຂອງ​ອັນທະ ​ໂດຍ​ໃຊ້ເຄື່ອງ ultrasound ນຳພາ​ເຂັມ. ​ເຄື່ອງ ultrasound ​ໃຊ້​ຄື້ນສຽງ​ ຊຶ່ງເປັນ​ເທັກ​ໂນ​ໂລ​ຈີ​ທີ່​ປອດ​ໄພ ກວ່າແສງ​ລັງສີ ​ແຕ່​ພວກ​ນາຍ​ແພດກ່າວ​ວ່າ ມັນບໍ່​ມີປະສິດທິພາບ ພຽງພໍ.

ດຣ. Peter Pinto ຈາກ​ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດສະຫະລັດ ຫລື NIH​ ເວົ້າວ່າ
“ເຄື່ອງ ultrasound ຮັບປະກັນ​ວ່າ ​ເຂັມຈະ​ແທງ​ຖືກ​ອັນທະ ​ແຕ່​ພວກ​ເຮົາຈະບໍ່​ໃຊ້ ultrasound ​ເພື່ອນຳ​ພາເຂັມ​ເຂົ້າ​ໄປຫາ ​ບ່ອນ​ທີ່​ອາດ​ມີ ເນື້ອ​ງອກ​ ນັ້ນ.”

ດຣ. Minhaj Siddiqui ຈາກ​ມະຫາວິທະຍາ​ໄລລັດ Maryland ກ່າວ​ວ່າ ການ​ໃຊ້​ເຄື່ອງ ultrasound ນຳພາ​ເຂັມ​ເຂົ້າ​ໄປດູດເອົາເນື້ອ​ເຫ​ຍື່ອຈາກ​ອັນທະນັ້ນ ກໍ​ບໍ່ໄດ້ຜົນສະ​ເໝີ​ໄປ.

ດຣ. Siddiqui ​ເວົ້າວ່າ “ພວກ​ເຮົາ​ພະຍາ​ຍາມສຸ່ມ​ເລືອກ​ເອົາເນື້ອ​ ເຫ​ຍື່ອ​ຕົວຢ່າງຂອງອັນທະ​ ແລະ​ກໍຫວັງ​ວ່າ ຈະ​ແທງ​ຖືກ​ບ່ອນທີ່​ມີເນື້ອ​ງອກມະ​ເຮັງ.”

​ແຕ່ກົງກັນ​ຂ້າມ ວິທີ​ກວດ​ດ້ວຍ​ເຄື່ອງ MRI ​ທີ່ໃຊ້​ສະໜາມ​ແມ່​ເຫຼັກ ​ແລະຄື້ນວິທະຍຸ ​ຈະ​ສະ​ແດງ​ໃຫ້​ເຫັນ​ພາບລະອຽດຂອງອະໄວ​ຍະ​ວະ ສ່ວນ​ນັ້ນ​ໆ ຂອງ​ຮ່າງກາຍ.

ດຣ. Siddiqui ​ເວົ້າວ່າ “MRI ສາມາດ​ບອກ​ພວກ​ເຮົາ​ວ່າ ​ພວກເນື້ອ​ງອກລີ້​ຊ່ອນ​ຢູ່​ບ່ອນ​ໃດ​ໃນ​ອັນທະ ບ່ອນ​ທີ່​ອາດ​ບໍ່​ໄດ້​ຖືກດູດເອົາ​ອອກມາ​ໂດຍ​ວິທີ​ໃຊ້​ເຂັມຕາມ​ປົກກະຕິ​ນັ້ນ.”

​ໂຣກມະ​ເຮັງໃນ​ຫຳຂອງ​ທ້າວ Briscoe ນັ້ນ ​ກໍ​ແມ່ນ​ໄດ້​ຖືກ​ກວດ​ເຫັນ​ດ້ວຍ​ເຄື່ອງຖ່າຍພາບ MRI. ຜູ້ກ່ຽວ​ໄດ້​ເຂົ້າຮ່ວມການ​ສຶກສາຄົ້ນຄວ້າ ລະດັບ​ໃຫຍ່ ຢູ່​ທີ່​ສະ​ຖາ​ບັນ​ມະ​ເຮັງ​ແຫ່ງ​ຊາດ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ​ສະຫະລັດ. ດຣ. Siddiqui ​ເປັນ​ຫົວໜ້າ​ນຳພາການ​ສຶກສາຄົ້ນຄວ້ານີ້ ຊຶ່ງ​ພົວພັນ​ກັບ​ພວກ​ຜູ້​ຊາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ ທີ່​ຈະ​ເປັນ​ໂຣກມະ​ເຮັງ​ໃນອັນທະ ຈຳນວນ 1,000 ຄົນ ທີ່​ແບ່ງ​ອອກເປັນ​ສອງ​ກຸ່ມ. ກຸ່ມ​ນຶ່ງ ​ໄດ້​ຮັບ​ການກວດຫາ​ເນື້ອ​ເຫຍື່ອ​ທີ່​ເປັນ​ມະ​ເຮັງ ດ້ວຍວິທີ​ໃຊ້ທັງ​ເຄື່ອງ ​ultrasound ​ແລະ ​MRI. ສ່ວນອີກກຸ່ມ​ນຶ່ງ ໄດ້​ຮັບ​ການກວດ​ ​ໂດຍ​ວິທີໃຊ້​ເຄື່ອງ ultrasound ນຳພາ​ເຂັມ​ເຂົ້າ​ໄປ​ດູດ​ເນື້ອ​ເຫຍື່ອ​ໃນອັນທະ ຕາມ​ທີ່​ເຄີຍ​ເຮັດ​ມາ. ດຣ. Pinto ​ໄດ້ຮ່ວມຂຽນ​ບົດ​ລາຍ​ງານ​ນີ້ ກັບດຣ. Siddiqui.

ດຣ. Pinto ​ເວົ້າວ່າ “​ການ​ດູດ​ເອົາ​ເນື້ອ​ເຫ​ຍື່ອທີ່ເປັນ​ເປົ້າ​ໝາຍ​ຂອງ ເຮົາ​ ອອກ​ມາກ​ວດ ໂດຍ​ໃຊ້ເຄື່ອງ​ຖ່າຍ MRI ຊີ້​ນຳນັ້ນ ​ແມ່ນເພີ້​ມ ທະວີ​ໂອກ​າດ ທີ່​ຈະ​ກວດ​ເຫັນມະ​ເຮັງ​ໃນ​ຫຳ​ນັ້ນ ຂຶ້ນ​ເຖິງ 30 ​ເປີ​ເຊັນ ​ເມື່ອ​ທຽບ​ໃສ່ວິທີການດູດ​ເອົາ​ເນື້ອ​ເຫຍື່ອ​ແບບ​ດັ້ງ​ເດີມ ທີ່ປະຕິບັດກັນ ໃນ​ທຸກ​ມື້​ນີ້.”

​ເຄື່ອງຖ່າຍ MRI ​ຊ່ວຍ​ໃຫ້​ທ່ານໝໍ ສາມາດ​ແລເຫັນບໍລິ​ເວນເນື້ອ​ເຫຍື່ອ ທີ່​ພວກ​ເຂົາ​ເຈົ້າສົງ​ໄສວ່າ ຈະ​ມີ​ເນື້ອ​ງອກ​ແລະຢາກ​ຈະ​ດູດເອົາອອກມາ ກ​ວດ​ເບິ່ງນັ້ນ.

ດຣ. Siddiqui ​ເວົ້າວ່າ “ປະ​ໂຫຍ​ດ​ໃນ​ການນຳໃຊ້ MRI ກໍ​ແມ່ນ​ວ່າ ມັນເພີ້​ມຄວາມ​ສາມາດ​ຂອງ​ພວກ​ເຮົາໃຫ້​ສູງ​ທີ່​ສຸດ ໃນ​ການ​ທີ່​ຈະ​ກວດ​ພົບ​ໂຣກມະ​ເຮັງ ​ທີ່​ມີ​ຄວາມ​ສ່ຽງ​ສູງ​ ແລະ​ເປັນ​ອັນຕະລາຍ ​ແລະ​ຍັງ​ອາດ​ຈະຊ່ວຍຫລີກ​ເວັ້ນຄວາມ​ເສຍຫາຍ ຈາກ​ການກວດ​ພົບ​ມະ​ເຮັງ​ ທີ່​ບໍ່ອັນຕະລາຍ​ ​ແລະກໍຄົງ​ຈະ​ບໍ່​ສ້າງ​ບັນຫາໃດໆ ​ໃຫ້ຄົນ​ປ່ວຍ.”

ດຣ. Siddiqui ມີ​ແຜນ​ທີ່​ຈະ​ທຳ​ການທົດ​ລອງ​ທາງ​ການ​ແພດ ​ເພີ້​ມຕື່ມ​ອີກ ​ແຕ່​ຜົນທີ່​ອອກ
ມາ​ໃນ​ຂັ້ນຕົ້ນ ​ຂອງ​ການ​ຄົ້ນຄວ້ານີ້ ​ແມ່ນໃຫ້ຄວາມ​ຫວັງ​ສູງ. ລາຍ​ງານການສຶກສາຄົ້ນຄວ້ານີ້
​ໄດ້​ຖືກ​ພິມ​ລົງ​ໃນ​ວາ​ລະ​ສານ ຂອງສະມາຄົມ​ການ​ແພດ​ອາ​ເມຣິກັນ.

ເບິ່ງວີດີໂອ ກ່ຽວກັບໂຣກມະເຮັງເຕົ້ານົມ ຈະໄດ້ເຫັນວິທີກວດ ທີ່ເອີ້ນວ່າ mammography:

Just like the controversy around mammograms used to find breast cancer, there is a lot of debate about tests used to diagnose prostate cancer.Critics say both procedures find small tumors that should be left alone, and they often fail to find the ones that are dangerous.Fortunately, a new study shows doctors may soon have a more reliable way to diagnose prostate cancer.More from VOA's Carol Pearson.

Prostate cancer seems to run in Ronald Briscoe's family.

"My older brother, my father had it, and also my baby brother has it."

Family history has a lot to do with a man's chances of getting an aggressive type of prostate cancer. One study shows if a man's male relatives had it, his risk could be up to three times higher than normal.

Unlike breast cancer, which can be found with a mammogram using a low dose of radiation, advanced imaging is not normally used to diagnose prostate cancer. Doctors use ultrasound to guide them as they take tissue samples of the prostate.Ultrasound uses sound waves - a safer technology than radiation, but Dr. Peter Pinto from the National Cancer Institute says it falls short of what doctors need.

"Ultrasound insures that the needles hit the prostate, but we do not use the ultrasound to direct the needles into where the tumor may be present."

Dr. Minhaj Siddiqui says biopsies guided by ultrasound are hit or miss.

"We randomly try to get all the prostate sampled in hopes of catching the cancer."

In contrast, an MRI uses a magnetic field and radio waves to give a detailed picture of part of the body.

"MRI can tell us where tumors are hiding in the prostate, that is not normally sampled."

That is how Ronald Briscoe's cancer was found.He participated in a large study at the National Cancer Institute, which is part of the National Institutes of Health.Dr. Siddiqui led the study, which involved 1,000 men at high risk for prostate cancer.One group had a biopsy using both ultrasound and MRI technology.The other group had standard ultrasound-guided biopsies. Dr. Pinto was one of the co-authors.

"The targeted MRI guided biopsy had a 30 percent increase in detection of high-risk prostate cancer as compared to the traditional biopsies performed today."

Dr. Siddiqui plans more clinical trials, but he says results of this preliminary study are promising.

"The benefit of doing that is that we maximize our ability to detect the high risk cancers that matter and also potentially avoid the harm of detecting cancer which is clinically insignificant and unlikely to cause problems for the patient."

This study was published in the journal of the American Medical Association.

XS
SM
MD
LG