ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມາທິການແມ່ນໍ້າຂອງ ລາຍງານຜົນກະທົບ ຂອງເຂື່ອນໃນແມ່ນໍ້າຂອງ ຢູ່ໃນຈີນ ແລະລາວ


ຄວາມແຫ້ງແລ້ງໃນແມ່ນໍ້າຂອງ.
ຄວາມແຫ້ງແລ້ງໃນແມ່ນໍ້າຂອງ.

ລາຍງານວິໄຈຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ລະບຸວ່າ ຜົນກະທົບຈາກ
ບັນດາເຂື່ອນໄຟຟ້າເທິ່ງແລວແມ່ນໍ້າຂອງ ທັງໃນຈີນ ແລະລາວມີລະດັບຄວາມ ຮຸນແຮງ
ແລະຂະຫຍາຍກ້ວາງເພີ້ມຂຶ້ນນັບມື້ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານອານ ພິຈ ຮັດດາ (An Pich Hatda) ຫົວໜ້າເຈົ້າໜ້າທີ່ບໍລິຫານຄະນະກຳມາທິ
ການແມ່ນໍ້າຂອງ ຫຼື (MRC) ຢືນຢັນວ່າ ການວິໄຈກ່ຽວກັບສະພາບການດ້ານອຸທົກກະ
ສາດ ແລະອຸຕຸນິຍົມວິທະຍາ ໃນເຂດລຸ່ມແມ່ນໍ້າຂອງທີ່ໄດ້ມີການເກັບກຳ ຂໍ້ມູນໃນຊ່ວງ
ເດືອນພະຈິກ ປີ 2020 ຫາ ພຶດສະພາ ປີ 2021 ຊຶ່ງມີປະລິມານ ນໍ້າຝົນຕົກລົງມາຫຼາຍທີ່
ສຸດເປັນປະວັດການໃນຮອບ 18 ປີ ແຕ່ກໍປາກົດວ່າປະລິ ມານນໍ້າ ທີ່ເພີ້ມຂຶ້ນດັ່ງກ່າວ ບໍ່
ໄດ້ໄຫຼລລົງສູ່ຕອນລຸ່ມແຕ່ຢ່າງໃດ ຈຶ່ງເຊື່ອວ່າເປັນ ຍ້ອນເຂື່ອນໄຟຟ້າ ເທິງແລວແມ່ນໍ້າ
ຂອງ ທີ່ຢູ່ໃນຈີນ ແລະລາວນັ້ນໄດ້ກັກນໍ້າໄວ້ ເປັນສ່ວນໃຫຍ່ນັ້ນເອງ.

ຊຶ່ງສອດຄ່ອງກັນກັບຜົນການວິໄຈຂອງສຳນັກງານພັດທະນາເທັກໂນໂລຈີອະວະກາດ
ແລະພູມີສາລະນິເທດແຫ່ງປະເທດໄທ ທີ່ພົບວ່າໄພແຫ້ງແລ້ງຢ່າງໜັກໜ່ວງ ໃນເຂດລຸ່ມ
ແມ່ນໍ້າຂອງ ເປັນຜົນກະທົບຈາກລະດູການຕາມທຳມະຊາດພຽງແຕ່ ສ່ວນໜ້ອຍເທົ່ານັ້ນ
ເພາະເມື່ອພິຈາລະນາສົມທຽບໃນໄລຍະ 5 ປີທີ່ຜ່ານມາພົບວ່າ ໃນປີ 2021 ມີດັດຊະນີ
ຄວາມຊື້ນໃນລະດັບສູງ ອັນເປັນດັດຊະນີທີ່ບອກວ່າປະລິ ມານນໍ້າທຳມະຊາດບໍ່ໄດ້ເປັນ
ສາເຫດທີ່ເຮັດໃຫ້ເກີດໄພແຫ້ງແລ້ງແຕ່ເປັນຍ້ອນປະ ລິມານນໍ້າທີ່ລົດລົງຢ່າງໄວວາ ຈາກ
ການກັກເກັບນໍ້າໄວ້ເປັນສ່ວນຫຼາຍໂດຍເຂື່ອນໄຟຟ້າ ໃນເຂດຕອນເທິງແມ່ນໍ້າຂອງດັ່ງທີ່
ທ່ານນາງສີຣິລັດ ພຶດປິຕິກຸນ ຜູ້ຊ່ຽວ ຊານດ້ານດາວທຽມປະຈຳສຳນັກງານພັດທະນາເທັກ
ໂນໂລຈີອາວະກາດແຫ່ງປະ ເທດໄທ ໄດ້ໃຫ້ການຢືນຢັນກ່ຽວກັບຜົນທີ່ໄດ້ ຈາກການເກັບ
ກໍາຂໍ້ມູນໃນຊ່ວງ 5 ປີທີ່ຜ່ານມາວ່າ:

“ ຄືຖ້າທຽບກັບ 62 ນີ້ ນໍ້າຫຼາຍເລີຍເກືອບຈະບໍ່ເຫັນຕະກອນດີນ ພໍມາເບິ່ງເດືອນກຸມພາ
64 ເກືອບຈະຄົນລະແມ່ນໍ້າເລີຍ ປະລິມານຂອງນໍ້າໃນແມ່ນໍ້າຂອງລົົດລົງ ຢ່າງວ່ອງໄວເບິ່ງ
ຈາກການຖ່າຍດາວທຽມຈາກຂໍ້ມູນຄວາມຊື້ນປີ 64 ບໍ່ໄດ້ມີຄວາມ ແຫ້ງແລ້ງຫຼາຍທີ່ສຸດເລີຍ
ຖ້າທຽບຍ້ອນຫຼັງ ໄປ 5 ປີ 60 ກັບ 63 ຍັງຮຸນແຮງ ກວ່າອີກ ຊໍ້າປະກອບກັບໂຕດັດຊະນີທີ່
ເປັນດັດຊະນີ La NINA ຊຶ່ງມີຄວາມຊຸ່ມ ຊື່ນປາກົດການທຳມະຊາດບໍ່ໄດ້ບອກວ່າ ມັນຈະ
ເກີດປາກົດການຄວາມແຫ້ງແລ້ງ ມັນບໍ່ໄດ້ເປັນໂຕປັດໄຈການເສີມ”

ທັງນີ້ທາງການຈີນໄດ້ລົດການປ່ອຍນໍ້າອອກຈາກເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງ ໃນ
ແຂວງຢູນານ ທີ່ີມີຢູ່ເຖິງ 11 ເຂື່ອນ ໃນເດືອນມັງກອນ ຫາເດືອນມິຖຸນາ ປີ 2021 ຊຶ່ງກໍໄດ້
ສົ່ງຜົນກະທົບຢ່າງຮຸນແຮງຕໍ່ສະພາບຊີວິດການເປັນຢູ່ ຂອງປະຊາ ຊົນໃນມຽນມາ ລາວ
ໄທ ກຳປູເຈຍ ແລະຫວຽດນາມ ເພາະວ່າການລົດການປ່ອຍ ນໍ້າດັ່ງກ່າວ ເຮັດໃຫ້ເຂດຕອນ
ລຸ່ມ ຕ້ອງຜະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງ ໂດຍສະເພາະກໍແມ່ນຜົນກະທົບຕໍ່ການ
ປະມົງ ກະສິກຳ ແລະການເດີນເຮືອນັ້ນ

ທາງດ້ານທ່ານນາງອ່ອມບຸນ ທິບສຸນາ ປະທານເຄືອຂ່າຍສະພາອົງກອນຊຸມຊົນລຸ່ມແມ່ນໍ້າ
ຂອງໃນ 7 ຈັງຫວັດພາກອີ່ສານຂອງໄທ ຖະແຫຼງວ່າການເຂື່ອນໄຫວ ຂອງປະຊາຊົນໄທ
ໃນໄລຍະຕໍ່ໄປນີ້ ຈະເນັ້ນໜັກການກົດດັນຕໍ່ລັດຖະບານແລະ ເອກກະຊົນໄທ ຜູ້ທີ່ລົງທຶນກໍ່
ສ້າງເຂື່ອນໄຟຟ້າ ເພື່ອໃຫ້ຮັບຜິດຊອບຕໍ່ຜົນກະທົບ ທີ່ເກີດຂຶ້ນກັບປະຊາຊົນ ແລະສິ່ງແວດ
ລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້ າເທິງແມ່ນໍ້າ
ຂອງໃນຈີນແລະລາວນັ້ນກໍ ຍັງ ຖືວ່າ ມີສ່ວນກ່ຽວຂ້ອງໂດຍກົງກັບແຜນການຂອງລັດຖະ
ບານໄທທີ່ຕ້ອງການຈະ ພັດທະນາໃຫ້ໄທ ເປັນສູນກາງການເຊື່ອມຕໍ່ລະບົບສາຍສົ່ງພະລັງ
ງານໄຟຟ້າຂອງ ອາຊຽນຈຶ່ງຈະຕ້ອງຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນດ້ວຍດັ່ງທີ່ທ່ານ
ນາງອ້ອມບຸນຢຶນຢັນວ່າ:

“ຕາມຫລັກການແລ້ວ ແມ່ນໃຜເຮັດໃຫ້ແມ່ນໍ້າເສຍຫາຍ ຄົນນັ້ນຈະຕ້ອງຮັບຜິດຊອບ ແຕ່
ໃນຂະນະດຽວກັນ ບໍ່ມີໃຜເວົ້າເຖິງເລື້ອງບໍລິສັດເອກກະຊົນທີ່ໄປສ້າງເຂື່ອນ ແລ້ວກໍສົ່ງຜົນ
ກະທົບຕໍ່ວິຖີຊີວິດຂອງຄົນ ທີ່ນໍາໃຊ້ແມ່ນໍ້າໃນແມ່ນໍ້າຂອງ ເຮົາກໍສະເໜີໃຫ້ຕັ້ງກອງທຶນ
ແລ້ວກໍເກັບພາສີມາ ຕ້ອງຍອມຮັບວ່າຕອນນີ້ປະເທດ ໄທເອງເປັນໂຕລະຄອນສຳຄັນໃນ
ການເຮັດໃຫ້ແມ່ນໍ້າຂອງປ່ຽນແປງ ນັ້ນໝາຍເຖິງ ວ່າໃນຂະນະທີ່ ລາວປະກາດໂຕເອງຈະ
ເປັນ Battery of Asia ປະເທດໄທເອງ ກໍໄດ້ປະກາດວ່າ ໂຕເອງຈະເປັນ Hub ໃນການຊື້
ຂາຍໄຟຟ້າ ເພາະສະນັ້ນມັນກໍ ຄືການລູບໜ້າປະດັງຈະແກ້ໄຂບັນຫາເລື້ອງນີ້.”

ກ່ອນໜ້ານີ້ທາງການຈີນໄດ້ຕົກລົງກັບ MRC ກ່ຽວກັບການໃຫ້ຂໍ້ມູນປະລິມານນໍ້າໃນ
ແມ່ນໍ້າຂອງ ໃນເຂດຕອນເທິງທີ່ຢູ່ໃນຈີນນັບແຕ່ເດືອນມັງກອນ ປີ 2021 ເປັນຕົ້ນມາ
ໂດຍເປັນການລາຍງານໃນຕອນເວລາ 8 ໂມງເຊົ້າ ຂອງທຸກໆມື້ ໂດຍສະເພາະການ
ລາຍງານປະລິມານນໍ້າໃນເຂື່ອນຊຽງຮຸ່ງ ທີ່ເປັນເຂື່ອນປ່ອຍ ນໍ້າລົງມາໃນເຂດຕອນລຸ່ມ
ນັ້ນຖືເປັນຂໍ້ມູນສຳຄັນ ສຳລັບປະເທດໃນເຂດຕອນ ລຸ່ມ ເພື່ອຕຽມຄວາມພ້ອມໃນການ
ປ້ອງກັນຜົນກະທົບ ທີ່ຈະເກີດຂຶ້ນໄດ້ທັນກັບ ສະຖານະການ ຫາກແຕ່ກໍຍັງບໍ່ສາມາດປະ
ຕິບັດໄດ້ແທ້.

XS
SM
MD
LG