ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານເຊຍ ໂລ ທະນາຍຄວາມ ແລະນັກເຄື່ອນໄຫວສັງຄົມ ທີ່ເມືອງເຊນພອລ ລັດມິນເນໂຊຕາ


ທາ່ນເຊຍ ໂລ ທີເມືອງເຊນ ພອລ ລັດມິນເນໂຊຕາ
ທາ່ນເຊຍ ໂລ ທີເມືອງເຊນ ພອລ ລັດມິນເນໂຊຕາ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນຂອງ ວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດ ກັບທ່ານ ເຊຍ ໂລ ທະນາຍ
ຄວາມລາວມົ້ງອາເມຣິກັນ ທີ່ເມືອງເຊນ ພອລ. ບ່ອນເກີດ ເຫດຮ້າຍ ຍ້ອນຕຳຫຼວດໃຊ້
ຄວາມຮຸນແຮງເຮັດໃຫ້ ທ້າວຈອຣຈ໌ ຟລອຍດ໌ ຄົນ ອາເມຣິກັນເຊື້ອສາຍອາຟຣິກາ ເສຍ
ຊີວິດ ໃນລະຫວ່າງການຈັບກຸມທີ່ໄດ້ກໍ່ໃຫ້ ເກີດການປະທ້ວງແຜ່ລາມອອກໄປທົ່ວສະ
ຫະລັດ ແລະທົ່ວໂລກ. ໃນເດືອນແລ້ວ ນີ້ ນອກຈາກ ເປັນທະນາຍຄວາມແລ້ວທ່ານເຊຍ
ໂລ ຍັງເປັນນັກເຄື່ອນໄຫວສັງຄົມ ຊຶ່ງກິ່ງສະຫວັນ ຈະນໍາເລຶ້ອງນີ້ ມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ທ່ານເຊຍ ໂລ
ທ່ານເຊຍ ໂລ

ທ່າມກາງການລະບາດຂອງໄວຣັສໂຄໂຣນາ ກໍໄດ້ເກີດມີຄວາມວຸ້ນວາຍ ຈາກການປະ
ທ້ວງຢູ່ເມືອງແຊນພອລ ແລະເມືອງມິນນິອາໂປລິສ ລັດມິນເນໂຊ ຕາ ສະຫະລັດອາເມຣິ
ກາໃນວັນທີ 25 ເດືອນພຶດສະພາ ຍ້ອນວ່າຕຳຫຼວດ ໃຊ້ຄວາມຮຸນແຮງ ທີ່ກາຍເປັນເລື້ອງ
ໃຫຍ່ແຜ່ລາມອອກໄປທົ່ວປະເທດ ຈົນຮອດຢູໂຣບແລະແຫ່ງອື່ນໆ. ຕົກມາເຖິງປັດຈຸບັນ
ສະພາບການໄດ້ຄ່ອຍໆເບົາ ບາງລົງ ປະໄວ້ໃຫ້ເຫັນແຕ່ຄວາມເສຍຫາຍແລະບັດນີ້ໄດ້ມີ
ການປະຕິຮູບກົດລະບຽບໃໝ່ ໃນການປະຕິບັດງານຂອງຕຳຫຼວດຕໍ່ປະຊາຊົນ.

ເພາະສະນັ້ນເຮົາໄດ້ຕິດຕາມນຳເອົາການສຳພາດກັບ ທ່ານເຊຍ ໂລ ທະນາຍຄວາມອາ
ເມຣິກັນເຊື້ອສາຍລາວມົ້ງ ຝ່າຍກົດໝາຍຄອບຄົວ ແລະຊັບສິນທີ່ມີ ຫ້ອງການຢູ່ເມືອງເຊນ
ພອລ (Saint Paul) ລັດມິນເນໂຊຕາ ທີ່ເປັນຂົງເຂດ ເປັນບ່ອນຕັ້ງຖິ່ນຖານຂອງຊາວລາວ
ມົ້ງ ແລະເອເຊຍ. ທ່ານເຊຍໂລ ເປັນທີ່ຮູ້ກັນດີຢູ່ໃນວົງການສັງຄົມ ພ້ອມທັງເປັນນັກເຄື່ອນ
ໄຫວ ເປັນປາກສຽງ ໃຫ້ແກ່ຊົນກຸ່ມນ້ອຍ ແລະຢູ່ໃນວົງການໆເມືອງ. ໃນລະຫວ່າງ ເກີດການ
ຈາລະຈົນຈູດຮ້ານຄ້າ ອາຄານຕ່າງໆ ລັກເຄື່ອງລັກຂອງຢູ່ໃນເມືອງເຊນ ພອລ ແລະມິນນີ
ອາໂປລິສ ທີ່ຜ່ານມາ ຍ້ອນຕຳຫຼວດໃຊ້ຄວາມຮຸນແຮງ ຕໍ່ທ້າວຈອຣຈ໌ ຟລອຍດ໌ ທີ່ເປັນຄົນ
ອາເມຣິກັນເຊື້ອສາຍອາຟຣິກາຖືກຕຳຫຼວດ ຜິວຂາວເອົາຫົວເຂົ່າໜີບຄໍ ຈົນເສຍຊີວິດ ຊຶ່ງ
ມີຕຳຫຼວດ ລາວມົ້ງອາເມຣິກັນ ພົວພັນຢູ່ໃນນັ້ນ. ທ່ານເຊຍ ໂລ ໄດ້ໃຫ້ຄວາມຄິດເຫັນ ກ່ຽວ
ກັບເຫດການ ອັນຮ້າຍແຮງຕໍ່ ວີໂອເອ ຟັງດັ່ງນີ້:

“ບັນດາຮ້ານຄ້າທີ່ຖືກທຳລາຍເຫລົ່ານີ້ສ່ວນຫຼາຍຢູ່ເມືອງເຊນ ພອລ ແລະເມືອງ ມິນເນອາ
ໂປລິສ ພວກເຮົາບໍ່ສາມາດໄຈ້ແຍກບອກເຖິງຈຳນວນວ່າ ໃຜເປັນເຈົ້າ ຂອງ ເພາະບໍ່ສາ
ມາດສົ່ງຄົນອອກໄປນັບ. ກ່ຽວກັບປະກັນໄພຂອງຮ້ານຄ້າເຫຼົ່າ ນີ້ ຫຼາຍໆຮ້ານບໍ່ມີປະກັນ
ໄພ ແລະຖ້າມີກໍພຽງແຕ່ປົກປ້ອງການລັກຂະໂມຍທຳມະດາ ແຕ່ຢູ່ໃນນະໂຍບາຍປະກັນ
ໄພແລ້ວແມ່ນບໍ່ປົກປ້ອງການຈາລະຈົນເພາະ ສະນັ້ນ ພວກເຮົາບໍ່ຮູ້ທ່າທີຂອງບໍລິສັດປະ
ກັນໄພວ່າ ເຂົາເຈົ້າຈະຮັບຮູ້ ຫຼືປະຕິ ເສດຕໍ່ການຮຽກຮ້ອງຄ່າເສຍຫາຍເຫລົ່ານີ້ຫຼືບໍ່. ໃນ
ຂະນະດຽວກັນບໍລິສັດປະກັນ ໄພກໍຈະຫຼຽວໄປທາງອື່ນ ຂ້າພະເຈົ້າຮູ້ດີ ຂ້າພະເຈົ້າເປັນທະນາຍຄວາມ ແລະ ພົວພັນກັບບໍລິສັດປະກັນໄພຢູ່ເລື້ອຍໆ.”

ທ່ານເຊຍ ໂລ ກ່າວຕໍ່ໄປອີກວ່າ

ປັດຈຸບັນນີ້ເຈົ້າຄອງກໍາແພງນະຄອນ ແລະຜູ້ປົກຄອງລັດ ບໍ່ໄດ້ເຮັດຫຍັງເພື່ອ ປ້ອງກັນ
ການມຈາລະຈົນ ເຂົາເຈົ້າຄວນຮ້ອງຂໍ ກຳລັງຮັກສາດິນແດນ ແລະ ດຳເນີນການຫຼາຍໄປ
ກວ່ານັ້ນແຕ່ບໍ່ໄດ້ເຮັດ. ບັດນີ້ເຂົາເຈົ້າເວົ້າວ່າລັດຖະບານ ກາງຕ້ອງເຂົ້າມາຊ່ວຍເຂົາເຈົ້າ
ແມ່ນໃຜເປັນລັດຖະບານກາງແມ່ນຂ້ອຍກັບ ເຈົ້າຫັ້ນລະ ແມ່ນເງິນເກັບພາສີພວກເຮົານີິ້
ລະ ແມ່ນພວກເຮົາຜູ້ເຮັດວຽກໜັກ ເສຍພາສີນີ້ລະ ເປັນຜູ້ຈ່າຍ ເຂົາເຈົ້າເວົ້າແນວນັ້ນ.
ຄັນຊັ້ນ ເປັນຫຍັງເຈົ້າບໍ່ ຢຸດເຂົາເຈົ້າ ທ່ານຜູ້ປົກຄອງລັດ ຕ້ອງເປັນຜູ້ຈ່າຍກ່ຽວກັບເລື້ອງ
ນີ້ເອົາເງິນ ອອກຈາກຖົງຂອງທ່ານເອງ ເພາະວ່າທ່ານເຫັນໃຈພວກຈາລະຈົນທ່ານຕ້ອງ
ຮັບຜິດຊອບເລື້ອງນີ້ບໍ່ແມ່ນຊິໃຫ້ປະຊາຊົນອາເມຣິກັນ ມາຈ່າຍໃຫ້ໃນຄວາມ ເສຍຫາຍ
ທັງໝົດ ເພາະວ່າຄົນພາກັນໂກດແຄ້ນໃຫ້ແກ່ຕຳຫຼວດ.”

ເຫດການອັນຮ້າຍແຮງ ພົວພັນກັບເຈົ້າໜ້າທີ່ຕຳຫຼວດຜິວຂາວສາມຄົນ ແລະ ຕຳຫຼວດ
ອາເມຣິກັນ ເຊື້ອສາຍລາວມົ້ງອາເມຣິກັນນຶ່ງຄົນນັ້ນ. ທ່ານເຊຍ ໂລ ກ່າວວ່າ ເຈົ້າຂອງ
ຮ້ານຄ້າ ແລະທຸລະກິດສ່ວນຫຼາຍບໍ່ມີປະກັນໄພ ແລະເຖິງ ແມ່ນວ່າເຂົາເຈົ້າ ຈະຟ້ອງ
ຮ້ອງສ່ວນໂຕ ຫຼືເປັນກຸ່ມນັ້ນ ມັນເປັນເລື້ອງສະລັບ ຊັບຊ້ອນ ແລະບໍ່ງ່າຍທີ່ພວກທະນາຍ
ຄວາມຈະພິຈາລະນາ ແລະທ່ານກ່າວວ່າ:

“ບັນດາຮ້ານຄ້າທີ່ຖືກທຳລາຍມີ ຮ້ານຄົນຜິວດຳ ສະແປນິສ ໂຊມາເລຍ ເອທິ ໂອເປຍ
ແລະເອເຊຍ. ຮ້ານເອເຊຍຮ່ວມມີ ຫວຽດນາມຫຼາຍໆຮ້ານ ທີ່ໄດ້ຖືກ ໂຈມຕີ ແລະຫລີກ
ລ່ຽງບໍ່ໄດ້ ຕິດຕາມມາດ້ວຍຮ້ານມົ້ງ ຮ້ານລາວ ຮ້ານກຳປູ ເຈຍ ຮ້ານປົວແຂ້ວ ຮ້ານຂາຍ
ເຝີ ແລະຮ້ານການແພດເຫລົ່ານີ້ເປັນຕົ້ນ. ຄວາມເສຍຫາຍ ຄາດຄະເນຕົກເປັນເງິີນ
ຫ້າຮ້ອຍລ້ານໂດລາ. ເພາະສະນັ້ນ ລາຍໄດ້ທີ່ ທ້ອນຫອມມາໃນຊີວິດຂອງພວກທຸລະ
ກິດເຫລົ່ານີ້ ແມ່ນກ້ຽງໝົດ ເລີ້ມໃໝ່ຖ້າ
ຫາກເຂົາເຈົ້າມີຄວາມສາມາດ. ຂ້າພະເຈົ້າຄິດ
ວ່າ
ຫຼາຍໆຄົນຈະບໍ່ສາມາດເຮັດ ທຸລະກິດຕໍ່ໄປອີກ ມີແຕ່ຜູ້ເຂັ້ມແຂງເທົ່ານັ້ນ ທີ່ຈະດຳ
ເນີນຕໍ່ໄປເທົ່າທີ່ເຮັດໄດ້. ສ່ວນຜູ້ທີ່ບໍ່ສາມາດລ້ຽງຕົນເອງ ອາດຂໍການຊ່ວຍເຫຼືອຈາກ

ລັດຖະບານ ແລະ ອີກເທື່ອນຶ່ງ ແມ່ນເຈົ້າກັບຂ້ອຍ ຈະເປັນຜູ້ຈ່າຍ.”

ທ່ານເຊຍ ໂລ ໄດ້ກ່າວມ້ວນທ້າຍເຖິງປະເພນີ ທີ່ເປັນບັນຫາແກ່ຊາວເອເຊຍດັ່ງຍນີ້:

"ຄົນເອເຊຍພາກັນມິດງຽບໂພດ ນັ້ນແມ່ນຄວາມຄິດຂອງຂ້າພະເຈົ້າ ເຂົາເຈົ້າບໍ່ພາກັນ
ເວົ້າກັນວ່າ ເຂົາເຈົ້າບໍ່ອອກມາຢ່າງເປັນກຳລັງ ແລະຮ່ວມມືກັນ. ແມ່ນແຕ່ພວກເຈົ້າຂອງ
ຮ້ານກໍບໍ່ພາກັນອອກກ່າວຕໍ່ສື່ມວນຊົນ. ເຕົ້າໂຮມເປັນ ປາກສຽງດຽວກັນວ່າ ກະລຸນຢ່າ
ເຮັດແບບນີ້ໃຫ້ແກ່ພວກເຮົາ ເພາະວ່າຄົນເອ ເຊຍມັກພາກັນມິດງຽບ ຄົນມິດງຽບຢູ່ໃນສະ
ຫະລັດຈະບໍ່ເຮັດຫຍັງສຳເລັດ ເຈົ້າເອງກະຮູ້ດີ ຄົນທີ່ຈູດບ້ານເຜົາເມືອງນັ້ນໄດ້ຮັບຄວາມ
ສົນໃຈ. ຂ້າພະເຈົ້າເຄີຍໄດ້ບອກແກ່ເພື່ອນອາເມຣິກັນວ່າ ຕ້ອງຈູດເມືອງເສຍກ່ອນຈຶ່ງ
ໄດ້ຮັບຄວາມ ສົນໃຈ ຂ້າພະເຈົ້າເວົ້າກັບເພື່ອນທີ່ລື້ງເຄີຍວ່າ ເທື່ອໜ້າຖ້າຫາກເຈົ້າໜ້າທີ່
ຍິງຄົນມົ້ງ ເພື່ອຈະໄດ້ຄວາມສົນໃຈນັ້ນ ເຮົາຕ້ອງຈູດເເມືອງເສຍກ່ອນ. ເພາະສະນັ້ນ
ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ປະຊາຄົມພວກເຮົາຕ້້ອງເຮັດນັ້ນ ກໍຄືໃຫ້ພາກັນທ້ອນໂຮມ
ກັນເປັນກ້ອນເປັນໜ່ວຍ ພວກເຮົາຈະທຸ່ມເທເງິນເປັນ ລ້ານໃສ່ຄູ້ມບ້ານທີ່ທຸກຈົນແລ້ວ
ຖືກຈູດໂດຍບໍ່ມີການແກ້ໄຂວ່າ ຈະເຮັດຢ່າງໃດ ເວລາຖືກໄຟໄໝ້ໝົດ"

ທ່ານເຊ່ຍ ໂລ ຫລົບໜີຈາກປະເທດລາວໃນປີ 1973 ແລະໄດ້ເດີນທາງມາເຖິງເມືອງເຊນ
ພອລ ເວລາອາຍຸ 12 ປີ. ປັດຈຸບັນນີ້ ທ່ານເຊຍ ໂລ ແລະຄອບຄົວ ຊຶ່ງມີລູກສີ່ຄົນຕັ້ງບ້ານ
ເຮືອນຢູ່ເມືອງ White Bear Lake. ທ່ານສຳເລັດການສຶກສາ ດ້ານກົດໝາຍໃນປີ 1996
ແລະເຮັດວຽກເປັນທະນາຍຄວາມໃຫ້ແກ່ອົງການເອກກະຊົນ ແລະລັດຖະບານມາເປັນ
ເວລາ 20 ກວ່າປີແລ້ວ. ທ່ານມີປະສົບການຮັບໃຊ້ສັງຄົມມາເປັນເວລາດົນນານ ແລະໜ້າສັນລະເສີນ. ສະຫະລັດ ໄດ້ເປັນປະເທດທີ່ໃຫ້ຄວາມອຸປະກາລະແກ່ທ່ານຢ່າງຫຼວງຫຼາຍ
ແລະບັດນີ້ທ່ານ ຢາກຕອບບຸນແທນຄຸນແກ່ປະເທດຊາດ ໂດຍສະໝັກເປັນສະມາຊິກ
ສະພາຕໍ່າສະຫະລັດ ສັງກັດພັກຣີພັບບລິກກັນ ທີ່ຈະມີການເລືອກຕັ້ງທົ່ວ ໄປໃນວັນທີ 3
ພະຈິກປີ 2020 ຈະມາເຖິງນີ້.

XS
SM
MD
LG