ບັນດາເຈົ້າໜ້າທີ່ໃນປະເທດໂມຊໍາບິກ ກ່າວວ່າ ຍອດຜູ້ເສຍຊີວິດລວມຈາກໂຣກອະຫິວາ ລຸນຫຼັງພາຍຸໄຊໂຄລນເຟຣດດີ້ ພັດເຂົ້າຖະຫຼົ່ມ ໄດ້ເພີ້ມຂຶ້ນ ສອງເທົ່າຈາກອາທິດແລ້ວເປັນ 16 ຄົນແລ້ວ ແລະພວກເຂົາເຈົ້າກໍມີຄວາມກັງ ວົນວ່າ ຈໍານວນຜູ້ເສຍຊີວິດຈາກໂຣກດັ່ງກ່າວນີ້ ຈະເພີ້ມສູງຂຶ້ນ ເນື່ອງຈາກຜູ້ທີ່ບໍ່ມີບ່ອນຢູ່ອາໄສຫຼາຍພັນຄົນ ຍັງພາກັນອາໄສຢູ່ ຕາມບ່ອນຫຼົບໄພແຫ່ງຕ່າງໆ. ກອງທຶນເດັກຂອງອົງການສະຫະປະຊາຊາດຫຼື UNICEF ກ່າວວ່າ ມີລາຍງານກ່ຽວກັບກໍລະນີຂອງໂຣກອະຫິວາຢູ່ໃນໂມຊໍາບິກເກືອບ 10,000 ຄົນ ເຊິ່ງຫຼາຍກວ່າສາມເທົ່ານັບຕັ້ງແຕ່ຕົ້ນເດືອນກຸມພາເປັນຕົ້ນມາ. ຊາລສ໌ ແມັງວີໂຣ (Charles Mangwiro) ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນຫຼວງມາປູໂຕ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຜູ້ອໍານວຍການທາງດ້ານສຸຂະພາບຢູ່ແຂວງຊໍາເບເຊຍໃນປະເທດໂມຊໍາບິກ ເຊິ່ງ ເປັນບໍລິເວນທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ຈາກພາຍຸໄຊໂຄລນ ບອກກັບສະ ຖານີວິທະຍຸກະຈາຍສຽງແຫ່ງຊາດຂອງໂມຊໍາບິກໃນຕອນແລງວັນຈັນທີ່ຜ່ານມາວ່າ ພວກເຂົາປະເຊີນກັບຄວາມຫຍຸ້ງຍາກສັບສົນ ຈາກການຮັບມືກັບຈໍານວນໂຕເລກຂອງຜູ້ປ່ວຍເປັນໂຣກອະຫິວາ.
ທ່ານບລາຍຕັນ ເຄຕາໂນ (Blaiton Caetano) ກ່າວວ່າ ມີຜູ້ປ່ວຍປະມານ 200 ຄົນກໍາລັງໄດ້ຮັບການຮັກສາກ່ຽວກັບເຊື້ອໂຣກດັ່ງກ່າວ ຢູ່ໃນເມືອງຄຽວລິມານ (Quelimane) ເຊິ່ງເປັນເມືອງເອກຂອງແຂວງ, ໂດຍເປັນບ່ອນທີ່ມີປະ ຊາຊົນ 50,000 ຄົນພາກັນອາໄສຢູ່ສູນຫຼົບໄພຊົ່ວຄາວຢ່າງໜາແໜ້ນ, ເຊິ່ງ ທ່ານບລາຍຕັນ ເຄຕາໂນ ກ່າວວ່າ:
“ພວກເຂົາເຈົ້າໄດ້ຮັບສະໝັກ ແລະຈ້າງພະນັກງານເທັກນິກທາງການແພດຈໍານວນ 116 ຄົນ, ລວມທັງບັນດາທ່ານໝໍ, ພະຍາບານ, ໜ່ວຍບໍລິການສຸກເສີນ ແລະຄົນຂັບລົດອີກຈໍານວນນຶ່ງ ເພື່ອຮັບມືກັບຄວາມຕ້ອງການຢູ່ໃນເມືອງຄຽວລິມານ. ທ່ານເຄຕາໂນ ກ່າວວ່າ ພວກເຂົາເຈົ້າດໍາເນີນງານກັບສູນປິ່ນປົວໂຣກອະ ຫິວາສອງແຫ່ງ ແລະກໍາລັງກະກຽມທີ່ຈະເປີດແຫ່ງທີ່ສາມ.”
ຢູ່ໃນຖະແຫຼງການຂອງສື່ສັງຄົມທີ່ອອກກາກາດໃນວັນຈັນຜ່ານມານີ້ ເປີດເຜີຍວ່າ ອົງການ UNICEF ກ່າວວ່າ ມີເດັກນ້ອຍຫຼາຍລ້ານຄົນ ກໍາລັງຕົກຢູ່ໃນຄວາມສ່ຽງ ລຸນຫຼັງການພັດທໍາລາຍເປັນປະຫວັດການຂອງພາຍຸໄຊໂຄລນ.
ພາຍຸໄຊໂຄລນ ເຟຣດດີ້ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນ ໃນມາດາກາສກາ, ມາລາວີ ແລະໂມຊໍາບິກ ນັບຕັ້ງແຕ່ພາຍຸດັ່ງກ່າວນີ້ ພັດຂຶ້ນບົກໃນເດືອນກຸມພາທີ່ຜ່ານມາ, ສົ່ງຜົນເຮັດໃຫ້ປະຊາຊົນຫຼາຍພັນຄົນບໍ່ມີທີ່ຢູ່ອາໄສ.
ປະເທດມາລາວີ ໄດ້ປະສົບກັບການລະບາດຂອງໂຣກອະຫິວາຮ້າຍແຮງເປັນປະ ຫວັດການ ໂດຍມີຈໍານວນຜູ້ເສຍຊີວິດທັງໝົດປະມານ 1,700 ຄົນໃນປີທີ່ຜ່ານມາ ເນື່ອງຈາກພະຍາດອະຫິວາໄດ້ແຜ່ກະຈາຍອອກໄປຕາມນໍ້າທີ່ບໍ່ສະອາດ, ເຊິ່ງຜູ້ເສຍຊີວິດສ່ວຍຫຼາຍເຫຼົ່ານັ້ນ ແມ່ນເດັກນ້ອຍ.
ຢູ່ໃນຖະແຫຼງການຂອງອົງການ UNICEF ໄດ້ລະບຸວ່າ ມີປະຊາຊົນຢູ່ໃນປະ ເທດໂມຊໍາບິກປະມານ 2 ລ້ານຄົນ ທີ່ອາໄສຢູ່ທາງທິດເໜືອຂອງປະເທດ ມີຄວາມຕ້ອງການອາຫານ ແລະການຊ່ວຍເຫຼືອດ້ານອື່ນໆທີ່ຈໍາເປັນ.
ອົງການ UNICEF ກ່າວວ່າ ສະຖານະການຕ່າງໆສໍາລັບເດັກນ້ອຍຍິ່ງຈະພົບກັບຄວາມຮຸນແຮງຫຼາຍຂຶ້ນ ຖ້າການຊ່ວຍເຫຼືອຕ່າງໆເຂົ້າໄປບໍ່ທັນເວລາ, ໂດຍກ່າວວ່າ ການຂາດສານອາຫານ ແຮງເປັນການເພີ້ມຄວາມສ່ຽງຕໍ່ການເປັນພະ ຍາດຕ່າງໆເຊັ່ນ ໂຣກອະຫິວາ.
ພວກເຂົາເຈົ້າກ່າວວ່າ ມາຮອດວັນທີ 18 ມີນາ, ມີລາຍງານກ່ຽວກັບກໍລະນີຂອງຜູ້ຕິດເຊື້ອເກືອບຮອດ 10,000 ກໍລະນີ ຢູ່ໃນ 13 ຂົງເຂດຂອງປະເທດໂມຊໍາບິກ, ເຊິ່ງມີຈໍານວນຫຼາຍກວ່າສາມເທົ່າ ນັບຕັ້ງແຕ່ເດືອນກຸມພາເປັນຕົ້ນມາ.
ຫົວໜ້າຫ້ອງການ UNICEF ຢູ່ໃນແຂວງຊໍາເບເຊຍ ທ່ານໄມໂຄລ ຊິມເມັດຊາ (Michal Chimedza) ບອກກັບສະຖານີວິທະຍຸແຫ່ງຊາດຂອງໂມຊໍາບິກ ໃນວັນອັງຄານທີ່ຜ່ານມາວ່າ ພວກເຂົາເຈົ້າໄດ້ສະໜອງກະຕຸກນໍ້າດື່ມທີ່ສະອາດຈໍານວນ 10,000 ຕຸກ ແລະເຄື່ອງໃຊ້ທາງດ້ານສຸຂະອະນາໄມອີກປະມານ 5,000 ຊຸດ, ເຊິ່ງ ທ່ານໄມໂຄລ ຊິມເມັດຊາ ກ່າວເປັນພາສາປອກຕຸຍການວ່າ:
“ພວກເຂົາເຈົ້າຈະເພີ້ມການສະໜອງການຊ່ວຍເຫຼືອຕ່າງໆຫຼາຍຂຶ້ນກວ່າເກົ່າດ້ວຍ ຈໍານວນລົດຂົນເຄື່ອງຫຼາຍຄັນ ທີ່ກໍາລັງເດີນທາງມາເຖິງໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້. ທ່ານຊິມເມັດຊາ ກ່າວວ່າ ພວກເຂົາເຈົ້າດໍາເນີນການຈັດສົ່ງນີ້ ເພື່ອສະໜັບສະໜຸນຕໍ່ການຕອບສະໜອງຂອງລັດຖະບານ ແລະພະຍາຍາມທີ່ຈະຍຸຕິການລະບາດຂອງພະຍາດໂຣກອະຫິວາ.”
ອົງການ UNICEF ກໍາລັງຮ້ອງຂໍເງິນຈໍານວນ 155 ລ້ານໂດລາ ເພື່ອຮັບມືກັບຜົນກະທົບຈາກໄພນໍ້າຖ້ວມ ແລະໂຣກອະຫິວາ ໃຫ້ແກ່ເດັກນ້ອຍແລະຄອບຄົວ.
ພາຍຸໄຊໂຄລນ ເຟຣດດີ້ ພັດຂຶ້ນບົກໃນປະເທດໂມຊໍາບິກສອງຄັ້ງ ແລະກໍເຊື່ອວ່າ ເປັນພາຍຸລະດູຮ້ອນທີ່ພັດຖະຫຼົ່ມໃນເຂດພາກໃຕ້ຂອງທະວີບອາຟຣິກາ ທີ່ຍາວນານທີ່ສຸດ ໃນຮອບຫຼາຍທົດສະວັດ.