ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ຍອມຮັບວ່າ ແຮງງານ ລາວ ທີ່ກັບຈາກ ໄທ ໃນລະຫວ່າງ COVID-19 ແມ່ນແຮງງານຜິດກົດໝາຍ


ແຮງງານ ລາວ ເດີນທາງກັບບ້ານຈາກ ໄທ ໃນລະຫວ່າງໄລຍະ ໂຣກລະບາດໄວຣັສໂຄໂຣນາ.
ແຮງງານ ລາວ ເດີນທາງກັບບ້ານຈາກ ໄທ ໃນລະຫວ່າງໄລຍະ ໂຣກລະບາດໄວຣັສໂຄໂຣນາ.

ລັດຖະມົນຕີຍອມຮັບວ່າ ແຮງງານ ລາວ ທີ່ເດີນທາງກັບຄືນມາ ລາວ ໃນໄລຍະການລະບາດຂອງເຊື້ອໄວຣັສ COVID-19 ນັ້ນສ່ວນໃຫຍ່ເປັນແຮງງານ ລາວ ທີ່ລັກລອບທຳງານໃນ ໄທ ໂດຍຜິດກົດໝາຍ.


ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຖະ ແຫຼງວ່າແຮງງານທີ່ເດີນທາງກັບຄືນມາ ລາວ ໃນໄລຍະທີ່ມີການລະບາດຂອງເຊື້ອໄວຣັສ COVID- 19 ໂດຍສະເພາະແມ່ນນັບແຕ່ເດືອນເມສາເປັນຕົ້ນມານັ້ນ ສ່ວນໃຫຍ່ແມ່ນແຮງງານ ລາວ ທີ່ເດີນທາງໄປລັກລອບທຳງານໂດຍຜິດກົດໝາຍໃນ ໄທ ຊຶ່ງໄດ້ພາກັນເດີນທາງກັບຄືນມາ ລາວ ເພາະວ່າຖືກເລີກຈ້າງຢູ່ໃນ ໄທ ແລະ ເຊື່ອວ່າໃນປັດຈຸບັນນີ້ກໍຍັງມີແຮງງານ ລາວ ປະເພດດຽວກັນນີ້ຈຳນວນຫຼາຍທີ່ຕ້ອງການຈະເດີນທາງຈາກ ໄທ ກັບຄືນມາ ລາວ ດັ່ງທີ່ທ່ານ ປະເດີມພອນ ໃຫ້ການຢືນຢັນວ່າ

“ດັ່ງທີ່ຮູ້ນຳກັນວ່າ ແຮງງານ ລາວ ຢູ່ຕ່າງປະເທດ ໂດຍສະເພາະແມ່ນຢູ່ ໄທ ນີ້ນະກັບຄືນບ້ານຫຼາຍ ໂດຍອີງໃສ່ຂໍ້ມູນທາງການທີ່ພວກເຮົາມີຫັ້ນນະ ກໍຖືວ່າຍັງມີຫຼາຍຫັ້ນແຫຼະຢູ່ຝັ່ງນັ້ນ ເພາະວ່າພວກເຮົາເຫັນໄດ້ວ່າຜູ້ທີ່ຂ້າມມາແລ້ວພວກເຮົາໄດ້ມີການສຳຫຼວດຕົວຢ່າງເບິ່ງຫັ້ນກະເຫັນວ່າມີຈຳນວນເປີເຊັນຕໍ່າຫັ້ນຫຼະ ຜູ້ທີ່ໄປຖືກຕ້ອງຕາມລະບຽບການທີ່ພວກເຮົາໄດ້ກຳນົດຫຼືວ່າບັນດາບໍລິສັດໄດ້ສົ່ງໄປຫັ້ນນະ.”

ນັບແຕ່ທ້າຍເດືອນມີ 2020 ເປັນຕົ້ນມາທາງການ ລາວ ກໍໄດ້ດຳເນີນມາດຕະການກັກກັນບໍລິເວນແຮງງານ ລາວ ຈຳນວນທັງໝົດ 113,404 ຄົນໃນນີ້ແບ່ງເປັນ 68,534 ຄົນທີ່ຢູ່ໃນສະຖານກັກກັນຂອງລັດຖະບານທີ່ມີຢູ່ທັງໝົດ 2,142 ແຫ່ງໃນທົ່ວປະເທດ ສ່ວນທີ່ເຫຼືອ 44,870 ກວ່າຄົນນັ້ນໄດ້ອະນຸຍາດໃຫ້ກັກຕົວຢູ່ເຮືອຂອງແຕ່ລະຄົນ ໂດຍມີພະນັກງານທາງການ ລາວ ເປັນຜູ້ດູແລ ແລະ ກວດສຸຂະພາບຢ່າງໃກ້ຊິດ ຊຶ່ງມາຮອດປັດຈຸບັນນີ້ກໍປາກົດວ່າແຮງງານ ລາວ ທັງໝົດໄດ້ຖືກກັກບໍລິເວນຄົບ 14 ວັນແລ້ວ ໂດຍກວດບໍ່ພົບເຊື້ອໄວຣັສ COVID-19 ອີກດ້ວຍ ແຕ່ເນື່ອງຈາກວ່າໃນຈຳນວນຜູ້ຕິດເຊື້ອໄວຣັສ COVID-19 ທັງ 19 ຄົນໃນ ລາວ ເປັນການກວດຈາກກໍລະນີຕ້ອງສົງໄສພຽງແຕ່ 3,975 ກໍລະນີເທົ່ານັ້ນໃນຊ່ວງວັນທີ 20 ມັງກອນ ຫາ 13 ພຶດສະພາ 2020 ແລະ ເຖິງແມ່ນວ່າຈະເປັນການຕິດເຊື້ອໃນລະດັບຕໍ່າກໍຕາມ ຫາກແຕ່ກໍຖືເປັນສະພາບການທີ່ຍັງມີຄວາມສ່ຽງທີ່ຈະມີຄົນ ລາວ ຕິດເຊື້ອໄວຣັສ COVID-19 ເພີ່ມຂຶ້ນໄດ້ອີກ ເພາະວ່າແຮງງານ ລາວ ໃນຕ່າງປະເທດຍັງພາກັນເດີນທາງກັບຄືນມາ ລາວ ທຸກມື້ນັ້ນເອງ.

ທັງນີ້ເພື່ອເປັນການຄວບຄຸມການລະບາດຂອງເຊື້ອໄວຣັສ COVID-19 ໃຫ້ມີປະສິດທິຜົນສູງຂຶ້ນຄະນະສະເພາະກິດເພື່ອປ້ອງກັນ,​ຄວບຄຸມ ແລະ ແກ້ໄຂການລະບາດຂອງໄວຣັສ COVID-19 ໃນ ລາວ ໄດ້ກຳນົດໃຫ້ແຮງງານ ລາວ ທີ່ຢູ່ຕ່າງປະເທດ ແລະ ຕ້ອງການຈະເດີນທາງກັບຄືນມາ ລາວ ໃນໄລຍະຕໍ່ໄປນີ້ສາມາດທີ່ຈະເດີນທາງກັບຄືນມາ ລາວ ໄດ້ໂດຍຜ່ານດ່ານຊາຍແດນ 2 ແຫ່ງເທົ່ານັ້ນກໍຄືທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ດ່ານວັງເຕົ່າທີ່ເມືອງໂພນທອງ ແຂວງຈຳປາສັກ. ສ່ວນກະຊວງແຮງງານຂອງ ໄທ ລາຍງານວ່າປັດຈຸບັນນີ້ມີແຮງງານ ລາວ ທຳງານຢູ່ໃນ ໄທ ຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ຂະນະທີ່ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນ ໄທ ໄດ້ປະເມີນວ່າມີແຮງງານ ລາວ ຢູ່ໃນ ໄທ 6 ແສນກວ່າຄົນ ໃນນີ້ເປັນແຮງງານລັກລອບທຳງານໂດຍຜິດກົດໝາຍ 330,000 ກວ່າຄົນ ແລະ ເກີນກວ່າ 60​ ເປີເຊັນເປັນເພດຍິງ ຈຶ່ງມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື້ອຂອງການຄ້າມະນຸດໃນ ໄທ ອີກດ້ວຍ.

ທາງການ ລາວ ໄດ້ອະນຸຍາດໃຫ້ບັນດາຫົວໜ່ວຍທຸລະກິດການຄ້າ ແລະ ການບໍລິການຕ່າງໆສາມາດເປີດກິດຈະການໄດ້ຊົ່ວຄາວໃນວັນທີ 4-17 ພຶດສະພາ 2020 ແຕ່ວ່າຈະຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຄືການຮັກສາໄລຍະຫ່າງລະຫວ່າງຄົນຕັ້ງແຕ່ 1 ແມັດຂຶ້ນໄປ, ການລ້າງມືດ້ວຍສະບູ່ ແລະ ນໍ້າສະອາດ ຫຼື ເຈລລ້າງມື, ການໃສ່ຜ້າອັດປາກ-ດັງ, ການວັດອຸນຫະພູມຮ່າງກາຍ, ການອະນາໄມສະຖານທີ່ຕ່າງໆໃຫ້ສະອາດຢູ່ສະເໝີ ໂດຍສະເພາະແມ່ນໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ ແລະ ຮ້ານເສີມສວຍນັ້ນຍັງຈະຕ້ອງປະສານໃນດ້ານຂໍ້ມູນຂ່າວສານກັບຄະນະເພາະກິດຢ່າງໃກ້ຊິດດ້ວຍ ເພາະຖ້າຫາກກວດພົບວ່າລູກຄ້າຄົນໃດທີ່ອຸຫະພູມຮ່າງກາຍເກີນກວ່າ 37.5 ອົງສາແຊລຊຽດ ກໍຈະຕ້ອງໂທລະສັບສາຍດ່ວນໄປແຈ້ງໃຫ້ຄະນະສະເພາະກິດຂອງແຕ່ລະເຂດໄດ້ຮັບຊາບ ເພື່ອຈະໄດ້ທຳການກວດອາການຂອງລູກຄ້າຢ່າງລະອຽດນັ້ນເອງ.

XS
SM
MD
LG