ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ ຢູໂຣບ ສ່ວນຫຼາຍ ຢາກຫ້າມການຍົກຍ້າຍ ຖິ່ນຖານຂອງຊາວ ມຸສລິມ


Poll Shows Most Europeans Want Muslim Migration Ban
please wait

No media source currently available

0:00 0:02:50 0:00

ຄວາມໂມໂຫໃນ ຢູໂຣບ ກ່ຽວກັບ ດຳລັດບໍລິຫານຫ້າມຄົນເຂົ້າເມືອງຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ສຳລັບປະຊາຊົນຈາກ 7 ປະເທດທີ່ເປັນມຸສລິມສ່ວນໃຫຍ່ ໄດ້ຄອບງຳ “ການສະໜັບສະໜູນທາງສັງຄົມຢ່າງຫຼວງຫຼາຍ” ສຳລັບມາດຕະການດັ່ງ ກ່າວ ໃນ ຢູໂຣບ, ອີງຕາມການສຳຫຼວດຄວາມຄິດເຫັນໂດຍສະຖາບັນນະໂຍບາຍ Chatham House ໃນນະຄອນຫຼວງ ລອນດອນ ປະເທດ ອັງກິດ. ນັກຂ່າວ Henry Ridgwell ລາຍງານມາຈາກ ເມືອງ Dresden ປະເທດ ເຢຍຣະມັນ ວ່າການສຳຫຼວດ ຄວາມຄິດເຫັນດັ່ງກ່າວ ໄດ້ລະບຸໃຫ້ເຫັນ ເຖິງການສະໜັບສະໜູນສຳລັບ ການຍຸຕິຄົນ ເຂົ້າເມືອງ ຊາວມຸສລິມ ໂດຍມີລະດັບສະເລ່ຍ 55 ເປີເຊັນໃນທົ່ວ 10 ປະເທດ ຢູໂຣບ ຊຶ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ທ້າວ Bilal Al Nasir ແມ່ນໜຶ່ງໃນພວກຜູ້ຂໍລີ້ໄພ 1 ລ້ານ 1 ແສນຄົນ ຜູ້ທີ່ໄດ້ເດີນທາງໄປ ປະເທດ ເຢຍຣະມັນ ໃນປີ 2015, ຫຼັງຈາກຫຼົບໜີຈາກນະຄອນຫຼວງ ດາມາສກັສ ເມື່ອ ເຮືອນຂອງ ລາວຖືກຖິ້ມລະເບີດໃສ່ ຊຶ່ງສະເກັດລະເບີດຍັງຝັງຢູ່ໃນຫົວຂອງລາວ.

ທ້າວ Bilal Al Nasir ອົບພະຍົບ ຊີເຣຍ ກ່າວວ່າ “ຂ້າພະເຈົ້າມີແພດໝໍ, ມີໂຮງໝໍ ແລະ ຂ້າ ພະເຈົ້າຕ້ອງການຜ່າຕັດຫົວຂອງຂ້າພະເຈົ້າຢູ່ບ່ອນນີ້. ແລະ ຫຼັງຈາກນັ້ນຂ້າພະ ເຈົ້າກໍຈະ ໄປໂຮງຮຽນເພື່ອຮຽນພາສາ ເຢຍຣະມັນ."

ໃນຂະນະທີ່ລາວກຳລັງລໍຖ້າການຜ່າຕັດຢູ່ນັ້ນ, ທ້າວ Bilal ໄດ້ຮັບການຊ່ວຍເຫຼືອຈາກກຸ່ມ ການ ກຸສົນເພື່ອຫາວຽກງານເຮັດ.

ທ່ານ Ronny Frenzel ຈາກກຸ່ມປະສານງານອົບພະຍົບ KS24 ກ່າວວ່າ “ລັດຖະບານ ກາງ ແລະ ລັດຖະບານຂອງແຕ່ລະລັດ ໄດ້ຕັ້ງຫຼາຍໂຄງການຂຶ້ນມາ ເພື່ອສັງເກດວິທີທີ່ ເຢຍຣະມັນ ຈະໄດ້ຮັບຜົນປະໂຫຍດຈາກພວກອົບພະຍົບໄດ້ແນວໃດ. ພວກເຂົາເຈົ້າ ໃຫ້ບໍລິການຄວາມ ຕ້ອງການເບື້ອງຕົ້ນໄດ້ແກ່, ການສອນພາສາ, ຫາບ່ອນຢູ່ໃຫ້ພວກ ເຂົາເຈົ້າ, ແລະ ຫາອາຫານ ໃຫ້ພວກເຂົາເຈົ້າກິນ. ຕອນນີ້ພວກເຂົາເຈົ້າຕ້ອງສາ ມາດປັບຕົວເຂົ້າກັບສັງຄົມໃນທ້ອງຖິ່ນ ໃຫ້ໄດ້ກ່ອນ.”

ເມືອງ Dresden ປາກົດວ່າ ບໍ່ຍິນດີກັບການປັບຕົວເຂົ້າກັນດັ່ງກ່າວ. ມັນແມ່ນບ້ານເກີດ ຂອງ ການເຄື່ອນໄຫວ PEGIDA, ເປັນຊາວ ຢູໂຣບ ຜູ້ຮັກຊາດທີ່ຕໍ່ຕ້ານສະສາໜາໃນ ປະເທດ ຕາເວັນຕົກ. ທຸກໆວັນຈັນ ພວກຜູ້ສະໜັບສະໜູນຈະເດີນຂະບວນຜ່ານຕົວ ເມືອງ. ໂຄສົກແຂກ ຮັບເຊີນໃນສັບປະດານີ້ແມ່ນທ່ານ Renate Sandvoss ຈາກອົງ ການຂ່າວ Journalist Watch, ຜູ້ທີ່ອ້າງວ່າ ສື່ມວນຊົນ ເຢຍຣະມັນ ແມ່ນກຳລັງປົກ ປ້ອງບັນຫາດັ່ງກ່າວຢູ່.

ທ່ານ Renate Sandvoss ກ່າວວ່າ “ວັດທະນະທຳ ມຸສລິມ ແລະ ຂ້າພະເຈົ້າເວົ້າ ກ່ຽວກັບ ມັນໃນຖານະເປັນເຄື່ອງໝາຍອ້າງອີງ, ຍ້ອນວ່າ ສຳລັບຂ້າພະເຈົ້າ ມັນບໍ່ ແມ່ນວັດທະນະທຳ, ມັນແຕກຕ່າງກັບວັດທະນະທຳ ເຢຍຣະມັນ ໂດຍຊິ້ນເຊີງ ແລະ ມັນກໍບໍ່ເໝາະສົມກັບບ່ອນນີ້.”

ປະຊາຊົນ ເຢຍຣະມັນ ຫຼາຍຄົນໄດ້ເຫັນດີນຳ. ໃນການສຳຫຼວດຂອງສະຖາບັນ Chatham House ນັ້ນ, ປະຊາຊົນ 53 % ກ່າວວ່າ ພວກເຂົາເຈົ້າຢາກໃຫ້ທຸກໆ ການຍົກຍ້າຍຖິ່ນຖານ ຈາກບັນດາປະເທດ ມຸສລິມ ຖືກໂຈະໄວ້.

ນັກຂ່າວ ວີໂອເອ Henry Ridgwell ກ່າວວ່າ ໃນເວລາທີ່ຂະບວນການນີ້ໄດ້ເກີດຂຶ້ນ ຫຼາຍກວ່າ ສອງປີທີ່ຜ່ານມາ, ພວກຜູ້ກໍ່ຕັ້ງ ໄດ້ຫວັງວ່າ ມັນຈະຖືກແຈກຢາຍອອກໄປ ທົ່ວປະເທດ ເຢຍຣະມັນ ແລະ ກາຍອອກໄປຫາປະເທດອື່ນໆໃນ ຢູໂຣບ. ແຕ່ມາຮອດ ປະຈຸບັນນີ້, ສິ່ງດັ່ງກ່າວບໍ່ໄດ້ ເປັນໄປແນວນັ້ນ.

ອາຈານສອນທີ່ມະຫາວິທະຍາໄລ Dresden ທ່ານ Werner Patzelt ກ່າວວ່າ ມັນມີເຫດຜົນ ທີ່ດີວ່າມັນເປັນຍ້ອນຫຍັງ.

ອາຈານ Werner Patzelt ກ່າວວ່າ “ເພື່ອເຮັດໃຫ້ມັນມີຄວາມກະຈ່າງແຈ້ງຂຶ້ນ, ຂະບວນການ PEGIDA ແມ່ນໄດ້ຮັບຄວາມສຳເລັດຫຼາຍກວ່າທີ່ເຄີຍມີມາ, ພຽງແຕ່ ພາຍໃຕ້ການໝາຍກາທີ່ ຕ່າງກັນ. ຍ້ອນວ່າ AfD ແມ່ນ PEGIDA. AfD ແມ່ນ PEGIDA ຄືກັບພັກການເມືອງໜຶ່ງ.”

AfD ເປັນທາງເລືອກໃໝ່ສຳລັບພັກການເມືອງ ເຢຍຣະມັນ, ມັນອາດກາຍເປັນພັກ ການເມືອງ ທີ່ໃຫຍ່ທີ່ສຸດເປັນອັນດັບສາມ ໃນການເລືອກຕັ້ງທີ່ມີກຳນົດຈັດຂຶ້ນໃນ ເດືອນກັນຍານີ້. ມັນແມ່ນ ໜຶ່ງ ໃນບັນດາພັກການເມືອງຂວາຈັດ ພັກໜຶ່ງໃນ ຢູໂຣບ ທີ່ສະໜັບສະໜູນບັນຫາ ກ່ຽວກັບ ຄົນເຂົ້າເມືອງ.

ທ່ານ Werner Patzelt ກ່າວວ່າ “ພວກເຮົາຈະບໍ່ສາມາດຢຸດບັນຫາຄົນເຂົ້າເມືອງໄດ້, ພວກ ເຮົາຈະບໍ່ສາມາດຮັບປະກັນໄດ້ວ່າ ມັນຈະມີບາງຢ່າງຄືການແຈກຢາຍຜູ້ຍົກ ຍ້າຍຖິ່ນຖານ ຢ່າງສະໝໍ່າສະເໝີໃນທົ່ວ ຢູໂຣບ. ດັ່ງນັ້ນນີ້ຈຶ່ງແມ່ນບັນຫາທີ່ເປັນ ໝາກຫົວໃຈຂອງຂະບວນ ການປັບຕົວເຂົ້າກັບຊາວ ຢູໂຣບ ແທ້ໆ.”

ແນວໃດກໍຕາມ, ການສຳຫຼວດຄວາມຄິດເຫັນຄັ້ງຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ ການ ສະໜັບ ສະໜູນພັກ AfD ແມ່ນກຳລັງຕົກຕ່ຳລົງ. ບັນດານັກວິເຄາະກ່າວວ່າ ຄວາມບໍ່ ແນ່ນອນທົ່ວໂລກ ເບິ່ງຄືວ່າຈະເຮັດໃຫ້ບັນດາຜູ້ລົງຄະແນນສຽງຊາວ ເຢຍຣະມັນ ພິຈາ ລະນາເອົາບັນຫາຄວາມໝັ້ນຄົງທາງເສດຖະກິດ ມາກ່ອນບັນຫາຄົນເຂົ້າເມືອງ ແລະ ສິ່ງທ້າທາຍຂອງ ເຢຍຣະມັນ ກໍຈະແມ່ນເຮັດໃຫ້ພວກຜູ້ຍົກຍ້າຍຖິ່ນຖານເປັນສ່ວນ ໜຶ່ງຂອງເສດຖະກິດໃນອະນາຄົດດັ່ງກ່າວນັ້ນ.

XS
SM
MD
LG