ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຣັດເຊຍ ສວນສະໜາມ ວັນໄຊຊະນະ ທ່າມກາງ ວິກິດການ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ທະຫານຣັດເຊຍຈຳນວນຫລາຍພັນຄົນ ໄດ້ເຂົ້າຮ່ວມການເດີນ
ສວນສະໜາມປະຈຳປີ ທີ່ຈະຕຸລັດແດງເພື່ອສະເຫຼີມສະຫຼອງວັນ
ໄຊຊະນະດ້ວຍການສະແດງອາວຸດຊະນິດຕ່າງໆຈຳນວນມະຫາ
ສານຂອງຕົນທ່າມກາງຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນໃນຢູເຄຣນ.

ປະທານາທິບໍດີ Vladimir Putin ໄດ້ເບິ່ງການເດີນສວນສະໜາມ
ຈາກບ່ອນນັ່ງຊົມ ຂອງແຂກຜູ້ມີກຽດ ໃນຂະນະທີ່ທະຫານຣັດເຊຍ
ຈຳນວນ 11,000 ຄົນ ທີ່ເຂົ້າຮ່ວມໃນພິທີສວນສະໜາມ ເນື່ອງໃນ
ໂອກາດວັນໄດ້ຮັບໄຊຊະນະໃນສົງຄາມໂລກຄັ້ງທີ 2 ຂອງຣັດເຊຍ ຜ່ານກາຍໄປ.
UKRAINE VO 1st UP
please wait
Embed

No media source currently available

0:00 0:00:54 0:00


ເຂດໄຄຣເມຍຂອງຢູເຄຣນ ຊຶ່ງຣັດເຊຍໄດ້ປະກາດຮວມເຂົ້າເປັນສ່ວນນຶ່ງຂອງຕົນ ໃນເດືອນ ມີນາຜ່ານມານັ້ນ ກໍມີກຳນົດຈະຈັດການສວນສະໜາມຂອງພວກທະຫານ ເພື່ອສະເຫຼີມສະ ຫຼອງການເຂົ້າຢຶດເອົາຂອງຣັດເຊຍ. ສະຫະລັດ ແລະຢູເຄຣນບໍ່ຮັບຮູ້ ການປະກາດຮວມເອົາ ເຂດໄຄຣເມຍ ເຂົ້າເປັນສ່ວນນຶ່ງຂອງຣັດເຊຍແຕຢ່າງໃດ.

ໃນຂະນະດຽວກັນ ພວກແບ່ງແຍກດິນແດນນິຍົມຣັດເຊຍ ໃນເຂດ Donetsk ແລະ Luhansk ທາງພາກຕາເວັນອອກຂອງຢູເຄຣນ ມີແຜນທີ່ຈະດຳເນີນການຕໍ່ໄປ ໃນການລົງປະຊາມະຕິ ໃນວັນອາທິດຈະມານີ້ ເພື່ອປະກາດເອກກະລາດ ຈາກ Kyiv ທັງໆທີ່ໄດ້ມີການຮຽກຮ້ອງຈາກ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຂໍໃຫ້ເລື່ອນ ການລົງປະຊາມະຕິດັ່ງກ່າວ.
CN-Ukraine's Expanding National Guard Includes Kyiv Pro-Western Protesters
please wait

No media source currently available

0:00 0:02:05 0:00

ສື່ມວນຊົນຣັດເຊຍ ໄດ້ອ້າງຄຳເວົ້າຂອງທ່ານ Denis Pushilin ຜູ້ນຳຂອງເຂດທີ່ປະກາດຕົນ ເອງ ເປັນສາທາລະນະລັດປະຊາຊົນ Donetsk ທີ່ກ່າວວ່າການລົງປະຊາມະຕິດັ່ງກ່າວ ຈະ ຖາມປະຊາຊົນວ່າເຫັນດີຫລືຄັດຄ້ານ ກ່ຽວກັບການສະໜັບສະໜຸນຂອງພວກເຂົາເຈົ້າຕໍ່ການ ປະກາດເອກກະລາດ. ປະຊາຊົນໃນເຂດ Luhansk ກໍຈະຖືກຖາມໃນຄຳຖາມແບບດຽວກັນ
ນີ້ ທັງໆທີ່ການຢັ່ງຫາງສຽງ ເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ 70 ເປີເຊັນ ຂອງປະຊາຊົນໃນ ພາກຕາເວັນອອກຂອງຢູເຄຣນ ຕ້ອງການຢາກສືບຕໍ່ ເປັນພາກສ່ວນນຶ່ງຂອງຢູເຄຣນ.

ໃນອີກດ້ານນຶ່ງ ຣັດເຊຍໄດ້ສັ່ງໃຫ້ຢູເຄນ ທີ່ຂາດແຄນພະລັງງານນັ້ນ ຈ່າຍເງິນລ່ວງໜ້າທັງໝົດ ສຳລັບການຊັ່ງຊື້ແກັສທຳມະຊາດຈາກຣັດເຊຍໃນອະນາຄົດ.
Putin Hopes for Chinese Backing in Ukraine Standoff
please wait

No media source currently available

0:00 0:02:58 0:00
XS
SM
MD
LG