ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນ ໃນແຂວງຫຼວງພະບາງ ຕິດຢາບ້າ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຂະນະທີ່ການປາບປາມ ມີປະສິດທິພາບຕ່ຳ


ເຍົາ​ວະ​ຊົນໃນ​ແຂວງຫຼວງ​ພະ​ບາງ ທີ່​ຖືກ​ຈັບ ໃນ​ການ​ພົວ​ພັນ​ກັບ​ຢາ​ບ້າ.
ເຍົາ​ວະ​ຊົນໃນ​ແຂວງຫຼວງ​ພະ​ບາງ ທີ່​ຖືກ​ຈັບ ໃນ​ການ​ພົວ​ພັນ​ກັບ​ຢາ​ບ້າ.

ເຍົາ​ວະ​ຊົນ​ໃນ​ແຂວງ​ຫຼວງ​ພະ​ບາງ ຕິ​ດຢາ​ບ້າ​ເພີ້ມນ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຂະ​ນະ​ທີ່​ການ​ດຳ​
ເນີນ​ມາດ​ຕະ​ການ​ປາບ​ປາມ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ເຊັ່ນ​ດຽວ​ກັບ​ການ​ບຳ​ບັດ​ຜູ້​ຕິດ​ຢາທີ່
​ເຮັດ​ໄດ້​ພຽງ​ການ​ກັກ​ຂັງ​ເທົ່າ​ນັ້ນ ຊຶ່ງ ​ ຊົງ​ລິດ ໂພນ​ເງິນ ມີ​ລາຍງ​ານ​ຈາກ​ບາງກອກ.

ທ່ານ​ວົງ​ສະ​ຫວັນ ເທບ​ພະ​ຈັນ ຮອງ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ຖະ​ແຫຼງຍອມ​ຮັບ​ວ່າ​ການ
​ຊົມ​ໃຊ້​ຢາ​ເສບ​ຕິດ ໃນ​ກຸ່ມ​ເຍົາ​ວະ​ຊົນ​ໃນ​ແຂວງ​ຫຼວງ​ພະ​ບາງ ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່
​ເນື່ອງ ຊຶ່ງ​ຈາກ​ການ​ສຳ​ຫຼວດ​ພົບ​ວ່າ​ມີ​ຫຼາຍກວ່າ 5,000 ຄົນ ທີ່​ຕິດ​ຢາ​ເສບ​ຕິດ ໂດຍ​
ເກີນກວ່າ 80 ເປີ​ເຊັນ ເປັນ​ເຍົາ​ວະ​ຊົນ​ທີ່​ຕິດ​ຢາ​ບ້າ ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ແບ່ງ​ເປັນ​ເຍົາ​
ວະ​ຊົນ​ທີ່​ຕິດ​ຢາ​ຝິ່ນ 15 ເປີ​ເຊັນ ​ແລະ​ຕິດຢາ​ເສບ​ຕິດ​ຊະ​ນິດ​ອື່ນໆ 5 ເປີ​ເຊັນ ຂະ​ນະ
​ທີ່​ການ​ບຳ​ບັດ​ເພື່ອ​ເຮັດ​ໃຫ້​ເຍົາ​ວ​ະ​ຊົນ​ເຫລົ່າ​ນີ້​ຢຸດ​ເຊົາ​ຈາກ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ​
ນັັ້ນ ກໍ​ຍັງ​ບໍ່​ມີ​ປະ​ສິດ​ທິ​ຜົນ ຈຶ່ງ​ເຮັດ​ໃດ້​ພຽງ​ການ​ກັກ​ຂັງ​ເຍົາ​ວະ​ຊົນ​ທີ່​ຕິດ​ຢາ​ໄວ້​ໃນ​ສະ
​ຖານ​ທີ່​ຄຸມ​ຂັງເພື່ອ​ບໍ່​ໃຫ້​ໄປ​ກໍ່​ຄວາມ​ວຸ້ນ​ວາຍ​ຕໍ່​ຄອບ​ຄົວ ແລະ​ໃນ​ສັງ​ຄົມ​ເທົ່າ​ນັ້ນ ດັ່ງ​
ທີ່​ທ່ານ​ວົງ​ສະ​ຫວັນ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ:

“ປັດ​ຈຸ​ບັນ​ນີ້ ທົ່ວ​ແຂວງ​ຫຼວ​ງ​ພະ​ບາງ​ມີ​ເປົ້າ​ໝາຍ​ເສບ​ຢາ​ເສບ​ຕິດ​ປະ​ມານ 5,000
ກວ່າ​ຄົນ ສ່ວນ​ຫຼາຍ​ແມ່ນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນຊຶ່ງກວມ 80 ເປີ​ເຊັນໃນ​ນີ້​ປະ​ມານ
80 ເປີ​ເຊັນ ແມ່ນ​ຕິດ​ຢາ​ບ້າ 15 ເປີ​ເຊັນ ແມ່ນ​ຕິດ​ຢາ​ຝິ່ນ ແລ​ະ​ອີກ 5 ເປີ​ເຊັນ ແມ່ນ
​ຢາ​ເສບ​ຕິດ​ ປະ​ເພ​ດ​ອື່ນໆ ກ​ານ​ບຳ​ບັດ​ປິ່ນ​ປົວ​ຜູ້​ຕິດ​ຢາ​ເສບ​ຕິດ ພວກ​ເຮົາ​ແມ່ນ​ຍັງ​
ເຮັດ​ໄດ້​ນ້ອຍ ສ່ວນ​ຫຼາຍ​ກໍ​ເປັນ​ພຽງ​ແຕ່​ການ​ຮັບ​ເອົາ​ຜູ້ທີ່​ມີ​ອາ​ການ​ຕິດ​ຢາ​ເສບ​ຕິດ
​ໜັກ​ໄປ​ກັກຂັງ​ບໍ​ລິ​ເວນ​ໄວ້ ເພື່ອ​ບໍ່​ໃຫ້​ຜູ້​ກ່ຽວ​ໄປ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ຄອບ​ຄົວ
​ ແລະ​ໃນ​ສັງ​ຄົມ."

ສະ​ພາບ​ການ​ດຽວ​ກັນ​ນີ້​ຍັງ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ບັນ​ດາ​ແຂວງ​ ທີ່ມີ​ການ​ທ່ອງ​ທ່ຽວ​ໄດ້​ຂະ
​ຫຍາຍ​ໂຕ​ເພີ້ມ​ຂຶ້ນ​ດ້ວຍ​ເຊັ່ນ​ກັນ ທັງ​ຍັງ​ເຮັດ​ໃຫ້​ບັນ​ຫາ​ອາດ​ຊະ​ຍາ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​
ຢາ​ເສບ​ຕິດ ​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ມົ້ວ
​ສຸມ​ເສບ​ຢາ ແລະ​ຈັດ​ຕັ້ງ​ເປັນ​ກຸ່ມ​ແກັ່ງ​ຂອງ​ຊາວ​ໜຸ່ມ​ທີ່​ບໍ່​ມີ​ວຽກ​ເຮັດ ແລະ​ບໍ່​ມີ​ໂອ​ກາດ​
ໃນ​ດ້ານ​ການ​ສຶກ​ສາ ໃນ​ຂະ​ນະ​ທີ່​ການ​ປາບປາມ ກໍ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ແລະ​ຍັງ​ຂາດ
​ການ​ຮ່ວມ​ມື​ຈາກ​ສັງ​ຄົມ​ດ້ວຍ ດັ່ງ​ທີ່​ພົນ​ຈັດ​ຕະ​ວາ ບຸບ​ຜາ ສີ​ພົມ​ມາ ຫົວ​ໜ້າ​ກອງ​ບັນ
​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໃນ​ເຂດ​ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

“ການ​ສະ​ກັດ​ກັ້ນ ແລະ​ການ​ຕ້ານ​ການ​ລັກ​ລອບ​ການລຳ​ລຽງ​ຂົນ​ສົ່ງ​ການ​ຄ້າ​ຂອງ​
ຢາ​ເສບ​ຕິດ​ຍັງ​ບໍ່​ທັນ​ໄດ້​ດີ ການ​ປະ​ຕິ​ບັດ​ມາດ​ຕະ​ການ​ທາງ​ດ້ານ​ກົດ​ໝາຍ​ຕໍ່ຜູ້​ກະ​
ທຳ​ຜິດຍັງ​ບໍ່​ທັນ​ເຂັ້​ມງວດ ຍັງ​ມີ​ລັກ​ສະ​ນະ​ບ່ອນ​ເຄັ່ງ​ບ່ອນ​ຍານ ການ​ມີ​ສ່ວນຮ່ວມ
ຂອງ​ສັງ​ຄົມ​ຕໍ່​ບັນ​ຫາ​ນີ້​ຍັງ​ບໍ​ທັນ​ຫຼ​າຍ ພໍ່​ແມ່​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່ສຶກ​ສາ ​
ອົບ​ຮົມ​ລູກ​ຫຼານ​ຂອງ​ຕົນ ພໍ່​ແມ່​ຈຳ​ນວນ​ນຶ່ງ​ປະ​ຖີ້ມ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ກາຍ​ປັນ​
ພາ​ລະຂອງ​ລັດ ແລະ​ສັງ​ຄົມ​ຕ້ອງ​ໄດ້​ແບກ​ຫາມ​ໃນ​ການ​ປິ່ນ​ປົວແລະ​ລ້ຽງ​ລູກ​ຂອງ
​ເຂົາ​ເຈົ້າ​ເຫລົ່າ​ນັ້ນ.”

ໂດຍ​ໃນຊ່ວງ​ປີ 2016 ຫາ 2018 ທາງ​ການ​ລາວ​ຈັບ​ຜູ້​ກະ​ທຳ​ຜິດ​ໄດ້​ຫຼາຍກວ່າ 13,
900 ຄົນ ໃນ​ຈຳ​ນວນ 9,430 ກວ່າ​ຄະ​ດີ ໃນ​ນີ້​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​ຊາວ​ຕ່າງ​ຊາດ​
ຫຼາຍກວ່າ 200 ຄົນ ຊຶ່ງ​ສ່ວນ​ໃຫຍ່ກໍ​ຄື​ຊາວ​ຫວຽດ​ນາມ ແລະ​ຄົນ​ຈີນ ຍຶດ​ຢາ​ບ້າ​ໄດ້ 37
ລ້ານ​ກວ່າເມັດ ເຮ​ໂຣ​ອິນກວ່າ 735 ກິ​ໂລກ​ຣາມ ຍາ​ໄອຊ໌​ເກີນກວ່າ 2 ໂຕນ ກັນ​ຊາ​
ແຫ້ງກວ່າ 6 ໂຕນ ຝິ່ນ 500 ກວ່າ​ກິ​ໂລກ​ຣາມ ໂຄ​ເຄນກວ່າ 8 ກິ​ໂລກ​ຣາມ ສາ​ນ​ເຄ​ມີ
​ທີ່​ນຳ​ໃຊ້​ໃນ​ການ​ຜະ​ລິດຢ​າ​ເສບ​ຕິດ ກວ່າ 10 ໂຕນ ລົດ​ຍົນ 344 ຄັນ ລົດ​ຈັກ 1,335
ຄັນ ອາ​ວຸດ​ປືນແລະ​ອຸບ​ປະ​ກອນ ​ສື່​ສານທັນ​ສະ​ໄໝ ​ໝື່ນກວ່າ​ລາຍ​ການ ທັງ​ຍັງ​ມີ​ປະ
​ຊາ​ຊົນ​ລາວເສບ​ຢາ​ຝິ່ນ​ຫຼາຍ ກວ່າ 65,000 ຄົນ​ອີກ​ດ້ວຍ.

ທາງ​ດ້ານ​ສູນ​ກາງ​ຊ​າວ​ໜຸ່ມປະ​ຕິ​ວັດ​ລາວ ຄາດ​ວ່າ ​ມີ​ເຍົາ​ວະ​ຊົນ​ລ​າວ​ເກີນກວ່າ 400,
000 ຄົນ ທີ່​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຄວາມ​ສ່ຽງ​ສູງທີ່​ຈະ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ ​ເ​ສບ​ຕິດ
ໂດຍ​ສະ​ເພາະ​ແມ່ນ​ການ​ເຂົ້າ​ໄປ​ມີ​ສ່ວນ​ໃນ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ ທີ່​ນຳ​ໄປ​ສູ່
​ການ​ກໍ່​ອາດ​ຊະ​ຍາ​ກຳ​ຮູບ​ແບບ​ອື່ນໆ​ເພີ້ມ​ຂຶ້ນ​ນັບ​ມື້​ນັ້ນ.

ສ່ວນ​ອົງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ​ອາດ​ຊະ​ຍາ​ກຳ​ແຫ່ງ​ສະ​ຫະ​ປະ​ຊາ​ຊາ​ດ
(UNODC) ໄດ້​ຄາດ​ໝາຍ​ວ່າ​ມີ​ການ​ລັກ​ລອບ​ປູກ​ຝິ່ນ​ໃນ​ພະ​ມ້າ 40,000 ກວ່າ​ເຮັກ​ຕ​າ
ໃນ​ໄທ 1,500 ເຮັກ​ຕາ ແລະ​ຢູ່​ໃນ​ລາວ 15,000 ກວ່າ ເຮັກ​ຕາ ທີ່​ປູກ​ໃນ​ແຂວງ​ບໍ່​ແກ້ວ
ຫຼວງ​ນ້ຳ​ທາ ຫຼວງ​ພະ​ບາງ ອຸ​ດົມ​ໄຊ ພົງ​ສາ​ລີ ແລະ​ຫົວ​ພັນ ຊຶ່ງ​ເຮັດ​ໃຫ້​ເຂດ​ສາມ​ຫຼ່ຽມ​
ຄຳ​ ລະ​ຫວ່າງ​ພະ​ມ້າ ລາວ ໄທ ມີ​ຜົ​ນຜະ​ລິດ​ຝິ່ນ​ຮວມ​ກັນ​ເກີນກວ່າ 270 ໂຕນ​ ໃນ​ປີ
2019 ແລະ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນໃນ​ປີ 2020 ຫາກ​ການ​ປາບ​ປາມ​ບໍ່​ມີ​ປະ​ສິດ​ທິ​ພາບ.

XS
SM
MD
LG