ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ​ຕ່າງ​ຊາດ ​ລົງ​ທຶນຫຼາຍກວ່າ 3,500 ລ້ານ​ໂດ​ລາ ​ໃນ​ເຂດ ​ເສດ​ຖະ​ກິດພິ​ເສດ ​ທັງ 12 ແຫ່ງ​ໃນ ລາວ


ແທ່ນ​ສີ​ລາ​ລືກ ມິດ​ຕະ​ພາບ ລາວ-ຈີນ.
ແທ່ນ​ສີ​ລາ​ລືກ ມິດ​ຕະ​ພາບ ລາວ-ຈີນ.

ບໍ​ລິ​ສັດ​ຕ່າງ​ຊາດ 700 ກວ່າ​ລາຍ ​ລົງ​ທຶນຫຼາຍກວ່າ 3,500 ລ້ານ​ໂດ​ລາ​ ໃນ​ເຂດ​ເສດ
​ຖະ​ກິດພິເສດທັງ 12 ແຫ່ງໃນ ລາວ ໂດຍມີມູນຄ່າສົ່ງອອກກວ່າ 1 ຕື້ໂດລາ ແຕ່ມອບ
ພັນທະໃຫ້ລັດຖະບານ ລາວ ພຽງ 36 ລ້ານໂດລາ.

ທ່ານ ສຸ​ພັນ​ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ​ ແລະ ການ​ລົງ​ທຶນ ຖະ
ແຫຼງຢືນຢັນວ່າ ການລົງທຶນໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
ໃນ ລາວ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍໃນປັດຈຸບັນມີບໍລິສັດຕ່າງຊາດ 700 ກວ່າບໍລິ
ສັດທີ່ລົງທຶນຫຼາຍກວ່າ 3,500 ລ້ານໂດລາຢູ່ໃນເຂດເສດຖະກິດພິເສດທັງ 12 ແຫ່ງ
ແລະ ໄດ້ຜະລິດສິນຄ້າສົ່ງອອກໄປຕ່າງປະເທດໄດ້ກວ່າ 1,000 ລ້ານໂດລາ ຫາກແຕ່
ກໍໄດ້ມອບພັນທະໃຫ້ກັບລັດຖະບານ ລາວ ພຽງແຕ່ 36 ລ້ານໂດລາເທົ່ານັ້ນໃນປີ 2018
ທີ່ຜ່ານມາ.

ສ່ວນ​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2019 ກໍ​ປາ​ກົດ​ວ່າ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ 110 ກວ່າ​ລາຍ​ທີ່​
ໄດ້ເຂົ້າມາລົງທຶນໃນເຂດເສດຖະກິດພິເສດທັງ 12 ແຫ່ງໃນ ລາວ ແລະ ເພື່ອຈະດຶງດູດ
ເອົາການລົງທຶນໃຫ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງລັດຖະບານ ລາວ ກໍໄດ້ມີມະຕິຕົກລົງໃຫ້
ດຳເນີນການປັບປຸງກົນໄກບໍລິຫານງານໃນຄວາມຮັບຜິດຊອບຂອງສູນກາງ ແລະ ທ້ອງ
ຖິ່ນໃຫ້ຊັດເຈນຂຶ້ນ ລວມທັງຈະມີການເພີ່ມສິດທິພິເສດດ້ານພາສີອາກອນຕ່າງໆໃຫ້ດີ
ຂຶ້ນ ແລະ ໄດ້ມາດຕະຖານສາກົນຢ່າງແທ້ຈິງອີກດ້ວຍ ໂດຍຈະອອກເປັນດຳລັດຂອງ
ລັດຖະບານ ເພື່ອປະກາດບັງຄັບໃຊ້ໃຫ້ໄວທີ່ສຸດ ດັ່ງທີ່ທ່ານ ສຸພັນ ໃຫ້ການຢືນຢັນວ່າ

"ພວກ​ເຮົາ​ໄດ້​ສະ​ເໜີ​ລັດ​ຖະ​ບານ​ອອກ​ດຳ​ລັດ​ສະ​ບັບ​ໃໝ່ ເອີ້ນ​ວ່າ​ດຳ​ລັດ 188 ກໍ​ໄດ້​ປັບ
ປຸງກົນໄກການລົງທຶນຢູ່ເຂດເສດຖະກິດພິເສດນີ້ດີຂຶ້ນກວ່າເກົ່າ ມີນະໂຍບາຍົກເວັ້ນ
ພາສີອາກອນ ນະໂຍບາຍອື່ນໆທີ່ເອື້ອອຳນວຍກວ່າເກົ່າ ໄລຍະປອດພາສີ ໄລຍະ
ປອດອາກອນກຳໄລ ການນຳເຂົ້າອຸປະກອນ-ວັດຖຸດິບ ພວກເຮົາກະມີການປັບປຸງໃນ
ການແບ່ງຂັ້ນລະຫວ່າງສູນກາງ-ທ້ອງຖິ່ນ ເຮັດໃຫ້ສະດວກຂຶ້ນ."

ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ທີ່​ແຂ​ວງບໍ່​ແກ້ວ​ ຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ
ຈີນ ມີບໍລິສັດຕ່າງຊາດເຂົ້າມາລົງທຶນ 147 ລາຍ, ເຂດເສດຖະກິດສະເພາະ ບໍ່ເຕັນ
ແດນງາມ ຢູ່ແຂວງຫຼວງນ້ຳທາ ກໍມີບໍລິສັດ ຈີນ ເຂົ້າມາລົງທຶນແລ້ວ 128 ລາຍ, ເຂດ
ເສດຖະກິດພິເສດສະຫວັນ-ເຊໂນ ຢູ່ແຂວງສະຫວັດນະເຂດ ກໍມີບໍລິສັດຕ່າງຊາດເຂົ້າ
ມາລົງທຶນແລ້ວ 117 ລາຍ, ເຂດກວມລວມໄຊເສດຖານະຄອນຫຼວງວຽງຈັນມີ​ບໍ​ລິ​ສັດ​
ຈີນ 48 ລາຍ, ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ 47 ລາຍ, ເຂດ
ເສດຖະກິດພິເສດຈຳປາສັກ 33 ລາຍ ແລະ ເຂດອື່ນໆ 73 ລາຍ ຊຶ່ງເຮັດໃຫ້ລັດຖະ
ບານ ລາວ ມີລາຍຮັບຈາກພັນທະ ແລະ ອາກອນຕ່າງໆ ເພີ່ມ​ຂຶ້ນ​ຈາກ 13 ລ້ານ​ໂດ​ລາ​
ໃນປີ 2017 ເປັນ 36 ລ້ານໂດລາໃນປີ 2018.

ແຕ່​ຢ່າງ​ໃດ​ກໍ​ຕາມ ກະ​ຊວງ​ການ​ເງິນ​ຂອງ ສະ​ຫະ​ລັດ ອາ​ເມ​ຣິ​ກາ ກໍ​ໄດ້​ຂຶ້ນ​ບັນ​ຊີ​ດຳ
ແລະ ຖືວ່າທ້າວ ຈ້າວ ເຫວີ່ຍ ປະທານບໍລິສັດດອກງິ້ວຄຳ ຜູ້ລົງທຶນໃນເຂດເສດຖະກິດ
ພິເສດສາມຫຼ່ຽມຄຳ ຢູ່ແຂວງບໍ່ແກ້ວນັ້ນ ເປັນອາຊະຍາກອນ ທີ່ກ່ຽວຂ້ອງໃນການຄ້າຢາ
ເສບຕິດ, ການຄ້າມະນຸດ, ການຟອກເງິນ, ການຄ້າສັດປ່າຂ້າມຊາດນັບແຕ່ເດືອນມັງ
ກອນ 2018, ຊຶ່ງທ້າວ ຈ້າວ ເຫວີ່ຍ ກໍໄດ້ໃປະຕິເສດຕໍ່ທຸກຂໍ້ກ່າວຫາ ແລະ ຕອບໂຕ້ວ່າ
ເປັນການກ່າວຫາທີ່ບໍ່ຍຸຕິທຳ ຈຶ່ງບໍ່ສົ່ງຜົນກະທົບຕໍ່ແຜນການພັດທະນາເສດຖະກິດພິ
ເສດສາມຫຼ່ຽມຄຳທີ່ເປັນການລົງທຶນຢ່າງຖືກຕ້ອງຕາມກົດໝາຍໃນ ລາວ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​
ເງິນ ຢືນຢັນວ່າລັດຖະບານ ລາວ ໄດ້ພັດທະນາປັບປຸງລະບຽບກົດໝາຍຕ່າງໆ ເພື່ອ
ອຳນວຍຄວາມສະດວກໃຫ້ການລົງທຶນຂອງຕ່າງປະເທດໃນ ລາວ ທີ່ເພີ່ມຂຶ້ນນັບມື້
ໂດຍສະເພາະແມ່ນການລົງທຶນຂອງກຸ່ມທຸລະກິດຈາກ ຈີນ ນັ້ນຖືເປັນເປົ້າໝາຍບູລິ
ມະສິດທີ່ລັດຖະບານ ລາວ ຢາກໃຫ້ເຂົ້າມາລົງທຶນໃນ ລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ
ທັງນີ້ ລາວ-ຈີນ ເປັນຫຸ້ນສ່ວນຍຸດທະສາດການພັດທະນາຢ່າງຮອບດ້ານ ນັບແຕ່ປີ
2009 ເປັນຕົ້ນມາ ພາຍໃຕ້ຫຼັກການເປັນມິດທີ່ດີ ສະຫາຍທີ່ດີ ຄູ່ຮ່ວມມື ແລະ ພັດທະ
ນາທີ່ດີ.

ໃນ​ປັດ​ຈຸ​ບັນ​ນີ້ ຈີນ ເປັນ​ຜູ້​ລົງ​ທຶນ​ອັນ​ດັບ 1 ໃນ ລາວ, ມີ​ມູນ​ຄ່າ​ການ​ລົງ​ທຶນຫຼາຍກວ່າ
11,000 ລ້ານໂດລາໃນ 777 ໂຄງການທີ່ເນັ້ນໜັກທັງໃນດ້ານພະລັງງານ ຂຸດຄົ້ນແຮ່
ທາດ ກະສິກຳ ແລະ ການພັດທະນາພື້ນຖານໂຄງລ່າງໃນ ລາວ ທັງນີ້ຍັງບໍ່ລວມເຖິງ
ການລົງທຶນພັດທະນາເຂດເສດຖະກິດໃໝ່ ສີ່ພັນດອນ ຂອງກຸ່ມບໍລິສັດ Guang
Dong Yellow Stone ທີ່ມີມູນຄ່າລວມເຖິງ 10,000 ລ້ານໂດລາ ບົນພື້ນທີ່ສຳປະ
ທານ 9,846 ເຮັກຕາໃນເຂດສີ່ພັນດອນ-ຄອນພະເພັງ ທີ່ເມືອງໂຂງ ໃນແຂວງຈຳປາ
ສັກ.

XS
SM
MD
LG