ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຫຼາຍກວ່າ 628,000 ຄອບຄົວ ຈະຖືກຕັດສິດຄອບຄອງທີ່ດິນ


ພື້ນທີ່ດິນໃນຂົງເຂດຫ່າງໄກສອກຫຼີກຂອງ ສປປ ລາວ.
ພື້ນທີ່ດິນໃນຂົງເຂດຫ່າງໄກສອກຫຼີກຂອງ ສປປ ລາວ.

ປະຊາຊົນລາວຫຼາຍກວ່າ 628,000 ຄອບຄົວ ຈະຖືກຕັດສິດຄອບຄອງທີ່ດິນ ເພາະເປັນທີ່ດິນຢູ່ໃນເຂດປ່າສະຫງວນ ໃນຂະນະທີ່ນັກທຸລະກິດຈີນ ຍັງໄດ້ຮັບອະນຸຍາດສໍາປະທານທີ່ດິນໃນລາວເພີ້ມຂຶ້ນນັບມື້. ຊົງຣິດ ໂພນເງິນ, ມີລາຍງານຈາກບາງກອກ.

ທ່ານນາງບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຖະແຫຼງຢືນຢັນວ່າ ໃນປັດຈຸບັນມີປະຊາຊົນລາວຫຼາຍກວ່າ 628,000 ຄອບຄົວ ທີ່ຄອບຄອງທີ່ດິນ ທີ່ຢູ່ໃນເຂດປ່າສະຫງວນຂອງລັດ ເຊິ່ງຈະຕ້ອງຖືກຕັດສິນຄອບຄອງ ແລະຍົກຍ້າຍອອກຈາກທີ່ດິນດັ່ງກ່າວ ໄປຢູ່ໃນເຂດຈັດສັນໃໝ່ ແຕ່ຍັງບໍ່ສາມາດກໍານົດການຍົກຍ້າຍທີ່ຄັກແນ່ໄດ້ ໃນເວລານີ້ ເນື່ອງຈາກລັດຖະບານລາວຍັງບໍ່ມີງົບປະມານສະໜັບສະໜຸນ ຈຶ່ງຕ້ອງລໍຄອຍການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ເຊັ່ນດຽວກັບການອອກໃບຕາດິນໃຫ້ແກ່ປະຊາຊົນລາວທີ່ປະຕິບັດໄດ້ພຽງ 10 ເປີເຊັນຂອງແຜນການປີ 2023 ທັງຍັງມີປະຊາຊົນໃນ 2,177 ບ້ານທີ່ຢູ່ໃນເຂດລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ອັນໄດ້ເຮັດໃຫ້ບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນໄດ້ເຊັ່ນກັນ, ດັ່ງທີ່ ທ່ານນາງບຸນຄໍາ ໄດ້ໃຫ້ການຢືນຢັນວ່າ:

“ປັດຈຸບັນ ພວມສືບຕໍ່ສຸມໃສ່ການອອກໃບຕາດິນໃຫ້ໄດ້ 4 ແສນກວ່າຕອນ ສໍາລັບປີ 2023, ການຈັດຕັ້ງປະຕິບັດໂຕຈິງ ຈັດຕັ້ງໄດ້ພຽງ 10 ເປີເຊັນຂອງແຜນການການຂຶ້ນທະບຽນອອກໃບຕາດິນໃນເຂດທີ່ດິນປ່າໄມ້ ຈາກການສັງລວມເບື້ອງຕົ້ນມີພຽງ 32 ເມືອງ 610 ບ້ານ ທີ່ຕັ້ງຢູ່ເຂດປ່າໄມ້ ແລະມີສໍາມະໂນຕອນດິນຈໍານວນ 628,000 ຕອນ, ມີຫຼາຍບ້ານຕັ້ງຢູ່ເຂດສະຫງວນທາງບົກ ແລະທາງນໍ້າ ແລະເຂດທີ່ມີລະເບີດບໍ່ທັນແຕກ ມີປະມານ 2,177 ບ້ານ.”ແຕ່ແນວໃດກໍຕາມ, ການກວດກາສໍາປະທານທີ່ດິນ ໃນທົ່ວປະເທດນັບຈາກເດືອນມັງກອນ 2023 ເປັນຕົ້ນມາ ເຊິ່ງສາມາດດໍາເນີນການກວດກາໄດ້ພຽງ 460 ກວ່າໂຄງການ ໂດຍຄິດເປັນ 20.7 ເປີເຊັນຂອງສໍາປະທານທັງໝົດ 2,223 ໂຄງການໃນທົ່ວປະເທດລາວກໍພົບວ່າ ການອະນຸຍາດໃຫ້ສໍາປະທານທີ່ດິນສ່ວນຫຼາຍ ບໍ່ໄດ້ປະຕິບັດຕາມກົດໝາຍສົ່ງເສີມການລົງທຶນແນວໃດ ແຕ່ວ່າເປັນການສວຍໃຊ້ອໍານາດເພື່ອສະແຫວງຫາຜົນປະໂຫຍດຂອງພະນັກງານລັດທີ່ກ່ຽວຂ້ອງໃນທຸກຂັ້ນເປັນດ້ານຫຼັກ ອັນເຮັດໃຫ້ເກີດເປັນການຂັດແຍ້ງຢ່າງກວ້າງຂວາງກ່ຽວກັບສິນໃນການຖືຄອງທີ່ດິນ ລະຫວ່າງປະຊາຊົນລາວກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ ໂດຍສະເພາະແມ່ນບັນດາບໍລິສັດຈີນທີ່ໄດ້ຮັບສໍາປະທານທີ່ດິນໃນລາວຫຼາຍທີ່ສຸດນັ້ນກໍຄື ພາກສ່ວນທີ່ຂັດແຍ້ງກັບປະຊາຊົນລາວຫຼາຍທີ່ສຸດ ເພາະປະຊາຊົນທີ່ຖືກເວນຄືນທີ່ດິນບໍ່ໄດ້ຮັບການຊົດເຊີຍຢ່າງຍຸຕິທໍາ, ດັ່ງທີ່ເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດ ໄດ້ໃຫ້ການຢືນຢັນວ່າ:

“ໃນປັດຈຸບັນນີ້ ນັກລົງທຶນຂອງພາກເອກະຊົນທັງພາຍໃນ ແລະຕ່າງປະເທດແມ່ນລ້ວນແຕ່ເຫັນວ່າ ມີບັນຫາ ບາງບ່ອນກະເກີດມີການທັບຊ້ອນເນື້ອທີ່ ມີບັນຫາຂັດແຍ້ງເກີດຂຶ້ນ, ບາງບ່ອນກະແຕະຕ້ອງ ເຖິງບັນຫາການຜະລິດຂອງ ພໍ່ແມ່ປະຊາ ຊົນບັນດາເຜົ່າ, ຫຼາຍໂຄງການກະບໍ່ປະຕິບັດຕາມເນື້ອໃນສັນຍາ ບໍ່ໄປຕາມກົດໝາຍ ໂດຍສະເພາະແມ່ນບັນຫາການຊໍາລະສະສາງ ບັນຫາເຊົ່າ-ສໍາປະທານທີ່ດິນໃຫ້ແກ່ລັດ ຍິ່ງໄປກວ່ານັ້ນ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ໃນເຂດໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດ ບໍ່ໄດ້ຮັບການພັດທະນາ ເຫັນວ່າຊີວິດການເປັນຢູ່ຂອງປະຊາ ຊົນຖືວ່າບໍ່ມີການຫັນປ່ຽນ.”

ໂດຍອີງຕາມລາຍງານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມລະບຸວ່າ ທາງການລາວໄດ້ອະນຸຍາດໃຫ້ສໍາປະທານທີ່ດິນເພື່ອການຜະລິດດ້ານກະສິກໍາໄປແລ້ວຈໍານວນ 2,223 ໂຄງການ ທີ່ມີພື້ນທີ່ລວມກວ່າ 11 ລ້ານເຮັກຕ້າ ແຕ່ມີການໃຊ້ທີ່ດິນໂຕຈິງ 6 ແສນກວ່າເຮັກຕ້າ ຫຼື 5 ເປີເຊັນເທົ່ານັ້ນທີ່ສໍາປະທານທັງໝົດ ສ່ວນສາເຫດສໍາຄັນທີ່ເຮັດໃຫ້ເກີດການຂັດແຍ້ງກັນຢ່າງກວ້າງ ຂວາງໃນສັງຄົມລາວນັ້ນ ເພາະວ່າພະນັກງານລັດໄດ້ໃຊ້ອໍານາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນໄປສົ່ງມອບໃຫ້ກັບນັກລົງທຶນ ໂດຍໄດ້ຮັບຜົນຕອບແທນເປັນການສ່ວນໂຕ, ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນ ຊໍ້າພັດໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມື່ອສົມທຽບກັບລາຄາທີ່ດິນໂຕຈິງນັ້ນ ຈຶ່ງເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ຮ້ອງຮຽນຕໍ່ຄະນະປະຈໍາສະພາແຫ່ງຊາດເປັນຈໍານວນຫຼາຍ ແຕ່ກໍປາກົດວ່າລັດຖະບານລາວ ຍັງສາມາດດໍາເນີນມາດຕະ ການແກ້ໄຂບັນຫາໄດ້ຈໍາຈໍາກັດຢູ່.

ໂດຍນາຍົກລັດຖະມົນຕີລາວໄດ້ມີຄໍາສັ່ງໄປເຖິງພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ດໍາເນີນມາດຕະການກວດກາສໍາປະທານທີ່ດິນ ໄດ້ພຽງແຕ່ 101 ໂຄງການເທົ່ານັ້ນ ຈາກທັງໝົດ 2,223 ໂຄງການ ເຊິ່ງໃນນີ້ ເກີນກວ່າ 1,700 ໂຄງການ ເປັນສໍາປະທານທີ່ດິນ ຂອງບັນດາບໍລິສັດເອກະຊົນຈາກຈີນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG