ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຫຼາຍກວ່າ 60,000 ຄົນໃນ 240 ກວ່າບ້ານ ຖືກກະທົບ ຈາກການກໍ່ສ້າງ ເຂື່ອນໄຟຟ້າ ໃນລາວ


ເຮືອນຫຼັງໃໝ່ທີ່ ທາງຜູ້ຮັບເໝົາໂຄງການ ໄດ້ມອບໃຫ້ແກ່ ຜູ້ໄດ້ຮັບເຄາະຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ
ເຮືອນຫຼັງໃໝ່ທີ່ ທາງຜູ້ຮັບເໝົາໂຄງການ ໄດ້ມອບໃຫ້ແກ່ ຜູ້ໄດ້ຮັບເຄາະຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ

ປະຊາຊົນຫຼາຍກວ່າ 60,000 ຄົນໃນ 240 ກວ່າບ້ານຖືກກະທົບ ຈາກການກໍ່ສ້າງ
ເຂື່ອນໄຟຟ້າໃນລາວ ໃນໄລຍະທີ່ຜ່ານມາ ໂດຍບັນດາຜູ້ລົງທຶນ ໄດ້ນຳໃຊ້ເງິນຊົດເຊີຍ
ຜົນເສຍຫາຍໄປເກີນກວ່າ 500 ລ້ານໂດລາ.

ເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການແມ່ນ້ຳຂອງ (Mekong River Commission-
CRC) ເປີດເຜີຍວ່າ ການກໍ່ສ້າງເຂື່ອນໄຟຟ້າໃນລາວ ໃນໄລຍະທີ່ຜ່ານມາ ໄດ້ສົ່ງຜົນ
ກະທົບ ແລະເຮັດໃຫ້ຕ້ອງດຳເນີນການຍົກຍ້າຍປະຊາຊົນລາວ 60,000 ກວ່າຄົນ ຫຼື
12,000 ກວ່າຄອບຄົວ ໃນ 240 ກວ່າບ້ານໄປຢູ່ເຂດຈັດສັນໃໝ່ ໂດຍບັນດານັກລົງທຶນ
ໃນໂຄງການຕ່າງໆ ໄດ້ນຳໃຊ້ເງິນໄປເກີນກວ່າ 500 ລ້ານໂດລາ ເພື່ອໃຫ້ການຊົດເຊີຍ
ຄ່າເສຍຫາຍ ແລະພັດທະນາທີ່ຢູ່ອາໄສໃໝ່ ໃຫ້ກັບປະຊາຊົນທີ່ຖືກກະທົບດັ່ງກ່າວ.

ເຮືອນຫຼັງໃໝ່ ທີ່ເຈົ້າຂອງໂຄງການ ກໍ່ສ້າງເຂື່ອນໄຟຟ້າ ໄດ້ຊົດເຊີຍໃຫ້ແກ່ ຜູ້ທີ່ໄດ້ຮັບຜົນກະທົບ ໃນແຂວງໄຊຍະບູລີ
ເຮືອນຫຼັງໃໝ່ ທີ່ເຈົ້າຂອງໂຄງການ ກໍ່ສ້າງເຂື່ອນໄຟຟ້າ ໄດ້ຊົດເຊີຍໃຫ້ແກ່ ຜູ້ທີ່ໄດ້ຮັບຜົນກະທົບ ໃນແຂວງໄຊຍະບູລີ

ໂດຍເຂື່ອນໄຟຟ້ານ້ຳທາ 1 ຖືເປັນໂຄງການທີ່ສົ່ງຜົນກະທົບຕໍ່ປະຊາຊົນລາວ ຫຼາຍກວ່າ
2,000 ຄອບຄົວໃນ 37 ບ້ານໃນແຂວງຫລວງນ້ຳທາ ແລະບໍ່ແກ້ວ ຕິດຕາມດ້ວຍເຂື່ອນ
ນ້ຳເທີນ 2 ກະທົບຕໍ່ປະຊາຊົນ 1,200 ກວ່າຄອບຄົວ ໃນ 16 ບ້ານ ໃນແຂວງຄຳມ່ວນ
ແລະບໍລິຄຳໄຊ ເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ກະທົບຕໍ່ປະຊາຊົນ 890 ກວ່າ
ຄອບຄົວໃນ 15 ບ້ານ ໃນແຂວງຫລວງພະບາງ ແລະໄຊຍະບູລີ ແລະເຂື່ອນນ້ຳເທີນ-
ຫິນບູນ (ພາກຂະຫຍາຍ) ກະທົບປະຊາຊົນ 800 ກວ່າຄອບຄົວໃນ 12 ບ້ານ ໃນແຂວງ
ບໍລິຄຳໄຊ ແລະຄຳມ່ວນ ຊຶ່ງທຸກໂຄງການທີ່ສົ່ງຜົນກະທົບ ກໍໄດ້ໃຫ້ການຊົດເຊີຍແກ່
ປະຊາຊົນ ຕາມລະບຽບກົດໝາຍໃນລາວ ດັ່ງທີ່ທ່ານຄຳມະນີ ອິນທິລາດ ລັດຖະມົນຕີ
ວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືຢັນວ່າ:

“ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະເອົາໃຈໃສ່ເປັນພິເສດຕໍ່ວຽກງານດັ່ງກ່າວ
ໂດຍໄດ້ປະກາດໃຂ້ກົດໝາຍ ດຳຣັດ ຂໍ້ແນະນຳຕ່າງໆ ທີ່ໄດ້ກຳນົດມາດຕະຖານ
ແລະລະດັບຄາດໝາຍໄວ້ ຢ່າງລະອຽດເພື່ອຮັບປະກັນໃຫ້ປະຊາຊົນ ທີ່ຖືກຜົນ
ກະທົບ ໄດ້ຮັບການຊ່ອຍເຫຼືອ ໄດ້ຮັບການແກ້ໄຂຢ່າງເໝາະສົມ ໂດຍມີຄາດໝາຍ
ທີ່ສຳຄັນ ແມ່ນຕ້ອງເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຍົກຍ້າຍໃຫ້ດີຂຶ້ນ
ກວ່າລະດັບຊີວິດການເປັນຢູ່ທີ່ຢູ່ເດີມຂອງເຂົາເຈົ້າ ແລະຕ້ອງມີລັກສະນະຍືນຍົງ
ອີກດ້ວຍ.”

ແຕ່ຢ່າງໃດກໍຕາມ ກໍມີລາຍງານວ່າ ປະຊາຊົນໃນແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບ
ຈາກໂຄງການເຂື່ອນໄຟຟ້ານ້ຳອູ 4 ແລະ 7 ຍັງປະເຊີນກັບບັນຫາຫຍຸ້ງຍາກ ໃນຊີວິດ
ປະຈຳວັນຫຼາຍຂຶ້ນນັບມື້ ເຖິງແມ່ນວ່າ ຈະໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະທີ່ທຳກິນ
ຈາກກຸ່ມຜູ້ລົງທຶນໃນໂຄງການກໍຕາມ ຫາກແຕ່ພວກເຂົາເຈົ້າ ກໍຍັງບໍ່ມີຄວາມໝັ້ນຄົງ
ໃນຊີວິດແຕ່ຢ່າງໃດ ເພາະພວກເຂົາເຈົ້າ ຍັງບໍ່ມີເງື່ອນໄຂສະດວກໃນການຜະລິດຕ່າງໆ
ໃນທີ່ດິນທີ່ໄດ້ຮັບການຈັດສັນ ຈາກຜູ້ລົງທຶນໃນໂຄງການນັ້ນເອງ.

ທັງນີ້ ທ່ານຄຳມະນີ ຍອມຮັບວ່າ ຈາກການເກັບກຳຂໍ້ມູນກ່ຽວກັບປະຊາຊົນ ທີ່ໄດ້ຮັບຜົນ
ກະທົບຈາກໂຄງການເຂື່ອນນ້ຳອູໃນໄລຍະຜ່ານມານັ້ນ ຍັງເຮັດໄດ້ບໍ່ດີ ໂດຍສະເພາະ
ແມ່ນການປະເມີນຄ່າເສຍຫາຍ ທີ່ຈະຕ້ອງຊົດເຊີຍໃຫ້ປະຊາຊົນທີ່ຖືກເວນຄືນທີ່ດິນ
ແລະສິ່ງປູກສ້າງນັ້ນ ຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດ ເພາະຍັງມີຫາງສຽງ ຈາກ
ປະຊາຊົນທີ່ຖືກກະທົບວ່າ ພວກເຂົາເຈົ້າໄດ້ຮັບການຊົດເຊຍທີ່ບໍ່ເປັນທຳ ຈຶ່ງເຮັດໃຫ້
ກະຊວງພະລັງງານ ແລະບໍ່ແຮ່ ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງນັ້ນ
ຈະຕ້ອງຮ່ວມກັນປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມລະບຽບກົດໝາຍຕໍ່ໄປ.

ໂດຍຈາກການສຳຫຼວດ ແລະເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ ພົບວ່າ ມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນໃນ 28 ບ້ານທີ່ຖືກກະທົບ ຈາກ
ເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງທີ່ຜ່ານມາ ກໍມີລາຍງານວ່າ ກຸ່ມຜູ້ລົງທຶນໃນ
ໂຄງການ ໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງໃຫ້ກັບປະຊາຊົນລາວ ທີ່ຖືກກະທົບຈາກໂຄງການເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການສຳຫຼວດ
ແລະ ເກັບກຳຂໍ້ມູນໂດຍອົງການແມ່ນ້ຳສາກົນ (International Rivers) ກັບພົບວ່າ
ຈະມີປະຊາຊົນລາວໃນ 89 ບ້ານທັງໃນແຂວງຜົ້ງສາລີ ອຸດົມໄຊ ແລະຫລວງພະບາງ
ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນ້ຳອູນັ້ນ ສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດ
ເຊີຍແຕ່ຢ່າງໃດ.

ທາງດ້ານາກຸ່ມບໍລິສັດ Power China ຈຳກັດຈາກຈີນ ລາຍງານວ່າ ການກໍ່ສ້າງເຂື່ອນ
ໄຟຟ້ານ້ຳອູ ທັງ 7 ໂຄງການ ຈະແລ້ວເສັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານໂດລາ ໂດຍທັງ 7 ໂຄງການ ຈະມີກຳລັງຕິດຕັ້ງລວມ 1,272 ເມກາວັດ
ໂດຍຈະຂາຍໃຫ້ລັດວິສາຫະກິດ ໄຟຟ້າລາວ (EDL) ໃນຕະຫຼອດໄລຍະສຳປະທານ
29 ປີ ນັບຈາກປີທີ່ກໍ່ສ້າງແລ້ວເສັດເປັນຕົ້ນໄປ ໂດຍມາເຖິງປັດຈຸບັນ ກໍໄດ້ກໍ່ສ້າງເສັດ
ແລ້ວ 3 ໂຄງການຄືເຂື່ອນນ້ຳອູ 2, 5 ແລະ 6 ສ່ວນເຂື່ອນນ້ຳອູ 1, 3, 4 ແລະ 7 ກໍຈະ
ກໍ່ສ້າງໃຫ້ແລ້ວເສັດໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນນ້ຳອູ ທັງ 7 ໂຄງການຜະລິດ
ໄຟຟ້າໄດ້ກວ່າ 2,590 ລ້ານກິໂລວັດ/ໂມງຕໍ່ປີ.

XS
SM
MD
LG