ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ພວກປະທ້ວງຊາວໄທ ຫຼາຍກວ່າ 100 ຄົນຖືກຕັ້ງຂໍ້ຫາດູໝິ່ນກະສັດ ໃນລະຫວ່າງ ການເດີນຂະບວນປະທ້ວງ ເມື່ອປີກາຍນີ້


ຕຳຫຼວດປາບຈະລາຈົນ ຍິງແກັສນ້ຳຕາເຂົ້າໃສ່ພວກປະທ້ວງ ທີ່ກຳລັງເດີນຂະບວນໄປຍັງຫໍລັດຖະສະພາ ໃນບາງກອກ, ປະເທດໄທ ເມື່ອວັນອາທິດ ທີ 18 ກໍລິກົດ 2021.

ພວກປະທ້ວງຫຼາຍກວ່າ 100 ຄົນໄດ້ຖືກແຈ້ງຂໍ້ຫາພາຍໃຕ້ກົດໝາຍວ່າດ້ວຍການດູໝິ່ນຣາຊະວົງໄທ ນັບຕັ້ງແຕ່ທ້າຍເດືອນກໍລິກົດເປັນຕົ້ນມາ ເມື່ອການໂຮມຊຸມນຸມໃນທົ່ວຣາຊະອານາຈັກແຫ່ງນີ້ ໄດ້ເລີ້ມຂຶ້ນເພື່ອຮຽກຮ້ອງໃຫ້ປະຕິຮູບສະຖາບັນກະສັດທີ່ບໍ່ສາມາດລ່ວງລະເມີດໄດ້ ອີງຕາມທະນາຍຄວາມຄົນນຶ່ງທີ່ເປັນຜູ້ຕາງໜ້າໃຫ້ແກ່ພວກນັກເຄື່ອນໄຫວ ແລະອີງຕາມການຄິດໄລ່ ຂອງອົງການຂ່າວຝຣັ່ງ ຫຼື AFP ທີ່ໄດ້ສະແດງໃຫ້ເຫັນ ໃນວັນອັງຄານວານນີ້.

ຂະບວນການດັ່ງກ່າວທີ່ນຳພາໂດຍພວກໄວໜຸ່ມເປັນສ່ວນໃຫຍ່ ໄດ້ເລີ້ມຕົ້ນຂຶ້ນເມື່ອລະດູຮ້ອນປີກາຍນີ້ ໂດຍໄດ້ຮັບແຮງໜູນຫຼັງຈາກຄວາມບໍ່ພໍໃຈກັບລັດຖະບານນາຍົກລັດຖະມົນຕີໄທ ທ່ານ ປຣາຍຸດ ຈັນໂອຊາ ຊຶ່ງເປັນອະດີດຜູ້ບັນຊາການທະຫານ ຜູ້ທີ່ໄດ້ເຂົ້າມາກຳອຳນາດຄັ້ງທຳອິດໃນການກໍ່ລັດຖະປະຫານໃນປີ 2014.

ໜຶ່ງປີນັບຕັ້ງແຕ່ການໂຮມຊຸມນຸມທັງຫຼາຍໄດ້ເລີ້ມຕົ້ນຂຶ້ນ ພວກປະທ້ວງ 110 ຄົນ ໄດ້ຖືກແຈ້ງຂໍ້ຫາພາຍໃຕ້ກົດໝາຍວ່າດ້ວຍການດູໝິ່ນຣາຊະວົງ ສຳລັບບົດບາດຂອງພວກເຂົາໃນການເຄື່ອນໄຫວ ຊຶ່ງເປັນການຮຽກຮ້ອງໃຫ້ທ່ານປຣາຍຸດ ຈັນໂອຊາ ລົງຈາກຕຳແໜ່ງ ໃຫ້ຂຽນລັດຖະທຳມະນູນສະບັບຂອງທະຫານຄືນໃໝ່ ແລະໃຫ້ປະຕິຮູບສະຖາບັນກະສັດ. ໃນຈຸດສູງສຸດຂອງການໂຮມຊຸມນຸມຂອງພວກເຂົານັ້ນ ການປະທ້ວງໄດ້ດຶງດູດເອົາຜູ້ຄົນອອກມາຕາມຖະໜົນຫົນທາງຫຼາຍສິບພັນຄົນ.

ຜູ້ນຳທີ່ສຳຄັນ ທ້າວປາຣິດ ຊີວາຣັກ ທີ່ຮູ້ຈັກກັນດີຄື “ເຜັ່ນກວິ້ນ” ເປັນຜູ້ໄດ້ຖືກແຈ້ງຂໍ້ຫາປະມານ 20 ກະໂທງຊຶ່ງຫຼາຍເປັນປະຫວັດການ ໃນຂະນະທີ່ພວກປະທ້ວງຢ່າງໜ້ອຍອີກແປດຄົນ ຊຶ່ງທັງໝົດນີ້ ມີອາຍຸຕ່ຳກວ່າ 18 ປີ ແມ່ນຍັງປະເຊີນກັບຂໍ້ກ່າວຫາຫຼາຍກະໂທງເຊັ່ນກັນ.

ຖ້າຖືກພົບເຫັນວ່າມີຄວາມຜິດ ພວກເຂົາກໍຈະປະເຊີນກັບໂທດຈຳຄຸກ 3 ຫາ 15 ປີ ໃນແຕ່ລະຂໍ້ກ່າວຫາ.

“ມັນເປັນກົດໝາຍທີ່ເຂັ້ມງວດ. ການລົງໂທດສໍາລັບການດູໝິ່ນກະສັດ ສາມາດເຮັດໄດ້ ແຕ່ມັນກໍຕ້ອງສົມເຫດສົມຜົນ” ນັ້ນແມ່ນຄຳເວົ້າຂອງທະນາຍຄວາມທ່ານກຣິສະດາງ ນຸດຈະຣັດ ຊຶ່ງເປັນຜູ້ຕາງໜ້າໃຫ້ພວກປະທ້ວງ ແລະມີປະຫວັດໃນການຕໍ່ສູ້ຄະດີກົດໝາຍດູໝິ່ນກະສັດ ທີ່ໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG