ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຊາວອາເມຣິກາໃຕ້ ເດີນທາງມາເຖິງຊາຍແດນ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ຫຼາຍຂຶ້ນນັບມື້


ທ້າວອາດີມາຣ ເດີ ຄາວາຣໂຮ ຊີລຫາ, ພັນລະຍາຂອງລາວ ນາງມາເຣຍ ອາປາເຣຊີດາ ຄາວາຣໂຮ ຊີລຫາ ແລະລູກສາວຂອງພວກເຂົາ, ແມ່ນຄອບຄົວຊາວບຣາຊີລ ໄດ້ຖືກສົ່ງໄປຍັງສະຖານທີ່ພັກຊົ່ວຄາວ ໃນເມືອງ ຊີອູດາດ ຮົວເຣັສ ຂະນະທີລໍຖ້າການພິຈາລະນາຂອງສານຢູ່ໃນສະຫະລັດ ກ່ຽວກັບການຂໍລີ້ໄພຂອງພວກເຂົາ, ພາບຖ່າຍໃນວັນທີ 30 ມັງກອນ 2020.
ທ້າວອາດີມາຣ ເດີ ຄາວາຣໂຮ ຊີລຫາ, ພັນລະຍາຂອງລາວ ນາງມາເຣຍ ອາປາເຣຊີດາ ຄາວາຣໂຮ ຊີລຫາ ແລະລູກສາວຂອງພວກເຂົາ, ແມ່ນຄອບຄົວຊາວບຣາຊີລ ໄດ້ຖືກສົ່ງໄປຍັງສະຖານທີ່ພັກຊົ່ວຄາວ ໃນເມືອງ ຊີອູດາດ ຮົວເຣັສ ຂະນະທີລໍຖ້າການພິຈາລະນາຂອງສານຢູ່ໃນສະຫະລັດ ກ່ຽວກັບການຂໍລີ້ໄພຂອງພວກເຂົາ, ພາບຖ່າຍໃນວັນທີ 30 ມັງກອນ 2020.

ຈຳນວນຕົວເລກທີ່ເພີ້ມຂຶ້ນນັບມື້ ຂອງພວກຊາວອາເມຣິກາໃຕ້ຍົກຍ້າຍຖິ່ນຖານ ແລະພວກພົນລະເມືອງຈາກປະເທດຕ່າງໆທີ່ຢູ່ຫ່າງໄກເຊັ່ນວ່າ ໂຣມາເນຍ ນັ້ນ ໄດ້ເດີນທາງມາຮອດເຂດຊາຍແດນລະຫວ່າງ ສະຫະລັດກັບເມັກຊິໂກ ອີງຕາມຂໍ້ມູນຂອງອົງການພາສີ ແລະປ້ອງກັນຊາຍແດນສະຫະລັດ ຫຼື CBP.

ລັດຖະບານສະຫະລັດ ໄດ້ເປີດເຜີຍເຄື່ອງມືທາງອອນໄລນ໌ ໃນວັນພຸດຜ່ານມານີ້ ທີ່ໄດ້ໄຈ້ແຍກພວກຄົນ ທີ່ໄດ້ພົບເຫັນຢູ່ຊາຍແດນ ໂດຍແຕ່ລະປະເທດ ການຈັດກຸ່ມຄອບຄົວ ແລະຈຸດສະຖານທີ່ຕ່າງໆ ເລາະຕາມຊາຍແດນສະຫະລັດ ທີ່ຍາວຢຽດ ຊຶ່ງຈະໃຫ້ລາຍລະອຽດແບບຮູບພາບໃນການເດີນທາງໄປຮອດຊາຍແດນຂອງພວກຍົກຍ້າຍຖິ່ນຖານດັ່ງ ນອກເໜືອໄປຈາກກຸ່ມທີ່ໃຫຍ່ສຸດຈາກສອງເຂດໃກ້ຄຽງຄື ຊາວເມັກຊິໂກ ແລະຊາວອາເມຣິກັນຕອນກາງ.

ລິ້ງຂອງອົງການ CBP:

https://www.cbp.gov/newsroom/stats/nationwide-encounters

ໃນເດືອນພຶດສະພາ ທີ່ເປັນເດືອນຫຼ້າສຸດ ທີ່ຂໍ້ມູນຂອງພວກຍົກຍ້າຍຖິ່ນຖານໄດ້ ຖືກລວບລວມເຂົ້າມາ ໂດຍແຍກອອກເປັນແຕ່ລະປະເທດຄື 11,691 ຄົນຈາກເອກົວດໍ, 7,484 ຄົນຈາກເວເນຊູເອລາ, ແລະ 7,372 ຄົນຈາກບຣາຊີລ ທີ່ໄດ້ຖືກພົບເຫັນຢູ່ເຂດຊາຍແດນພາກໃຕ້ ຊຶ່ງເປັນຈຳນວນທີ່ເພີມຂຶ້ນ ຈາກຈຳນວນ 3,440, 913 ແລະ 912 ຕາມລໍາດັບ ໃນເດືອນກຸມພາ.

ໃນລະຫວ່າງຊ່ວງເວລາດຽວກັນນັ້ນ ຈຳນວນຂອງພວກຊາວເຮຕີ ທີ່ໄດ້ພົບເຫັນນັ້ນ ສູງຂຶ້ນສາມເທົ່າຮອດ 2,807 ຄົນ ໃນຂະນະດຽວກັນ ພວກຊາວໂຣມາເນຍ ກໍໄດ້ເພີ້ມຂຶ້ນຫຼາຍກວ່າຫ້າເທົ່າຮອດ 1,203 ຄົນ. ການເພີ້ມຂຶ້ນເລັກນ້ອຍ ແຕ່ມີຄວາມສຳຄັນໃນດ້ານສະຖິຕິນັ້ນ ທີ່ຍັງໄດ້ຖືກບັນທຶກ ໃນບໍ່ເທົ່າໃດເດືອນຜ່ານມານີ້ ກໍມີພວກຄົນທັງຫຼາຍທີ່ມາຈາກປະເທດ ເທີກີ ຣັດເຊຍ ແລະອິນເດຍ.

ຈຳນວນຕົວເລກຂອງອົງການ CBP ສໍາລັບເດືອນມິຖຸນາ ຄາດກັນວ່າ ຈະແຈ້ງໃຫ້ຊາບ ໃນບໍ່ເທົ່າໃດວັນຈະມາເຖິງນີ້.

ທ່ານນາງເຈັສສິກກາ ໂບລເຕີ ເຈົ້າໜ້າທີ່ວິເຄາະນະໂຍບາຍ ຢູ່ທີ່ສະຖາບັນນະໂຍບາຍດ້ານການຍົກຍ້າຍຖິ່ນຖານ ໄດ້ກ່າວວ່າ ການລັ່ງໄຫລເຂົ້າມາຂອງພວກຍົກຍ້າຍຖິ່ນຖານຈາກປະເທດຕ່າງໆນອກຈາກ ເມັກຊິໂກ ກົວເຕມາລາ ຮອນດູຣາສ ແລະແອລຊາລວາດໍ ແລ້ວ ກໍໄດ້ສະສົມຂຶ້ນເລື້ອຍໆຕະຫຼອດໄລຍະຫຼາຍປີຜ່ານມາ.

ທ່ານນາງໂບລເຕີ ໄດ້ກ່າວຕໍ່ວີໂອເອ ວ່າ “ອັນນີ້ ບໍ່ແມ່ນສິ່ງທີ່ພຽງແຕ່ເກີດຂຶ້ນມາໂດຍບໍ່ຄາດຄິດ. ໃນໄລຍະສິບປີຜ່ານມາ ປະມານນັ້ນ ພວກເຮົາໄດ້ເຫັນການເພີ້ມຂຶ້ນເທື່ອລະນ້ອຍໃນຫຼາກຫຼາຍຊົນຊາດ ທີ່ເດີນທາງເຂົ້າມາຊາຍແດນ ແຕ່ມັນເປັນການເພີ້ມຂຶ້ນແບບໄວແທ້ໆເລີຍ ໃນປີນີ້.”

ທ່ານນາງໂບລເຕີ ໄດ້ກ່າວອີກວ່າ ການເພີ້ມຂຶ້ນທັງຫຼາຍນັ້ນແມ່ນເປັນໄປໄດ້ສູງ ທີ່ຈະມີຢູ່ຕໍ່ໄປ ແຕ່ອາດຈະຫລຸດລົງ “ເມື່ອໃດທີ່ບັນດາປະເທດທັງຫຼາຍ ເລີ້ມເຂົ້າສູ່ໄລຍະການຟື້ນຕົວ ຈາກໂຣກລະບາດຂອງພະຍາດໂຄວິດ-19 ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG