ພວກເຈົ້າໜ້າທີ່ສະຫະລັດ ກັບຄົນອື່ນໆ ທີ່ພົວພັນກັບການຫລັ່ງໄຫລເຂົ້າ ມາຂອງ
ພວກຄົນເຂົ້າເມືອງ ທີ່ຊາຍແດນຂອງສະຫະລັດ ຕິດກັບເມັກຊິກໂກ ຈະ ໄດ້ເຫັນ
ຫລາຍຂຶ້ນເລື້ອຍໆ ພວກຜູ້ຄົນທ້ອງຖິ່ນດັ້ງເດີມ ຈາກອາເມຣິກາກາງ ທີ່ ປາກເວົ້າແຕ່
ພາສາມາຢັນພື້ນເມືອງຂອງເຂົາເຈົ້າ ຊຶ່ງເປັນການສ້າງບັນຫາດ້ານ ການຕິດຕໍ່ປາກ
ເວົ້າລະຫວ່າງຄົນເຂົ້າເມືອງກັບພວກເຈົ້າໜ້າທີ່ຢູ່ຊາຍແດນ ພວກ ພະນັກງານແພດໝໍ ແລະພວກເຈົ້າໜ້າທີ່ຄົນເຂົ້າເມືອງ ທີ່ເຮັດວຽກກ່ຽວກັບພວກ ເຂົາເຈົ້າ. ຊີເລຍ ແມນໂດ
ຊາ ລາຍງານມາຈາກນະຄອນທັກຊັນ ລັດອາຣິໂຊນາ ຊຶ່ງ ສາລີຈະນຳລາຍລະອຽດມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.
ມີຄົນເຂົ້າເມືອງປະມານ 100,000 ຄົນ ຂ້າມຊາຍແດນເຂົ້າມາຍັງ ສະຫະລັດ ຜ່ານຊາຍ
ແດນທາງພາກຕາເວັນຕົກສຽງໃຕ້ ໃນເດືອນເມສາຜ່ານມາ ອິງຕາມຄຳເວົ້າຂອງພວກ
ເຈົ້າໜ້າທີ່ພາສີອາກອນ ແລະປ້ອງກັນຊາຍແດນ.
ສ່ວນຫລາຍແມ່ນມາຈາກອາເມຣິກາກາງ ອັນມີລວມທັງປະເທດກົວເຕມາລາ ຊຶ່ງປະກອບ
ດ້ວຍຄົນພື້ນເມືອງເປັນສ່ວນໃຫຍ່ ຊຶ່ງທ່ານນາງ ກາເຕີຣິນ ສມິດ ປະຈຳສູນກາງບໍລິການ
ຊຸມຊົນ ຂອງອົງການກາໂຕລິກກ່າວວ່າ:
“ແປດສິບເປີເຊັນ ຂອງຜູ້ຄົນ ທີ່ພວກເຮົາໄດ້ຮັບມາຢູ່ໜີ້ ແມ່ນມາຈາກກົວເຕ ມາລາ ແລະ
ບາງມທີ ອາດແມ່ນເຄິ່ງນຶ່ງຂອງ 80% ນັ້ນ ມາຈາກກຸ່ມຊົນພື້ນ ເມືອງຢູ່ໃນກົວເຕມາລາ ບ່ອນທີ່ພາສາສະເປນບໍ່ແມ່ນພາສາຕົ້ນຕໍຂອງພວກ ເຂົາເຈົ້າ. ເພາະສະນັ້ນຈຶ່ງວ່າມັນ
ເປັນການທ້າທາຍແທ້ໆ ເວລາຜູ້ໃດຜູ້ນຶ່ງມາ ໜີ້ປາກພາສາສະເປນບໍ່ໄດ້ ເພາະວ່ານັ້ນ ແມ່ນເປັນພຽງພາສາດຽວ ທີ່ພວກ ເຮົາສາມາດໃຊ້ເວົ້າລົມກັນໄດ້.”
ຢູ່ໃນສູນຊົ່ວຄາວດຽວນີ້ ທ່ານນາງສມິດເວົ້າວ່າ ເພິ່ນກັບຄົນອື່ນໆພາກັນຊ່ອຍ ຊອກພີ່
ນ້ອງຂອງພວກຄົນເຂົ້າເມືອງ ຢູ່ໃນສະຫະລັດ ໃຫ້ພວກເຂົາເຈົ້າ ແລະ ສອນໃຫ້ພວກ
ເຂົາເຈົ້າຮູ້ວິທີໃຊ້ປີ້ລົດເມ. ແຕ່ມັນກໍເປັນວຽກຍາກໃນເມື່ອພວກ ຄົນເຂົ້າເມືອງດັ່ງກ່າວ
ປາກໄດ້ແຕ່ພາສາມາຢັນເທົ້ານັ້ນ. ເມື່ອເບິ່ງຕາມແຜນທີ່ ແລ້ວ ເຮົາຈະເຫັນວ່າຢູ່ໃນກົວ
ເຕມາລາແຕ່ປະເທດດຽວ ກໍມີພາສາມາຢັນຫຼາຍ ກວ່າຕັ້ງສິບພາສາທ້ອງຖິ່ນແລ້ວ ຊຶ່ງ
ທ່ານ ແອນດີ ໂຄສົກຂອງເມືອງທັກຊັນ ກ່າວວ່າ:
“ມັນເປັນຄວາມເຂົ້າໃຈຂອງພວກເຮົາ ວ່າ ມັນມີຕັ້ງ 17 ພາສາຢູ່ຫັ້ນ ໃນກົວ ເຕມາລາ.
ແລະ ຢູ່ໃນເຂດຮອນດູຣັສ ພວກຜູ້ຄົນດັ່ງກ່າວ ກໍແມ່ນຢູ່ພາຍໃຕ້ ຄວາມອຸບປະຖຳຂອງ
ວັດຂອງໂບດຢູ່ໃນໃຈກາງເມືອງຂອງພວກເຮົາ ຊຶ່ງພວມ ຮັບມືກັບເຂົາເຈົ້າຕັ້ງແຕ່ເດືອນ
ຕຸລາປີກາຍນີ້ເປັນຕົ້ນມາ ແລະພວກເຂົາເຈົ້າກໍແມ່ນເປັນຄູ່ຮ່ວມງານກັບມະຫາວິທະຍາ
ໄລອາຣີໂຊນາມີພວກນັກພາສາສາດພິ ເສດ ມາໃຊ້ເວລາເຮັດວຽກກັບພວກເຂົາເຈົ້າມີ
ຜູ້ຄົນມາປະຈຳຢູ່ຫັ້ນ ເຖິງແມ່ນ ຈະເວົ້າໄດ້ບໍ່ລ່ຽນ ແຕ່ກໍສາມາດເຮັດວຽກ ແລະປາກເວົ້າ
ກັບພວກເຂົາເຈົ້າໄດ້ ເຂົາເຈົ້າສາມາດແປ ແລະສາມາດເຮັດວຽກນຳກັນໄດ້.”
ທ່ານນາງສມິດ ທີ່ເຄີຍໄດ້ໄປຢູ່ໃນຊຸມຊົນພື້ນເມືອງ ໃນກົວເຕມາລາ ລຶ້ງເຄີຍກັບ ພາສາ ກັນໂຈບານ ພາສາ ມາມ ແລະພາສາ ກີເຈ ດີ. ພວກພາສາເຫລົ່ານີ້ ແມ່ນຈຳນວນທີ່ປາກ
ເວົ້າກັນຫລາຍທີ່ສຸດ ຢູ່ໃນສານຄົນເຂົ້າເມືອງ ໃນສະຫະລັດ ໃນປັດຈຸບັນ.
ແຕ່ມັນກໍບໍ່ມີນາຍພາສາພຽງພໍ ທີ່ຈະມາຮັບມື ກັບພວກຄົນຈຳນວນມາກມາຍນີ້ ຊຶ່ງທ່ານ
ນາງ ກາເທິຣີນເວົ້າວ່າ:
“ຂ້າພະແປກໃຈທີ່ເຫັນວ່າມີຕັ້ງຫລາຍຄອບຄົວຄືແນວນີ້ເຂົ້າມາຈາກຊົນນະບົດພື້ນເມືອງ
ທ້ອງຖິ່ນ ແລະວ່າພວກເຂົາເຈົ້າພາກັນມາແບບໃດ ມາເປັນໄລຍະທາງ ຕັ້ງຫລາຍພັນໄມ ເກືອບວ່າເວົ້າພາສາສະເປນບໍ່ໄດ້ເລີຍ.
ພວກຊ່ອຍເຫລືອເອົາໃຈໃສ່ຄົນເຂົ້າເມືອງກ່າວວ່າ ພວກເຂົາເຈົ້າຢ້ານວ່າຈະບໍ່ມີ ນາຍພາ
ສາພຽງພໍ ແລະກໍລະນີຕ່າງໆຂອງພວກຄົນເຂົ້າເມືຶອງຊາວມາຢັນທີ່ຂໍລີ້ ໄພ ຈະບໍ່ໄດ້ຮັບຟັງ
ຢ່າງຖືກຕ້ອງຫຼືເຂົ້າໃຈດີພໍ.