ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລົງທຶນໃນພາກພະລັງງານໄຟຟ້າ ແລະການຂຸດຄົ້ນແຮ່ທາດ ມີການຈ້າງງານພຽງແຕ່ 1 ເປີເຊັນເທົ່ານັ້ນ


ແຟ້ບຮູບ-ພັກຝ່າຍຄ້ານຢູ່ໃນຫວຽດນາມ ອາດຈະຄວບຄຸມໂຮງງານພະລັງນໍ້າຂອງ ສປປ ລາວ.
ແຟ້ບຮູບ-ພັກຝ່າຍຄ້ານຢູ່ໃນຫວຽດນາມ ອາດຈະຄວບຄຸມໂຮງງານພະລັງນໍ້າຂອງ ສປປ ລາວ.

ການລົງທຶນໃນພາກພະລັງງານໄຟຟ້າ ແລະການຂຸດຄົ້ນແຮ່ທາດ ມີການຈ້າງງານພຽງແຕ່ 1 ເປີເຊັນເທົ່ານັ້ນຂອງກໍາລັງແຮງງານທັງໝົດທີ່ມີຫຼາຍກວ່າ 4 ລ້ານຄົນ ຫຼື 54 ເປີເຊັນຂອງປະຊາກອນລາວໃນປັດຈຸບັນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມເປີດເຜີຍວ່າ ພາກທຸລະກິດທີ່ມີອັດຕາການຈ້າງງານຕໍ່າທີ່ສຸດໃນລາວ ໃນປັດຈຸບັນນີ້ກໍຄືພາກພະລັງງານໄຟຟ້າ ແລະຂຸດແຮ່ທາດ ທີ່ມີການຈ້າງງານພຽງແຕ່ 1 ເປີເຊັນເທົ່ານັ້ນຂອງກໍາລັງແຮງງານທັງໝົດທີ່ມີຢູ່ຫຼາຍກວ່າ 4 ລ້ານຄົນ ຫຼື 54 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດໃນທົ່ວປະເທດ ໂດຍສາເຫດທີ່ມີອັດຕາການຈ້າງງານຕໍ່າໃນພາກດັ່ງກ່າວນີ້ ກໍເພາະວ່າເປັນພາກອຸດສາຫະກໍາທີ່ຕ້ອງ ໃຊ້ບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດດ້ານເທັກໂນໂລຈີທີ່ທັນສະໄໝ ທີ່ໂຮງງານລາວສ່ວນໃຫຍ່ ບໍ່ສາມາດຕອບສະໜອງໄດ້ ຈຶ່ງເຮັດໃຫ້ບັນດານັກລົງທຶນຕ້ອງນໍາເຂົ້າບຸກຄະລາກອນເຫຼົ່ານີ້ຈາກຕ່າງປະເທດເກືອບທັງໝົດ ເພາະເປັນພາກອຸດສາຫະກໍາທີ່ນໍາໃຊ້ອຸປະກອນເຄື່ອງມືທັນສະໄໝເປັນຫຼັກ ຈຶ່ງບໍ່ຕ້ອງມີການໃຊ້ແຮງງານຄົນຈໍານວນຫຼາຍນັ້ນເອງ.

ແຕ່ຢ່າງໃດກໍຕາມ, ທາງການລາວຫວັງວ່າ ພາກອຸດສາຫະກໍາ ແລະຂຸດຄົ້ນແຮ່ທາດຈະມີການຈ້າງແຮງງານຫຼາຍຂຶ້ນໃນໄລຍະຕໍ່ໜ້າ ເພາະເປັນພາກອຸດສາຫະກໍາທີ່ມີການຂະຫຍາຍໂຕຢ່າງຕໍ່ເນື່ອງ ແລະປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມມູນຄ່າທາງເສດຖະກິດຂອງລາວ ຈຶ່ງເຮັດໃຫ້ແຮງງານລາວມີໂອກາດທີ່ຈະຮຽນຮູ້ ເພື່ອຍົກລະດັບຄວາມສາມາດດ້ານເທັກໂນໂລຈີທີ່ທັນສະໄໝ, ໂດຍໄລຍະ 6 ເດືອນຕົ້ນປີ 2022 ພາກອຸດສາຫະກໍາພະລັງງານ ແລະຂຸດຄົ້ນແຮ່ທາດກໍຍັງໄດ້ປະກອບສ່ວນຢ່າງສໍາຄັນເຊັ່ນດຽວກັນກັບພາກກະສິກໍາ ທີ່ເຮັດໃຫ້ມູນຄ່າທາງເສດຖະກິດ (GDP) ມີການຂະຫຍາຍໂຕເພີ້ມຂຶ້ນ 4.3 ເປີເຊັນ, ດັ່ງທີ່ ທ່ານຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຢືນຢັນວ່າ:

“6 ເດືອນຕົ້ນປີ 2022, GDP ຂະຫຍາຍໂຕ 4.3 ເປີເຊັນ ຄິດເປັນມູນຄ່າເທົ່າກັບ 95,212 ຕື້ກີບ, ເທົ່າກັບ 49.6 ເປີເຊັນ ຂອງແຜນການ ຂະແໜງການຕົ້ນຕໍທີ່ຊຸກຍູ້ໃຫ້ GDP ຂະຫຍາຍໂຕ ກໍແມ່ນຂະແໜງກະສິກໍາ ແລະປ່າໄມ້ ຍັງສືບຕໍ່ຂະຫຍາຍໂຕຢູ່ໃນລະດັບ 2.2 ເປີເຊັນຕາມແຜນ 2.7 ເປີເຊັນໃນປີນີ້, ການສົ່ງອອກຜະລິດຕະພັນກະສິກໍາເທົ່າກັບ 66.05 ເປີເຊັນຂອງແຜນການຂະແໜງອຸດສາຫະກໍາ ຂະຫຍາຍໂຕຢູ່ໃນ 5.1 ເປີເຊັນ ໃນແຜນແມ່ນ 5.3 ເປີເຊັນ.”

ທັງນີ້,ລັດຖະບານລາວໄດ້ອະນຸມັດການລົງທຶນຂຸດຄົ້ນແຮ່ທາດໃນ 319 ກິດຈະ ການໃຫ້ 214 ບໍລິສັດຕ່າງຊາດ ໂດຍລັດຖະບານລາວມີລາຍຮັບຈາກພາກສໍາປະທານເກີນກວ່າ 1,000 ລ້ານໂດລາໃນຊ່ວງປີ 2016-2021 ເຊິ່ງຍັງບໍ່ລວມລາຍຮັບພາກພະລັງງານໄຟຟ້າ 1,225 ລ້ານໂດລາໃນໄລຍະດຽວກັນ, ສ່ວນໃນແຜນປີ 2022 ນີ້ ລັດຖະບານລາວໄດ້ວາງເປົ້າໝາຍຈະເກັບລາຍຮັບໃຫ້ໄດ້ 31,593 ຕື້ກີບ ຫຼື 16,44 ເປີເຊັນຂອງ GDP, ແຕ່ໃນ 6 ເດືອນຕົ້ນປີ 2022 ລັດຖະບານລາວຈັດເກັບລາຍຮັບໄດ້ບໍ່ເຖິງ 10,634 ຕື້ກີບ ຫຼື 33.66 ເປີເຊັນຂອງແຜນການປີ ໂດຍສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ເກັບລາຍຮັບໄດ້ຕໍ່າກໍຄື ລະບົບການຄຸ້ມຄອງໃນພາກຂຸດຄົ້ນແຮ່ທາດທີ່ມີປະສິດທິພາບຕໍ່າ ທັງໃນການກວດກາປະລິມານ ແລະລາຄາຂອງແຮ່ທາດ ລວມເຖິງການຂົນສົ່ງເພື່ອສົ່ງອອກແຮ່ທາດໄປຕ່າງປະເທດດ້ວຍນັ້ນ ກໍຍັງບໍ່ມີການກວດກາແບບແທ້ຈິງອີກດ້ວຍ, ດັ່ງທີ່ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງໃຫ້ການຢືນຢັນວ່າ:

“ການຂົນສົ່ງແຮ່ທາດຕ່າງໆໃນໄລຍະທີ່ຜ່ານມາ ແມ່ນກໍານົດເສັ້ນທາງຂົນສົ່ງຢ່າງແຈ່ມແຈ້ງ ກໍານົດຂະໜາດຂອງການຂົນສົ່ງ ກໍານົດໃຫ້ຜູ້ປະກອບການມີຄວາມຮັບຜິດຊອບ ຕ້ອງມີສະຕິຄຸ້ມຄອງດ້ວຍຕົນເອງ, ຖ້າຫາກກວດພົບເຫັນ ກໍແມ່ນຈະຖືກລົງໂທດຕາມກົດໝາຍ ທັງເຈົ້າຂອງລົດ ເຈົ້າຂອງສິນຄ້າ, ອີກອັນນຶ່ງແມ່ນວ່າ ການຂຸດຄົ້ນແຮ່ເຫຼັກ ແຮ່ຄໍາ ສະເໜີຢາກໃຫ້ສ້າງຕັ້ງໂຮງງານສໍາເລັດຮູບເພື່ອຮັກສາຜົນປະໂຫຍດຂອງຊາດ, ການຂົນສົ່ງນີ້ຕ້ອງໄດ້ແຍກ ບໍ່ແມ່ນວ່າຜູ້ຂຸດຄົ້ນແຮ່ຫັ້ນລະຂົນເອງ, ອັນນີ້ແມ່ນພວກເຮົາຫຍຸ້ງຍາກໃນການຄຸ້ມຄອງ”

ສ່ວນທ່ານຈັນທະບູນ ສຸກອະລຸນ, ຜູ້ອໍານວຍການໃຫຍ່ລັດວິສາຫະກິດລາວ (EDL) ຖະແຫຼງວ່າ ການດໍາເນີນທຸລະກິດຂອງ EDL ຍັງຈະຕ້ອງປະເຊີນກັບບັນຫາການຂາດທຶນຕໍ່ໄປ ເພາະວ່າ EDL ບໍ່ມີເຂື່ອນ ຫຼືແຫຼ່ງຜະລິດໄຟຟ້າເປັນຂອງຕົນເອງ ຈຶ່ງເຮັດໃຫ້ຕ້ອງຊື້ໄຟຟ້າຈາກໂຄງການຕ່າງໆ ເຊິ່ງເປັນການລົງ ທຶນຂອງບໍລິສັດເອກະຊົນລາວ ແລະຕ່າງຊາດເພື່ອຕອບສະໜອງໃຫ້ກັບການຊົມໃຊ້ພາຍໃນຕາມນະໂຍບາຍຂອງລັດຖະບານ ກໍຄືການຄວບຄຸມລາຄາໄຟຟ້າໃຫ້ຢູ່ໃນລະດັບທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໜ້ອຍທີ່ສຸດ ເຊິ່ງເຮັດໃຫ້ EDL ຕ້ອງຂາຍໄຟຟ້າໃນລາຄາທີ່ຕໍ່າກວ່າລາຄາຕົ້ນທຶນທີ່ເປັນຈິງ ອັນເຮັດໃຫ້ຕ້ອງຂາດທຶນມາເລື້ອຍໆ ແລະກໍມີໜີ້ສິນເກີນກວ່າ 2,000 ລ້ານໂດລາໃນປັດຈຸບັນນີ້.

XS
SM
MD
LG