ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຫລາຍປະເທດເພີ້ມຂຶ້ນ ໃນຢູໂຣບ ທີ່ງົດໃຊ້ຢາວັກຊີນ ແອສຕຣາເຊເນກາ


ຊາຍຄົນນຶ່ງນັ່ງລໍຖ້າໃນສູນກາງສັກຢາວັກຊີນທີ່ມີປ້າຍຂຽນບອກວ່າ "No AstraZeneca vaccinations today" ຊຶ່ງແປວ່າ “ບໍ່ມີຢາວັກຊີນແອສຕຣາເຊເນກາ ໃນມື້ນີ້“ ທີ່ເມືອງ Saint-Jean-de-Luz, ພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ, ວັນທີ 16 ມີນາ, 2021
ຊາຍຄົນນຶ່ງນັ່ງລໍຖ້າໃນສູນກາງສັກຢາວັກຊີນທີ່ມີປ້າຍຂຽນບອກວ່າ "No AstraZeneca vaccinations today" ຊຶ່ງແປວ່າ “ບໍ່ມີຢາວັກຊີນແອສຕຣາເຊເນກາ ໃນມື້ນີ້“ ທີ່ເມືອງ Saint-Jean-de-Luz, ພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ, ວັນທີ 16 ມີນາ, 2021

ເວເນຊູເອລາກ່າວວ່າ ຕົນຈະບໍ່ອະນຸຍາດໃຫ້ໃຊ້ຢາວັກຊິນແອສຕຣາເຊເນກາ (AstraZeneca) ກັນໂຄວິດ-19 ທີ່ພັດທະນາຮ່ວມກັນໂດຍມະຫາວິທະຍາໄລອອກສ໌ຝອດ (Oxford) ແລະບໍລິສັດຜະລິດຢາອັງກິດ-ສະວີເດັນນັ້ນ.

ຮອງປະທານາທິບໍດີ ແດລຊີ ໂຣດຣິເກັສ (Delcy Rodriguez) ອ້າງອີງເຖິງ "ຜົນກະທົບຕໍ່ຄົນເຈັບ" ທີ່ບໍ່ໄດ້ລະບຸແບບເຈາະຈົງສໍາລັບການຕັດສິນໃຈຂອງລັດຖະບານ, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ໌.

ການຕັດສິນໃຈໃນວັນຈັນຜ່ານມາ ໂດຍກາຣາກາສ (Caracas) ແມ່ນມີຂຶ້ນ ພ້ອມໆກັນກັບການຕັດສິນໃຈຂອງຫລາຍປະເທດໃນຢູໂຣບ ເຊິ່ງລວມທັງເຢຍຣະມັນ, ຝຣັ່ງ, ອີຕາລີ ແລະສະເປນ ເພື່ອໂຈະການນຳໃຊ້ວັກຊີນທີ່ຜະລິດໂດຍອອກສ໌ຝອດ ກັບແອສຕຣາເຊເນກາ (AstraZeneca) ໂດຍອ້າງອີງເຖິງຄວາມເປັນຫ່ວງກ່ຽວກັບວ່າ ມັນເຮັດໃຫ້ເກີດອາການເລືອດກ້າມ, ເຖິງແມ່ນຈະມີການຢືນຢັນຈາກອົງການອະນາໄມໂລກວ່າບໍ່ມີຫຼັກຖານທີ່ຢືນຢັນໃຫ້ແກ່ຄວາມກັງວົນເຫຼົ່ານັ້ນກໍຕາມ.

ລັດຖະມົນຕີກະຊວງສາທາລະນະສຸກເຢຍຣະມັນ, ທ່ານເຈນສ໌ ສພານ (Jens Spahn) ກ່າວວ່າ ພວກເຂົາເຈົ້າໄດ້ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ຄຸ້ມຄອງຢາວັກຊີນ ໃນເຢຍຣະມັນ ທີ່ຮັບຜິດຊອບກ່ຽວກັບຢາວັກຊີນ, ຫລັງຈາກມີກໍລະນີຂອງຄົນເປັນໂຣກເລືອດກ້າມ ທີ່ຖືກບັນທຶກໃໝ່ ລວມທັງສາມຄົນທີ່ເສຍຊີວິດໄປ.

ທ່ານເຈນສ໌ ສພານ (Jens Spahn), ລັດຖະມົນຕີກະຊວງສາທາລະນະສຸກເຢຍຣະມັນກ່າວວ່າ "ການຕັດສິນໃຈໃນມື້ນີ້ແມ່ນເປັນພຽງມາດຕະການປ້ອງກັນລ່ວງໜ້າແທ້ໆ,” ໂດຍກ່າວເພີ້ມອີກວ່າພວກເຈົ້າໜ້າທີ່ເຢຍຣະມັນຈະທົບທວນຂໍ້ມູນກ່ຽວກັບຢາວັກຊີນດັ່ງກ່າວຄືນຮ່ວມກັນກັບບັນດາຜູ້ອອກລະບຽບການຂອງຢູໂຣບ.

ປະທານາທິບໍດີຝຣັ່ງ, ທ່ານເອມມານູແອລ ມາກຣົງ (Emmanuel Macron) ກ່າວວ່າ ປະເທດຂອງທ່ານຍັງຈະງົດການແຈກຢາຍວັກຊີນໄວ້ຢ່າງໜ້ອຍກໍຈົນຮອດຕອນບ່າຍວັນອັງຄານວານນີ້.

"ການຕັດສິນໃຈທີ່ສອດຄ່ອງກັບນະໂຍບາຍຢູໂຣບຂອງພວກເຮົາ ກໍແມ່ນການໂຈະ, ຍ້ອນມີຄວາມລະມັດລະວັງ, ການສັກຢາປ້ອງກັນພະຍາດ" ທີ່ໃຊ້ຢາວັກຊີນແອສຕຣາເຊເນກາ (AstraZeneca) ສັກ, ແຕ່ກໍໃຫ້ຄໍາເຫັນວ່າ ການສັກຢາວັກຊີນນີ້ ອາດຈະເລີ້ມຄືນໃໝ່ຢ່າງວ່ອງໄວ ຖ້າມີການຊີ້ນຳທີ່ເຫັນດີຈາກອົງການຢາຢູໂຣບ ຫລື EMA, ຊຶ່ງເປັນອົງການຂອງຢູໂຣບທີ່ຄວບຄຸມແລະໃຫ້ການຊີ້ນໍາກ່ຽວກັບຜະລິດຕະພັນການແພດ.

ບັນດາປະເທດອື່ນໆ ທີ່ຮ່ວມຕັດສິນແບບນີ້ ໃນວັນຈັນຜ່ານມາ, ລວມມີ ອີຕາລີ, ສະເປນ, ປອກຕຸຍການ, ສະໂລເວເນຍ ແລະໄຊປຣັສ. ໃນອາທິດແລ້ວນີ້, ເດັນມາກ, ໄອຣ໌ແລນ, ນໍເວ ແລະບຸລກາເຣຍ ໂດຍໄດ້ງົດການນຳໃຊ້ວັກຊີນທີ່ພັດທະນາໂດຍມະຫາວິທະຍາໄລອອກສ໌ຝອດ (Oxford) ນັ້ນໄວ້ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG