ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ມູນ ຊອກ​ຫາ​ຊ່ອງ​ທາງ ​ນຳ​ເອົາ ປ. ທ​ຣຳ ແລະ​ ​ທ່ານ​ກິມ ກັບ​ຄືນ​ມາ​ສູ່ ໂຕະ​ເຈ​ລະ​ຈາ


​ຄົນ​ຢ້ຽມ​ຢາມ​ຜູ້​ນຶ່ງ ຖ່າຍ​ຮູບ ປ. ດໍ​ໂນ​ລ ທ​ຣ​ຳ ປ. ເກົາ​ຫຼີ​ໃຕ້ ທ່ານ ມູນ ​ແຈ-ອິນ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.
​ຄົນ​ຢ້ຽມ​ຢາມ​ຜູ້​ນຶ່ງ ຖ່າຍ​ຮູບ ປ. ດໍ​ໂນ​ລ ທ​ຣ​ຳ ປ. ເກົາ​ຫຼີ​ໃຕ້ ທ່ານ ມູນ ​ແຈ-ອິນ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.

ປະ​ທາ​ນາ​ທິບໍ​ດີເກົາ​ຫຼີ​ໃຕ້ ທ່ານມູນ ແຈ-ອິນ ກ່າວ​ວ່າ ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ກ້າວ​ເຂົ້າ​ມາ​
ແລະ​ເປັນ​ຜູ້​ໄກ່​ເກ່ຍລະ​ຫວ່າງ​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ເໜືອ ຫຼັງ​ຈາກ​ສອງ​ປະ​ເທດ ​ບໍ່​ສາ
​ມາດ​ບັນ​ລຸ​ຂໍ້​ຕົກ​ລົງທີ່​ນະ​ຄອນ​ຮາ​ໂນ່ຍ​ໃນ​ອາ​ທິດ​ແລ້ວ​ນີ້. ເຖິງ​ຢ່າງ​ໃດ​ກໍ​ດີ ຍັງ​ຈ​ະ​ຕ້ອງ​
ໄດ້​ລໍ​ຖ້າ​ເບິ່ງ​ຢູ່​ອີກວ່າ​ ແມ່ນ​ຫຍັງ​ທີ່​ຜູ້​ນຳ​ເກົາ​ຫຼີ​ໃຕ້​ສາ​ມາດ​ເຮັດ ໄດ້ ເພື່ອ​ຊຸກ​ຍູ້​ໃຫ້ປະ​ທາ
​ນາ​ທິບໍດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຍັບ​
ເຂົ້າ​ຫາ​ກັນໃນ​ຂໍ້​ຕົ​ກລົງ​ທີ່​ທັງສອງ​ຝ່າຍສາ​ມາດ​ເຮັດ ​ ດ້ວຍ​ຄວາມດີ​ໃຈ.

ສາ​ສະດາ​ຈານ​ກາ​ນ​ສຶກ​ສາ​ສາ​ກົນ ທ່າ​ນ​ກິມ ຈຸນ-ຮີ​ຍັງ ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ຮັນ​ດົງ ​
ໂກ​ລ​ໂບ​ ກ່າວ​ຕໍ່ ວີ​ໂອ​ເອ ວ່າ​ ຍັງມີ​ຄວາມ​ຫວັງ​ຢູ່​ ​ທີ່ “ຂໍ້​ຕົກ​ລົງ​ໃຫຍ່” ສາ​ມາດ​ບັນ​ລຸ​ກັນ
ໄດ້​ ລະ​ຫວ່າງ ທ່ານ​ທ​ຣຳ ແລະ ທ່ານ​ກິມ ໂດຍປາດ​ສະ​ຈາກ​ກາ​ນ​ຜ່ານ​ຂັ້ນ​ຕອນ “ໄລ
ຍະ​ກາງ” ຈຳ​ນວນ​ນຶ່ງທີ່ໝາຍເຖິງ​ອັນ​ທີ່ມັກ​ຮ້ອງ​ກັນ​ວ່າ ຈາກ “ສູງ​ຫາ​ຕ່ຳ” ໃນ​ວິ​ທີ​ຂອງ​
ການ​ເຈ​ລະ​ຈາ.

ເຖິງ​ຢ່າງ​ໃດ​ກໍ​ດີ ​ໂດຍປາດ​ສະ​ຈາກ​ການ​ບັນ​ລຸ​ຂໍ້​ຕົກ​ລົງ​ທີ່​ນະ​ຄອນ​ຮາ​ໂນ່ຍ ທ່ານ​ກິມ
ກ່າວ​ວ່າ “ບົດ​ບາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມູນ ແຕ່​ໃດ​ມາ​ຍັງ​ບໍ່​ໄດ້​ຜົນ ທ່ານ​ພຽງ​ແຕ່ຕິດ​ຕໍ່​
ຫາ​ທັງ​ສອງ​ຝ່າຍ ເພື່ອ​ຊ່ວຍ​ສ​ະ​ໜັບ​ສະ​ໜູນກອງ​ປະ​ຊຸມ ເວ​ລາ​ຕົກຢູ່​ໃນ​ສະ​ພາບບໍ່​ໄປ
​ບໍ່​ມາ ແຕ່​ບັດ​ນີ້​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ເອົາ​ບົດ​ບາດ​ທີ່​ເຂັ້ມ​ແຂງ.”

ແຕ່​ວ່າ ທ່ານ​ຊິນ ບີ​ໂອມ-ຊູ​ລ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຢູ່​ສະ​ຖາ​ບັນ​ອາ​ຊານ ເພື່ອ​ສຶກ​ສາ​ນະ
​ໂຍ​ບາຍ ກ່າວ​ວ່າ ການ​ປະ​ຕິ​ບັດ​ຂອງທ່ານ​ມູນ ອາດ​ເຮັດ​ໃຫ້​ຫຍຸ້ງ​ຍາກ.

ທ່ານ​ຊິ​ນ ກ່າວ​ອ້າງ​ເຖິງ​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ມູນ ເພື່ອໃຫ້​ລົບ​ລ້າງ ຫຼື​ໃຫ້​ການ​ຍົກ
​ເວັ້ນ ​ການ​ລົງ​ໂທດ​ຕໍ່​ເກົາ​ຫຼີ​ເໜືອເພື່​ອ​ອະ​ນຸ​ຍາດ​ການ​ສະ​ເໜີ​ກ່ຽວ​ກັບ​ໂຄງ​ການລະ
​ຫວ່າງເກົາ​ຫຼີ​ດຳ​ເນີນ​ການໄປ​ໜ້າ ໂດຍ​ກ່າວ​ວ່​າ “ຖ້າ​ທ່ານ​ມູນຍັງ​ສຶບ​ຕໍ່​ສະ​ເໜີໃຫ້​ຍົກ

​ເລີກ​ການ​ລົງ​ໂທດ ກ່ອນ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ແລ້ວ ມັນ​ຈະ​ເຮັດ​ໃຫ້​ການ​ເປັນ​ພັ​ນ
​ທະ​ມິດ​ຊຸດ​ໂຊມ​ລົງ​ຕື່ມ.

ປະ​ທານາ​ທິບໍດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັນ​ຄັ້ງ​ທີ​ສອງ ລະ​ຫວ່າງກອງ​ປະ​ຊຸມ​ສ​ຸດຍອດ ໃນ​ນະ​ຄອ​ນ່າ​ໂນ່ຍ ວັນ​ທີ 28 ກຸ​ມພາ 2019.
ປະ​ທານາ​ທິບໍດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັນ​ຄັ້ງ​ທີ​ສອງ ລະ​ຫວ່າງກອງ​ປະ​ຊຸມ​ສ​ຸດຍອດ ໃນ​ນະ​ຄອ​ນ່າ​ໂນ່ຍ ວັນ​ທີ 28 ກຸ​ມພາ 2019.

​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ​ແຈ-ອິນ ໄດ້​ສັ່ງ​ໃຫ້​ຄະ
​ນະ​ລັດ​ຖະ​ບານ ​ຊອກ​ຫາຊ່ອງ​ທາງ​ທັງ​ໝົດ​ເພືອ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ງານ​
ໃນຂັ້ນ​ຕໍ່​ໄປ ​ຂອງ​ການ​ສົນ​ທະ​ນາ​ລະ​ວ​ຫ່າງ ວໍ​ຊິງ​ຕັນ ແລະ​ພຽງ​ຢາງ.

ປະ​ທາ​ນ​າ​ທິ​ບໍ​ດີ​ມູນ ກ່າວ​ຕອນ​ຕົ້ນ​ອາ​ທິດ​ນີ້​ວ່າ ໃນ​ຂະ​ນະ​ທີ່​ນັ່ງ​ຢູ່ກອງ​ປະ​ຊຸມສະ​ພາ​
ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ “ພວກ​ເຮົາ​ເບິ່ງ​ໄປ​ໜ້າ​ທີ່​ຈະ​ສືບ​ຕໍ່​ການ​ສົນ​ທະ​ນາ​ລະ​ຫວ່າງ
​ສອງ​ປະ​ເທດ ແລະ​ຂ້າ​ພະ​ເຈົ້າ​ຄາດ​ວ່າ​ຜູ້​ນຳ​ທັງ​ສອງ​ຈະ​ພົບ​ກັນ​ອີກ​ໃນ​ອະນາ​ຄົດ​ອັນ​
ໃກ້ໆ​ນີ້ ແລະ​ບັນ​ລຸ​ການ​ຕົກ​ລົງ​ໃນຄັ້ງ​ນີ້.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG