ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະ​ດູ​ມໍ​ລະ​ສູມຝົນ​ຕົກ ຄາດ​ວ່າຈະຊ່ວຍ​ພວກ​ກະ​ບົດ ຕ້ານ​ທະ​ຫານມ​ຽນ​ມາ


ທ້ອງ​ຟັ​າ​ລ​ະ​ດູ​ຝົນມໍ​ລະ​ສຸມທີ່​ກຳ​ລັງປົກ​ຄຸມ ມ​ຽນ​ມາ
ທ້ອງ​ຟັ​າ​ລ​ະ​ດູ​ຝົນມໍ​ລະ​ສຸມທີ່​ກຳ​ລັງປົກ​ຄຸມ ມ​ຽນ​ມາ

ລ​ະ​ດູ​ຝົນມໍ​ລະ​ສຸມທີ່​ກຳ​ລັງ​ຈະ​ເລີ່ມ​ຂຶ້ນ​ຂອງ ມຽນ​ມາ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຈະ​ເຮັດໃຫ້​ພວກ​ກະ​ບົດ​ທຳ​ການຕໍ່ສູ້​ເພື່ອຂັ​ບ​ໄລ່ລັດ​ຖະ​ບານ​ຫະ​ຫານ​ຂອງ​ປະ​ເທດ​ມີ​ຄວາມ​ໄດ້​ປຽບ ໃນ​ຂະ​ນະທີ່​ຝົນ​ຕົກ​ໜັກເທ​ລົງ​ມາໃສ່ກຳ​ລັງຂອງທະ​ຫານ​ຢູ່​ພາກ​ພື້ນ​ດິນ​ຂອງກອງ​ທັບ​ບົກ ​ແລະ ​ເຮັດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ ​ມີ​ອຸ​ປະ​ສັກ​ສຳ​ລັບ​ສອງ​ສາມ​ເດືອນ​ຂ້າງ​ໜ້າ ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ວິ​ເຄາະ.

​ທຸກໆ​ເດືອນ​ພຶດ​ສະ​ພາ ຫາເດືອນ​ຕຸ​ລາ, ລົມ​ມໍ​ລະ​ສູ​ມ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເອ​ເຊຍ ຈະ​ພັດ​ຜ່ານ​ພື້​ນ​ທີ່​ສ່ວນ​ໃຫຍ່​ຂອງ ມຽນ​ມາ, ເຮັດ​ໃຫ້​ຝົ​ນຕົກ​ໜັກ​ຫຼາຍ​ທີ່​ສຸດ​ໃນ​ປີ​ຂອງ​ປະ​ເທດ​ເປັນ​ເວ​ລາ​ສອງ​ສາມ​ເດືອນ. ຖະ​ໜົນ​ປູ​ຢາງ​ຈະ​ຖືກ​ພັດ​ອອກ​ໄປ​ໃນ​ຂະ​ນະ ​ທີ່​ຂີ້​ດິນ​ກາຍ​ເປັນ​ຕົມ, ເຮັດ​ໃຫ້​ພື້ນ​ທີ່​ຕ່າງ​ຂອງ​ປະ​ເທດຍາກ​ທີ່​ຈະ​ ເຂົ້າ​ເຖິງກວ່າ​ເກົ່າ. ເມກ​ທີ່​ຕ່ຳ ແລະ ໜາ ຈະ​ປົກ​ຄຸມ​ຂີດ​ຈຳ​ກັດ​ການ​ເດີນ​ທາງໆ​ອາ​ກາດ.

ທ່ານ​ຊັກ​ກາ​ຣີ ອາ​ບູ​ຊາ (Zachary Abusa) ອາ​ຈານ​ສອນ​ຢູ່​ວິ​ ທະ​ຍາ​ໄລ​ສົງ​ຄາມ​ແຫ່ງ​ຊາດ (War Collage) ທີ່​ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ, ຜູ້​ທີ່​ໄດ້​ສຶກ​ສາ​ກ່ຽວ​ກັບ​ ການ​ແບ່ງ​ແຍກ​ດິນ​ແດນ​ຂອງ​ເອ​ເຊຍ​ກ່າວ​ວ່າ ນັ້ນ​ແມ່ນຈະ​ໝາຍ​ເຖິ​ບັນ​ຫາ​ສຳ​ລັບ​ກອງ​ທັບ​ຂະ​ໜາດ​ໃຫຍ່ ແລະ ເຕັ​ມ​ໄປ​ດ້ວຍ​ເຄື່ອງ​ມື​ຂອງມຽນ​ມາ​.

ທ່ານ​ກ່າວຕໍ່​ວີ​ໂອ​ເອ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາວ່​າ “ໃນ​ສອງ​ສາມວັນ​ທີ່​ຜ່ານ​ມາ​ນີ້ ພວກ​ເຮົາ​ເຫັນ​ຂະ​ບວນ​ລົດ​ຕິດອາ​ວຸດ ​ຢ່າງ​ຫລວງ​ຫ​ລາຍທີ່​ວ່ານີ້, ລົດບັນ​ທຸກ 100 ຄັນ 120 ຄັນ ຂົນ​ສົ່ງ​ທະ​ຫານ​ເຂົ້າໄປ​ໃນ​ພາກ​ພື້ນ​ຕ່າງໆ. ​ນັ້ນ​ອາດ​ ເປັນ​ໄປ​ບໍ່​ໄດ້ລະຫວ່າງ​ລະ​ດູ​ຝົນ​. ​ແມ່ນ​ແຕ່​ລົດ​ຫຸ້ມ​ເກາະ ລົດ​ຫູ້ມ​ເກາະຕີນ​ໜາມ ແມ່ນ​ມີ​ຂີດ​ຈຳ​ກັດ​ວ່າມັນ​ເຮັດ​ຫຍັງ​ໄດ້​ແດ່​.”

ແຕ່​ກົງ​ກັນ​ຂ້າມ ທ່ານ​ກ່າວ​ເພີ້ມ​ວ່າ “ຝົນ​ຕົກ​ໜັກ​ມີ​ແນວ​ໂນ້ມວ່າຈະ​ດີກວ່າ​ສຳ​ລັບ​ພວກ​ກອງ​ໂຈນທີ່​ຍ່າງວ່ອງ ໄວ.

Myanmar’s nascent monsoon season is likely to give rebels fighting to oust the country’s military junta an edge as heavy rains bog down the army’s ground forces and hobble its air support for the next few months, analysts say.

Every May to October, Asia’s southwest monsoon washes across much of Myanmar, pouring most of the country’s rainfall for the year in a few sodden months. Paved roads wash out while dirt ones turn to muddy mires, making parts of the country much tougher to reach. Low and heavy cloud cover limits travel by air.

Zachary Abuza, a National War College professor in Washington who studies Southeast Asia’s insurgencies, says that means trouble for Myanmar’s large, mechanized military.

“The past few days, we’ve seen these very large armed convoys, 100 trucks, 120 trucks, carrying troops into regions. That may not be possible during the wet season. Even armor, tracked armor has limits to what it can do,” he told VOA Friday.

By contrast, he added, “the heavy rains tend to be much better for fleet-footed guerrillas.”

XS
SM
MD
LG