ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂມ​ດີ ອອກ​ມາ​ປ້ອງ​ກັນ ກົດ​ໝາຍ​ສັນ​ຊາດ ອິນ​ເດຍ ໃນ​ຂະ​ນະ​ທີ່​ການ​ປະ​ທ້ວງ ຍັງ​ດຳ​ເນີນ​ຕໍ່​ໄປ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ກ່າວ​ຄຳ​ປາ​ໄສ​ຢູ່​ການ​ຊຸມ​ນຸມ​ຂອງ​ພັກ​ຊາດ​ນິ​ຍົມ ສາ​ສະ​ໜາ ຮິນ​ດູ ບາ​ຣາຕິ​ຢາ ຈາ​ນາ​ຕາ, ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ. 22 ທັນ​ວາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ກ່າວ​ຄຳ​ປາ​ໄສ​ຢູ່​ການ​ຊຸມ​ນຸມ​ຂອງ​ພັກ​ຊາດ​ນິ​ຍົມ ສາ​ສະ​ໜາ ຮິນ​ດູ ບາ​ຣາຕິ​ຢາ ຈາ​ນາ​ຕາ, ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ. 22 ທັນ​ວາ, 2019.

ການ​ປະ​ທ້ວງ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສັນ​ຊາດ​ທີ່​ເປັນ​ບັນ​ຫາ​ໃນ​ປະ​ເທດ ອິນ​ເດຍ ໄດ້​ດຳ​ເນີນ​ຕໍ່ໄປ​ໃນ​ອາ​ທິດ​ວານນີ້ ເຖິງ​ແມ່ນ​ລັດ​ຖະ​ບານ​ໄດ້​ຫ້າມ​ການ​ປະ​ທ້ວງ​ຕ່າງໆ​ກໍ​ຕາມ.

ຢ່າງ​ໜ້ອຍ 23 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ປະ​ທ້ວງ​ເກືອບ 2 ອາ​ທິດ ແລະ ຄວາມ​ຮຸນ​ແຮງ ຫຼັງ​ຈາກ​ສະ​ພາ​ແຫ່ງ​ຊາດຂອງ ອິນ​ເດຍ ໄດ້​ຮັບ​ຜ່ານ​ກົດ​ໝາຍ​ປ່ຽນ​ສັນ​ຊາດ ເຊິ່ງ​ບັນ​ດາ​ນັກ​ວິ​ຈານ​ໄດ້​ລົງ​ຄວາມ​ເປັນ​ວ່າ​ຕໍ່​ຕ້ານ​ຊາວ​ມຸ​ສ​ລິມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ໄດ້​ຈັດ​ການ​ຊຸມ​ນຸມ​ສຳ​ ລັ​ບ​ພັກ​ຊາດ​ນິ​ຍົມ​ສາ​ສະ​ໜາ​ຮິນ​ດູ ບາ​ຣາ​ຕິ​ຢາ ຈາ​ນາ​ຕາ ເຊິ່ງ​ທ່ານ​ໄດ້​ກ່າວ​ປ້ອງ​ກັນ​ກົດ​ໝາຍ​ດັ່ງ​ກ່າວ ແລະ ໄດ້​ຮຽກ​ຮ້ອງ​ປະ​ຊາ​ຊົນ​ໃຫ້​ເຄົາ​ລົບ​ການ​ຕັດ​ສິນໃຈ​ຂອງ​ລັດ​ຖະ​ບານ.

ກົດ​ໝາຍ​ໃໝ່​ນັ້ນ​ຈະ​ອະ​ນຸ​ຍາດ​ໃຫ້​ຊາວ ຮິນ​ດູ, ຄ​ຣິ​ສ​ຕຽນ ແລະ ຜູ້ສາ​ສະ​ໜາ​ກຸ່ມ​ນ້ອຍ​ອື່ນໆຜູ້​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ ອິນ​ເດຍ ຢ່າງ​ຜິດ​ກົດ​ໝາຍ​ມີ​ສັນ​ຊາດ​ໄດ້, ຖ້າ​ເຂົາ​ເຈົ້າ​ສາ​ມາດ​ພິ​ສູດ​ວ່າ​ຖືກ​ປະ​ຫັດ​ປະ​ຫານ​ຍ້ອນ​ປະ​ເທດ ບັງ​ກ​ລາ​ແດັ​ສ, ປາ​ກິ​ສ​ຖານ ແລະ ອັ​ຟ​ກາ​ນິ​ສ​ຖານ ທີ່​ມີ​ຊາວ​ມຸ​ສ​ລິມ​ສ່ວນຫຼາຍ​ອາ​ໄສ​ຢູ່​ນັ້ນ. ແນວ​ໃດ​ກໍ​ຕາມ, ກົດ​ໝາຍ​ໃໝ່​ດັ່ງ​ກ່າວ​ແມ່ນ​ໃຊ້​ບໍ່​ໄດ້​ກັບ​ຊາວ​ມຸ​ສ​ລິມ.

ທ່ານ ໂມ​ດີ ໄດ້​ກ່າວ​ໃນ​ການ​ຊຸມ​ນຸມ​ວ່າ “ຄົນ​ຜູ້​ທີ່​ພະ​ຍາ​ຍາມ​ເຜີຍ​ແຜ່​ຄວາມ​ຂີ້​ຕົວະ ແລະ ຄວາມ​ຢ້ານ​ກົວ, ໃຫ້​ເບິ່ງ​ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ນີ້. ຖ້າ​ເຈົ້າ​ເຫັນ​ຮ່ອງ​ຮອຍ​ຂອງ​ການ​ແຕກ​ແຍກ​ໃນ​ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ, ເອົາ​ມາ​ສະ​ແດງ​ໃຫ້​ໂລກ​ຮູ້​ໂລດ.” ທ່ານ​ໄດ້​ກ່າວ​ວ່າ ພັກ​ລັດ​ຖະ​ສະ​ພາ​ທີ່​ເປັນ​ຝ່າຍ​ຄ້ານ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ “ຜັກ​ດັນ​ບໍ່ພຽງ​ແຕ່​ນະ​ຄອນຫຼວງ ນິວ ເດ​ລີ ເທົ່າ​ນັ້ນ ແຕ່​ພາກ​ສ່ວນ​ອື່ນໆ​ຂອງ ປະ​ເທດ ໃຫ້​ມີ​ຈິດ​ໃຈ​ທີ່ບໍ່​ເປັນ​ສຸກ.”

ທ່ານ ໂມ​ດີ ໄດ້​ເປັນ​ຜູ້​ປົກ​ຄອງ​ລັດ ດູ​ຈາ​ຣັດ ໃນ​ປີ 2002 ເວ​ລາ​ທີ່​ປະ​ມານປະ​ຊາ​ຊົນ 1,000 ຄົນ, ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຊາວ​ມຸ​ສ​ລິມ​ນັ້ນ, ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຈະ​ລາ​ຈົນ.

ການ​ຕາຍ​ສ່ວນຫຼາຍ​ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ​ຈາກ​ການ​ປະ​ທ້ວງ ແມ່ນ​ໄດ້​ເກີດ​ຂຶ້ນ​ໃນ​ລັດ ອັດ​ຕາ ປ​ຣາ​ແດັ​ສ ທາງ​ພາກ​ຕາ​ເວັນ​ອ​ອກ​ສຽງ​ເໜືອ, ບ່ອນ​ທີ່​ປະ​ຊາ​ກອນ​ປະ​ມານ 20 ເປີ​ເຊັນ​ແມ່ນ​ຄົນ​ມຸ​ສ​ລິມ.

ການ​ປະ​ທ້ວງ​ທີ່​ໄດ້​ເລີ່ມ​ຂຶ້ນ​ຢູ່​ຄະ​ນະ​ຕ່າງໆ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ມີ​ຊາວ ມຸ​ສ​ລິມ ສຶກ​ສາ​ຢູ່​ເປັນ​ສ່ວນຫຼາຍ​ຄື​ມະ​ຫາ​ວິ​ທະ​ຍາ​ໄລ ຈາ​ເມຍ ມິ​ລ​ເລຍ ນັ້ນ ໄດ້​ຂະ​ຫຍາຍ​ອອກ​ຢ່າງກວ້​າງ​ຂວາງ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ທຳ​ມະ​ດາ ແລະ ນັກ​ວິ​ຊາ​ການ​ໄດ້​ເຂົ້າ​ຮ່ວມ​ກັບ​ພວກ​ນັກ​ສຶກ​ສາ. ດາ​ລາ ບອ​ລ​ລີ​ວູດ ກໍ​ແມ່ນ​ນຶ່ງ​ໃນ​ຜູ້​ທີ່​ໄດ້​ອອກ​ມາ​ກ່າວ​ຕໍ່​ຕ້ານ​ກົດ​ໝາຍ​ໃໝ່​ໃນ​ນະ​ຄອນ ມຸມ​ໄບ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ຢູ່​ການ​ຊຸມ​ນຸມ​ຂະ​ໜາດ​ໃຫຍ່​ນະ​ຄອນຫຼວງ​ດ້ານ​ການ​ເງິນ​ຂອງ ອິນ​ເດຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG