ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ສືບຕໍ່ປິດເມືອງ ແລະປ່ຽນວິທີການໃຫ້ຢາວັກຊີນ ແກ່ປະຊາຊົນໃໝ່ ໂດຍໃຫ້ຄະນະແພດທັງຫລາຍ ອອກໄປຫາແຕ່ລະຄົວເຮືອນ


ປະຊາຊົນບ້ານຊຽງດາ ພາກັນໄປສັກຢາວັກຊີນກັນພຍາດໂຄວິດ ທີ່ສູນກາງບໍລິການດ້ານສຸຂະພາບ ທີ່ໄດ້ຈັດຕັ້ງຂຶ້ນຢູ່ທີ່ມະຫາວິທະຍາໄລໃໝ່ແຫ່ງນຶ່ງ ເມື່ອວັນທີ 7 ຕຸລາ 2021.
ປະຊາຊົນບ້ານຊຽງດາ ພາກັນໄປສັກຢາວັກຊີນກັນພຍາດໂຄວິດ ທີ່ສູນກາງບໍລິການດ້ານສຸຂະພາບ ທີ່ໄດ້ຈັດຕັ້ງຂຶ້ນຢູ່ທີ່ມະຫາວິທະຍາໄລໃໝ່ແຫ່ງນຶ່ງ ເມື່ອວັນທີ 7 ຕຸລາ 2021.

ທ້າມກາງການປິດເມືອງຢ່າງເຄັ່ງຄັດ ເພື່ອລະງັບຄື້ນຟອງການລະບາດຂອງໂຄ ວິດ-19 ຮອບ 3 ຢູ່ນີ້ ລັດຖະບານລາວ ໄດ້ປັບປ່ຽນວິທີການສັກວັກຊີນກັນພະ ຍາດໂຄວິດ-19 ໃໝ່ ໂດຍສະເພາະຢູ່ໃນນະຄອນຫລວງວຽງຈັນ ໂດຍໃຫ້ພະ ນັກງານແພດອອກໄປສັກຢາໃຫ້ແຕ່ລະຄອບຄົວຢູ່ເຮືອນຂອງເຂົາເຈົ້າເອງ ແທນ ທີ່ຈະໃຫ້ທຸກຄົນໄປຫາສູນສັກຢາວັກຊີນ ແລະໃນໂຮງໝໍທີ່ຈັດໄວ້ໃຫ້ດັ່ງໃນເມື່ອ ກ່ອນ, ຊຶ່ງນັກຂ່າວຂອງພວກເຮົາ ຈະນໍາມາສະເເໜີທ່ານໃນອັນດັບຕໍ່ໄປ.

ນັບແຕ່ການຕິດເຊື້ອໃນຊຸມຊົນທີ່ເປັນຈໍານວນຫລາຍທີ່ສຸດໃນນະຄອນຫລວງ ວຽງຈັນ ທີ່ເລີ້ມຂຶ້ນແຕ່ວັນທີ 18 ກັນຍາ ທີ່ພາໃຫ້ມີການປິດບ້ານແລະເມືອງ ທີ່ເປັນເຂດແດງຢ່າງເຄັ່ງຄັດເປັນຕົ້ນມາ ທາງການລາວກໍມີຄໍາສັ່ງໃຫ້ເລັ່ງການ ສັກຢາວັກຊີນແກ່ປະຊາຊົນໃນນະຄອນຫລວງແຫ່ງນັ້ນ ຫຼາຍຂຶ້ນ. ເພື່ອເປັນການຫລຸດຄວາມສ່ຽງໃນການຕິດເຊື້ອພະຍາດນີ້, ທາງຄະນະສະເພາະກິດປ້ອງກັນແລະຄວບຄຸມພະຍາດໂຄວິດຂອງນະຄອນຫລວງ ກໍໄດ້ປ່ຽນວິທີການໃຫ້ຢາວັກຊີນແກ່ປະຊາຊົນໃໝ່ ໂດຍໃຫ້ຄະນະແພດທັງຫລາຍອອກໄປຫາແຕ່ລະຄົວເຮືອນທີ່ມີຄົນຕ້ອງການສັກວັກຊີນນັ້ນ ແທນທີ່ຈະໃຫ້ເຂົາເຈົ້າໄປໂຮມກັນເພື່ອຮັບການສັກຢາຢູ່ໃນໂຮງໝໍ ຫລືສູນສັກຢາວັກຊີນຄືໃນເມື່ອກ່ອນ ດັ່ງທີ່ຮອງສາສະດາຈານ ດຣ. ບົວເທບ ພູມິນ, ຊຶ່ງເປັນຜູ້ນຶ່ງໃນຄະນະສະເພາະກິດນີ້ເວົ້າວ່າ:

“ຢາວັກຊີນເພິ່ນກະພ້ອມຢູ່ໄດ໋ ເພິ່ນກະສັກ, ແຕ່ປ່ຽນກົນລະຍຸດ. ແທນທີ່ ຈະເອີ້ນຄົນມາໂຮມກັນຫລາຍໆ ໃນຂະນະທີ່ເຮົາລ໊ອກດາວຢູ່ໜີ້. ປ່ຽນກົນລະຍຸດ ກະຄືວ່າມອບໃຫ້ເມືອງ ຫລືວ່າໂຮງໝໍເມືອງ, ໃຫ້ເຂົາເຈົ້າໄປສໍາຫລວດເບິ່ງ, ມອບໃຫ້ແຕ່ລະໜ່ວຍໄປສໍາຫລວດເບິ່ງລູກໜ່ວຍເຈົ້າ, ລູກທິມເຈົ້າ ວ່າມີຈັກ ຄອບຄົວ? ຍັງຈັກຄົນທີ່ບໍ່ທັນໄດ້ສັກຢາວັກຊີນນີ້ນະ. ມີຈັກຄົນສັກແລ້ວ ເຮັດ ບັນຊີມາ. ແລ້ວກະໃຫ້ໄປສັກຢູ່ເຮືອນເປັນແບບທີມເຄື່ອນທີ່. ຕອນນີ້ເຮົາບໍ່ໃຫ້ ຄົນອອກມາ. ເວັ້ນເສຍແຕ່ບ້ານນີ້ມີຄົນໜ້ອຍໆ ເຮືອນນີ້ມີສອງຄົນ ເຮືອນນັ້ນນຶ່ງຄົນ, ເຮືອນນີ້ມີສາມຄົນ, ຄັນເຫັນວ່າມັນມີແບບກະແຈກກະຈາຍ ຈຶ່ງເອົາໄປໂຮມກັນ.”

ທ່ານນາງໄດ້ບອກອີກວ່າ ວິທີການນີ້ແມ່ນໄດ້ເລີ້ມປະຕິບັດມາໄດ້ປະມານ 2 ອາທິດແລ້ວ ຊຶ່ງໃນນັ້ນບາງບ້ານກໍກໍາລັງເລີ້ມເກັບກໍາເບິ່ງຜູ້ທີ່ໄດ້ສັກ ແລະຍັງ ບໍ່ທັນໄດ້ສັກວັກຊີນຢູ່ ດັ່ງການບອກເລົ່າຂອງທີ່ປຶກສານາຍບ້ານທ່ານນຶ່ງຢູ່ເຂດ ເມືອງຫາດຊາຍຟອງວ່າ:

“ກໍາລັງຂຶ້ນແຜນພວກທີ່ຕົກຄ້າງ ບໍ່ທັນໄດ້ສັກຢາຫັ້ນນະ ເຮົາກໍາລັງ ລໍສະຖິຕິເກັບກໍາພວກນີ້ລະດຽວນີ້ນະ. ຖ້າພວກທີ່ສັກແລ້ວ ແມ່ນສັກວັກ ຊິນປະເພດໃດທີ່ສັກແລ້ວ? ສັກຈັກເຂັມແລ້ວ? ພວກທີ່ບໍ່ທັນສັກມີໃຜ ຫລັງຈາກນັ້ນສະຫລຸບໃຫ້ເຂົາເຈົ້າຈຶ່ງຈະລົງມາໃດບາດນີ້ ເຮົາກໍາລັງ ເກັບກໍາຢູ່ນີ້ນະສອງສາມມື້ແລ້ວກໍາລັງເກັບກໍານີ້”

ຫ້ອງການປົກຄອງບ້ານ ເມືອງໄຊເສດຖາ ໃນນະຄອນຫຼວງວຽງຈັນ, ວັນທີ 7 ຕຸລາ 2021.
ຫ້ອງການປົກຄອງບ້ານ ເມືອງໄຊເສດຖາ ໃນນະຄອນຫຼວງວຽງຈັນ, ວັນທີ 7 ຕຸລາ 2021.

ນອກນັ້ນ ອາຍຸໃນການຮັບຢາວັກຊີນກັນໂຄວິດ ກໍມີການປ່ຽນແປງຄືກັນ. ໃນເມື່ອກ່ອນແມ່ນອະນຸຍາດໃຫ້ແຕ່ຜູ້ທີ່ມີອາຍຸ 18 ປີຂຶ້ນໄປສັກ. ບັດນີ້ເພິ່ນ ອະນຸຍາດໃຫ້ ພວກທີ່ມີອາຍຸ 16 ຫາ 17 ປີສັກແລ້ວ ດັ່ງທີ່ທ່ານໝໍຜູ້ນຶ່ງ ໃນໂຮງໝໍເສດຖາທີ່ມີລູກຊາຍອາຍຸ 16 ປີ ແລະໄດ້ສັກວັກຊີນກັນໂຄວິດແລ້ວ ເລົ່າສູ່ຟັງວ່າ:

“ເຂົາກະເປີດໃຫ້ສັກຢູ່ ຄັນແມ່ນຮອດເຂົາກະໃຫ້ໄປສັກຟາຍເຊີເຂັມດຽວ ເຂົາໃຫ້ສັກ 16 ຫາ 17 ປີ, ຢູ່ໂຮງໝໍໄທຂ້ອຍຫັ້ນກະສັກ.”.

ພ້ອມກັນນັ້ນທາງລັດຖະບານລາວຍັງມີແຜນທີ່ຈະອະນຸຍາດໃຫ້ເດັກນ້ອຍ ທີ່ ມີອາຍຸ 12 ຫາ 17 ປີ ເລີ້ມໄປຮັບການສັກຢາວັກຊີນກັນ ໂຄວິດ-19 ໃນໄວໆນີ້, ອີງຕາມ ດຣ. ບົວເທບ.

ຮອດວັນທີ 08 ຕຸລາຜ່ານມາ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 28,000 ກວ່າຄົນ, ເສຍຊິວິດໄປ 24 ຄົນ. ລັດຖະບານລາວກໍມີແຜນທີ່ຈະສັກວັກຊີນໃຫ້ກວມເອົາ 50 ເປີເຊັນຂອງພົນລະເມືອງລາວໃນທ້າຍປີນີ້. ດຽວນີ້ລາວ ມີຜູ້ສັກຢາວັກຊີນກັນໂຄວິດ-19 ຄົບຖ້ວນແລ້ວ ປະມານ 2 ລ້ານ 81,000 ຄົນ ຊຶ່ງກວມເອົາ 28.2 ເປີເຊັນຂອງພົນລະເມືອງ, ອີງຕາມຜົນການຕິດຕາມ ໂຄວິດ-19 ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ທີ່ຂຽນຢູ່ໃນເວັບໄຊທ໌ ຂອງສູນສຶກສາດ້ານຍຸດທະສາດແລະສາກົນຂອງສະຫະລັດ. ສະນັ້ນ ຍັງອີກບໍ່ຮອດ 3 ເດືອນ ລາວຕ້ອງສັກວັກຊີນນີ້ໃຫ້ໄດ້ອີກ 21.8 ເປີເຊັນ ຂອງພົນລະເມືອງ ຫລືປະມານ 1 ລ້ານ 6 ແສນຄົນ ຊຶ່ງກໍຖືວ່າອາດຈະພາດເປົ້າໝາຍການສັກວັກຊີນນີ້ໄດ້ ຖ້າຫາກບໍ່ມີການເລັ່ງສັກຢານີ້ໃຫ້ໄວທີ່ສຸດ.

ເມື່ອເວົ້າເຖິງຈໍານວນຢາວັກຊີນນັ້ນ ຜ່ານມາລາວໂດຍໄດ້ຮັບການຊ່ວຍເຫລືອ ຈາກສາກົນຊຶ່ງຈໍານວນນຶ່ງ ທັງຜ່ານແລະບໍ່ຜ່ານອົງການອະນາໄມໂລກ. ເມື່ອລວມກັນແລ້ວ ຄາດຄະເນວ່າ ມີຫລາຍກວ່າ 7 ລ້ານ 5 ແສນໂດສ ຊຶ່ງຈະພຽງພໍສໍາລັບສັກໃຫ້ແກ່ 50 ເປີເຊັນຂອງປະຊາກອນລາວ.

ປະຊາຊົນພາກັນໄປສູນກາງບໍລິການສັກຢາວັກຊີນກັນພະຍາດໂຄວິດ ຢູ່ທີ່ມະຫາວິທະຍາໄລໃໝ່ແຫ່ງນຶ່ງໃນນະຄອນຫຼວງວຽງຈັນ, ວັນທ່ີ 7 ຕຸລາ 2021.
ປະຊາຊົນພາກັນໄປສູນກາງບໍລິການສັກຢາວັກຊີນກັນພະຍາດໂຄວິດ ຢູ່ທີ່ມະຫາວິທະຍາໄລໃໝ່ແຫ່ງນຶ່ງໃນນະຄອນຫຼວງວຽງຈັນ, ວັນທ່ີ 7 ຕຸລາ 2021.

ແຕ່ຢ່າງໃດກໍຕາມ ການສັກຢາຢູ່ໃນເຂດໃຈກາງນະຄອນຫລວງນັ້ນ ເທົ່າທີ່ຜ່ານມາແມ່ນຍັງຊັກຊ້າຫລາຍ ເຖິງແມ່ນວ່າຈະມີວັກຊີນໄວ້ໃຫ້ຄົນສັກພຽງພໍຢູ່ກໍຕາມ, ອີງຕາມນັກທຸລະກິດຂະໜາດນ້ອຍ ທ່ານນຶ່ງທີ່ ເລົ່າປະສົບການຂອງພັນລະຍາ ແລະແມ່ເຖົ້າຂອງທ່ານ ທີ່ພະຍາຍາມໄປຮັບການສັກຢາວັກຊີນນີ້ຫລາຍໆຄັ້ງຢູ່ໂຮງໝໍ ຈຶ່ງໄດ້ສັກນັ້ນ ສູ່ຟັງວ່າ:

“ການສັກຢາໜີ້ ນາຍໝໍກະມີການກັກວັກຊີນໄວ້. ບາງເທື່ອກະເລື່ອນ, ບາງເທື່ອກະຊ້າ, ເຮັດວຽກກະແບບເຊົ້າຊາມ, ເຢັນຊາມ. ທໍາມະດາ ກະຕ້ອງເຮັດວຽກເຕັມເວລາ. ອັນນີ້ກະຍັງເຮັດວຽກແບບເກົ່າຫັ້ນລະ, ສິບເອັດໂມງກະເຊົາກິນເຂົ້າທ່ຽງ, ສອງໂມງຈຶ່ງມາສັກ, ສາມໂມງເຄິ່ງກະເມືອແລ້ວຈັ່ງຊີ້ໜະ. ຜູ້ໃດເອົາເງິນໃຫ້ແສນນຶ່ງ, ແສນກີບກະໄດ້ສັກໄວ. ຜູ້ໃດບໍ່ໃຫ້ເງິນກະແມ່ນຕໍ່ຄີວກັນຍາວ ຕາກແດດບັກຮ້ອນໆຈັ່ງຊີ້ນະ. ຄືຍັງບໍ່ມຸ້ງໝັ້ນໃນການສັກວັກຊີນ.”

ສະຫລຸບແລ້ວການສັກຢາວັກຊີນຢູ່ໃນລາວ ໂດຍສະເພາະໃນນະຄອນຫວງວຽງ ຈັນທີ່ເປັນຈຸດທີ່ມີການແຜ່ເຊື້ອໃນຊຸມຊົນສູງທີ່ສຸດມາໄດ້ຫລາຍອາທິດແລ້ວ ນັ້ນແມ່ນຍັງຊັກຊ້າ ເຖິງແມ່ນວ່າຈະມີວັກຊີນໄວ້ສັກໃຫ້ປະຊາຊົນຢ່າງພຽງພໍ ຕາມເປົ້າໝາຍທີ່ວາງໄວ້ກໍ່ຕາມ.

Video Related of Vaccination Covid 19 to continus in Laos 10-08-21
please wait

No media source currently available

0:00 0:02:47 0:00

XS
SM
MD
LG