ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄດ້ເກີດມີຄວາມຮູ້ສຶກ ສັບປົນກັນ ລະຫວ່າງຊາວຣັດເຊຍ ກ່ຽວກັບສົງຄາມທີ່ເກີດຂຶ້ນ ຢູ່ຕາມຊາຍແດນຂອງຢູເຄຣນ


ເຈົ້າໜ້າທີ່ຕໍາຫຼວດ ໄດ້ກັກໂຕຜູ້ປະທ້ວງໃນເມືອງນິສນີ ນອບໂກຣອດ (Nizhny Novgorod), ປະເທດຣັດເຊຍ, ວັນທີ 24 ກຸມພາ 2022. ຜູ້ປະທ້ວງຫຼາຍຮ້ອຍຄົນ ໄດ້ອອກມາລວມກັນຢູ່ບໍລິເວນ ເຊັນທ໌ ປີເຕີສເບີກ ໃຈກາງຂອງນະຄອນຫຼວງມົສກູ, ໃນເມືອງນິສນີ ນອບໂກຣອດ ແລະເມືອງອື່ນໆຂອງຣັດເຊຍ ໃນວັນພະຫັດແລ້ວນີ້, ໂດຍປະທ້ວງເພື່ອ...
ເຈົ້າໜ້າທີ່ຕໍາຫຼວດ ໄດ້ກັກໂຕຜູ້ປະທ້ວງໃນເມືອງນິສນີ ນອບໂກຣອດ (Nizhny Novgorod), ປະເທດຣັດເຊຍ, ວັນທີ 24 ກຸມພາ 2022. ຜູ້ປະທ້ວງຫຼາຍຮ້ອຍຄົນ ໄດ້ອອກມາລວມກັນຢູ່ບໍລິເວນ ເຊັນທ໌ ປີເຕີສເບີກ ໃຈກາງຂອງນະຄອນຫຼວງມົສກູ, ໃນເມືອງນິສນີ ນອບໂກຣອດ ແລະເມືອງອື່ນໆຂອງຣັດເຊຍ ໃນວັນພະຫັດແລ້ວນີ້, ໂດຍປະທ້ວງເພື່ອ...

ການຮັບຮູ້ໂດຍປະທານາທິບໍດີ ຣັດເຊຍ ທ່ານວລາດິເມຍ ປູຕິນ ກ່ຽວກັບ ການສະຖາປະນາຕົນເອງເປັນສາທາລະນະລັດຂອງສອງຂົງເຂດ ທີ່ຢູ່ໃນດິນແດນຂອງຢູເຄຣນນັ້ນ ໄດ້ກໍ່​ໃຫ້​ເກີດສະຖານະການທີ່ບໍ່ແນ່ນອນ ສໍາລັບປະ ຊາຊົນຊາວຣັດເຊຍ, ອັນເນື່ອງມາຈາກສົງຄາມ ແລະ ການລົງໂທດທາງດ້ານເສດຖະກິດ ໄດ້ກາຍເປັນເປົ້າໝາຍຂອງບັນຫາໃນອະນາຄົດ. ຢູ່ບໍລິເວນຊາຍແດນຂອງຣັດເຊຍ ທີ່ຕິດກັບທາງທິດຕາເວັນອອກຂອງຢູເຄຣນ, ໄດ້ມີການສໍາພາດກັບສະມາຊິກບາງຄົນທີ່ເປັນພົນລະເມືອງ ຢູ່ໃນທ້ອງຖິ່ນ ໂດຍສະເໜີວ່າ ບາງຄົນມີຄວາມຕື່ນເຕັ້ນ ທີ່ຈະ​ໄດ້ຕໍ່ສູ້ ໃນຂະນະທີ່ບາງຄົນກ່າວວ່າ ໃນເທື່ອນີ້ ເຂົາເຈົ້າມີຄວາມຮັກຊາດ ໜ້ອຍກວ່າໃນຊ່ວງປີ 2014, ເມື່ອ ຣັດເຊຍ ໄດ້ຢຶດ ເອົາແຫຼມໄຄຣເມຍມາ​ເປັນ​ດິນ​ແດນຂອງ​ຕົນ. ຈອນ ສະເປຍເອີີ (Jon Spier), ບັນຍາຍບົດລາຍງານຈາກເມືອງ ໂ​ຣສຕອບ-ອອນ-ດອນ (Rostov-on-Don) ໃນປະເທດ ຣັດເຊຍ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ແຄມຝັ່ງຂອງແມ່ນໍ້າດອນ ແມ່ນເມືອງໂຣສຕອບ ເຊິ່ງເປັນເມືອງນຶ່ງ ທີ່ໃຫຍ່ທີ່ສຸດຢູ່ທາງທິດໃຕ້ຂອງປະເທດຣັດເຊຍ ແລະຫ່າງຈາກຊາຍແດນກັບຢູເຄຣນພຽງແຕ່ 90 ກິໂລແມັດເທົ່ານັ້ນ.

ຫຼາຍພັນຄົນພາກັນເດີນທາງມາໄກ ຈາກຂົງເຂດລູຮານສ໌ ແລະໂດເນັດສ໌, ເຊິ່ງໄດ້ພາກັນຍົກຍ້າຍຖິ່ນຖານ ຍ້ອນຄວາມຂັດແຍ້ງທີ່ເພີ້ມຂຶ້ນ. ໃນຂະນະທີ່ພວກເຂົາເຈົ້າເດີນທາງມາຮອດ, ຄວາມກັງວົນຕ່າງໆກໍໄດ້ເພີ້ມຂຶ້ນຫຼາຍວ່າ ສົງຄາມ ແລະຜົນທີ່ຕາມມານັ້ນ ຈະເປັນແນວໃດ ຕໍ່ຊີວິດຂອງພົນລະເມືອງ ຣັດເຊຍ.


ທ້າວດີມິທຣີ ໂວກ (Dimitri Volk), ຜູ້ທີ່ອາໄສຢູ່ໃນເມືອງ ໂຣສຕອບ-ອອນ-ດອນ ກ່າວຕໍ່ VOA ເປັນພາສາຣັດເຊຍວ່າ: “ຂ້ອຍມີຄວາມກັງວົນວ່າ ສິ່ງດັ່ງ ກ່າວນີ້ ມັນຈະມີຜົນກະທົບແນວໃດ ຕໍ່ປະຊາຊົນຄົນທໍາມະດາແລະລະບົບເສດ ຖະກິດ. ຄ່າຂອງເງິນໂດລາ ຈະເພີ້ມຂຶ້ນອີກບໍ, ຄ່າແຮງ ຈະຫຼຸດລົງມາບໍ ຈະມີການປະຕິບັດການທາງທະຫານຫຼືບໍ່? ພວກເຮົາບໍ່ຮູ້ວ່າແມ່ນຫຍັງກໍາລັງຈະເກີດຂຶ້ນ, ຜູ້ຄົນຈໍານວນຫຼາຍບໍ່ຮູ້ວ່າ ຄວາມຈິງແລ້ວແມ່ນຫຍັງກໍາລັງຈະເກີດຂຶ້ນ.”

ສໍາລັບບາງຄົນ, ຄ່າ​ໃຊ້ຈ່າຍສໍາລັບການເຂົ້າ​ພົວ​ພັນຂອງກໍາລັງທະຫານຂອງຣັດເຊຍ ​ຢູ່​ໃນຄວາມຂັດແຍ້ງ ກັບປະເທດໃກ້ຄຽງ ຄືຢູເຄຣນນັ້ນ ແມ່ນສູງເກິນໄປ. ພວກເຂົາເຈົ້າກ່າວວ່າ ໃນເທື່ອນີ້ແມ່ນບໍ່ຄືກັນກັບປີ 2014, ເມື່ອ​ມີການປະ​ກາດ​ຮວມເອົາແຫຼມໄຄຣເມຍ​ເຂົ້າ​ເປັນ​ດິນ​ແດນ​ຂອງ​ຣັດ​ເຊຍນັ້ນ ໄດ້ຮັບການສະໜັບສະໜຸນຈາກປະຊາຊົນ.

ປະຊາຊົນຜູ້ນຶ່ງທີ່ມີຊື່ວ່າ ອາດິມ ໂດຍຂໍໃຫ້ບໍ່ເປີດເຜີຍນາມສະກຸນຂອງລາວ ໄດ້ກ່າວຕໍ່ VOA ເປັນພາສາຣັດເຊຍວ່າ: “ຂ້ອຍບໍ່ສະໜັບສະໜຸນຕໍ່ການຕັດສິນໃຈດັ່ງກ່່າວນີ້. ແມ່ນຢູ່ວ່າພວກເຂົາມີຄວາມຂັດແຍ້ງກັນ, ແຕ່ນັ້ນ ມັນເປັນເລື້ອງພາຍໃນຂອງພວກເຂົາເຈົ້າ ເປັນຫຍັງພວກເຮົາຈຶ່ງຈະຕ້ອງເຂົ້າໄປພົວພັນກັບມັນເປັນຫຍັງຈຶ່ງໄປຮັບຮູ້ກ່ຽວກັບການເປັນ​ເອກ​ກະ​ລາດຂອງເຂົາ? ມັນເປັນປະເທດ ອື່ນ! ປະໃຫ້ເຂົາແກ້ໄຂບັນຫາຂອງພວກເຂົາເອງ. ແລະປັດຈຸບັນນີ້ ຍ້ອນການຕັດສິນໃຈດັ່ງກ່າວນີ້ (ໂດຍປະທານາທິບໍດີຣັດເຊຍ), ຂ້ອຍບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນພາຍໃນອາທິດໜ້ານີ້.”

ຜູ້ຄົນພາກັນເຂົ້າຮ່ວມປະທ້ວງຕໍ່ຕ້ານການເຮັດສົງຄາມ, ລຸນຫຼັງທີ່ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ອະນຸມັດໃຫ້ມີການປະຕິບັດການທາງທະຫານຢູ່ໃນຢູເຄຣນ, ໃນນະຄອນ ເຊັນທ໌ ປີເຕີສເບີກ, ປະເທດຣັດເຊຍ, ວັນທີ 24 ກຸມພາ 2022.
ຜູ້ຄົນພາກັນເຂົ້າຮ່ວມປະທ້ວງຕໍ່ຕ້ານການເຮັດສົງຄາມ, ລຸນຫຼັງທີ່ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ອະນຸມັດໃຫ້ມີການປະຕິບັດການທາງທະຫານຢູ່ໃນຢູເຄຣນ, ໃນນະຄອນ ເຊັນທ໌ ປີເຕີສເບີກ, ປະເທດຣັດເຊຍ, ວັນທີ 24 ກຸມພາ 2022.

ສ່ວນຄົນອື່ນໆກ່າວວ່າ ພວກເຂົາເຈົ້າຈະໃຊ້ຈ່າຍສຳ​ລັບ​ການ​ໃຊ້​ຈ່າຍ​ທີ່​ເຫັນ​ວ່າຈໍາເປັນ.

ນາງອາເລັກຊານດຣາ ຄັສຊຽນສ໌ໂກ (Alexandra Kashchienko), ປະຊາ ຊົນທີ່ອາໄສຢູ່ເມືອງໂຣສຕອບ ກ່າວຕໍ່ VOA ເປັນພາສາຣັດເຊຍວ່າ ນາງພ້ອມແລ້ວທີ່ຈະເສຍສະຫຼະ ແລະຕໍ່ສູ້ເພື່ອຜົນປະໂຫຍດຂອງ ຣັດເຊຍ, ໂດຍນາງໄດ້ກ່າວວ່າ: “ຄອບຄົວຂອງຂ້ອຍ ແລະໂຕຂ້ອຍເອງ ແມ່ນສະໜັບສະໜຸນການຕັດ ສິນໃຈຂອງທ່ານປູຕິນ ຢ່າງເຕັມທີ່ໃນການຮັບຮູ້ຕໍ່ສາທາລະນະລັດເຫຼົ່ານີ້. ພວກ ເຮົາມີຄວາມທຸກທໍລະມານຫຼາຍນັບຕັ້ງແຕ່ປີ 2014, ມີຄວາມເຈັບປວດຢູ່ໃນຫົວ ໃຈຂອງພວກເຮົາຫຼາຍ. ມັນບໍ່ແມ່ນເລື້ອງເລັກໆນ້ອຍໆ ສໍາລັບພວກເຮົາ, ພວກເຮົາຈະຮັບເອົາການລົງໂທດຕ່າງໆເຫຼົ່ານັ້ນ.”

ຫຼາຍໆຄົນທີ່ຢູ່ໃນພື້ນທີ່ນີ້ຂອງຣັດເຊຍ ມີຄວາມຜູກພັນທາງຄອບຄົວ ແລະສັງ ຄົມກັບຂົງເຂດ ລູຮານສ໌ ແລະໂດເນັສ໌, ແລະເຖິງແມ່ນຈະມີຄວາມແຕກຕ່າງທາງການເມືອງກ່ຽວກັບການຮັບຮູ້ຄວາມເປັນເອກະລາດຂອງດິນແດນເຫຼົ່ານີ້ ທຸກໆຄົນຕ່າງກໍ່ກ່າວວ່າ ພວກເຂົາເຈົ້າເຫັນດີ ທີ່ຕ້ອງການຈະໃຫ້ຄວາມຮຸນແຮງດັ່ງກ່າວນັ້ນຍຸຕິລົງ.

ນາງນາເດສດາ (Nadeshda), ຜູ້ທີ່ຂໍບໍ່ໃຫ້ເປີດເຜີຍນາມສະກຸນຂອງລາວກ່າວ ວ່າ ລາວບໍ່ເຫັນວ່າຜູ້ໃດໄດ້ຮັບໄຊຊະນະໃນຄວາມຂັດແຍ້ງດັ່ງກ່າວນີ້ ໂດຍນາງໄດ້ກ່າວກັບ VOA ເປັນພາສາຣັດເຊຍວ່າ “ຂ້ອຍມີຄົນທີ່ລຶ້ງເຄີຍກັນ, ໝູ່ເພື່ອນ, ແລະເພື່ອນຮ່ວມງານຢູ່ທີ່ນັ້ນ, ປັດຈຸບັນນີ້ ພໍ່ແມ່ຂອງຂ້ອຍກໍ່ຢູ່ທີ່ນັ້ນ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ຂ້ອຍມີຄວາມກັງວົນ ເພາະວ່າສະຖານະການຢູ່ທີ່ນັ້ນມັນບໍ່ດີເລີຍ, ຂ້ອຍບໍ່ປາດຖະໜາໃຫ້ພວກເຂົາເຈົ້າ ກາຍມາເປັນສັດຕູທີ່ຮ້າຍແຮງຂອງຂ້ອຍ.”

ການລົງໂທດທາງດ້ານເສດຖະກິດອັນໃໝ່ຕໍ່ ຣັດເຊຍ ໄດ້ຖືກກໍານົດຂຶ້ນ, ໃນຂະ ນະທີ່ຄວາມບໍ່ແນ່ນອນຢູ່ນະທີ່ນັ້ນ ແມ່ນຍັງສ້າງຄວາມກັງວົນຕໍ່ເຫດການໃນອະ ນາຄົດ ແລະມີຄວາມຢ້ານວ່າ ສົງຄາມຂະໜາດໃຫຍ່ຈະສົ່ງຜົນຕໍ່ອາລົມ ແລະຄວາມຮູ້ສຶກຂອງປະຊາຊົນຊາວຣັດເຊຍ.

The recognition by Russian President Vladimir Putin of two self-proclaimed republics within Ukrainian territory has created an uncertain scenario for Russians, as war and economic sanctions point to a troubled future. Along Russia’s border with eastern Ukraine, interviews with some members of the local population suggest some are eager to fight while others say there is less patriotic fervor this time than in 2014 when Russia annexed Crimea. Jon Spier narrates this report from the Russian city of Rostov-on-Don.

On the banks of the Don River is the city of Rostov - one of the largest cities in southern Russia, and just 90 kilometers from the border with Ukraine.

Thousands of people are coming this far from the Luhansk and Donetsk regions, displaced by the growing conflict. As they arrive, concerns mount over what a war and its consequences will have on the lives of Russia’s population.

Dimitri Volk, Resident of Rostov-on-Don (MALE SPEAKING RUSSIAN ORIGINAL VOA

“I'm worried about how this is going to affect normal people, the economy. Will the dollar rise again, will wages fall, will there be military operations? We don’t know what is happening, the vast majority of people do not know the truth of what is happening.”

For some people, the price to pay for Russia's military involvement in the conflict in neighboring Ukraine is too high. They say this time is not like in 2014, when the annexation of Crimea had broad popular support.

Vadim, Resident of Rostov-on-Don (MAN IN RUSSIAN ORIGINAL VOA

“I do not support this decision. OK, they have a conflict, but it is an internal matter, why should we get involved in it, why recognize their independence? It's another country! Let them fix their problems. And now, because of this decision (by the President), I don't know what will happen next week.”

Others say they are willing to pay whatever price is necessary.

Alexandra Kashchienko, Resident of Rostov-on-Don (WOMAN IN RUSSIAN - ORIGINAL VOA

“My family and I fully support Vladimir Putin's decision to recognize these republics. We have suffered a lot, since 2014, a lot of pain in our hearts. It is not something minor for us, we are willing to bear the sanctions.”

Many in this part of Russia have family and social ties with Luhansk and Donetsk, and despite political differences on Russia’s recognition of the independence of these territories, all said they agree in wanting the violence to stop.

Nadeshda, Resident of Rostov-on-Don - WOMAN IN RUSSIAN - ORIGINAL VOA

“I have acquaintances, friends, and co-workers there, my parents are there now. Obviously, I'm worried because the situation there is bad, I wouldn't wish it on my worst enemy.”

The new sanctions against Russia have been imposed, while on the street, uncertainty, worry about the future, and fear of a larger war weigh down the mood of the Russians.

XS
SM
MD
LG