ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງໝໍມິດຕະພາບ ຖືກກຳນົດ ໃຫ້ເປັນສູນກາງ ໃນການຮັກສາ ຜູ້ຕິດເຊື້ອໄວຣັສ ໂຄວິດ-19


ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງ ໂຄວິດ-19 ໄດ້ກຳນົດໃຫ້ໂຮງໝໍມິດຕະພາບ ໃນນະຄອນວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດເຊື້ອໄວຣັສໂຄວິດ-19.
ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງ ໂຄວິດ-19 ໄດ້ກຳນົດໃຫ້ໂຮງໝໍມິດຕະພາບ ໃນນະຄອນວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດເຊື້ອໄວຣັສໂຄວິດ-19.

ທາງການລາວ ກຳນົດໃຫ້ໂຮງໝໍມິດຕະພາບ ໃນນະຄອນວຽງຈັນ ເປັນສູນຮັກສາຄົນຕິດເຊື້ອໄວຣັສໂຄວິດ-19 ໃນລາວ ໂດຍສາມາດຮອງຮັບຄົນປ່ວຍຈາກໂຄວິດ-19 ໄດ້ທັງໝົດເກືອບ 300 ຄົນ.


ດຣ. ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວແລະຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫລງວ່າ ເພື່ອຮັບມືກັບບັນຫາການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງ ໂຄວິດ-19 ໄດ້ກຳນົດໃຫ້ໂຮງໝໍມິດຕະພາບໃນນະຄອນວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດເຊື້ອໄວຣັສໂຄວິດ-19 ໂດຍການນຳໃຊ້ອາຄານໃໝ່ ທັງອາຄານສຳລັບຮອງຮັບຄົນປ່ວຍທີ່ຕິດເຊື້ອໂຄວິດ-19 ເປັນການສະເພາະ ເນື່ອງຈາກວ່າ ມີຄວາມພ້ອມທີ່ສຸດ ທັງໃນດ້ານບຸຄະລາກອນ ແລະເຄື່ອງມືທາງການແພດທີ່ທັນສະໄໝທີ່ສຸດໃນລາວ.

ໂຮງໝໍ 103 ໄດ້ຖືກກຳນົດໃຫ້ເປັນໂຮງໝໍສຳຮອງ ຖ້າຫາກໂຮງໝໍມິດຕະພາບຮັບຄົນປ່ວຍຈາກໂຄວິດ-19 ເຕັມຄວາມສາມາດ ແລະໃນໄລຍະນີ້ ກໍສາມາດຮັບກວດຫາໄວຣັສຜູ້ສົງໄສທີ່ອາດຕິດເຊື້ອໄວຣັສໄດ້.
ໂຮງໝໍ 103 ໄດ້ຖືກກຳນົດໃຫ້ເປັນໂຮງໝໍສຳຮອງ ຖ້າຫາກໂຮງໝໍມິດຕະພາບຮັບຄົນປ່ວຍຈາກໂຄວິດ-19 ເຕັມຄວາມສາມາດ ແລະໃນໄລຍະນີ້ ກໍສາມາດຮັບກວດຫາໄວຣັສຜູ້ສົງໄສທີ່ອາດຕິດເຊື້ອໄວຣັສໄດ້.

ແຕ່ຢ່າງໃດກໍຕາມ ສູນຮັກສາຜູ້ຕິດເຊື້ອ ໂຄວິດ-19 ດັ່ງກ່າວ ກໍສາມາດຮອງຮັບຄົນປ່ວຍໄດ້ທັງໝົດເກືອບ 300 ຄົນ ສະນັ້ນ ຄະນະສະເພາະກິດ ຈຶ່ງໄດ້ຕຽມໂຮງໝໍອີກ 3 ແຫ່ງໄວ້ຮອງຮັບໃນກໍລະນີທີ່ມີຄົນປ່ວຍເກີນຄວາມສາມາດຂອງໂຮງໝໍມິດຕະພາບ ປະກອບດ້ວຍ ໂຮງໝໍ 103 ໂຮງໝໍເສດຖາທິລາດ ແລະໂຮງໝໍມະໂຫສົດ ຕາມລຳດັບ ດັ່ງທີ່ ດຣ. ຄຳພົ້ວ ຢຶນຢັນວ່າ:

“ໂຮງໝໍ ພວກເຮົາໄດ້ກຽມໄວ້ນີ້ ແມ່ນມີໂຮງໝໍມິດຕະພາບ ໂຮງໝໍ 103 ໂຮງໝໍເສດຖາທິລາດ ແລະໂຮງໝໍມະໂຫສົດ ແລະໂຮງໝໍແຕ່ລະແຫ່ງນີ້ ຈະກວດ ກັ່ນກອງ ແລ້ວກະຖ້າເປັນກໍລະນີສົງໄສແມ່ນຈະເອົາຕົວຢ່າງໄປກວດ ແລະກໍໄດ້ກັກກັນຢູ່ໂຮງໝໍນັ້ນເລີຍ ແລະເມື່ອຖ້າຫາກຜົນກວດນັ້ນ ເປັນຜົນບວກ ແລ້ວເວລານັ້ນ ຈະໄດ້ສົ່ງຕໍ່ໄປປິ່ນປົວຢູ່ໂຮງໝໍມິດຕະພາບຫລັງໃໝ່ເນາະ ຊຶ່ງເປັນໂຮງໝໍທີ່ຄ່ອນຂ້າງທັນສະໄໝ ແລະມີເຄື່ອງມືອຸປະກອນຄົບຊຸດພໍສົມຄວນ ແລະສາມາດຮອງຮັບຄົນເຈັບໄດ້ທັງໝົດເກືອບ 300 ຕຽງ.”

ສ່ວນຢູ່ຕ່າງແຂວງໃນທົ່ວປະເທດນັ້ນ ຄະນະສະເພາະກິດ ໄດ້ກຳນົດໃຫ້ໂຮງໝໍແຂວງແລະເມືອງ ຈະຕ້ອງຈັດຕຽມສະຖານທີ່ສຳລັບຮອງຮັບຜູ້ປ່ວຍ ໂຄວິດ-19 ເປັນການສະເພາະເຊັ່ນດຽວກັນ ໂດຍກ່ອນໜ້ານີ້ ຄະນະສະເພາະກິດ ກໍໄດ້ຈັດສົ່ງຄະນະແພດທີ່ຊ່ຽວຊານ ໄປຝຶກອົບຮົມແລະຖ່າຍທອດປະສົບການໃຫ້ກັບບຸຄະລາກອນທາງການແພດ ທີ່ປະຈຳຢູ່ໂຮງໝໍແຂວງແລະເມືອງ ໃນທົ່ວປະເທດແລ້ວ ໂດຍສະເພາະແມ່ນໃນບັນດາແຂວງແລະເມືອງ ທີ່ມີຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານແລະມີຄົນລາວເດີນທາງກັບຄືນມາລາວນັ້ນ ຍັງຈະຕ້ອງມີການຕຽມສະຖານທີ່ໄວ້ເພື່ອກັກບໍລິເວນຄົນລາວທຸກຄົນເປັນເວລາ 14 ວັນ ແລະຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດອີກດ້ວຍ ດັ່ງທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນວ່າ:

“ພວກເຮົາ ຈະສືບຕໍ່ໃຊ້ທຸກມາດຕະການ ທຸກວິທີທາງ ເພື່ອປະຕິບັດຄຳສັ່ງນີ້ໃຫ້ທົ່ວເຖິງ ແຕ່ເທິງ ລົງລຸ່ມ ຮອດບ້ານ ຮອດຄອບຄົວ ໃຫ້ເຂົ້າໃຈ ແລະຈັດຕັ້ງປະຕິບັດໃຫ້ເຂັ້ມງວດກວ່າເກົ່າ ຜູ້ຖືກກັກກັນຢູ່ໃນເຮືອນ ຢູ່ບ້ານ ຢູ່ສູນ ຕ້ອງເຂົ້າໃຈສະພາບການໃຫ້ດີ ແລະບໍ່ຄວນລະເມີດ ສ່ວນຕົວບຸກຄົນຕ້ອງຮັບຜິດຊອບຕໍ່ຕົນເອງ ຕໍ່ຄອບຄົວ ຕໍ່ສັງຄົມ ຕໍ່ປະເທດຊາດ ຕ້ອງເຂົ້າໃຈແນວນັ້ນ ພວກເຮົາບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ທີ່ມີຄວາມສ່ຽງເຂົ້າມາປະເທດເຮົາ.”

ສ່ວນທ່ານພູທອນ ເມືອງປາກ ຮອງລັດຖະມົນຕີີກະຊວງສາທາລະນະສຸກ ຍອມຮັບວ່າ ການຕິດເຊື້ອ ໂຄວິດ-19 ໃນລາວ ຈຳນວນ 16 ຄົນ ຈາການກວດ 909 ຄົນ ເຖິງແມ່ນວ່າ ຈະຢູ່ໃນລະດັບຕ່ຳກໍຕາມ ຫາກແຕ່ກໍຍັງຖືເປັນສະພາບການທີ່ມີຄວາມສ່ຽງ ທີ່ຈະມີຄົນລາວຕິດເຊື້ອ ໂຄວິດ-19 ເພີ້ມຂຶ້ນໄດ້ຕະຫຼອດເວລາ ໂດຍສະເພາະແມ່ນກຸ່ມແຮງງານລາວຫຼາຍກວ່າ 8 ໝື່ຄົນ ທີ່ເດີນທາງກັບມາຈາກໄທ ໃນທ້າຍເດືອນມີນາ 2020 ນັ້ນ ກໍຖືເປັນກຸ່ມສ່ຽງຫຼາຍທີ່ສຸດ ເພາະວ່າ ເດີນທາງກັບມາຈາກໄທ ດັ່ງນັ້ນ ເພື່ອປ້ອງກັນບັນຫາດັ່ງກ່າວນີ້ ນາຍົກລັດຖະມົນຕີລາວ ໄດ້ອອກຳສັ່ງບັງຄັບໃຊ້ຈາກ ວັນທີ 1 ຫາ 19 ເມສາ 2020 ໂດຍຫ້າມປະຊາຊົນອອກຈາກເຮືອນ ຫ້າມເດີນທາງຂ້າມແຂວງ ຫ້າມຈັດງານທີ່ມີຄົນເກີນ 10 ຄົນ ຫ້າມກັກຕຸນ ແລະຂຶ້ນລາຄາສິນຄ້າ ຫ້າມລົງຂ່າວປອມ ໃຫ້ພະນັກງານລັດເຮັດວຽກຢູ່ເຮືອນໃຫ້ປິດສະຖານບັນເທີງ ຕະຫຼາດກາງຄືນ ໂຮງງານແລະການກໍ່ສ້າງຂະໜາດໃຫຍ່ ແລະປິດດ່ານຊາຍແດນທັງໝົດ ຍົກເວັ້ນກໍລະນີຈຳເປັນ ເຊັ່ນໃຫ້ເປີດທະນາຄານ ຕະຫຼາດຮຸ້ນ ໂຮງໝໍ ຮ້າຍຂາຍຢາ ໜ່ວຍກູ້ໄພ ການຂົນສົ່ງສິນຄ້າ ແລະບໍລິການສາທາລະນະສຸກຕ່າງໆ ເປັນຕົ້ນ.

XS
SM
MD
LG