ກຸ່ມສັງເກດການເບິ່ງການເກັບກູ້ລະເບີດຝັງດິນກຸ່ມນຶ່ງກ່າວວ່າ ຫຼາຍກວ່າ 25,000 ຄົນ
ໄດ້ເສຍຊີວິດ ຫຼືໄດ້ຮັບບາດເຈັບ ຈາກອຸປະຕິເຫດລະເບີດຝັງດິນ ໃນອັຟການິສຖານ
ນັບແຕ່ປີ 1978 ເປັນຕົ້ນມາ. ຜູ້ຊ່ຽວຊານອັຟການິສຖານຄົນນຶ່ງກ່ຽວກັບລະເບີດທີ່ບໍ່ທັນ
ແຕກ ກ່າວຕໍ່ວີໂອເອວ່າ ທ່ານໄດ້ຖືເອົາການປົດ ຄະນວນລະເບີດທີ່ຮ້າຍແຮງເປັນການ
ປະຕິບັດງານທີ່ສຳຄັນໃນຊີວິດຂອງທ່ານ ກ່ອນທີ່ລະເບີດເຫຼົ່ານີ້ ຈະແຕກໃສ່ຄົນໃຫ້ໄດ້
ຮັບບາດເຈັບ ຫຼືເສຍຊີວິດ. ແຕ່ດັ່ງທີ່ນັກຂ່າວວີໂອເອ ອາຊີຊູລລາ ໂພພາລ ແລະ ຊາບີ
ຮູລລາ ກາຊີໄດ້ພົບເຫັນໃນລາຍງານນີ້ ຈາກອັຟການິສຖານ ເຊີຣາຈ ອາມາດ ບໍ່ສາມາດ
ປ້ອງກັນທຸກໆຄົນໄດ້ຈາກຜົນທີ່ຕິດຕາມມາ ໃນການແຕກຂອງລະເບີດຝັງດິນ.
ກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ນີ້ແມ່ນສູນກາງເຂດເທດສະບານເມືອງພັນໄວ ທາງພາກຕາເວັນຕົກຂອງເມືອງການດາ
ຮາ. ທ່ານເຊີຣາຈ ອາມາດ ອັຟການມາລ ກຳລັງຫຍຸ້ງຢູ່ກັບການ ເກັບກູ້ລະເບີດແຄມທາງ
ຢູ່ໃນເຂດຄວບຄຸມຂອງພວກຕາລິບານທີ່ໄດ້ຍຶດກຳລັງລັດຖະບານ ຢຶດຄືນມາໄດ້ ຫວ່າງ
ມໍ່ໆມານີ້.
ທ່ານອັຟການມາລ ກ່າວວ່າ “ມັນບໍ່ຕ້ອງການຖ່ານໄຟສາຍ ໝໍ້ສາກໄຟ ຫຼືອັນໃດອັນ
ນຶ່ງເລີຍ. ເວລາໃດລົດແລ່ນ ຜ່ານມັນໄປ ມັນຈະລະເບີດຂຶ້ນ ແລະເຮັດໃຫ້ເກີດ
ຄວາມເສຍຫາຍ.”
ທ່ານອັຟການມາລ ໄດ້ປົດຄະນວນລະເບີດ ຫຼາຍກວ່າ 10,000 ລູກມາແລ້ວ. ໃນນາມ
ທີ່ເປັນຜູ້ຊ່ຽວຊານຄົນນຶ່ງທີ່ເກັ່ງທີ່ສຸດໃນການເກັບກູ້ລະເບີດຂອງປະເທດ ເປັນທີ່ເຊື່ອ
ກັນວ່າ ທ່ານເປັນຜູ້ຊ່ວຍຊີວິດຂອງຫຼາຍພັນຄົນໄວ້.
ທ່ານອັຟການມາລ ຮູ້ດີເຖິງອັນຕະລາຍຢູ່ໃນໜ້າທີ່ຂອງທ່ານ. ເພື່ີອນຮ່ວມງານຂອງ
ທ່ານທ່ານບາຮາເດີ ຄານ ໄດ້ເສຍຊີວິດຍ້ອນລະເບີດຝັງດິນແຕກໃສ່ເມື່ອສອງເດືອນ
ກ່ອນ ໃນຂະນະທີ່ລາວເກັບກູ້ລະເບີດ ໃນເຂດທີ່ພວກຕາລິບານເຄີຍຄວບຄຸມມາກ່ອນ.
ທ່ານອັຟການມາລ ລອດຊີວິດມາໄດ້ຈາກການປະຕິບັດງານແຕ່ວ່າ ນາງນູເຊຍ ອາຍຸ
12 ປີ ໂຊກບໍ່ດີ. ພຽງບໍ່ເທົ່າໃດຮ້ອຍກິໂລແມັດ ຈາກບ່ອນທີ່ທ່ານອັຟການມາລ ໄດ້ປົດ
ຄະນວນລະເບີດຝັງດິນນັ້ນ ນາງນູເຊຍ ໄດ້ຢຽບເອົາລະເບີດຝັງດິນ ຢູ່ໃກ້ກັບເຮືອນ
ຂອງນາງໃນແຂວງນານກາຮາ.
ນາງນູເຊຍ ເດັກຍິງພິການ ກ່າວວ່າ “ມັນເປັນເວລາ 8ແປດໂມງເຊົ້າ ເວລາແມ່ສົ່ງ
ຂ້ອຍໄປເກັບເອົາງ່າໄມ້ມາດັງໄຟຄົວກິນ. ຂ້ອຍມີຄວາມລັງເລໃຈ ທີ່ຈະອອກໄປ
ໃນມື້ນັ້ນແຕ່ກໍໄດ້ອອກໄປເພື່ອໃຫ້ຄວາມງຸດງິດໃນການຢູ່ບ້ານໝົດໄປ. ຂ້ອຍໄດ້
ສູນເສຍຂາທັງສອງ ເວລາລະເບີດໄດ້ແຕກຂຶ້ນ.”
ອົງການກຸສົນສາກົນໄດ້ໃສ່ຂາທຽມໃຫ້ນາງນູເຊຍ ຊ່ວຍໃຫ້ນາງຍ່າງໄດ້ ແລະຊ່ວຍສະໜັບສະໜູນພໍ່ແມ່ຂອງນາງແລະພີ່ນ້ອງໃນຄອບຄົວຂອງນາງ. ແຕ່ນາງເສຍໃຈທີ່
ໄປໂຮງຮຽນບໍ່ໄດ້ອີກ ຊຶ່ງເຮັດໃຫ້ນາງຄຽດແຄ້ນຕໍ່ພວກທີ່ວາງລະເບີດຝັງດິນ.
ນາງນູເຊຍກ່າວວ່າ “ຂ້ອຍຖາມເຂົາເຈົ້າວ່າ ເປັນຫຍັງເຂົາເຈົ້າຈຶ່ງສ້າງຄວາມທຸກທໍ
ລະມານໃຫ້ແກ່ຄົນອື່ນໆ. ຂໍໃຫ້ພະເຈົ້າໂກດແຄ້ນຕໍ່ພວກທີ່ວາງລະເບີດ ແລະເຮັດໃຫ້ພົນລະເຮືອນໄດ້ຮັບບາດເຈັບ ຫຼືເສຍຊີວິດ.”
ໃນແຕ່ລະມື້ ພໍ່ຂອງນາງ ຊ່ວຍເອົາຂາປອມໃສ່ໃຫ້ນາງ ໃສ່ເທື່ີອລະຂາ ນາງນູເຊຍຝັນ
ຢາກເປັນດອກເຕີມື້ໃດມື້ນຶ່ງ ແຕ່ກໍກ່າວວ່າ ຄວາມຝັນຂອງນາງຈະຖືກໂຈະໄວ້ກ່ອນ
ໃນປັດຈຸບັນນີ້
A group that monitors landmines says more than 25,000 people have been killed or injured in landmine accidents in Afghanistan since 1978. An Afghan expert on unexploded ordinances told VOA he has made it his life's mission to defuse the deadly devices before they maim and kill. But as VOA's Azizullah Popal and Zabihullah Ghazi found out in this report from Afghanistan, Seraj Ahmad Afghanmal can't save everyone from the terrible consequences of a landmine explosion. Shaista Sadat Lami narrates their story.
This is the district center of Panjwaii, west of Kandahar city. Seraj Ahmad Afghanmal is busy clearing roadside mines in a Taliban-held area recently recaptured by government forces.
"It does not require any battery, charger or anything else. When a vehicle passes over it, it explodes and causes destruction."
Afghanmal has disabled over 10,000 explosive devices. As one of his country's top demining experts, he is believed to have saved thousands of lives.
Afghanmal is aware of the dangers oh his job. His colleague Bahadur Khan was killed in a mine blast two months ago while clearing mines in Taliban-held territory. Afghanmal has survived his share of close calls, but 12-year-old Noorzia was not as lucky. Just a few hundred kilometers from where Afghanmal was defusing landmines, Noorzia stepped on a landmine near her home in Nangarhar province.
"It was 8 in the morning when my mother sent me out to collect twigs for cooking. I was reluctant to go on that day, but I went to get rid of boredom at home. I lost both my legs when a mine exploded."
An international charity fitted Noorzia with artificial limbs, enabling her to walk and provide support to her parents, and her extended family. But she regrets she can no longer go to school, which makes her bitter toward those who plant land mines.
"I ask them why they cause suffering to people. May God get angry with those who lay bombs and hurt or kill civilians."
Each day, her father helps attach her artificial limbs, one leg at a time. Noorzia dreams of being a doctor someday, but says her dreams are on hold right now.