ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຊ່ວຍເຫລືອ ຊາວບ້ານທີ່ໄດ້ຮັບຜົນກະທົບ ຈາກເຂື່ອນໄຊຍະບູລີ ເປັນຢ່າງດີ


ແຜນທີ່ບາງບ້ານ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນໄຊຍະບູລີ
ແຜນທີ່ບາງບ້ານ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນໄຊຍະບູລີ
ລັດຖະມົນຕີລາວຢືນຢັນວ່າປະຊາຊົນທີ່ໄດ້ຮັບຜົນກະທົບຈາກ
ໂຄງການກໍ່ສ້າງເຂື່ອນໄຊຍະບຸລີນັ້ນ ຈະໄດ້ຮັບການເບິ່ງແຍງ ແລະໄດ້ຮັບການຊ່ວຍເຫຼືອເປັນຢ່າງດີໃນທຸກໆດ້ານ.

ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງ
ງານແລະບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ ປະຊາຊົນລາວ ທີ່ຖືກ ຍົກຍ້າຍອອກໄປຈາກເຂດກໍ່ສ້າງເຂື່ອນໄຊຍະບູລີເທິງລໍາ
ແມ່ນໍ້າຂອງ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍປີ 2012 ເປັນ
ຕົ້ນມາແລ້ວນັ້ນ ຈະໄດ້ຮັບການເບິ່ງແຍງແລະໄດ້ຮັບການຊ່ວຍ
ເຫຼືອ ໃນທຸກໆດ້ານເປັນຢ່າງດີ.

ທາງການລາວແລະກຸ່ມຜູ້ລົງທຶນໃນໂຄງການເຂື່ອນໄຊຍະບູລີ
ໄດ້ເລີ່ມດໍາເນີນການຍົກຍ້າຍປະຊາຊົນລາວອອກຈາກເຂດກໍ່ສ້າງເຂື່ອນ ນັບເປັນເວລາ
ກວ່າ 1 ປີ ມາແລ້ວ ຊຶ່ງປະກອບດ້ວຍປະຊາຊົນ ຈໍານວນຫຼາຍກວ່າ 2.100 ຄົນ ຈາກ
15 ບ້ານ ຢູ່ແຄມແມ່ນໍ້າ ຂອງ ທີ່ຈະຖືກໃຊ້ເປັນອ່າງນໍ້າ ທີ່ຢູ່ເໜືອເຂື່ອນ ໂດຍບ້ານທໍາອິດ
ທີ່ຖືກຍົກຍ້າຍອອກໄປນັ້ນ ກໍແມ່ນບ້ານຫ້ວຍສຸຍ ທີ່ມີປະຊາກອນ 350 ກວ່າຄົນ ຊຶ່ງຖືກ
ຍົກຍ້າຍໄປຢູ່ໃນເຂດຈັດສັນໃໝ່ ຫ່າງຈາກຕົວເມືອງໄຊຍະບຸລີ ພຽງ 3 ຫຼັກເທົ່ານັ້ນ
ແລະມາຮອດປັດຈຸບັນນີ້ ທາງການລາວກໍໄດ້ເບິ່ງແຍງພວກເຂົາເຈົ້າເປັນຢ່າງດີໃນທຸກໆ
ດ້ານ ດັ່ງທີ່ທ່ານສຸລິວົງ ໄດ້ໃຫ້ການຢືນຢັນວ່າ:
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ


ຜູ້ທີ່ຖືກຍົກຍ້າຍຖິ່ນຖານໃໝ່ນັ້ນຈະໄດ້ທົດແທນທີ່ຢູ່ອາ
ໄສ ພື້ນທີ່ທໍາມາຫາກິນແລະຊັບສິນໃຫ້ໃໝ່ ການຊ່ວຍເຫຼືອ ໃນການຍົກຍ້າຍຖິ່ນຖານ ກໍຈະໃຫ້ການທົດແທນທາງດ້ານ ວັດທະນະທໍາໃຫ້ໃໝ່ ເຊັ່ນວ່າ ສ້າງວັດ ສ້າງປ່າຊ້າໃນພື້ນ
ທີ່ຢູ່ບ່ອນໃໝ່ນັ້ນ ກໍຈະເຮັດໃຫ້ ການຈັດຫາໂຄງລ່າງພື້ນ
ຖານ ເຊັ່ນວ່າ ຖະໜົນຫົນທາງ ໄຟຟ້າ ຕະຫຼາດ ຫ້ອງການ
ບ້ານ ຄິວລົດ ນໍ້າສະອາດ ອັນນີ້ຈະຈັດໃຫ້ໃໝ່ ການຟື້ນຟູ
ຊີວິດການເປັນຢູ່ ແລະການສ້າງກິດຈະກໍາ ສ້າງລາຍໄດ້
ໃຫ້ແກ່ຊຸມຊົນກໍຈະເຮັດໃຫ້.”


ທາງດ້ານທ່ານ ເຣວັດ ສຸວັນນາກິດຕິ ຮອງຜູ້ອໍານວຍການບໍລິສັດໄຟຟ້າໄຊຍະບູລີຈໍາ
ກັດ ກໍຖະແຫຼງຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບຸລີ ທີ່ໄດ້ມີການວາງສິລາເລີກຢ່າງ
ເປັນທາງການໃນວັນທີ 7 ພະຈິກ 2012 ເປັນຕົ້ນມາ ໄດ້ດໍາເນີນໄປຢ່າງມີຄວາມໂປ່ງ
ໃສ ແລະບໍ່ສ້າງຜົນກະທົບດ້ານລົບ ຕໍ່ສະພາບແວດລ້ອມທໍາມະຊາດ ໃຫ້ແກ່ພື້ນທີ່ ທີ່ຢູ່ ເຂດຕອນລຸ່ມຂອງຕົວເຂື່ອນ ໂດຍທີ່ກຸ່ມຜູ້ພັດທະນາໂຄງການໄດ້ເພີ່ມເງິນລົງທຶນເຂົ້າ ໃນການປ້ອງກັນຜົນກະທົບຢ່າງໄດ້ມາດຕະຖານສາກົນແລ້ວ.

ທັງນີ້ ດ້ວຍການກໍ່ສ້າງລະບົບທາງປາຜ່ານ ທີ່ໃຊ້ວິທະຍາການສະໄໝໃໝ່ ພ້ອມດ້ວຍ ການສ້າງອູ່ຂອງປາ ການສ້າງປ່ອງປາຂຶ້ນ-ລົງ ທີ່ຢູ່ໃນລະບົບປະຕູເດີນເຮືອ ການກໍ່ສ້າງ ສະຖານີປາ ທີ່ຕິດຕັ້ງດ້ວຍລະບົບກັງຫັນນໍ້າ ທີ່ເປັນມິດກັບສັດນໍ້າທຸກຊະນິດ ແລະການ ສ້າງປະຕູລະບາຍດິນຕົກຕະກອນ ທີ່ເປັນແຫຼ່ງອາຫານຂອງສັດນໍ້າແລະປຸ໋ຍຂອງພືດພັນ ຕ່າງໆເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ໂຄງການເຂື່ອນໄຊຍະບູລີກໍຍັງຈະຕ້ອງປະເຊີນກັບການຖືກຄັດ
ຄ້ານ ຈາກເຄືອຂ່າຍປະຊາຊົນໄທແລະສາກົນ ພື່ອການອະນຸລັກແມ່ນໍ້າຂອງ ທີ່ໄດ້
ຢືນຢັນວ່າ ຈະຍັງຄົງພາກັນເຄື່ອນໄຫວຄັດຄ້ານໂຄງການເຂື່ອນໄຊຍະບຸລີຕໍ່ໄປຢ່າງ
ຕໍ່ເນື່ອງ.

ການເຄື່ອນໄຫວທີ່ຜ່ານມາ ກໍມີທັງການລວມກັນ ຍື່ນຄໍາຮອງເຖິງຄະນະຕຸລາການ ສານປົກຄອງຂອງໄທ ເພື່ອຂໍໃຫ້ມີຄໍາສັ່ງຍົກເລີກສັນຍາທີ່ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (EGAT) ໄດ້ຕົກລົງທີ່ຈະຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນ ໄຊຍະບູລີໃນລາວ ດ້ວຍເຫດຜົນທີ່ວ່າ ໂຄງການດັ່ງກ່າວນີ້ ຍັງບໍ່ໄດ້ທໍາການສຶກສາ ເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດໄດ້ຕາມມາດຕະຖານສາກົນ.

ນອກຈາກນີ້ ເຄືອຂ່າຍປະຊາຊົນໄທ ກໍຍັງຈະຟ້ອງຮ້ອງກຸ່ມບໍລິສັດ ຊ. ການຊ່າງຈໍາ
ກັດ (ມະຫາຊົນ) ແລະຈະຟ້ອງຮ້ອງທະນາຄານໃນໄທທຸກທະນາຄານ ທີ່ຈະຕົກລົງ
ອະນຸມັດເງິນກູ້ ໃຫ້ກັບກຸ່ມບໍລິສັດ ຊ. ການຊ່າງ ເພື່ອດໍາເນີນການກໍ່ສ້າງເຂື່ອນໄຊຍະ
ບູລີ ຕໍ່ໄປອີກດ້ວຍ. ທີ່ຜ່ານມານັ້ນກໍປາກົດວ່າ ທະນາຄານໄທພານິດ ໄດ້ປະກາດຖອນ
ຕົວ ຈາກການສະໜັບສະໜຸນເງິນກູ້ໃຫ້ກັບໂຄງການເຂື່ອນໄຊຍະບຸລີ ແລ້ວ.

ຍິ່ງໄປກວ່ານັ້ນ ຖ້າຫາກວ່າສານປົກຄອງຂອງໄທ ໄດ້ມີຄໍາສັ່ງຕາມການຮຽກຮ້ອງຂອງ ເຄືອຂ່າຍປະຊາຊົນໄທ ໃນໄລຍະຕໍ່ໄປນີ້ ກໍຈະສົ່ງຜົນກະທົບຕໍ່ໂຄງການເຂື່ອນໄຊຍະ
ບູລີ ຢ່າງຫຼີກລ່ຽງບໍ່ໄດ້ ເພາະວ່າການຍົກເລີກສັນຍາດັ່ງກ່າວນີ້ ຍ່ອມຈະເຮັດໃຫ້ EGAT
ບໍ່ສາມາດທີ່ຈະຮັບຊື້ກະແສໄຟຟ້າ ຈາກເຂື່ອນໄຊຍະບຸລີໄດ້ນັ້ນເອງ.
XS
SM
MD
LG