ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ​ລາວ ​ພ້ອມແລ້ວ ​ທີ່​ຈະ​ເຊື່ອມຕໍ່ ທາງ​ລົດ​​ໄຟ ກັບຈີນ ​ແລະໄທ


ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ​ຈະລາຈອນ​ສິນຄ້າ.
ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ​ຈະລາຈອນ​ສິນຄ້າ.

ລັດຖະມົນຕີ​ລາວ ຢືນຢັນ​ວ່າ ລັດຖະບານ​ລາວ​ພ້ອມ​ທີ່​ຈະ​ເຊື່ອມຕໍ່
​ທາງ​ລົດໄຟ​ກັບ​ຈີນ ​ແລະ ​ໄທ ​ໂດຍ​ມີ​ຄວາມ​ຫວັງ ຈະ​ສາມາດ​ຕົກລົງ​
ກັບ​ຈີນ ກ່ຽວ​ກັບ​ແບບ​ກໍ່ສ້າງ ​ແລະ ​ເງິນ​ທຶນ​ກູ້​ຢືມ​ໄດ້​ໃນ​ໄວໆ​ນີ້.

ສືບ​ເນື່ອງ​ຈາກ​ການ​ທີ່​ລັດຖະບານ​ຈີນ ​ແລະ ​ໄທ ​ໄດ້​ຕົກລົງ​ທີ່​ຈະ​ຮ່ວມ​ກັນ​ພັດທະນາ​ເສັ້ນທາງ​ລົດ​ໄຟ ລະບົບ​ລາງ​ຄູ່​ຂະໜາດ​ກວ້າງ 1.435 ​ແມັດ ທີ່​ມີ​ຄວາມ​ໄວ​ລະດັບ​ປານ​ກາງ ດ້ວຍ​ເປົ້າໝາຍ​ ທີ່​ຈະ​ເຊື່ອມ​ຕໍ່​ເສັ້ນທາງ​ລົດ​ໄຟດັ່ງກ່າວ ​ເຂົ້າຫາ​ກັນ​ໃນ​ອະນາຄົດ​ອັນ​ໃກ້​ນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ກາ​ນລາວ​ໄດ້​ອອກ​ມາສະ​ແດງ​ເຖິງ​ຄວາມ​ພ້ອມ ທີ່​ຈະ​ເປັນ​ສ່ວນ​ໜຶ່ງ ​ໃນ​ເປົ້າໝາຍ​ດັ່ງກ່າວ​ນີ້ ດ້ວຍ​ເຊັ່ນ​ກັນ.

ທັງ​ນີ້ ​ໂດຍ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ​ຈະລາຈອນ​ສິນຄ້າ ​ໄດ້​ໃຫ້ການ​ຢືນຢັນ​ກັບ ວີ​ໂອ​ເອ ທາງ​
ໂທລະ​ສັບ​ວ່າ ​ໃນ​ປັດຈຸ​ບັນ ຄະນະ​ຮັບຜິດຊອບ​ຂອງ​ລັດຖະບານ​ລາວ ​ແລະ​ຈີນ ຍັງ​ຄົງ​ສືບ​
ຕໍ່​ການ​ເຈລະຈາ ​ເພື່ອ​ຕົກລົງ​ກັນ​ກ່ຽວ​ກັບ​ແບບ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ ລວມ​ເຖິງ​ການ​
ກຳນົດ ສັດສ່ວນ ​ໃນ​ການ​ລົງທຶນ ​ແລະ​ການ​ຫາ​ແຫ​ລ່ງ​ເງິນ​ທຶນ​ກູ້​ຢືມ ​ໃນ​ຈີນ​ອີກ​ດ້ວຍ ດັ່ງ​ທີ່
​ທ່ານ ​ໄດ້ໃຫ້ການ​ຊີ້​ແຈງ​ວ່າ:

“​ເລັ່ງປຶກສາ​ຫາລື​ກັນ​ ເຖິງ​ການ​ເຂົ້າຫາ​ແຫ​ລ່ງທຶນ​ ກັບ​ການ​ລົງທຶນ​ເບື້ອງ​ຕົ້ນ ຂອງ​
ບໍລິສັດ​ຮ່ວມ​ລາວ-ຈີນຫັ້ນນ່າ ​ເຮົາ​ສິຄວນ​ເອົາເທົ່າ​ໃດ ສິ​ເອົາ 30 ​ເປີ​ເຊັນບໍ່ 40 ​ເປີ​ເຊັນ​ບໍ່ ກະ​ຍັງ​ຢູ່​ໃນ​ຂັນປຶກສາ​ກັນ​ ເລື້ອງ​ນີ້​ນິ​ແຫລະ.”

ກ່ອນ​ໜ້າ​ນີ້ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແລະ ຫົວໜ້າ​ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ໄທ​ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ເສັ້ນທາງ​ລົດ​ໄຟ​ລະບົບ​ລາງ​ຄູ່​ໃນ​ໄທ
ທີ່​ຈະ​ເຊື່​ອມຕໍ່​ກັບ​ລາວ ​ແລະ​ຈີນນັ້ນ ຈະ​ມີ​ຢູ່ ​3 ​ເສັ້ນທາງ​ດ້ວຍກັນ ກໍ​ຄື​ເສັ້ນທາງ​ບາງກອກ-​
ໂຄຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​ທ່າ​ເຮືອ​ມາບ​ຕາ​ພຸດ-​ໂຄຣາດ-ໜອງ​ຄາຍ ​ແລະ ເສັ້ນທາງ
ຣະຢອງ-ບາງກອກ-​ໂຄຣາດ-ໜອງ​ຄາຍ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ນະຄອນຫລວງ​ວຽງ​ຈັນ ຂອງ​
ລາວ ຕໍ່​ໄປ​ຍັງ​ຈີນ ຊຶ່ງ​ຄາດ​ວ່າ ຈະ​ເຊື່ອມ​ຕໍ່​ກັນ​ໄດ້​ຕະຫລອດ​ເສັ້ນທາງ​ພາຍ​ໃນ​ປີ 2022.

ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີໄທ ພົບປະກັບ ນາຍົກລັດຖະມົນຕີຈີນ ທ່ານຫລີ ເກຈຽງ.
ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີໄທ ພົບປະກັບ ນາຍົກລັດຖະມົນຕີຈີນ ທ່ານຫລີ ເກຈຽງ.

ທາງ​ດ້ານ ທ່ານ​ນາງ ວິ​ໄລ​ຄຳ ​ໂພ​ສາລາ​ດ ລັດຖະມົນຕີ​ຊ່ວຍ​
ວ່າການ ກະຊວງ​ໂຍທາ​ທິກ​ນ ​ແລະ​ຂົນ​ສົ່ງ ​ໄດ້​ຖະ​ແຫລ​ງຢືນຢັນ
​ວ່າ ການ​ເຈລະຈາ​ລະຫວ່າງ​ ຄະນະ​ຜູ້​ຕ່າງ​ໜ້າ​ລັດຖະບານ​ລາວ​
ກັບ​ຈີນ ກ່ຽວ​ກັບ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ເພື່ອ​ເຊື່​ອມຕໍ່​ຈາກ​ຈີນ​ມາ
ລາ​ວ ຍັງ​ສືບ​ຕໍ່ການ​ເຈລະຈາ​ຢູ່​ເລື້ອຍ​ມາ​ຈົນ​ເຖິງ​ປັດຈຸບັນ ​ໂດຍ
ນາຍົກລັດຖະມົນຕີ​ຂອງ​ທັງ 2 ປະ​ເທດ​ໄດ້​ແຕ່ງຕັ້ງ ຄະນະ​ກຳມະ
ການ ​ຂອງ​ແຕ່ລະ​ຝ່າຍຕົນ​ຂຶ້ນມາ​ຮັບຜິດຊອບ ການ​ເຈລະຈາ
​ເປັນ​ການສະ​ເພາະ ​ໃນ​ການ​ຮ່ວມ​ມື​ດັ່ງກ່າວ​ນີ້.

​ແຕ່າ​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ​ ວິ​ໄລ​ຄຳ ກໍ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​
ຄາດໝາຍ​ໄດ້​ວ່າ ການ​ເຈລະຈາ​ລະຫວ່າງ​ຄະນະ​ຮັບຜິດ​ຊອບ ຂອງ
​ທາງ​ການ​ລາວ ​ແລະ​ ຈີນ ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານ​ເທົ່າ​ໃດ​ແທ້ ຫາກ​ແຕ່​ກໍ​ມີ​ຄວາມ​ຫວັງ​ວ່າ ທາງ​ການ​ຂອງ​ທັງ 2 ຝ່າຍ​ຈະ​ສາມາດ​ຕົກລົງ​ກັນ​ໄດ້​ໃນ​ທີ່​ສຸດ ​ເນື່ອງ​ຈາກ​ວ່າ​ຜູ້ນຳ​ລັດຖະບານ​ລາວ ​ແລະ ​ຈີນ ຕ່າງ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ກັນ ດັ່ງ​ທີ່​ທ່ານ​ນາງ​ ວິ​ໄລ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການກໍ່ສ້າງເສັ້ນທາງລົງໄຟ ຖືເປັນອັນໃໝ່ ສະເພາະປະເທດ ຂອງພວກເຮົາ
ສະນັ້ນ ກະຊວງໂຍທາ ໃນນາມທີ່ລັດຖະບານ ໄດ້ມອບໝາຍໃຫ້ຮັບຜິດຊອບ
ກໍແມ່ນສືບຕໍ່ ການເຈລະຈາ ຄະນະນຳເພິ່ນກະໄດ້ເອົາໃຈໃສ່ ເພິ່ນກະໄດ້ ເຈລະຈາ ຊ່ອຍ ພ້ອມກັນນັ້ນ ພວກເຮົາກະແມ່ນໄດ້ກະກຽມ ຜູ້ຮັບຜິດຊອບ ໂຄງການ ໂດຍ ການແຕ່ງຕັ້ງ ຈາກທ່ານນາຍົກ ກະຖືວ່າມີຄວາມຄືບໜ້າ ດຽວນີ້ ຢູ່ໃນຂັ້ນ ເຈລະຈາ ເຖິງແນວໃດກະຢ່າ ກະຊວງໂຍທາ ກະມີຄວາມຫວັງ ຫັ້ນແຫລະ.”

ທາງດ້ານ ທ່ານຫລີ ເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍໄດ້ຢືນຢັນວ່າ ຈະເລັ່ງລັດໃຫ້ມີການ
ເຈລະຈາ ລະວ່າງລາວກັບຈີນ ເພື່ອຕົກລົງ ກ່ຽວກັບແຜນການກໍ່ສ້າງທາງລົດໄຟໃນລາວ
ໃຫ້ໄວທີ່ສຸດ ໂດຍເປັນການຢືນຢັນໃນໂອກາດທີ່ ທ່ານທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ລາວ ໄດ້ເດີນທາງໄປຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ໃນຊ່ວງ ຕົ້ນເດືອນເມສາ 2014 ທີ່ຜ່ານມາ.

ນາຍົກລັດຖະມົນຕີຈີນ ຢືນຢັນດ້ວຍວ່າ ການ​ເຈລະຈາ​ຮອບ​ໃໝ່ ຈະ​ມີ​ການ​ກຳນົດ​ຮູບ​ແບບ ການ​ຮ່ວມ​ມື ທີ່​ມີ​ປະສິດທິພາບ ​ແລະ ທຸກ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຢ່າງ​ຍຸຕິ​ທຳ ​ແລະ ສອດ​ຄ້ອງ​ກັບ​ສະພາບ ທີ່​ເປັນ​ຈິງ ​ໂດຍ​ຈີນໄດ້​ແຕ່ງ​ຕັ້ງຄະນະ​ຮັບຜິດຊອບ ​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງການ​ອີກ​ເທື່ອ​ໃໝ່​ແລ້ວ.

ທັງນີ້ ກໍ​ເນື່ອງ​ຈາກທາງ​ການ​ຈີນ ​ເຫັນ​ວ່າ​ລົດ​ໄຟ​ຄວາມ​ໄວສູງ ອາດ​ຈະ​ບໍ່​ເໝາະ​ສົມ​ກັບ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ຈີນ​ສະ​ເໜີ ​ໃຫ້​ປັບ​ປ່ຽນ ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ ມາ​ເປັນ​ລົດ​ໄຟ​ຄວາມໄວ​ປານ​ກາງ ລະບົບ​ລາງ​ຄູ່ ທີ່​ຂະ​ບວນ​ໂດຍສານ​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ ​ແລະ ຂະ​ບວນຂົນ​ສົ່ງ​ສິນຄ້າ ກໍ​ມີ​ຄວາມ​ໄວ 120 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ​ຕາມ​ລຳດັບ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG