ລັດຖະມົນຕີລາວຢືນຢັນວ່າຄ່າຊົມໃຊ້ກະແສໄຟຟ້າໃນລາວ ມີ
ອັດຕາຕ່ຳທີ່ສຸດໃນອາຊ່ຽນດ້ວຍກັນ ແຕ່ປະຊາຊົນລາວກັບເຊື່ອ
ວ່າ ຄ່າຊົມໃຊ້ໄຟຟ້າໃນລາວ ແພງທີ່ສຸດເມື່ອທຽບກັບລາຍໄດ້ທີ່
ເປັນຈິງ.
ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະບໍ່ແຮ່ ໄດ້
ໃຫ້ການຢືນຢັນວ່າ ອັດຕາລາຄາ ແລະຄ່າທຳນຽມຕ່າງໆ ໃນການຊົມໃຊ້ກະແສໄຟຟ້າ
ໃນລາວ ໃນປັດຈຸບັນນີ້ ຍັງນັບວ່າມີອັດຕາທີ່ຕ່ຳທີ່ສຸດເມື່ອທຽບກັບປະເທດສະມາຊິກ
ໃນກຸ່ມອາຊ່ຽນດ້ວຍກັນ ແລະການຄິດໄລ່ຄ່າໃຊ້ກະແສໄຟຟ້າໃນລາວ ກໍຍັງໄດ້ມີການ
ແບ່ງແຍກ ລະຫວ່າງການຊົມໃຊ້ໃນຄອບຄົວເຮືອນ ແລະໜ່ວຍທຸລະກິດ ທີ່ມີອັດຕາຄ່າ
ທຳນຽມທີ່ແຕກຕ່າງກັນອີກດ້ວຍ ດັ່ງທີ່ທ່ານວີລະພົນ ໄດ້ໃຫ້ການຊີ້ແຈງວ່າ:
“ລາຄາໄຟຟ້າຕ້ອງອິງໃສ່ສະພາບເສດຖະກິດ ຕ້ອງອິງໃສ່ຈຸດປະສົງຂອງຜູ້ຊົມ
ໃຊ້ສົມມຸດວ່າ ເຮົາຢາກເອົາໄປໃຊ້ໃນກະສິກຳ ເຮົາກໍໃຫ້ລາຄາຖືກ ເອົາໄປໃຊ້
ຢູ່ໃນເມືອງກະແພງ ແລ້ວກະຂຶ້ນຢູ່ນຳປະເພດຂອງຜູ້ຊົມໃຊ້ອີກ ຜູ້ທຸກຍາກຕ້ອງ
ເປັນຢ່າງໜຶ່ງ ອັນນີ້ແມ່ນຫລັກການລວມ ທີ່ເພິ່ນກຳນົດໄວ້ໃນກົດໝາຍໄຟຟ້າ
ມີນະໂຍບາຍຄັກແນ່ ມີຫຼາຍປະເພດ ຄືກະສິກຳນີ້ ກະຖືກກວ່າເລື້ອງທຸລະກິດ.”
ໂດຍໃນປັດຈຸບັນນີ້ ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຈັດເກັບຄ່າທຳນຽມການຊົມ
ໃຊ້ກະແສໄຟຟ້າໃນ 3 ອັດຕາດ້ວຍກັນ ກໍຄື 300 ກວ່າກີບຕໍ່ກິໂລວັດຕ໌ຕໍ່ໂມງ ສຳຫລັບ
ປະຊາຊົນທົ່ວໄປ ທີ່ໄດ້ມີການຊົມໃຊ້ກະແສໄຟຟ້າບໍ່ເກີນ 25 ກິໂລວັດຕ໌ຕໍ່ໂມງ ໃນແຕ່ລະ
ເດືອນ ສ່ວນທີ່ຊົມໃຊ້ລະຫວ່າງ 25-150 ກິໂລວັດຕ໌ຕໍ່ໂມງນັ້ນ ກໍຈະຄິດໄລ່ໃນອັດຕາ
400 ກວ່າກີບຕໍ່ກິໂລວັດຕໍ່ໂມງ ແລະທີ່ຊົມໃຊ້ເກີນກວ່ານັ້ນ ກໍຈະຄິດໄລ່ໃນອັດຕາ 1,100
ກວ່າກີບຕໍ່ກິໂລວັດຕ໌ຕໍ່ໂມງ.
ແຕ່ຢ່າງໃດກໍຕາມ ສຳຫລັບປະຊາຊົນລາວໂດຍທົ່ວໄປ ກໍຍັງຖືວ່າ
ຄ່າໄຟຟ້າໃນລາວມີອັດຕາທີ່ສູງເກີນໄປເມື່ອທຽບກັບລະດັບລາຍ
ໄດ້ສະເລ່ຍຂອງປະຊາຊົນໄທ ແລະສິງກະໂປ ເຖິງ 7 ເທົ່າ ແລະ
40 ເທົ່າຕາມລຳດັບ.
ກ່ອນໜ້ານີ້ ລັດວິສາຫະກິດໄຟຟ້າລາວ ລາຍງານວ່າ ກະເສດຕະ
ກອນລາວໃນເຂດ 543 ກຸ່ມບ້ານທີ່ຕັ້ງຢູ່ໃນເຂດຄອງຊົນລະປະ
ທານຂອງ 9 ແຂວງທັງໃນພາກເໜືອ ພາກກາງ ແລະພາກໃຕ້ມີ
ໜີ້ສິນທີ່ເກີດຈາກການໃຊ້ກະແສໄຟຟ້າເພື່ອສູບນ້ຳຈາຄອງຊົນ
ລະປະທານເຂົ້າທີ່ນາຂອງພວກເຂົາເຈົ້າ ແລະຍັງບໍ່ໄດ້ຊຳລະໃຫ້
ກັບລັດວິສາຫະກິດ ໄຟຟ້າລາວ ເປັນເວລາກວ່າ 1 ປີມາແລ້ວນັ້ນ ຄິດເປັນມູນຄ່າລວມຫຼາຍກວ່າ 94 ຕື້ກີບຫຼືເກືອບ 12 ລ້ານດອນລາ.
ໂດຍມີສາເຫດມາຈາກການທີ່ກະເສດຕະກອນເຫຼົ່ານີ້ ຕ້ອງປະສົບກັບໄພທຳມະຊາດ
ຢ່າງໜັກໜ່ວງ ທັງໄພນ້ຳຖ້ວມ ແລະໄພແຫ້ງແລ້ງ ໃນຕະຫລອດລະຍະ 2 ປີມານີ້ ຊຶ່ງ
ນອກຈາກຈະເຮັດໃຫ້ເກີດການເສຍຫາຍ ຈົນຕ້ອງຕົກຢູ່ໃນສະພາບ ທີ່ສູນເສຍຊັບສິນ
ສ່ວນໃຫຍ່ ໄປກັບໄພທຳມະຊາດດັ່ງກ່າວແລ້ວ ຍັງເຮັດໃຫ້ກະເສດຕະກອນຈຳນວນ
ບໍ່ນ້ອຍ ໄດ້ພາກັນຢຸດເຊົາ ຈາກການເຮັດນາປູກເຂົ້າຢ່າງສິ້ນເຊີງອີກດ້ວຍ.
ທັງນີ້ ໂດຍກະເສດຕະກອນລາວໃນ 9 ແຂວງທີ່ບໍ່ສາມາດຊຳລະໜີ້ ຄ່າຊົມໃຊ້ກະແສ
ໄຟຟ້າໄດ້ດັ່ງກ່າວ ກໍຄືກະເສດຕະກອນ ຢູ່ໃນແຂວງວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນ
ນະເຂດ ສາລະວັນ ຈຳປາສັກ ອັດຕະປື ເຊກອງ ແລະໄຊຍະບູລີ ເພາະໄດ້ຮັບຜົນກະທົບ
ຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ທີ່ເຮັດໃຫ້ທີ່ນາເສຍຫາຍໄປຫຼາຍກວ່າ 4 ແສນແຮັກຕາ
ເມື່ອປີກາຍນີ້.
ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ແຜນການແລະການລົງທຶນ
ໄດ້ຖະແຫລງຍອມຮັບວ່າ ການຜະລິດເຂົ້າ ປະຈຳລະດູການ 2012-2013 ບໍ່ສາມາດ
ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ໃນປະລິມານລວມບໍ່
ນ້ອຍກວ່າ 3 ລ້ານ 8 ແສນໂຕນ ໂດຍມີສາເຫດມາຈາກການທີ່ ກະເສດຕະກອນລາວ ໄດ້ພາກັນລົດການປູກເຂົ້າ ແລະຫັນໄປປູກ ພືດເສດຖະກິດຊະນິດອື່ນໆ ຫຼາຍຂຶ້ນ.
ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວ ໄດ້ພາກັນຫັນໄປປູກ ພືດຊະນິດອື່ນໆແທນ
ເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າຕົ້ນທຶນ ໃນການປູກເຂົ້າ ໄດ້ປັບຕົວສູງຂຶ້ນ ໂດຍສະເພາະ
ແມ່ນລາຄາປຸຍ ລາຄານ້ຳມັນ ແລະຄ່າແຮງງານ ທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ແຕ່ລາຄາເຂົ້າ
ກັບບໍ່ໄດ້ເພີ້ມຂຶ້ນເລີຍ ຈຶ່ງເຮັດໃຫ້ຊາວໄຮ່ຊາວນາໃນລາວ ໄດ້ພາກັນຫັນໄປປູກພືດຊະ
ນິດອືນໆ ທີ່ເຫັນວ່າ ມີລາຍຮັບດີກວ່າ ປູກເຂົ້ານັ້ນເອງ.
ເບິ່ງຄວາມເຫັນ (22)
ໂຫລດຄວາມເຫັນ ຕື່ມອີກ