ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວວ່າ ໂຄງການ ເຂື່ອນໄຊຍະບູລີ ໄດ້ ມາດຕະຖານ ສາກົນ


ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ທີ່ກໍາລັງດໍາເນີນໄປຢູ່ເວລານີ້
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ທີ່ກໍາລັງດໍາເນີນໄປຢູ່ເວລານີ້
ລັດຖະມົນຕີລາວຢືນຢັນວ່າ ໄດ້ນໍາໃຊ້ເທດນິກສະໄໝໃໝ່
ທີ່ມີມາດຕະຖານສາກົນ ລະດັບດຽວກັນກັບສະຫະລັດແລະ
ຢູໂຣບ ເຂົ້າໃນການກໍ່ສ້າງເຂື່ອນໄຊຍະບູລີ ເທິງແນວແມ່
ນໍ້າຂອງໃນລາວ.
ລິງໂດຍກົງ

ທ່ານ ວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງ
ພະລັງງານ ແລະບໍ່ແຮ່ໄດ້ຖະແຫຼງຢືນຢັນໃນໂອກາດທີ່ໄດ້
ພາຄະນະສື່ມວນຊົນລາວ ແລະຕ່າງຊາດເດີນທາງ ໄປຕິດຕາມຄວາມຄືບໜ້າຂອງການ
ກໍ່ສ້າງເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງ ໃນແຂວງໄຊຍະບູລີ ໃນຊ່ວງກາງເດືອນສິງ
ຫານີ້ວ່າ ເຂື່ອນໄຊຍະບູລີເປັນໂຄງການນຶ່ງທີ່ມີຄວາມທັນສະໄໝທີ່ສຸດ ເນື່ອງຈາກໄດ້ມີ
ການນໍາໃຊ້ເທັກໂນໂລຈີ ສະໄໝໃໝ່ທີ່ມີການນໍາໃຊ້ທັງຢູ່ໃນຢູໂຣບ ແລະສະຫະລັດອາ
ເມຣິກາ.

ຍິ່ງໄປກວ່ານັ້ນ ການທີ່ເທັກໂນໂລຈີ ສະໄໝໃໝ່ດັ່ງກ່າວນີ້ ກໍຍັງເປັນເທັກໂນໂລຈີ ທີ່
ພັດທະນາຂຶ້ນມາເພື່ອການຜະລິດພະລັງງານທົດແທນ ແລະເປັນພະລັງງານທີ່ສະອາດ
ດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການລາວມີຄວາມເຊື່ອໝັ້ນວ່າ ເຂື່ອນໄຊຍະບູລີຈະເປັນເຂື່ອນ
ທີ່ເປັນມິດຕໍ່ສະພາບແວດລ້ອມທໍາມະຊາດ ທັງຍັງຈະມີສ່ວນຢ່າງສໍາຄັນຕໍ່ການພັດທະ
ນາທາງເສດຖະກິດເພື່ອການລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວອີກ
ດ້ວຍ.

ທາງດ້ານທ່ານ ສົມພິດ ແກ້ວວິຈິດ ຫົວໜ້າຜະແນກພັດທະນາໂຄງການກົມທຸລະກິດ
ພະລັງງານຂອງກະຊວງພະລັງງານແລະບໍ່ແຮ່ ກໍຖະແຫຼງຢືນຢັນວ່າ ການກໍ່ສ້າງເຂື່ອນ
ໄຊຍະບູລີ ເທິງແນວແມ່ນໍ້າຂອງທີ່ໄດ້ເລີ່ມລົງມືກໍ່ສ້າງນັບ ແຕ່ທ້າຍປີ 2012 ເປັນຕົ້ນມາ
ຈົນເຖິງປັດຈຸບັນນີ້ ໄດ້ຄືບໜ້າແລ້ວ ຄິດເປັນສັດສ່ວນ 13% ຂອງແຜນການທີ່ວາງໄວ້
ຈົນເຖິງປີ 2019.

ພາບຈໍາລອງໃໝ່ຂອງເຂື່ອນໄຊຍະບູລີ
ພາບຈໍາລອງໃໝ່ຂອງເຂື່ອນໄຊຍະບູລີ

ທັງນີ້ໂດຍການກໍ່ສ້າງເຂື່ອນໄຊຍະບູລີໄດ້ແບ່ງອອກເປັນ
2 ລະຍະດ້ວຍກັນຄືລະຍະທີ 1 ໃນຊ່ວງປີ 2012-2014
ແລະລະຍະທີ 2 ໃນຊ່ວງປີ 2015- 2019 ໂດຍການດໍາ
ເນີນງານໃນລະຍະຜ່ານມາກໍໄດ້ສ້າງຄູກັກນໍ້າສໍາເລັດ
ແລ້ວ 100%​ ສ່ວນການກໍ່ສ້າງເກາະກາງນໍ້າ ກໍຄືບໜ້າ
ກວ່າ 20%​ ການກໍ່ສ້າງທາງເດີນເຮືອຄືບໜ້າກວ່າ 3%
ທາງລະບາຍນໍ້າລົ້ນ ຄືບໜ້າກວ່າ 2% ແລະໃນດ້ານອື່ນ
ເຊັ່ນ ທາງຂຶ້ນ-ລົງຂອງປາແລະໂຮງຈັກໄຟຟ້ານັ້ນກໍກໍາລັງ
ດໍາເນີນການຢ່າງຕັ້ງໜ້າ ແລະເປັນໄປຕາມແຜນການທີ່
ວາງໄວ້ໃນທຸກດ້ານ ຈຶ່ງເຊື່ອໝັ້ນວ່າການກໍ່ສ້າງເຂື່ອນໄຊຍະບຸລີຈະສໍາເລັດ ໂດຍສົມ
ບູນ ພາຍໃນປີ 2019 ຢ່າງແນ່ນອນ ດັ່ງທີ່ທ່ານ ສົມພິດ ໄດ້ໃຫ້ການຢືນຢັນວ່າ:

ການພັດທະນາໂຄງການນີ້ກໍແມ່ນເດີນຕາມແຜນການເປັນຢ່າງດີເນາະ ແລະກະເຊື່ອວ່າຈະສາມາດພັດທະນາໃຫ້ສໍາເລັດຕາມແຜນການໃນປີ
2019 ໃຫ້ໄດ້ຂາຍໄຟຟ້າຢ່າງເປັນທາງການເນາະ ປັດຈຸບັນນີ້ ໂຄງການ
ມີຄວາມຄືນ ໜ້າໂດຍລວມປະມານ 13%​ ກໍຖືວ່າຜູ້ໃນເກນທີ່ດີຂອງການ
ພັດທະນາໂຄງ ການ.”


ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງສໍາເລັດ ແລະເລີ່ມສົ່ງກະແສໄຟຟ້າຂາຍ
ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່ປີ 2019 ເປັນຕົ້ນໄປ ຊຶ່ງກໍຈະ
ເຮັດໃຫ້ກຸ່ມລົງທຶນມີລາຍຮັບຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ ທີ່ຜະລິດໄດ້
ເຖິງ 1,285 ເມກາວັດນັ້ນ ຄິດເປັນມູນຄ່າ ລວມກວ່າ 13,000 ລ້ານໂດລາ ໃນຕະຫຼອດ
ໄລຍະສໍາປະທານ 29​ ປີ ໂດຍລັດຖະບານລາວກໍຈະໄດ້ສ່ວນແບ່ງຄິດເປັນມູນຄ່າລວມ
ເຖິງ 3,900 ລ້ານໂດລາ ໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ທ່ານນາງພຽນພອນ ດີເທດ ຜູ້ປະສານງານຂອງອົງການແມ່ນໍ້າສາກົນ
ໃນໄທ ກໍໄດ້ໃຫ້ການຢືນຢັນວ່າໃນເວລານີ້ ບັນດາອົງການອະນຸລັກສິ່ງແວດລ້ອມທໍາມະ
ຊາດໃນລຸ່ມແມ່ນໍ້າຂອງ ແລະລະດັບສາກົນກໍາລັງຕຽມ ການເຄື່ອນໄຫວເພື່ອຄັດຄ້ານ
ການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງອີກເທື່ອໃໝ່ ໂດຍມີເປົ້າໝາຍຈະຊຸກຍູ້ໃຫ້ບັນຫາ
ຂັດແຍ້ງກ່ຽວກັບການກໍ່ສ້າງເຂື່ອນ ໄຊຍະບູລີເທິງແນວແມ່ນໍ້າຂອງ ໃຫ້ເປັນປະເດັນບັນຫາ
ໃນລະດັບພູມີພາກຂອງອາຊ່ຽນ.

ທັງນີ້ ໂດຍບັນດາອົງການອະນຸລັກສິ່ງແວດລ້ອມ ທໍາມະຊາດໃນລຸ່ມແມ່ນໍ້າຂອງ ແລະ
ໃນລະດັບສາກົນ ຈະຍົກເອົາເຂື່ອນໄຊຍະບູລີ ຂຶ້ນມາເປັນກໍລະນີຕົວຢ່າງຂອງການ
ເຄື່ອນໄຫວດັງກ່າວ.
XS
SM
MD
LG