ລັດຖະມົນຕີລາວຍອມຮັບວ່າ ເປັນການຍາກຫຼາຍທີ່ຈະສາມາດ
ບັນລຸເປົ້າໝາຍສະຫັດສະວັດການພັດທະນາໃນດ້ານສຸຂະພາບ
ອະນາໄມ ແລະ ໂພຊະນາການ ຂອງແມ່ ແລະເດັກໄດ້ ພາຍໃນ
ປີ 2015.
ທ່ານ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫຼງ ຍອມຮັບກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດການພັດທະນາດ້ານສາ ທາລະນະສຸກວ່າ ເຖິງຈະມີຄວາມຄືບໜ້າເກີດຂຶ້ນໃນຫຼາຍດ້ານ ຫາກແຕ່ວ່າໃນ ຂະນະດຽວກັນກໍມີບາງດ້ານທີ່ຍັງເປັນບັນຫາທີ່ທ້າທາຍແລະກໍເປັນການຍາກທີ່ສຸດ ທີ່ຈະສາ ມາດບັນລຸເປົ້າໝາຍທີ່ວາງໄວ້ໃນປີ 2015 ໄດ້ຢ່າງແທ້ຈິງ.
ໂດຍສະເພາະແມ່ນເປົ້າໝາຍສະຫັດສະວັດ ໃນດ້ານໂພຊະນາການ ຂອງເດັກນ້ອຍ ແລະໃນດ້ານອັດຕາການເສຍຊີວິດຂອງແມ່ຍິງໃນຂະນະຕັ້ງທ້ອງ ຫຼືຖືພານັ້ນ ຖືເປັນບັນຫາທີ່ມີຄວາມຄືບໜ້າຢ່າງຊັກຊ້າທີ່ສຸດ ຕົວຢ່າງກໍຄືບັນຫາກ່ຽວກັບການຂາດສານອາຫານຂອງ ເດັກນອ້ຍອາຍຸຕໍ່າກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດໃຫ້ການລົດຈໍານວນເດັກນ້ອຍຕົວເຕ້ຍສາມາດດໍາເນີນໄປໄດ້ຢ່າງຊັກຊ້າ ກໍຄືສາມາດລົດຈໍານວນເດັກນ້ອຍຕົວເຕ້ຍຈາກ ລະດັບ 40% ໃນປີ 2006 ລົງມາເປັນ 38% ໃນປັດຈຸບັນ ຫຼືລົດລົງພຽງແຕ່ 2% ເທົ່ານັ້ນ ໃນລະຍະ 7 ປີທີ່ຜ່ານມາ.
ສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ນໍ້າໜັກຕໍ່າກວ່າເກນ ກໍຍັງ
ມີຢູ່ເຖິງ 32% ຂະນະທີ່ເປົ້າໝາຍສະຫັດສະວັດກໍໄດ້ວາງເອົາ
ໄວ້ທີ່ລະດັບ ບໍ່ເກີນ 22% ຂອງຈໍານວນເດັກນ້ອຍ ທີ່ອາຍຸຕໍ່າ
ກວ່າ 5 ປີໃນທົ່ວປະເທດ ແຕ່ນັບຈາກປີ 2006 ເປັນຕົ້ນມາ ລັດ
ຖະບານລາວ ສາມາດລົດຈໍານວນເດັກນ້ອຍ ທີ່ນໍ້າໜັກຕໍ່າກວ່າ
ເກນໄດ້ພຽງ 5% ເທົ່ານັ້ນ.
ສໍາລັບການເສຍຊີວິດຂອງແມ່ໃນຂະນະຕັ້ງທ້ອງ ຫຼືຖືພານັ້ນ ເຖິງແມ່ນວ່າອັດຕາການ ເສຍຊີວິດຈະຫຼຸດລົງຈາກ 650 ຄົນຕໍ່ນຶ່ງແສນຄົນ ໃນປີ 1995 ລົງມາເປັນ 339 ຄົນກໍຕາມ ຫາກແຕ່ການທີ່ບັນລຸໃຫ້ໄດ້ເຖິງ 260 ຄົນຕໍ່ນຶ່ງແສນຄົນພາຍໃນປີ 2015 ກໍຍັງ ເປັນບັນຫາທ້າທາຍ ຍິ່ງໄປກວ່ານັ້ນ ການເສຍຊີວິດຂອງແມ່ຍິງລາວຂະນະຕັ້ງທ້ອງ ກໍ ຍັງສູງທີ່ສຸດໃນອາຊ່ຽນອີກດ້ວຍ.
ຊຶ່ງກໍຄືໃນຂະນະທີ່ອັດຕາການເສຍຊີວິດຂອງແມ່ຍິງລາວທີ່ຕັ້ງທ້ອງ ຢູ່ທີ່ລະດັບ 339 ຄົນຕໍ່ນຶ່ງແສນຄົນນັ້ນ ກໍປາກົດວ່າໃນມຽນມາຢູ່ທີ່ລະດັບ 250 ຄົນ, ກໍາປູເຈຍ 206 ຄົນ ຫວຽດນາມ 56 ຄົນ ແລະໄທ 48 ຄົນຕໍ່ນຶ່ງແສນຄົນ ຕາມລໍາດັບ.
ທາງດ້ານທ່ານນາງ ອິນລາວັນ ແກ້ວບຸນພັນ ລັດຖະມົນຕີຊ່ວຍວ່າການກະຊວງສາທາ ລະ ນະສຸກໄດ້ຊີ້ແຈງວ່າ ສາເຫດສໍາຄັນປະການນຶ່ງ ທີ່ເຮັດໃຫ້ເກີດສະພາບການດັ່ງ ກ່າວໃນລາວ ກໍຄືການຂາດແຄນແພດ ແລະພະດຸງຄັນ ທີ່ຄອຍໃຫ້ການຊ່ວຍເຫຼືອແມ່ຍິງໃນຂະນະຄອດລູກ.
ດ້ວຍເຫດນີ້ ການທີ່ຈະຈັດຕັ້ງປະຕິບັດໃຫ້ສາມາດບັນລຸເປົ້າໝາຍ ສະຫັດສະວັດການພັດ
ທະນາດ້ານສາທາລະນະສຸກດັ່ງກ່າວໄດ້ຢ່າງເປັນຮູບປະທໍານັ້ນ ຈຶ່ງມີຄວາມຈໍາເປັນທີ່ສຸດ ທີ່ຈະຕ້ອງດໍາເນີນການພັດທະນາຊັບພະຍາກອນມະນຸດ ແລະເພີ່ມບຸກຄະລາກອນດ້ານສາທາລະນະສຸກໃຫ້ໄດ້ຢ່າງພຽງພໍທັງໃນດ້ານປະລິມານ ແລະຄຸນນະພາບ ດັ່ງທີ່ ທ່ານນາງ ອິນລາວັນ ໄດ້ໃຫ້ການຢືນຢັນວ່າ:
“ເປົ້າໝາຍຂອງພວກເຮົາແມ່ນວ່າ ເຮັດແນວໃດຮັບປະກັນໃຫ້ພວກເຮົາມີພະນັກ
ງານສາທາລະນະສຸກ ທີ່ມີຄວາມຊໍານິຊໍານານງານເນາະ ເພື່ອໄປປັບປຸງການໃຫ້
ການບໍລິ ການສາທາລະນະສຸກໃຫ້ມັນດີຂຶ້ນ ມີແພດໝໍ ຫຼື ວ່າພະນັກງານສາທາລະນະສຸກທີ່ຊໍານານງານ ມີທັກສະ ມີຄວາມສາມາດໄປບັນລຸຊັບຊ້ອນຢູ່ໃນຂົງ
ເຂດຫ່າງໄກສອກຫຼີກ.”
ໂດຍອັດຕາການມີແພດ ຫຼືນາງຜະດຸງຄັນທີ່ໃຫ້ການຊ່ວຍເຫຼືອແມ່ຍິງລາວ ຂະນະຄອດ
ລູກຢູ່ລາວໃນປັດຈຸບັນນີ້ ຄິດເປັນພຽງ 41% ຂອງການເກີດລູກທັງໝົດເທົ່ານັ້ນ ຊຶ່ງຖືວ່າ
ເປັນອັດຕາສະເລ່ຍທີ່ຕໍ່າທີ່ສຸດໃນອາຊ່ຽນເຊັ່ນດຽວກັນ ເພາະໃນມຽນມາ ຢູ່ທີ່ລະດັບ
64% ກໍາປູເຈຍ 71%, ຫວຽດນາມ 88% ໄທ 99% ແລະສິງຄະໂປ 100% ຕາມລໍາດັບ.