ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ທ່ານນຶ່ງຍອມຮັບວ່າ ການຂາດຄວາມຮັບຜິດຊອບ ຂອງເຈົ້າໜ້າທີ່ ໄດ້ສົ່ງຜົນກະທົບ ຕໍ່ແຜນການຟື້ນຟູ ປ່າໄມ້ໃນ ລາວ.


ປ່າສະຫງວນແຫ່ງຊາດ ນາກາຍ, ແຂວງ ຄຳມ່ວນ, ລາວ.
ປ່າສະຫງວນແຫ່ງຊາດ ນາກາຍ, ແຂວງ ຄຳມ່ວນ, ລາວ.

ລັດຖະມົນຕີຍອມຮັບວ່າ ການຂາດຄວາມຮັບຜິດຊອບຕໍ່ສ່ວນລວມຂອງບັນດາສະມາ
ຊິກພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົ່ງຜົນກະທົບຕໍ່
ແຜນການຟື້ນຟູປ່າໄມ້ໃນ ລາວ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມໃຫ້ການຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການຟື້ນຟູປ່າໄມ້
ແລະ ສະພາບແວດລ້ອມທຳມະຊາດໃນ ລາວ ໃນປັດຈຸບັນໄດ້ດຳເນີນໄປຢ່າງຊັກຊ້າ
ແລະ ບໍ່ມີປະສິດທິພາບ ເນື່ອງຈາກບັນດາພະນັກງານຂອງລັດທີ່ມີໜ້າທີ່ໂດຍກົງໃນ
ວຽກງານດັ່ງກ່າວນີ້ ຍັງຂາດຄວາມຮັບຜິດຊອບທັງຕໍ່ໜ້າທີ່ຂອງພວກຕົນ ແລະ ຕໍ່ຜົນ
ປະໂຫຍດຂອງປະເທດຊາດ ທັງຍັງບໍ່ຊື່ສັດສຸດຈະລິດອີກດ້ວຍ ດັ່ງທີ່ທ່ານ ສົມມາດ
ຢືນຢັນວ່າ.

"ສະມາຊິກພັກຈຳນວນນຶ່ງຍັງຈົມຈຽມ ແລະ ເກງໃຈບໍ່ທັນກ້າຫານພຽງພໍໃນການຕຳໜິ
ຕິຊົມຊຶ່ງກັນ ແລະ ກັນ ບໍ່ທັນມີມາດຕະການແກ້ໄຂບັນຫາຫຍໍ້ທໍ້ທີ່ຊຳເຮື້ອໃຫ້ໄດ້ຢ່າງ
ຂາດຕົວ ເຖິງມີກະຍັງບໍ່ໜັກແໜ້ນເທົ່າທີ່ຄວນ, ຍັງບໍ່ທັນເປັນປົກກະຕິ, ຫ່າງໄກຈາກ
ມະຫາຊົນ, ການລົງຮາກຖານ, ລົງໃກ້ຊິດຕິດແທດທ້ອງຖິ່ນ, ບໍ່ທັນທົ່ວເຖິງ ຍັງມີຫາງ
ສຽງທາງດ້ານຄວາມບໍລິສຸດ ສັດຊື່, ບໍ່ທັນມີຄວາມໂປ່ງໃສໃນການຄຸ້ມຄອງ ແລະ ໃຊ້
ຈ່າຍງົບປະມານ, ບໍ່ປະຢັດມັດທະຍັດ, ຫຼິ້ນກິນຟຸມເຟຶອຍ, ທັດສະນະພົວພັນທາງດ້ານ
ສັງຄົມບໍ່ທັນເປັນແບບຢ່າງໃຫ້ແກ່ມະຫາຊົນ."

ທັງນີ້ໂດຍລັດຖະບານ ລາວ ໄດ້ວາງແຜນການທີ່ຈະເພີ່ມການປົກຫຸ້ມຂອງປ່າໄມ້ໃນ
ຕະຫຼອດປີ 2017 ໃຫ້ໄດ້ໃນເນື້ອທີ່ 37,000 ເຮັກຕາ ໂດຍແນໃສ່ການເພີ່ມການປົກ
ຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ໃນປີ 2020 ຕາມແຜນຍຸດທະສາດປ່າ
ໄມ້ແຫ່ງຊາດ ດ້ວຍການຊຸກຍູ້ໃຫ້ປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ 11,000 ເຮັກຕາ ຢູ່ໃນ
ເຂດອ່າງຕົ່ງຂອງເຂື່ອນໄຟຟ້າ ແລະ ຄອງຊົນລະປະທານຕ່າງໆນັ້ນ ຖືເປັນພື້ນທີ່ສຳ
ຄັນທີ່ຈະຕ້ອງປູກຕົ້ນໄມ້ໃຫ້ໄດ້ຫຼາຍທີ່ສຸດ.

ແຕ່ຢ່າງໃດກໍຕາມ ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າ
ໄມ້ ກໍໄດ້ໃຫ້ທັດສະນະ ແລະ ປະເມີນວ່າ ສະພາບປ່າໄມ້ຂອງ ລາວ ໃນປັດຈຸບັນຍັງມີ
ຄວາມໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດ ໝາຍຄວາມວ່າໃນໄລ
ຍະຮັບແຕ່ປີ 2017-2020 ລັດຖະບານ ລາວ ກໍຈະຕ້ອງເພີ່ມການປົກຫຸ້ມຂອງປ່າໄມ້
ໃຫ້ໄດ້ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີໃນທຸກເຂດແຂວງໃນທົ່ວປະເທດ ໂດຍເຂດ
ທີ່ລັດຖະບານ ລາວ ຖືເປັນພື້ນທີ່ເປົ້າໝາຍສຳຄັນທີ່ຈະຕ້ອງຈັດຕັ້ງປະຕິບັດເພື່ອໃຫ້
ບັນລຸເປົ້າໝາຍໃຫ້ໄດ້ກໍຄືເຂດປ່າສະຫງວນແຫ່ງຊາດ ທີ່ຍັງມີການລັກລອບເຂົ້າໄປຕັດ
ໄມ້ຢ່າງກວ້າງຂວາງໃນເວລານີ້.

ທັງນີ້ໂດຍອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າເຂດທີ່ມີ
ການລັກລອບຕັດໄມ້ຫຼາຍທີ່ສຸດກໍຄືເຂດທີ່ຕິດຕໍ່ຊາຍແດນກັບ ຫວຽດນາມ ຊຶ່ງລວມເຖິງ
ເຂດປ່າສະຫງວນແຫ່ງຊາດນາກາຍໃນແຂວງຄຳມ່ວນ ຊຶ່ງບັນດານາຍທຶນ ແລະ ພະ
ນັກງານລັດຈຳນວນໜຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນ ລາວ ໃນທ້ອງຖິ່ນໃຫ້ພາກັນເຂົ້າ
ໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ນາກາຍ ແລ້ວກໍລັກລອບຂົນໃນເວ
ລາກາງຄືນເພື່ອສົ່ງອອກໄປຊາຍແດນດ້ານ ຫວຽດນາມ ຕາມລຳດັບ.

ທາງດ້ານ ທ່ານ ສຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້
ໃຫ້ການຍອມຮັບວ່າ ເປັນການຍາກ ແລະ ເປັນສິ່ງທີ່ທ້າທາຍຫຼາຍທີ່ເພີ່ມການປົກຫຸ້ມ
ຂອງປ່າໄມ້ໃນ ລາວ ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ເພາະການ
ຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2005 ເປັນຕົ້ນມາໄດ້ປະເຊີນບັນຫາຫຼາຍດ້ານ ລວມເຖິງ
ບັນຫາໃນການປະສານງານລະຫວ່າງ ໜ່ວຍງານຂອງລັດຖະບານ.

ໂດຍການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນ ລາວ ໄດ້ຫຼຸດລົງຈາກ 17
ລ້ານເຮັກຕາ ຫຼື 71 ເປີເຊັນຂອງພື້ນທີ່ທັງໝົດໃນປີ 1960 ມາເປັນ 9.4 ລ້ານເຮັກຕາ
ຫຼື 40 ເປີເຊັນຂອງພື້ນທີ່ທັງໝົດໃນປັດຈຸບັນ ໂດຍມີສາເຫດທີ່ສຳຄັນມາຈາກການລັກ
ລອບຕັດໄມ້ເກີນໂຄຕ້າທີ່ໄດ້ຮັບອະນຸຍາດສຳປະທານຈາກທາງການ ລາວ ທັງໃນລະ
ດັບສູນກາງ ແລະ ອຳນາດການປົກຄອງລະດັບທ້ອງຖິ່ນ ທັງຍັງບໍ່ມີການປະສານງານ
ກັນຢ່າງມີປະສິດທິພາບລະຫວ່າງກັນ ອີກດ້ວຍ.

XS
SM
MD
LG