ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ກ່າວວ່າ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ ເສ​ດ​ຖະ​ກິດ ​ຈະບໍ່​ບັນ​ລຸ​ເປົ້າ​ໝາຍ ທີ່​ວາງ​ໄວ້ ໃນປີ 2019


ການ​ເກັບກ່ຽວ​ເຂົ້ານາ​ແຊງ ຢູ່​ໃນ ສ​ປ​ປ ລາວ.
ການ​ເກັບກ່ຽວ​ເຂົ້ານາ​ແຊງ ຢູ່​ໃນ ສ​ປ​ປ ລາວ.

ລັດ​ຖະ​ມົນ​ຕີ​ລາວຍອມ​ຮັບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ
ຈ​ະ​ບໍ່​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ​ໃນ​ປີ 2019 ​ແຕ່​ກໍຈະ​ດຳ​ເນີນ​ການ​ໃນ​ທຸກວິ​ທີ​ທາງ​ເພື່ອ
​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໃນ​ປີ 2020 ຊຶ່ງ​ຊົງ​ລິດ ໂພນ​ເງິນ ນັ​ກ​ຂ່າວ ວີ​ໂອ​ເອ ຈະ​ນຳ​ມາ​ສະ
​ເໜີ​ທ່ານ ຈາກ​ບາງກອກ.

ທ່ານ​ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ວາ​ການ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ຍອ​ມ
​ຮັບ​ວ່າ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ໃນ​ປີ 2019 ນີ້ ​ຈະ​ບໍ່​ສາ
​ມາດ​ບັນ​ລຸ​ເປົ້າ​ໜາຍ​ທີ່​ວາງ​ໄວ້ ເນື່ອງ​ຈາກວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ລະ​ຍະ​ທີ່​ຜ່ານ​ມາ
​ເຮັດໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ທຸກ​ດ້ານ ໂດຍ​ສະ​ເພາະ​ແມ່ນ​ປູກ​ເຂົ້າ​ນາ​ແຊງ ​
ທີ່​ປັກ​ດຳ​ໄດ້​ໃນ​ເນື້​ອທີ່ 84,000 ເຮັກ​ຕາ ຊຶ່ງ​ຄຶດ​ເປັນ 84 ເປີ​ເຊັນ​ ຂອງ​ແຜນ​ການ​ທີ່​ວາງ
​ໄວ້ ສ່ວນ​ການ​ປູກ​ພືດ​ລະ​ດູ​ແລ້ງ​ກໍ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ໃນ​ພື້ນ​ທີ່ 91,556 ເຮັກ​ຕາ
ຄຶດ​ເປັນ​ 58 ເປີ​ເຊັນ ຂອງ​ແຜນ​ການ ແລະ​ການ​ຂຸດ​ຄົ້ນ​ແຮ່ທາດ​ຂະ​ຫຍາຍ​ໂຕ​ພຽ​ງແຕ່
0.7 ເປີ​ເຊັນ ຊຶ່ງ​ຫລຸດ​ລົງ​ຈາກ​ລະ​ດັບ 1.3 ເປີ​ເຊັນ ໃນ​ລະ​ຍະ​ດຽວ​ກັນ​ຂອງ​ປີ 2018.

​ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເປັນ​ໄປ​ໄດ້​ຍາກ​ທີ່​ລັດ​ຖະ​ບານ​ລາວ​ຈະ​ສາ​ມາດ​ບັນ
​ລຸ​ເປົ້າ​ໝາຍ ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ​ໃຫ້​ໄດ້ ທີ່​ອັດ​ຕາ​ສະ​ເລ່ຍ 7 ເປີ​ເຊັນ ໃນ​
ປີ 2019 ເພາະ​ຍັງ​ເຫຼືອ​ເວ​ລາ​ ສຳ​ລັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພຽງ 5 ເດືອນ​ເທົ່າ​ນັ້ນ ດ້ວຍ
​ເຫດ​ນີ້ ລັດ​ຖະ​ບານຈຶ່ງ​ໄດ້​ເພັ່ງ​ເລັງ​ໃສ່ປີ 2020 ທີ່​ຈະ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ບັນ​ລຸ​ເປົ້າ​
ໝາຍ​ການ​ຂະ​ຫຍາຍໂຕ​ທາງ​ເສດ​ຖະ​ກິດ​ທີ່​ລະ​ດັບ 7 ເປີ​ເຊັນ ໃຫ້​ໄດ້ ​ເນື່ອງ​ຈາກວ່າ​
ຄາດ​ໝາຍ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ​ໃນ​ຊ່ວງ​ປີ 2016 ຫາ 2020 ທີ່​ສະ​ພາ
​ແຫ່ງ​ຊາດ​ລາວ​ໄດ້​ວ​າງ​ອອກ ກໍ​ຄື ​ສະ​ເລ່ຍ 7.2 ເປີ​ເຊັນ ແຕ່​ວ່າ​ໃນ​ລະ​ຍະ 4 ປີ​ຜ່ານ​ມາ
​ລັດ​ຖະ​ບານ​ລາວ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ທີ່​ອັດ​ຕາ​ສະ​ເລ່ຍ 6.7 ເປີ​ເຊັນ ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ
ສຸ​ພັນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

ເພາະ​ວ່າ​ໃນ​ລະ​ຍະ 4 ປີ​ຜ່ານ​ມາ​ນີ້ ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ​ທີ່​
ສະ​ພາ​ແຫ່ງ​ຊາດ​ວາງ​ອອກ​ຫັ້ນ​ນະ ແມ່ນ 7.2 ແລະ​ພວກ​ເຮົາ 4 ປີ​ສະ​ເລ່ຍ​ ​ໄດ້​ແຕ່
6.7 ອັດ​ຕາ​ການ​ເຕີບ​ໂຕ​ນັ້ນລະ ສະ​ນັ້ນ​ແຫຼະ​ເພື່ອ​ໃຫ້​ມັນ​ໄດ້​ເພີ້ມ​ຂຶ້ນຢ່າງ​ນ້ອຍ 7
ເປີ​ເຊັນ ສະ​ເລ່ຍ​ຂອງ​ແຜນ​ການ 5 ປີ ຫັ້ນ​ນະ ແຜນການ 2020 ນີ້​ມັນ​ຕ້ອງ​ມີ​ລັກ​ສະ
​ນະ​ສູ້​ຊົນ ບຸກ​ບືນ ໃນ​ທຸກ​ຂະ​ແໜງ​ການ ແລະ​ທ້ອງ​ຖິ່ນ ເພື່ອ​ໃຫ້ GDP ເຕີ​ບໂຕຕ່ຳ​
ສຸດ​ແມ່ນ 7 ເປີ​ເຊັນ.”

ທາງ​ດ້ານ​ທ່ານ​ສຸ​ລິນ​ທອນ ເລືອງ​ຄຳ​ສິງ ນັກ​ເສດ​ຖະ​ສາດ​ອາ​ວຸ​ໂສ ຂອງ​ທະ​ນາ​ຄານ​ພັດ
​ທະ​ນາ​ເອ​ເຊຍ (ADB) ​ປະ​ຈຳ​ປະ​ເທດລາວ​ ໄດ້​ໃຫ້​ການ​ຄາດ​ໝາຍ​ວ່າ ເສດ​ຖະ​ກິດ​ໂດຍ
​ລວມ​ໃນ​ລາວ​ປີ 2019 ຈະ​ຂະ​ຫຍາຍ​ໂຕ​ເພີ້ມ​ຂຶ້ນ​ໃນ​ອັດ​ຕາ​ສະ​ເລ່ຍ​ບໍ່​ເກີນ 6.5 ເປີ​ເຊັນ
ຊື່ງ​ເປັນ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ ໃນ​ລະ​ດັບ​ດຽວ​ກັນ​ກັບໃນ​ປີ 2018 ທີ່​ຜ່ານ
​ມາ​ ໂດຍ​ໃນ​ນີ້​ຈະ​ເປັນ​ການ​ຂະ​ຫຍາຍ​ໂຕ ໃນ​ພາກ​ກະ​ສິ​ກຳ 2.5 ເປີ​ເຊັນ ພາກບໍ​ລິກ​າ​ນ
6.7 ເປີ​ເຊັນ ແລະ​ພາກ​ອຸດ​ສາ​ຫະ​ກຳ 8.1 ເປີ​ເຊັນ ຕາມ​ລຳ​ດັບ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ ຍັງ​ມີ​ປັດໄຈພາຍ​ໃນ​ລາວ ທີ່​ຈະ​ຕ້ອງສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຄາດ​ໝາຍ
​ດັ່ງ​ກ່າວ​ນີ້​ໃນ​ຫຼາຍ​ດ້ານ​ຄື​ກັນ ເຊັນ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ຮັດສາຍ​ແອວ​ດ້ານ​ລາຍ​
ຈ່າຍ​ຂອງ​ລັດ​ຖະ​ບາ​ນ​ລາວ ແລະ​ການ​ຍຸ​ຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດ ຊຶ່ງ
ໄດ້ສົ່ງ​ຜົນ​ກະ​ທົບຕໍ່​ລາຍ​ໄດ້​ຂອງ​ປະຊ​າ​ຊົນ​ລາວ​ທີ່​ຮັບ​ຈ້າງ​ຕັດ​ໄມ້ ໃຫ້​ກັບ​ບັນ​ດາ​ບໍ​ລິ
​ສັດ​ຄ້າ​ໄມ້​ນັ້ນ ດັ່ງ​ທີ່​ທ່ານ​ສຸ​ລິນ​ທອນ ໃຫ້​ການ​ຢືນ​ຢັນ​ວ່າ:

“ການ​ຊົມ​ໃຊ້​ພາຍ​ໃນ​ຂອງບາງ​ຂົງເຂດກະ​ແມ່ນ​ຫລຸດ​ລົງ ເນື່ອງ​ຈາກ​ບາງ​ມາດ​ຕະ​
ການຂອງ​ພັກ​ລັດ​ເຊັນ​ມາດ​ຕະ​ການ​ຮັດ​ສາຍ​ແອວ​ບາງ​ອັນ​ກໍ​ບໍ່​ຈຳ​ເປັນ ພັກ​ລັດ​ກໍ​ບໍ່​
ຍາກ​
ໃຫ້​ຈ່າຍ ຫຼື​ວ່າ​ການ​ໄປ​ປະ​ຊຸມ​ ຢູ່​ຕ່າງ​ແຂວງ ​ກໍ​ແມ່ນ​ຫລຸດ​ລົງ ການ​ລົງ​ທຶນ​
ໃໝ່ໆ​ກໍ
​ຫລຸດ​ລົງ​ຫຼາຍ ເພີ້ມ​ໄປ​ສຸມ​ໃສ່​ໃນ​ການ​ຊຳລະ​ສະ​ສາງ​ໜີ້​ສິນ ນອກ​ເໜືອ​
ຈາກນັ້ນ​ບາງ​ຂະ​ແໜງການ​ກະ​ສິເຫັນ​ວ່າມີ​ຜົນ​ກະ​ທົບ ຄື​ການ​ຍຸ​ຕິ​ການ​ສົ່ງອອກໄມ້
ເພາະ​ປະ​ຊາ​ຊົນ​ເຄີຍ​ໄດ້ເຂົ້າ​ໄປ​ເຖິງ​ປ່າ​ໄມ້​ເລັກໆ​ນ້ອຍໆ​ ມາ​ຂາຍ​ໃຫ້​ພໍ່​ຄ້າ​ຊາວ​
ຂາຍ ດຽວ​ນີ້ເພີ້ມ​ຢຸດ ຊຶ່ງວ່າອັນ​ນີ້​ກະ​ມີ​ຜົນ​ກະ​ທົບ​ເອີ້ນ​ວ່າ ລາຍ​ຮັບ​ຊົ່ວ​ຄາ​ວ​ບາງ​
ອ​ກາດ​ຂອງ​
ປະ​ຊາ​ຊົນ ກະ​ມີ​ການ​ຫລຸດ​ລົງ ອັນ​ນີ້​ກະ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ ໃນ​ການ​
ຈັບ​ຈ່າຍ.”

ນອກ​ຈາກ​ນັ້ນ ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ຂະ​ຫຍາຍ​ໂຕ​ບໍ່​ຫລຸດ 6.5 ເປີ​ເຊັນ ລັດ​ຖະ
​ບານ​ລາວ​ຍັງ​ຈະ​ຕ້ອງ​ຄຸ້ມ​ຄອງ​ຮັກ​ສາ​ສະ​ເຖຍ​ລະ​ພາບ​ທາງເສດ​ຖະ​ກິດ ປັບ​ປຸງ​ການ​
ຄຸ້ມ​ຄອງ​ງົບ​ປະ​ມານ​ລັດ​ໃຫ້ແຂງແຮງ ປະ​ຕິ​ຮູບ​ກົນ​ໄກ​ການ​ເກັບ​ລາຍ​ຮັບ​ທີ່​ທັນ​ສະ​ໄໝ
ຄຸ້​ມຄ​ອງ​ເງິນ​ຕາ​ທີ່​ມີ​ສະ​ເຖຍ​ລະ​ພາບ ປະ​ຕິ​ບັດ​ນະ​ໂຍ​ບາ​ຍດອກ​ເບ້ຍ​ຕາມ​ກົນ​ໄກ​ຕະ​
ຫຼາດ ປັບ​ປຸງ​ສະ​ພາບ​ແວດ​ລ້ອ​ມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ​ດີ​ ສົ່ງ​ເສີມ​ການ​ລົງ​ທຶນ​
ຈາກ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ ແລະ​ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າ​ເພື່ອ​ລົດ​ການ​ນຳ​ເຂົ້າ​
ຈາກ​ຕ່າງ​ປະ​ເທດ​ເປັນ​ຕົ້ນ.

XS
SM
MD
LG