ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວສັ່ງໃຫ້ປິດ ການຂຸດຄົ້ນບໍ່ແຮ່ ແລະກໍ່ສ້າງເຂື່ອນໄຟຟ້າ ທົ່ວປະເທດ ຈົນເຖິງ ວັນທີ 19 ເມສານີ້


ການປິດເມືອງຊົ່ວຄາວໃນເຂດນະຄອນຫລວງວຽງຈັນ
ການປິດເມືອງຊົ່ວຄາວໃນເຂດນະຄອນຫລວງວຽງຈັນ

ທາງການລາວ ອອກຄໍາສັ່ງໃຫ້ປິດບໍ່ແຮ່ ແລະຢຸດການກໍ່ສ້າງເຂື່ອນໄຟຟ້າທຸກໂຄງການ
ໃນທົ່ວປະເທດ ທັງຍັງຫ້າມຄົນງານບໍ່ແຮ່ ແລະເຂື່ອນບໍ່ໃຫ້ເດີນທາງອອກຈາກທີ່ພັກຈົນ
ເຖິງວັນທີ 19 ເມສາ. ຊົງລິດໂພນເງິນ ມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກແຈ້ງການເລກທີ 0432/ ພບ ເມື່ອວັນທີ 5 ເມສາ 2020 ທີ່ຜ່ານມາ ໂດຍໄດ້ສັ່ງໃຫ້ປິດການດໍາເນີນກິດຈະການໂຮງງານຂຸດຄົ້ນ-ປຸງແຕ່ງແຮ່ທາດ ແລະບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າໃນທົ່ວປະເທດເປັນການຊົ່ວຄາວ ຫລື ຈົນເຖິງວັນທີ 19 ເມສາ 2020 ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ Covid-19 ຂອງລັດຖະບານລາວ ໂດຍແຈ້ງການ ດັ່ງກ່າວນີ້ຍັງໄດ້ຫ້າມພະນັກງານຂອງບໍ່ແຮ່ ແລະໂຄງການກໍ່ສ້າງເຂື່ອນບໍ່ໃຫ້ເດີນທາງອອກຈາກທີ່ພັກອາໄສຈົນເຖິງວັນທີ 19 ເມສາ ອີກດ້ວຍເຊັ່ນກັນ.

ນັກວິຊາການຂຸດຄົ້ນຄໍາຈົດຈໍານວນລົດໃນຂະນະທີ່ລົດຈົກ ແລະຂົນດິນທີ່ມີແຮ່ໄປ
ນັກວິຊາການຂຸດຄົ້ນຄໍາຈົດຈໍານວນລົດໃນຂະນະທີ່ລົດຈົກ ແລະຂົນດິນທີ່ມີແຮ່ໄປ

ໂດຍກ່ອນໜ້າທີ່ທາງ ກະຊວງພະລັງງານ ແລະ ບໍ່ແຮ່ຈະໄດ້ອອກແຈ້ງການສະບັບດັ່ງກ່າວ
ນີ້ໄດ້ມີພະນັກງານຄົນນຶ່ງຂອງບໍລິສັດພູເບ້ຍມາຍນິ່ງຈໍາກັດ ທີ່ເດີນທາງມາຈາກປະເທດສິງ
ກະໂປຜ່ານໄທມາລາວນັ້ນໄດ້ຕິດເຊື້ອໄວຣັສ Covid-19 ທັງຍັງໄດ້ແຜ່ເຊື້ອໄປຕິດຕໍ່ເພື່ອນ
ຮ່ວມງານຂອງຜູ້ກ່ຽວໃນລາວອີກດ້ວຍ ຈຶ່ງເຮັດໃຫ້ທາງການລາວຕ້ອງໄດ້ອອກມາດຕະ
ການສະກັດກັ້ນດັ່ງກ່າວ ຫາກແຕ່ກໍມີຂໍ້ຍົກເວັ້ນສໍາລັບໂຮງງານທີ່ຜະລິດສິນຄ້າບໍລິໂພກ,
ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດຂອງພະຍາດ ແລະອຸປະກອນການແພດທີ່ຈໍາ
ເປັນນັ້ນຍັງສາມາດດໍາເນີນກິດຈະການໄດ້ຕໍ່ໄປ ແຕ່ຈະຕ້ອງມີການປະຕິບັດຕາມາດຕະ
ການຂອງລັດຖະບານລາວ ກ່ຽວກັບການສະກັດກັ້ນການລະບາດໄວຣັສ Covid-19 ຢ່າງ
ເຂັ້ມງວດດັ່ງທີ່ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການ
ຄ້າໃຫ້ການຢືນຢັນວ່າ:
“ບັນດາໂຮງຈັກ ໂຮງງານບ່ອນໃດທີ່ມີກໍາມະກອນມີຄົນງານຫລາຍໆ ເຂົາເຈົ້າໄດ້ມີມາດ
ຕະການເຂົາປະຕິບັດຢ່າງເຂັ້ມງວດຕໍ່ລະບຽບຂອງຄະນະສະເພາະກິດ ຊຶ່ງເຂົາຈະຕິດ
ຕາມທຸກແຈ້ງການ ທຸກຄໍາສັ່ງ 10 ກວ່າຄໍາສັ່ງທີ່ອອກມາ. ເຂົາໄດ້ຕິດຕາມເພາະ ຖ້າວ່າ
ມັນລົ້ມບ່ອນນຶ່ງ ເຂົາເຈົ້າກະຕາຍຄືກັນ. ຕະຫລາດເຂົາກໍໝົດ ອັນນີ້ເຂົາໄດ້ເຄັ່ງຄັດ ເຂົາ
ໄດ້ ເອົາໃຈໃສ່ ຕາມການລາຍງານກະເຫັນວ່າ ບັນດາບໍລິສັດຕ່າງໆ ກໍໄດ້ຈັດຕັ້ງ ກຸ່ມກັນ
ແລ້ວ ກໍມີຫຍັງໃຫ້ແລກປ່ຽນເພື່ອສາມາດແກ້ໄຂບັນຫາຕ່າງໆ ຢູ່ໃນຂະບວນການຜະລິດ
ຂອງໂຮງຈັກ ໂຮງງານຕ່າງໆ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ສຳຫຼວດ​ຫາ​ແຫຼ່ງ​ແຮ່​ທາດ​ໃນ​ໄລ​ຍະ​ຜ່ານ​ມາ​ພົບ​ວ່າລາວ ມີ​ແຫຼ່ງ​ແຮ່​ທາດຫຼາຍກວ່າ 570 ແຫຼ່ງ​ໃນ​ເນື້ອ​ທີ່ກວ້າງກວ່າ 162,104 ກິ​ໂລແມັດ​ມົນ​ທົນ ຫຼື ເກືອບ 70 ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ​ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້​ທາງ​ການ ລາວ ໄດ້​ໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ​ເອ​ກະ​ຊົນ ລາວ ແລະ ຕ່າງ​ຊາດ 649 ລາຍ​ໃນ 942 ກິດ​ຈະ​ການ ທັງ​ນີ້​ໂດຍ​ບໍ​ລິ​ສັດ​ຈາກ ຈີນ ຖື​ເປັນ​ພາກ​ສ່ວນ​ທີ່​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ທາດ​ໃນ ລາວ ຫຼາຍ​ທີ່​ສຸດ ໃນ​ນີ້​ກໍ​ໄດ້​ມີ​ການ​ຂຸດ​ຄົ້ນ​ຕົວ​ຈິງ​ແລ້ວ 52 ກິດ​ຈະ​ການ 30 ກວ່າ​ກິດ​ຈະ​ການ​ກຳ​ລັງ​ສຳຫຼວດ ແລະ ການ​ຈັດ​ທຳ​ບົດ​ວິ​ພາກ​ເສດ​ຖະ​ກິດ ເພື່ອ​ຂໍ​ອະ​ນຸ​ຍາດ​ຂຸດ​ຄົ້ນ​ຈາກ​ລັດ​ຖະ​ບານ ລາວ ໃນ​ໄວໆ​ນີ້ ໂດຍ​ໂຄງ​ການ​ຂະ​ໜາດ​ໃຫຍ່ ແລະ ມີ​ມູນ​ຄ່າ​ການ​ລົງ​ທຶນຫຼາຍ​ທີ່​ສຸດ​ໃນ ລາວ ກໍຄື​ເໝືອງ​ຄຳ​ຢູ່ ເຊ​ໂປນ ຂອງ​ບໍ​ລິ​ສັດ Lane Xang Mineral ຈຳ​ກັດ​ຈາກ ຈີນ ທີ່​ໄດ້​ເລີ່ມ​ການ​ຜະ​ລິດ​ໃນ​ປີ 2003 ຫາກ​ແຕ່​ປະ​ລິ​ມານ​ແຮ່​ທາດ​ໃນ​ເຂດ​ສຳ​ປະ​ທານ ເໝືອງ​ຄຳເຊ​ໂປນ ຍັງ​ຄົງ​ເຫຼືອ​ໃນ​ຂຸດ​ໄດ້​ຈົນ​ເຖິງ​ທ້າຍ​ປີ 2020 ເທົ່າ​ນັ້ນ ຈຶ່ງ​ເຮັດໃຫ້​ບໍ​ລິ​ສັດ Lane Xang Mineral ໄດ້​ຕັດ​ສິນ​ໃຈ​ເພີ່ມ​ການ​ລົງ​ທຶນ​ເພື່ອ​ຂະ​ຫຍາຍເຂດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ຄຳ ແລະ ທອງ​ແດງ​ຕໍ່​ໄປ​ອີກ 10 ປີ​ເປັນ​ຢ່າງ​ນ້ອຍ.

ໂດຍ​ເໝືອ​ງ​ແຮ່​ເຊ​ໂປນ ໄດ້​ຢຸດ​ການ​ຂຸດ​ຄົ້ນ ແລະ ຜະ​ລິດ​ຄຳ​ນັບ​ແຕ່​ທ້າຍ​ປີ 2013 ເປັນ​ຕົ້ນ​ມາ​ແລ້ວ ຈຶ່ງ​ຍັງ​ເຫຼືອ​ພຽງ​ການ​ຜະ​ລິດ​ທອງ​ແດງ​ໄດ້​ບໍ່​ເຖິງ 80,000 ໂຕນ​ຕໍ່​ປີ​ໃນ​ປັດ​ຈຸ​ບັນ​ນີ້ ສ່ວນ​ການ​ຂຸດ​ຄົ້ນ​ຢູ່​ທີ່​ພູ​ເບ້ຍ​ໃນ​ແຂວງ​ໄຊ​ສົມ​ບູນ ​ຂອງ​ບໍ​ລິ​ສັດ​ພູ​ເບ້ຍມາຍນິ່ງຈໍາກັດ ​ໄດ້​ເລີ່ມ​ການ​ຂຸດຄົ້ນ​ແຮ່​ຄຳ, ທ​ອງ​ແດງ ແລະ ເງິນ​ຢູ່​ເຂດ​ພູ​ຄຳ ນັບ​ແຕ່​ປີ 2008 ແລະ ການ​ຂຸດ​ຄ​ຄົ້ນ​ຢູ່​ບ້ານ​ຫ້ວຍ​ຊາຍ​ໃນ​ຊ່ວງ​ປີ 2012-2018 ​ຜະ​ລິດ​ຄຳ​ໄດ້ 1.2 ລ້ານອອນ, ທອງ​ແດງ 660,000 ໂຕນ, ແຮ່​ເງິນ 8.1 ລ້ານ​ໂຕນ ແລະ ມອບ​ພັນ​ທະ​ໃຫ້​ລັດ​ຖະ​ບານລາວ ຫຼາຍກວ່າ 716 ລ້ານ​ໂດ​ລາ ​ແຕ່​ປະ​ຊາ​ຊົນລາວ. ສ່ວນ​ໃນ​ພາກ​ພະ​ລັງ​ງານ​ຂອງ​ລາວ ໃນ​ປັດ​ຈຸ​ບັນ​ມີ​ແຫຼ່ງ​ຜະ​ລິ​ດ​ພະ​ລັງ​ງານ​ໄຟ​ຟ້າ​ແລ້ວ​ເຖິງ 73 ແຫ່ງ ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 9,531 ເມ​ກາ​ວັດ ໃນ​ນີ້​ໄດ້​ສົ່ງ​ອອ​ກ​ໄປ​ຂາຍ​ໃຫ້ ໄທ ແລ້ວ​ເຖິງ 5,620 ເມ​ກາ​ວັດ ແລະ ທັງຈະ​ສົ່ງ​ຂາຍ​ໃຫ້ ກຳ​ປູ​ເຈຍ ແລະ ຫວຽດ​ນາມ 3,200 ເມ​ກະ​ວັດ ກັບ 5,000 ເມ​ກາ​ວັດ​ຕາມ​ລຳ​ດັບ.

XS
SM
MD
LG