ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຳປະທານ ຂຸດຄົ້ນບໍ່ແຮ່ ແລະສ້າງ ເຂື່ອນ ພາໃຫ້ເກີດການຂັດແຍ້ງ ລະຫວ່າງປະຊາຊົນ ກັບນັກລົງທຶນເພີ້ມຂຶ້ນ


ໝູ່ບ້ານຕັ້ງໃໝ່ຂອງປະຊາຊົນທີ່ຍົກຍ້າຍອອກຈາກເຂດທີ່ກໍ່ສ້າງເຂື່ອນນໍ້າອູ
ໝູ່ບ້ານຕັ້ງໃໝ່ຂອງປະຊາຊົນທີ່ຍົກຍ້າຍອອກຈາກເຂດທີ່ກໍ່ສ້າງເຂື່ອນນໍ້າອູ

ການອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ ແລະໂຄງການກໍ່ສ້າງເຂື່ອນ ໄດ້ສົ່ງຜົນກະທົບ ແລະເຮັດໃຫ້ເກີດບັນຫາຂັດແຍ້ງເພີ້ມຂຶ້ນ ລະຫວ່າງປະຊາຊົນລາວ ກັບບັນດານັກລົງທຶນໃນໂຄງການ, ຊົງລິດໂພນເງິນມີລາຍງານມາຈາກບາງກອກ.

ຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວເປີດເຜີຍວ່າບັນຫາທີ່ມີຄວາມຫຍຸ້ງຍາກ ເພີ້ມຂຶ້ນ ແລະເກີດຂຶ້ນຢ່າງກວ້າງຂວງຢູ່ໃນລາວ ປັດຈຸບັນນີ້ ກໍແມ່ນການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນບໍ່ແຮ່ລະຫວ່າງປະຊາຊົນລາວ ກັບພາກລັດກັບພາກລັດ ແລະເອກະຊົນ ຊຶ່ງມີສາເຫດມາຈາກການທີ່ເອກະຊົນລາວ ໄດ້ຂາຍຕໍ່ສຳປະທານການຂຸດຄົ້ນບໍ່ແຮ່ ໃຫ້ກັບນັກທຸລະກິດຊາວຕ່າງຊາດ ເພາະບໍ່ມີເງິນທຶນທີ່ຈະນຳໃຊ້ໃນການຂຸດຄົ້ນບໍ່ແຮ່ດັ່ງກ່າວ ຊຶ່ງກໍເຮັດໃຫ້ພະນັກງານລັດທີ່ກ່ຽວຂ້ອງ ໃນການອະນຸມັດສຳປະທານເຫັນວ່າ ເປັນການປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງກັນເປັນຄະດີຄວາມໃນສານແລະສົ່ງຜົນກະທົບຕໍ່ເນື່ອງ ເຖິງປະຊາຊົນລາວ ທີ່ຢູ່ໃນເຂດສໍາປະທານ ທີ່ຂັດແຍ້ງກັນ ດັ່ງກ່າວ ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ໄດ້ຍົກຕົວຢ່າງເຖິງກໍລະນີທີ່ຂັດແຍ້ງໃນແຂວງຄຳມ່ວນວ່າ:
ດຽວນີ້ບໍ່ແຮ່ຢູ່ແຂວງຄຳມ່ວນນີ້ ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນລາວຂໍສຳປະທານນຳລັດຖະບານໄດ້ແລ້ວ ບໍ່ມີທຶນກະເອົາຕ່າງປະເທດມາເຮັດ ເອົາຈີນມາເຮັດ ເອົາອົສຕາລີ ມາເຮັດ ແລ້ວຜິດກັນ ຂໍ້ຂັດແຍ້ງອັນນີ້ເກີດຂຶ້ນ ປັດຈຸບັນນີ້ສານຫຼືວ່າໄອຍະການນີ້ ແມ່ນຄະດີແຜ່ງ ມີສັນຍາຕຳຫຼວດບອກບໍ່ແມ່ນ ອັນນີ້ຂ້ອຍຕ້ອງຈັບເຫດຜົນຂອງມັນແທ້ໆແລ້ວແມ່ນຍ້ອນຄົນ ລາວ ເຮົານີ້ໄດ້ໂຄງການແລ້ວໄປໃຫ້ຕ່າງປະເທດສຳປະທານ.

ໃນໄລຍະຜ່ານມາໄດ້ສໍາຫລວດພົບແຮ່ໃນລາວຫລາຍກວ່າ 570 ແຫລ່ງກວາມເອົາເນື້ອທີກວ້າງກວ່າ 162,104 ກິໂລແມັດມົນທົນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ ໃນນີ້ທາງການລາວໄດ້ ອະນຸຍາດສໍາ ປະທານໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ໃນ 942 ກິດຈະການທົ່ວປະເທດ. ສ່ວນແຫລ່ງ ຜະລິດໄຟຟ້າ 90 ແຫ່ງທີ່ມີກໍາລັງຕິດຕັ້ງເກືອບ 11,000 ເມກາວັດນັ້ນ ກໍໄດ້ສົ່ງອອກໄປຂາຍໃຫ້ໄທ 5,620 ເມກາວັດນັ້ນກໍສ້າງລາຍຮັບໄດ້ເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານດາວວົງ ພອນແກ້ວ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ:
“ມູນຄ່າການຜະລິດຂອງຂະແໜງການພະລັງງານ ແລະບໍ່ແຮ່ ສະເພາະໃນປີ 2020 ສາມາດປະຕິບັດ 31,468 ຕື້ກີບ ທຽບໃສ່ໃນປີຜ່ານມາແມ່ນເພີ້ມຂຶ້ນ 16 ເປີເຊັນ ໃນນີ້ຂະແໜງພະລັງງານປະຕິບັດໄດ້ 20,616 ຕື້ກີບ ທຽບໃສ່ປີຜ່ານມາ ແມ່ນເພີ້ມຂຶ້ນ 33 ເປີເຊັນ ສ່ວນຂະແໜງບໍ່ແຮ່ປະຕິບັດ 10,851 ຕື້ກີບທຽບໃສ່ໃນ ປີຜ່ານມາ ແມ່ນຫລຸດລົງ 7 ເປີເຊັນ ແຕ່ເມື່ອທຽບໃສ່ກັບພະແນກການແລ້ວ ແມ່ນປະຕິບັດໄດ້ 113 ເປີເຊັນ.”

ທາງດ້ານເຄືອຂ່າຍການພັດທະນາແບບເປີດ (Open Development Network) ອົງການທີ່ບໍ່ຂຶ້ນກັບລັດຖະບານລາຍງານວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບບັນດານັກລົງທຶນລາວ ແລະ ຕ່າງຊາດໃນ 1,758 ໂຄງການມີພື້ນທີ່ສໍາປະທານລວມກັນເຖິງ 11,754,417 ເຮັກຕາ ແຕ່ຈາກການສຳຫຼວດພາກສະໜາມໃນໄລຍະທີ່ຜ່ານມາພົບວ່າ ບັນດານັກລົງທຶນໄດ້ມີການນຳໃຊ້ທີ່ດິນຕົວຈິງໃນພື້ນທີ່ລວມ 549,248 ເຮັກຕາ ຊຶ່ງຄິດເປັນ 4.67 ເປີເຊັນ ເທົ່ານັ້ນ ຂອງພື້ນທີ່ສຳປະທານທັງໝົດ. ໃນນີ້ກໍເປັນການອະນຸຍາດສຳປະທານໂດຍທ້ອງຖິ່ນ 1,331 ໂຄງການ ຈຶ່ງເຮັດໃຫ້ລັດຖະບານລາວ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງ ທັງເຮັດໃຫ້ຄະນະສະເພາະກິດຂອງລັດຖະບານສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍກັບຄືນມາໄດ້ໃນເນື້ອທີ່ພຽງ 20,000 ກວ່າເຮັກຕາເທົ່ານັ້ນໃນປີທີ່ ຜ່ານມາ. ສ່ວນໂຄງການກໍ່ສ້າງເຂື່ອນໄຟຟ້າ ກໍໄດ້ມີ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ລາວ​ ໄປ​ຢູ່ເຂດ​ຈັດ​ສັນ​ໃໝ່ ຫລາຍກວ່າ 80,000 ຄົນ ຊຶ່ງສ່ວນໃຫຍ່ກໍຍັງບໍ່ມີທີ່ດິນທໍາກິນແຕ່ຢ່າງໃດ.

ສ່ວນເຈົ້າໜ້າທີ່ຂັ້ນສູງຂອງກະຊວງແຜນການ ແລະການລົງທຶນ ກໍຢືນຢັນວ່າ ການອະນຸຍາດສຳປະທານໂຄງການລົງທຶນຂະໜາດໃຫຍ່ໃຫ້ແກ່ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດນັ້ນ ກໍຍັງເຮັດໃຫ້ຕ້ອງມີການເວນຄືນທີ່ດິນຂອງປະຊາຊົນເພື່ອສົ່ງມອບໃຫ້ບັນດາບໍລິສັດຜູ້ລົງທຶນນັ້ນເພີ້ມຂຶ້ນອີກດ້ວຍ ຊຶ່ງກໍ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ເພາະການເວນຄືນທີ່ດິນຂອງປະຊາຊົນລາວດັ່ງກ່າວ ໄດ້ມີການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສ ໂດຍສະເພາະແມ່ນການທີ່ພະນັກງານລັດ ໄດ້ໃຊ້ອຳນາດເພື່ອບີບບັງຄັບເອົາທີ່ດິນຂອງປະຊາຊົນ ແລະຈ່າຍຄ່າຊົດເຊີຍທີ່ຕ່ຳກວ່າ ຄວາມເປັນຈິງນັ້ນ ກໍຍິ່ງເຮັດໃຫ້ປະຊາຊົນລາວ ມີສະພາບຊີວິດການເປັນຢູ່ທີ່ຍາກລຳບາກຫລາຍຂຶ້ນກວ່າເກົ່າອີກດ້ວຍ.

XS
SM
MD
LG