ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດແຄມທາງ ສັງຫານ 8 ຄົນ ຢູ່ ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ລະເບີດແຄມທາງໄດ້ສັງຫານ
ພົນລະເຮືອນແປດຄົນ ໃນວັນເສົາມື້ນີ້ ເວລາລົດຂອງພວກເຂົາ
ເຈົ້າ ໄດ້ແລ່ນໄປຢຽບລະເບີດ ຢູ່ໃນເຂດພາກໃຕ້ ທີ່ມີຄວາມວຸ້ນ
ວາຍຂອງປະເທດ.

ເຈົ້າໜ້າທີ່ເວົ້າວ່າ ມີເດັກນ້ອຍ 2 ຄົນ ໄດ້ຮັບບາດເຈັບ ໃນເຫດ
ລະເບີດດັ່ງກ່າວ ຊຶ່ງເກີດຂຶ້ນຢູ່ໃກ້ໆເມືອງການດາຮາ. ມີແມ່ຍິງຢ່າງໜ້ອຍ 4 ຄົນໄດ້ເສຍຊີ
ວິດໃນ ເຫດລະເບີດຄັ້ງນີ້.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີເທື່ອ ຊຶ່ງພວກເຈົ້າໜ້າ ທີ່ໄດ້ ຖິ້ມໂທດໃສ່ກຸ່ມຕາລີບານ.

ສ່ວນຢູ່ໃນແຫ່ງອື່ນໆ ເຈົ້າໜ້າທີ່ໃນປາກິສຖານ ຊຶ່ງເປັນປະເທດເພື່ອນບ້ານກ່າວວ່າ ພວກ ຫົວຮຸນແຮງ ໄດ້ສັງຫານທະຫານ ຢ່າງໜ້ອຍ 3 ຄົນ ຢູ່ທີ່ດ່ານຊາຍແດນ. ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງໄດ້ຂ້າມຊາຍແດນໄປຈາກອັຟການິສຖານ ໃນວັນເສົາມື້ນີ້ ເພື່ອທຳການ ໂຈມຕີ ຢູ່ໃນເຂດຊົນເຜົ່າ Bajur ຫລັງຈາກນັ້ນ ກໍຫລົບໜີຂ້າມຊາຍແດນຄືນ ເວລາພວກ ທະຫານຕອບໂຕ້ຄືນ.

Afghan officials say a roadside bomb killed eight civilians Saturday when the blast hit their vehicle in the volatile southern part of the country.

Officials say two children were wounded in the explosion near the city of Kandahar. At least four women were killed in the blast.

There has been no immediate claim of responsibility for the attack, which authorities are blaming on the Taliban.

Elsewhere, officials in neighboring Pakistan say militants killed at least three soldiers at a border post. Officials say militants crossed the border from Afghanistan Saturday to carry out the attack in the Bajur tribal region, then fled back across the border after troops retaliated.

XS
SM
MD
LG