ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວມຸສລິມ ຫຼາຍລ້ານຄົນ ເລີ່ມການສະແຫວງບຸນ ຮາຈ໌ ປະຈຳປີ


ນັກສະແຫວງບຸນຊາວ ມຸສລິມ ສູດມົນຢູ່ວັດໃຫຍ່ອິສລາມ, ກ່ອນການສະແຫວງບຸນ ຮາຈ໌ ປະຈຳປີ ໃນເມືອງສັກສິດ ເມັກກາ ຂອງຊາວ ມຸສລິມ, ປະເທດ ຊາອຸດີ ອາເຣເບຍ. 16 ສິງຫາ, 2018.
ນັກສະແຫວງບຸນຊາວ ມຸສລິມ ສູດມົນຢູ່ວັດໃຫຍ່ອິສລາມ, ກ່ອນການສະແຫວງບຸນ ຮາຈ໌ ປະຈຳປີ ໃນເມືອງສັກສິດ ເມັກກາ ຂອງຊາວ ມຸສລິມ, ປະເທດ ຊາອຸດີ ອາເຣເບຍ. 16 ສິງຫາ, 2018.

ຊາວມຸສລິມ ເກືອບສອງລ້ານຄົນ ໄດ້ພາກັນເລີ້ມໄປສະແຫວງບຸນປະຈຳປີທີ່ປະເທດ
ຊາອຸດີ ອາເຣເບຍ ໃນນະຄອນ ເມັກກາ ອັນເປັນສະຖານທີ່ ທີ່ສັກສິດທີ່ສຸດຂອງສາ
ສະໜາອິສລາມ.

ພວກທີ່ນັບຖືສາສະໜາດັ່ງກ່າວ ໄດ້ເລີ້ມຕົ້ນ ໃນວັນອາທິດມື້ນີ້ ຍ່າງຕ້ານທິດທາງຂອງ
ການໝູນວຽນຂອງໂມງ ອ້ອມອະນຸສາວະລີ ກາບາ ທີ່ເປັນຮູບຊົງແມັດກ້ອນ ຕັ້ງຢູ່ໃຈ
ກາງຂອງວັດມຸສລິມ the Grand Mosque of Mecca ຊຶ່ງຊາວມຸສລິມພາກັນເຊື່ອ
ວ່າ ເປັນສະຖານທີ່ ທີ່ພະອໍລະຫັນ ເອບຣາແຮັມ ໄດ້ກໍ່ສ້າງໂບດແຫ່ງທຳອິດຂອງພະ
ອົງໃສ່.

ຊາວມຸສລິມທີ່ໄປສັກກາລະບູຊາ ຈະພາກັນຫັນໜ້າໄປໃສ່ອານຸສາວະລີ ກາບາ ໃນ
ເວລາຫ້າວັນທີ່ພວກເຂົາເຈົ້າໄປນົບໄຫວ້ຢູ່ນັ້ນ.

ໃນລະຫວ່າງບຸນ ຮາຈ໌ ນີ້ ຊາວມຸສລິມ ຈະພາກັນທຳພິທີຫຼາຍຢ່າງທາງສາສະໜາ.
ນອກຈາກການຍ່າງອ້ອມອະນຸສາວະລີ ກາບາ ແລ້ວພວກເຂົາເຈົ້າຍັງຈະພາກັນດື່ມ
ນໍ້າ ອັນກາລາຍນ໌ ຈາກນໍ້າສ້າງ ຊຳ ຊຳ (Zam Zam) ຊຶ່ງເຊື່ອກັນວ່າ ເປັນນໍ້າວິເສດ
ເພື່ອປິ່ນປົວພະຍາດ. ນອກນັ້ນພວກເຂົາເຈົ້າ ກໍຍັງຈະທຳພິທີແກວ່ງກ້ອນຫີນອັນ
ເປັນສັນຍາລັກຂອງພວກຜີປີສາດນຳ.

ການສະແຫວງບຸນຄັ້ງນີ້ ເປັນຫຼັກການ ທີ່ສຳຄັນອັນນຶ່ງ ໃນຈຳນວນຫ້າຢ່າງຂອງສາ
ສະໜາອິສລາມ ແລະຊາວມຸສລິມທຸກໆຄົນ ທີ່ມີຄວາມສາມາດ ແລະ ພໍໃຊ້ຈ່າຍໄດ້
ຈະຖືກຄາດໝາຍວ່າ ຄວນປະກອບສ່ວນໃນບຸນ ຮາຈ໌ ນີ້ ຢ່າງໜ້ອຍເທື່ອນຶ່ງໃນຊີວິດ.

Nearly two million Muslims have begun the yearly hajj pilgrimage in Saudi Arabia at Mecca - Islam's holiest site.

The faithful started the annual five-day ritual Sunday with walking counterclockwise around the Kaaba, the cube-shaped structure at the center of the Grand Mosque of Mecca, which Muslims believe is the spot where the Prophet Abraham built his first temple.

Observant Muslims around the world face toward the Kaaba during their five daily prayers.

During the hajj, devoted Muslims perform a series of religious rituals.In addition to walking around the Kaaba, they also drink the alkaline water from the Well of Zamzam, believed to have healing qualities.They also perform a symbolic stoning of the devil.

The pilgrimage is one of the five pillars of Islam and all able-bodied Muslims who can afford to do so are expected to take part in the hajj at least once in their lifetimes.

XS
SM
MD
LG