ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ຫຼາຍລ້ານຄົນ ຍັງພາກັນເດີນທາງ ທັງໆທີ່ໄດ້ມີການເຕືອນ


ຫົວໜ້າແພດແຫ່ງຊາດ ທ່ານເຈີໂຣມ ອາດຳສ໌  ລາຍງານໄວຣັສໂຄ ໂຣນາ ຢູ່ທຳນຽບຂາວ ວັນທີ 10 ພະຈິກ 2020.
ຫົວໜ້າແພດແຫ່ງຊາດ ທ່ານເຈີໂຣມ ອາດຳສ໌  ລາຍງານໄວຣັສໂຄ ໂຣນາ ຢູ່ທຳນຽບຂາວ ວັນທີ 10 ພະຈິກ 2020.

ສູນກາງປ້ອງກັນຄວບຄຸມພະຍາດ ຫຼື CDC ໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນບໍ່ ໃຫ້ເດີນ
ທາງ ໃນລະຫວ່າງວັນພັກບຸນຂອບຄຸນພະເຈົ້າ ຫຼື Thanksgiving ໃນ ອາທິດນີ້ ໃນຂະ
ນະທີ່ກໍລະນີການລະບາດຂອງໂຄວິດ-19 ຍັງເພີ້ມຂຶ້ນ ແຕ່ວ່າ ຫຼາຍລ້ານຄົນ ບໍ່ເອົາຫົວ
ຊາ ກ່ຽວກັບຄຳແນະນຳ.

ຊາວອາເມຣິກັນປະມານນຶ່ງລ້ານຄົນ ພາກັນເດີນທາງຜ່ານ ບ່ອນຮັກສາຄວາມປອດໄພ
ຢູ່ສະໜາມບິນທົ່ວປະເທດ ໃນວັນອາທິດທີ່ຜ່ານມາ ອີງຕາມອົງການ ຄຸ້ມຄອງຄວາມ
ປອດໄພຄົມມະນາຄົມ ຊຶ່ງໄດ້ອ້າງໂຕເລກທີ່ຄ້າຍຄືກັນຕະຫຼອດ ວັນທ້າຍອາທິດທີ່
ຜ່ານມາ.

ສະຫະລັດຍັງສືບຕໍ່ບັນທຶກໂຕເລກສູງສຸດ ຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາທີ່ ໄດ້
ຮັບການຢືນຢັນ ພ້ອມດ້ວຍຜົນຂອງການເສຍຊີວິດ ທີ່ີໄດ້ກາຍສອງແສນກວ່າ ຄົນໃນ
ອາທິດແລ້ວນີ້. ອີງຕາມການຢັ່ງຫາງສຽງ ຂອງອົງການຂ່າວຣອຍເຕີ້ ສະ ເລ່ຍແລ້ວ ຈຳ
ນວນໂຕເລກໃນໄລຍະເຈັດມຶ້ຂອງການເສຍຊີວິດ ຈາກໂຄວິດ-19 ໄດ້ເພີ້ມຂຶ້ນເປັນມື້ທີ
12 ຕິດຕໍ່ກັນ ເຖິງ 1,500 ຄົນ ໃນວັນຈັນວານນີ້.

ບັນດາພະນັກງານການແພດຢູ່ທົ່ວປະເທດ ໄດ້ລາຍງານວ່າ ບັນດາໂຮງໝໍລົ້ນ ແລະ
ຂາດພະນັກງານ ຮຽກຮ້ອງໃຫ້ສາທາລະນະຊົນຫຼີກຫລ່ຽງການເຕົ້າໂຮມກັນ ຢ່າງຫຼວງ
ຫຼາຍຢູ່່ໃນເຮືອນ.

“ຂ້າພະເຈົ້າຂໍຮ້ອງຊາວອາເມຣິກັນ ຂ້າພະເຂົ້າຂໍໃຫ້ທ່ານໂຈະໄປອີກໜ້ອຍນຶ່ງ” ນັ້ນຄືຄຳ
ເວົ້າຂອງຫົວໜ້າແພດແຫ່ງຊາດ ທ່ານເຈີໂຣມ ອາດຳສ໌ ກ່າວຕໍ່ໂທລະ ພາບ ABC ຢູ່ໃນລາຍການ “Good Morning America” ໃນວັນຈັນວານ ນີ້ວ່າ “ພວກເຮົາຢາກໃຫ້ ທຸກ
ຄົນເຂົ້າໃຈວ່າ ການສະຫຼອງບຸນປີນີ້ສາມາດເປັນ ເຫດການໃນການແຜ່ຂະຫຍາຍເຊື້ອ
ທີ່ໃຫຍ່ທີ່ສຸດ.

The CDC has urged Americans not to travel for the Thanksgiving holiday this week as COVID-19 cases continue to surge, but millions are ignoring recommendations.

Roughly one million Americans passed through airport security nationwide Sunday, according to the Transportation Security Administration, which cited similar numbers throughout the weekend.

The United States continues to record the highest number of confirmed cases of coronavirus as well as resulting deaths, having surpassed a quarter of a million fatalities last week. According to a Reuters tally, the seven-day average number of U.S. COVID-19 deaths rose for a 12th straight day, reaching 1,500 as of Monday.

Healthcare workers across the country have reported overflowing hospitals and staffing shortages, urging the public to avoid large gatherings indoors.

"I'm asking Americans, I'm begging you: hold on a little bit longer," Surgeon General Jerome Adams told the ABC News show "Good Morning America" on Monday. "We want everyone to understand that these holiday celebrations can be superspreader events."

XS
SM
MD
LG