ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ຊາວໜຸ່ມ 41 ລ້ານຄົນ ມີສິດປ່ອນບັດເລືອກຕັ້ງ ໃນການເລືອກຕັ້ງ ປະທານາທິບໍດີ ປີ 2024


ພວກຊາວໜຸ່ມທີ່ມີສິດປ່ອນບັດເລືອກຕັ້ງ ອາດເຮັດໃຫ້ມີຄວາມແຕກຕ່າງ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ບັນດານັກວິເຄາະກ່າວ

ພຽງປີນີ້ເທົ່ານັ້ນ ພວກຄົນຊາວໜຸ່ມປະມານ 8 ລ້ານຄົນ ຈະມີອາຍຸ ຄົບ 18 ປີ ແລະກາຍເປັນຜູ້ມີສິດປ່ອນບັດເລືອກຕັ້ງ. ລວມທັງໝົດ ກະປະມານ ໄດ້ວ່າ ຈະມີພວກສະມາຊິກຄົນລຸ້ນ ຊີ (Z) ກໍຄືພວກຄົນທີ່ມີອາຍຸຕ່ຳກວ່າ 27 ປີ ຈະສາມາດໄປປ່ອນບັດເລືອກຕັ້ງ ໃນການເລືອກຕັ້ງປະທານາທິບໍດີ ປີ 2024 ເຊິ່ງໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກຊາວໜຸ່ມອາເມຣິກັນ 41 ລ້ານຄົນ ທີ່ມີອາຍຸລະຫວ່າງ 18 ປີ ຫາ 27 ປີ ຈະມີສິດປ່ອນບັດເລືອກຕັ້ງໃນເດືອນພະຈິກ​ນີ້. ບັນດານັກວິເຄາະ ກ່າວວ່າ ພວກເຂົາອາດເຮັດໃຫ້ການເລືອກຕັ້ງປະທານາທິບໍດີ ມີຄວາມແຕກຕ່າງ ມັນບໍ່ແມ່ນຍ້ອນອາຍຸຂອງພວກເຂົາ ແຕ່ຍ້ອນພວກເຂົາເປັນໃຜ!

ທ່ານວີລລຽມ ເຟຣ ຢູ່ທີ່ສະຖາບັນ ບຣຸກກິງ (Brooking Institution) ກ່າວວ່າ “ປະຊາກອນກຸ່ມທີ່ມີອາຍຸນ້ອຍຈະມີຄວາມຫລາກຫຼາຍທາງດ້ານເຊື້ອຊາດກວ່າ ປະຊາກອນກຸ່ມທີ່ມີອາຍຸແກ່ກວ່າ ທີ່ເອີ້ນວ່າ baby boomer (ເປັນກຸ່ມປະຊາກອນທີ່ເກີດໃນລະຫວ່າງປີ 1946 ຫາ 1964.)”

ທ່ານອາລເບີໂຕ ເມດີນາ ຢູ່ມະຫາວິທະຍາໄລ ທູຟສ໌ ກ່າວວ່າ “ສະນັ້ນ ເກືອບເຄິ່ງນຶ່ງຂອງພວກຄົນເຫຼົ່ານີ້ ເຈົ້າຮູ້ວ່າ ເປັນຄົນໄວໜຸ່ມລຸ້ນ ຊີ ທີ່ມີຜິວສີ-ປະມານນຶ່ງໃນຫ້າຂອງພວກຄົນຈຳພວກນີ້ ລະບຸຕົນເປັນຄົນ LGBTQ ໃນຮູບແບບໃດແບບນຶ່ງ. ດັ່ງນັ້ນ ເຈົ້າຮູ້ວ່າ ພວກເຮົາເວົ້າກ່ຽວກັບພວກລຸ້ນຄົນທີ່ ມີຄວາມຫຼາກຫຼາຍແທ້ໆ, ບໍ່ພຽງແຕ່ໃນແງ່ຂອງການລະບຸຕົວເຂົາເຈົ້າເທົ່ານັ້ນ ແຕ່ໃນແງ່ຂອງປະຫວັດ ແລະປະສົມການ ແລະທັດສະນະຄະຕິຂອງພວກເຂົາເຈົ້າດ້ວຍ.”

ທ່ານອະທິບາຍຕືື່ມວ່າ “ເກືອບເຄິ່ງນຶ່ງຂອງພວກລຸ້ນ ຊີ ແລະຂອງພວກມີສິດປ່ອນບັດເລືອກຕັ້ງໃໝ່ ໃນການເລືອກຕັ້ງປະທານາທິບໍດີ ປີ 2024 ແມ່ນຊາວໜຸ່ມທີ່ມີຜິວສີ.”

ຕາມປະຫວັດສາດແລ້ວ ພວກຊາວໜຸ່ມ ປ່ອນບັດເລືອກຕັ້ງໃນອັດຕາທີ່ຕ່ຳກວ່າ ພວກຜູ້ໃຫຍ່ທີ່ອາຍຸແກ່ກວ່າ. ແຕ່ພວກຊາວໜຸ່ມລຸ້ນນີ້ ແມ່ນສະແດງຕົນເອງໃຫ້ ເຫັນວ່າ ເປັນກຸ່ມທີ່ມີການເຄື່ອນໄຫວດ້ານການເມືອງຫຼາຍຂຶ້ນກວ່າພວກຄົນ ລຸ້ນອື່ນໆທີ່ຢູ່ໃນໄວນີ້.

ທ່ານເມດີນາ ອະທິບາຍອີກວ່າ “ສະນັ້ນ ນຶ່ງໃນເລື້ອງລາວໃຫຍ່ໆໃນຊ່ວງການ ເລືອກຕັ້ງທີ່ຜ່ານມາ ແທ້ຈິງແລ້ວ ເປັນການເພີ້ມຂຶ້ນຂະໜາດໃຫຍ່ພາຍໃນກຸ່ມ ພວກຊາວໜຸ່ມທີ່ອອກໄປປ່ອນບັດເລືອກຕັ້ງ. ພວກເຮົາກະປະມານໄດ້ວ່າ 39 ເປີເຊັນຂອງພວກຊາວໜຸ່ມ ໄດ້ປ່ອນບັດໃນປີ 2016 ແລະ 50 ເປີເຊັນ ໃນປີ 2020.”

ເມື່ອເວົ້າເຖິງການເລືອກຕັ້ງສະມາຊິກລັດຖະສະພາ ກາງສະໄໝ - ການແຂ່ງ ຂັນໃນຍາມທີ່ບໍ່ມີການເລືອກເອົາປະທານາທິບໍດີ- ພວກຄົນຊາວໜຸ່ມໃນມື້ນີ້ ແມ່ນມີການເຄື່ອນໄຫວຫຼາຍຂຶ້ນກວ່າກຸ່ມຄົນລຸ້ນກ່ອນ ໃນລະຫວ່າງການເລືອກຕັ້ງກາງສະໄໝ ຄັ້ງທຳອິດ ທີ່ພວກເຂົາເຈົ້າສາມາດປ່ອນບັດໄດ້.

ການເລືອກຕັ້ງໃນປີ 2022 ເປັນການເລືອກຕັ້ງກາງສະໄໝ ຄັ້ງທຳອິດ ບ່ອນທີ່ຄົນລຸ້ນ ຊີ ແມ່ນກວມເອົາພວກຄົນທັງໝົດທີ່ມີອາຍຸລະຫວ່າງ 18 ປີ ຫາ 24 ປີ. ຫຼາຍກວ່າ 28 ເປີເຊັນຂອງເຂົາທີ່ອອກມາປ່ອນບັດໃນປີນັ້ນ. ອັນນັ້ນເປັນການອອກມາໃນອັດຕາທີ່ສູງກວ່າ ກຸ່ມຄົນລຸ້ນ ວາຍ (Y) (ພວກຄົນທີ່ເກີດໃນຊຸມປີ 1980 ແລະທ້າຍຊຸມປີ 1990), ກຸ່ມລຸ້ນ ແອັກສ໌ (X) ແລະກຸ່ມ ເບບີ ບູມເມີ (Baby Boomer), ທີ່ເປັນກຸ່ມລຸ້ນຕ່າງໆທີ່ໄດ້ເກີດກ່ອນພວກເຂົາ ທີ່ມີອາຍຸຊ່ຳກັນ.

ຊາວແປດເປີເຊັນຂອງພວກຊາວໜຸ່ມທີ່ມີສິດ ກໍໄດ້​ໄປປ່ອນບັດເລືອກຕັ້ງໃນປີ 2018. ອັນນັ້ນ ແມ່ນຫຼາຍກວ່າເຖິງສອງເທົ່າທີ່ພວກຊາວໜຸ່ມໄດ້ອອກມາໃຊ້ສິດ ໃນລະຫວ່າງການເລືອກຕັ້ງກາງສະໄໝ ໃນປີ 2014 ເຊິ່ງມີ 13 ເປີເຊັນຂອງ ພວກຄົນທີ່ມີອາຍຸລະຫວ່າງ 18 ຫາ 29 ປີ. ຊາວສາມເປີເຊັນ ທີ່ໄດ້ອອກມາ ປ່ອນບັດໃນປີ 2022. ທ່ານເມດີນາ ກ່າວວ່າ ພວກຊາວໜຸ່ມທີ່ມີສິດປ່ອນບັດ ມີແຮງຈູງໃຈຍ້ອນບັນຫາຕ່າງໆທີ່ພົວພັນກັບຊີວິດໂດຍກົງຕໍ່ພວກເຂົາ ເຊັ່ນວ່າ ການຍິງສັງຫານຢູ່ໂຮງຮຽນ ແລະເສດຖະກິດ.

ທ່ານເມດີນາ ອະທິບາຍວ່າ “ແທ້ຈິງແລ້ວ ພວກເຮົາເວົ້າກ່ຽວກັບພວກຄົນລຸ້ນ ຊາວໜຸ່ມທີ່ໄດ້ຍອມຮັບເອົາ, ເຈົ້າກໍຮູ້, ພະລັງຂອງພວກເຂົາ, ຄວາມຕ້ອງການ ຂອງພວກເຂົາທີ່ຈະເຮັດໃຫ້ມີການປ່ຽນແປງ ແລະໄດ້ເຮັດດີມາໃນເລື້ອງທັງຢູ່ທີ່ ຕູ້ປ່ອນບັດ ແລະເລື້ອງທີ່ເໜືອກວ່ານັ້ນ.”

ໃນການເລືອກຕັ້ງກາງສະໄໝ ປີ 2022 ພວກຊາວໜຸ່ມ ໂດຍລວມແລ້ວ ໄດ້ປ່ອນບັດໃຫ້ແກ່ບັນດາຜູ້ສະໝັກຈາກພັກເດໂມແຄຣັດ ຫຼາຍກວ່າພັກຣີພັບບລີກັນ. ແຕ່ພວກຊາວໜຸ່ມຜູ້ຍິງ ໄດ້ປ່ອນບັດໃຫ້ແກ່ພັກເດໂມແຄຣັດ ໃນອັດຕາທີ່ສູງກວ່າພວກຊາວໜຸ່ມຜູ້ຊາຍ.

ທ່ານເຟຣ ກ່າວວ່າ “ແລະຖ້າທ່ານນາງ ຄາມາລາ ແຮຣິສ ເຮັດໃຫ້ພວກເຂົາ ອອກມາປ່ອນບັດໄດ້ ພວກເຂົາອາດຈະປ່ອນບັດໃຫ້ແກ່ທ່ານນາງຢ່າງເຂັ້ມແຂງ ຫຼາຍກວ່າ, ເຈົ້າກໍຮູ້, ອາດເປັນກໍລະນີສຳລັບ ທ່ານໂຈ ໄບເດັນ ກໍເປັນໄດ້.”

ບັນດານັກວິເຄາະ ກ່າວວ່າ ປາສະຈາກຄະແນນສຽງຂອງຊາວໜຸ່ມ ພັກຣີພັບບລີກັນ ອາດກວາດເອົາການເລືອກຕັ້ງກາງສະໄໝ ປີ 2022 ໄປແລ້ວ. ເມື່ອເບິ່ງໄປຂ້າງໜ້າຫາການເລືອກຕັງປະທານາທິບໍດີ ປີ 2024 ການຢັ່ງຫາງສຽງເມື່ອບໍ່ດົນມານີ້ ຊີ້ໃຫ້​ເຫັນວ່າ ຮອງປະທານາທິບໍດີ ຄາມາລາ ແຮຣິສ ນຳໜ້າ ອະດີດປະທານາທິບໍດີ ດໍໂນລ ທຣຳ ພາຍໃນກຸ່ມຜູ້ມີສິດປ່ອນບັດທີ່ໜຸ່ມນ້ອຍທີ່ສຸດ.

This year alone, about 8 million young people will turn 18 and become eligible to vote. In all, an estimated 41 million members of Gen Z — people under age 27 — will be able to vote in the 2024 presidential election.

[graphic showing these numbers Source: Tufts University Tisch College - CIRCLE]

41 million young Americans between the ages of 18 and 27 will be eligible to vote this November. Analysts say they could make a difference in the presidential election, not because of their age, but because of who they are.

(William Frey, Brookings Institution)

https://app.frame.io/player/5b3d81ee-c6e7-4504-bf6c-64cfe4cc43b0

4:30 “The younger part of the population is going to be much more racially diverse than that older baby boomer population.”

(Alberto Medina, Tufts University)
“So, nearly half of these, you know, Gen Z youth are young people of color — about a fifth of them identify as LGBTQ in some way. So, you know, we're talking about a really diverse generation, not just in terms of their identities, but in terms of their backgrounds and experiences and views.”

[While Alberto talks, create graphic breakdown of the diversity using info from chart “Nearly Half of Gen Z and of Newly Eligible Voters in the 2024 Presidential Election Are Youth of Color” at https://circle.tufts.edu/latest-research/41-million-members-gen-z-will-be-eligible-vote-2024 Source: Tufts University Tisch College - CIRCLE]

Historically, young people vote at a lower rate than older adults. But this young generation is showing itself to be more politically active than other generations were at this age.

(Alberto Medina, Tufts University)

“So, one of the big stories in recent election cycles has actually been a big increase in youth voter turnout among youth. We estimate that 39% of them voted in 2016 and 50% in 2020.”

[graphic: Source: Tufts University Tisch College - CIRCLE

2008: 52% of voting-eligible young people (aged 18-29) cast a ballot

2012: 50%

2016: 39%

2020: 50%

[EDITORS CAN DOUBLE CHECK VOTING STATS HERE: https://circle.tufts.edu/youth-voting-and-elections AND https://circle.tufts.edu/latest-research/election-night-2012-half-young-people-voted-60-backed-president-obama ]

When it comes to the midterm congressional elections — contests when the presidency is not up for grabs — today’s young people were more active than previous generations during the first midterms they could vote in.

[graphic: Source: Tufts University Tisch College - CIRCLE

Gen Z Voted at a Higher Rate in 2022 than Previous Generations in their First Midterm Election | CIRCLE (tufts.edu)

28.4% of Gen Z (youth aged 18-24) cast a ballot in 2022.

23% of Millennials who voted in 2006

23.5% of Gen Xers who voted in 1990

27.9% of Baby Boomers’ in that generations’ second midterm election in 1974. (Census voting data from before 1972 is not available.)]

The 2022 election was the first midterm where Gen Z made up the entire 18-24 age range. More than 28% of them voted that year. That’s a higher turnout rate than the millennials, Gen Xers and baby boomers, the generations that came before them at that same age.

Twenty-eight percent of eligible young voters voted in 2018. That was more than double the youth turnout during the 2014 midterms, which was 13% for people aged 18 to 29. Twenty-three percent turned out in 2022. Medina says young voters are motivated by issues that touch them directly, like school shootings and the economy.

[graphic showing these numbers:

Youth Voter Midterm Election Turnout (Aged 18-29)

2014 13%

2018 28%

2022 23%

https://circle.tufts.edu/2018-election-center )

(Alberto Medina, Tufts University)

“We're really talking about a generation of young people that has embraced their, you know, their power, their desire to make change and has been making good on that both at the ballot box and beyond.”

In the 2022 midterms, young people overall voted for Democratic candidates more often than Republicans. But young women voted for Democrats at a higher rate than young men.

[Graphic:

Youth voting for Democratic Candidates in 2022

71% of young women

53% of young men

https://circle.tufts.edu/latest-research/youth-are-not-monolith-how-different-young-people-voted-2022 ]

(William Frey, Brookings Institution)

https://app.frame.io/player/5b3d81ee-c6e7-4504-bf6c-64cfe4cc43b0

“And if Kamala Harris gets them out to vote, they are probably going to vote more strongly for her than, you know, might have been the case for Joe Biden.”

Analysts say that without the youth vote, Republicans might have swept the 2022 midterms. Looking ahead to the 2024 presidential election, recent polls suggest Vice President Kamala Harris leads former President Donald Trump among the youngest voters.

[graphic: Source: Axios/Generation Lab

Harris 60%

Trump 40%

https://www.axios.com/2024/07/25/poll-harris-biden-trump-young-voters

Other polls: https://www.nytimes.com/interactive/2024/08/10/us/elections/times-siena-poll-likely-electhttps://drive.google.com/file/d/1bFIWbrJvQ1PnioBXgAqqOF4puQICoMTn/view?pli=1

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG