ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ການ​ຍິງລູກສອນໄຟໄວກວ່າສຽງ ບໍ່ຕິດອາວຸດ ໃສ່ປາກິສຖານ ຊຶ່ງຖືກກ່າວຫາ ອິນເດຍວ່າເປັນ​ຜູ້​ຍິງ


ບັນທຶກຮູບພາບ ທີ່ເຫັນແສງໄຟ ຢູ່ຊາຍແດນອິນເດຍ ແລະປາກິສຖານ ທີ່ໝູ່ບ້ານແຫ່ງນຶ່ງໃນ ເຂດ Ranbir Singh Pura ໃກ້ກັບ Jammu ວັນທີ 1 ມີນາ 2019.
ບັນທຶກຮູບພາບ ທີ່ເຫັນແສງໄຟ ຢູ່ຊາຍແດນອິນເດຍ ແລະປາກິສຖານ ທີ່ໝູ່ບ້ານແຫ່ງນຶ່ງໃນ ເຂດ Ranbir Singh Pura ໃກ້ກັບ Jammu ວັນທີ 1 ມີນາ 2019.

ກອງທັບປາກິສຖານ ກ່າວໃນວັນພະຫັດວານນີ້ວ່າ “ລູກສອນໄຟໄວກວ່າສຽງ ທີ່ບໍ່ຕິດອາວຸດ” ໄດ້ຕົກລົງໃສ່ດິນແດນຂອງຕົນ ຊຶ່ງ​ໄດ້ສ້າງຄວາມເສຍຫາຍໃຫ້ແກ່​ຊັບ​ສິນ​ຂອງພົນລະເຮືອນ ແຕ່ບໍ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ​ຫຼື​ບາດ​ເຈັບ​ແຕ່​ປະ​ການ​ໃດ.

ໂຄສົກກອງທັບປາ​ກິ​ສ​ຖານ ພົນຕີບາບາ ອິຟຕິຄາ (Babar Iftikhar) ກ່າວຕໍ່​ພວກນັກຂ່າວ ຢູ່ຄ້າຍທະຫານ ​ໃນ​ນະ​ຄອນຣາວາ​ລ​ປິນດີ (Rawalpindi) ວ່າ “ປາກິສຖານ​ໄດ້ປະທ້ວງຢ່າງແຮງ ຕໍ່ການລະເມີດຢ່າງ​ເປີດ​ແປນນີ້ ແລະເຕືອນບໍ່ໃຫ້ເຫດການ​ໃນ​ທຳ​ນອງນີ້ ເກີດຂຶ້ນອີກໃນອະນາຄົດ.”

ທ່ານກ່າວ​ວ່າ “ບໍ່ວ່າຫຍັງທີ່ເປັນສາເຫດ ຕໍ່ເຫດການທີ່ເກີດຂຶ້ນນີ້ ມັນເປັນເລື້ອງທີ່ອິນເດຍຈະ​ໃຫ້​ການອະທິບາຍ” ແລະ​ເວົ້າ​ວ່າ “ການທ້​າທາຍຍົ້ວ​ຍຸ” ທີ່ອິນເດຍໄດ້ເຮັດນັ້ນ ແມ່ນມີຂຶ້ນໃນຕອນແລງວັນພຸດທີ່ຜ່ານມານີ້.

ອິນ​ເດຍ ຍັງ​ບໍ່​ໄດ້​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ໃດ​ໃນທັນທີ​ກ່ຽວ​ກັບ​ເລື້ອງນີ້.

ນາຍພົນ ອິຟຕິຄາ ກ່າວວ່າ ລະບົບປ້ອງກັນ​ໄພທາງອາກາດຂອງ​ປາ​ກິສຖານ ພົບ​ເຫັນລູກຈະຫຼວດ​ທີ່​ຍິງ​ຈາກໜ້າດິນ​ຫາ​ໜ້າ​ດິນ ​ບໍ່​ດົນ​ລຸນ​ຫຼັງ​ທີ່ໄດ້ຍິງ​ຂຶ້ນຈາກເມືອງເຊີຊາ (Sirsa) ຂອງອິນເດຍ ປະມານ 104 ກິໂລແມັດ ​ຫ່າງຈາກຊາຍແດນ​ຂອງສອງປະເທດແລະ “ໄດ້ສືບ​ຕໍ່ສັງເກດການ” ​ເບິ່ງ​ທິດ​ທາງ​ທັງ​ໝົດຂອງ​ລູກ​ຈະ​ຫຼວດ​ດັ່ງ​ກ່າວ.

Pakistan's military said Thursday that an Indian "unarmed supersonic missile" had struck its territory, damaging civilian property but causing no casualties.

"Pakistan strongly protests this flagrant violation and cautions against recurrence of any such incident in the future," army spokesman Major General Babar Iftikhar told reporters in the garrison city of Rawalpindi.

"Whatever caused this incident to happen, it is for the Indians to explain," he demanded, saying the "provocative" Indian act took place Wednesday evening.

There was no immediate response from India.Iftikhar said Pakistan's air defense system picked up the surface-to-surface rocket as soon as it took off from the Indian city of Sirsa, about 104 kilometers from the border between the two countries, and "continuously monitored" its complete flight path.

XS
SM
MD
LG