ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງເລືອກ ດ້ານການທະຫານ ເພື່ອຕອບໂຕ້ ເກົາຫຼີເໜືອ ເປັນຈຸດໝາຍ ທີ່ອັນຕະລາຍ


ພວກທະຫານເກົາຫຼີເໜືອ ຢູ່ໃນລົດເດີນສວນສະໜາມ ຫັນໜ້າ ແລະ ແນມເບິ່ງໄປໃນທິດທາງຜູ້ນຳ Kim Jong Un ຂອງພວກເຂົາເຈົ້າ ໃນຂະນະທີ່ພາຍຖົງ ອັນມີເຄື່ອງໝາຍຂອງນິວເຄລຍ ໃນລະຫວ່າງພິທີຂີດໝາຍ ຄົບຮອບ 60 ປີ ຂອງສົງຄາມເກົາຫຼີ.
ພວກທະຫານເກົາຫຼີເໜືອ ຢູ່ໃນລົດເດີນສວນສະໜາມ ຫັນໜ້າ ແລະ ແນມເບິ່ງໄປໃນທິດທາງຜູ້ນຳ Kim Jong Un ຂອງພວກເຂົາເຈົ້າ ໃນຂະນະທີ່ພາຍຖົງ ອັນມີເຄື່ອງໝາຍຂອງນິວເຄລຍ ໃນລະຫວ່າງພິທີຂີດໝາຍ ຄົບຮອບ 60 ປີ ຂອງສົງຄາມເກົາຫຼີ.

ເກີດຄວາມສັບສົນທີ່ວ່າ ເກົາຫຼີເໜືອ ບໍ່​ສາມາດ​ໄດ້​ຮັບ​ການ​ຂັດຂວາງໃດໆ ໂດຍການລົງ
ໂທດຂອງນານາຊາດເລີຍ ລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ
ກຳລັງດຳເນີນການທົບທວນຄືນນະໂຍບາຍ ເພື່ອຫາວິທີທີ່ມີປະສິດທິພາບຫຼາຍຂຶ້ນ ​ເພື່ອ
​ຮັບ​ມືກັບໄພຂົ່ມຂູ່ຈາກ ລູກສອນໄຟ ແລະ ອາວຸດນິວເຄລຍຂອງພຽງຢາງ.

ເພີ້ມ​ໃສ່ຄວາມຮີບດ່ວນ ຕໍ່ໄພຂົ່ມຂູ່ດ້ານຄວາມໝັ້ນຄົງ ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານແລ້ວນີ້
ກໍ​ແມ່ນ​ການເລັ່ງລັດ ​ໃນ​ຄວາມ​ພະຍາຍາມ ​ເພື່ອ​ຈະພັດທະນາຄວາມສາມາດ ທີ່ຈະໂຈມຕີ
​ແຜ່ນດິນ​ໃຫຍ່ ຂອງສະຫະລັດ ດ້ວຍລູກສອນໄຟ ຂີປະນາວຸດ ຂ້າມທະວີບ ທີ່ຕິດຫົວລະ
ເບີດນິວເຄລຍ ຫຼື ICBM.

ພວກປືນໃຫຍ ໄດ້ຖືກຍິງພ້ອມກັນ ໃນລະຫວ່າງການຊ້ອມລົບ ຢູ່ສະຖານທີ່ບໍ່ຖືກເປີດເຜີຍ ໃນຮູບພາບທີ່ບໍ່ລະບຸວັນເວລານີ້ ທີ່ນຳອອກເຜີຍແຜ່ ໂດຍອົງການສູນກາງຂ່າວ ຂອງທາງການເກົາຫຼີເໜືອ ຫຼື (KCNA) ເມື່ອວັນທີ 25 ມີນາ 2016.
ພວກປືນໃຫຍ ໄດ້ຖືກຍິງພ້ອມກັນ ໃນລະຫວ່າງການຊ້ອມລົບ ຢູ່ສະຖານທີ່ບໍ່ຖືກເປີດເຜີຍ ໃນຮູບພາບທີ່ບໍ່ລະບຸວັນເວລານີ້ ທີ່ນຳອອກເຜີຍແຜ່ ໂດຍອົງການສູນກາງຂ່າວ ຂອງທາງການເກົາຫຼີເໜືອ ຫຼື (KCNA) ເມື່ອວັນທີ 25 ມີນາ 2016.

ໃນເດືອນມັງກອນ ທີ່ຜ່ານມາ ປະທານາທິບໍດີ ທຣຳ ໄດ້ຂຽນລົງ​ໃນ Twitter ວ່າ “ມັນຈະ
ບໍ່ເກີດຂຶ້ນໄດ້”
ໃນການຕອບຕໍ່ ຖະແຫລງການຂອງຜູ້ນຳເກົາຫຼີເໜືອ Kim Jong Un
ທີີ່ສະ​ແດງ​ໃຫ້​ເຫັນວ່າ ປະເທດຂອງຜູ້ກ່ຽວ ຈະທົດລອງ ລູກສອນໄຟ ICBM ໃນໄວໆນີ້.

ບັນດາເຈົ້າໜ້າທີ່ ລັດຖະບານ ສະຫະລັດ ກ່າວວ່າ ທາງເລືອກທັງໝົດ ແມ່ນຈະນຳເອົາ
ມາໃຊ້ ເພື່ອຮັບມືກັບ ໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກເກົາຫຼີເໜືອ ຮວມທັງ ການປະຕິບັດການ
ທາງດ້ານທະຫານ ແລະ ການສົ່ງອາວຸດນິວເຄລຍ ໄປປະ ຈຳການຢູ່ໃນເກົາຫຼີໃຕ້ ແລະ
ຍີ່ປຸ່ນ.

ພະນັກງານຄົນນຶ່ງ ຂອງໂຮງງານໃນເກົາຫຼີເໜືອ ຍ່າງຜ່ານ ຫ້ອງປຸງແຕ່ງ ຢູ່ທີ່ໂຮງງານຜະລິດ ສາຍໄຟຟ້າ Pyongyang 326 ໃນວັນອັງຄານ ທີ 10 ມັງກອນ 2017, ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ.
ພະນັກງານຄົນນຶ່ງ ຂອງໂຮງງານໃນເກົາຫຼີເໜືອ ຍ່າງຜ່ານ ຫ້ອງປຸງແຕ່ງ ຢູ່ທີ່ໂຮງງານຜະລິດ ສາຍໄຟຟ້າ Pyongyang 326 ໃນວັນອັງຄານ ທີ 10 ມັງກອນ 2017, ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ.

ບັນດານັກວິເຄາະດ້ານຄວາມໝັ້ນຄົງ ໃນຂົງເຂດ ທ່ານ Grant Newsham ຢູ່ທີ່
ສະຖາບັນ ການສຶກສາດ້ານຍຸດທະສາດ ທີ່​ໂຕ​ກຽວ ​ແລະ​ທ່ານ Bong Young-shik
ທີ່​ສະ​ຖາ​ບັນ​ການ​ສຶກສາ​ກ່ຽວ​ກັບ​ເກົາຫຼີ​ເໜືອ ຂອງ​ມະຫາວິທະຍາ​ໄລ​ Yonsei ທີ່​
ນະຄອນຫຼວງ​ໂຊ​ລ ກ່າວ​ຕໍ່​ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ສ່ຽງ​ແລະ​ຜົນປະ​ໂຫຍ​ດ ຂອງ​ມາດ
​ຕະການ​ຕ່າງໆ​ ທີ່​ກຳລັງ​ພິຈາລະນາ​ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG