ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທະຫານ Burkina Faso ປະກາດ ການຍຶດອຳນາດ ຈາກ ລັດຖະບານ


Burkina Faso
please wait
Embed

No media source currently available

0:00 0:00:30 0:00

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານຂອງ Burkina Faso ກ່າວ​ວ່າ ປະທາ
ນາທິບໍດີ​ຊົ່ວຄາວ ທ່ານ Michel Kafando ​ໄດ້​ຖືກ​ປົດອອກຈາກ
ຕຳແໜ່ງ ​ແລະ​ລັດຖະບານ​ກໍໄດ້ຖືກຍຸບ.

ການ​ປະກາດ​ທີ່​ວ່າ​ນີ້ ​ແມ່ນ​ມາຈາກ​ເຈົ້າ​ໜ້າ​ທີ່ທະຫານ​ທີ່ບໍ່ໄດ້
ລະບຸຊື່ທ່ານນຶ່ງ ​ໃນ​ການ​ຖະ​ແຫຼ​ງ ຜ່ານທາງ​ໂທລະພາບຂອງ
ລັດຖະບານ​ໃນ​ວັນ​ພະຫັດ​ມື້​ນີ້. ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ທະຫານ​
ໄດ້​ຈັດຕັ້ງ​ “ຄະນະ​ສະພາ​ປະຊາທິປະໄຕແຫ່ງ​ຊາດ” ​ຂຶ້ນ ເພື່ອ​
ຈັດໃຫ້ມີການເລືອກຕັ້ງໃໝ່ “​ທີ່​ເປັນ​ປະຊາທິປະ​ໄຕ ​ແລະ​ຮວມ​
ເອົາ​ທຸກ​ພັກ​ຝ່າຍເຂົ້າຮ່ວມ.”

ໃນຂະນະດຽວກັນ ຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນນະຄອນຫຼວງ Ouagadougou
ໄດ້ມີສຽງປືນດັງຂຶ້ນຢ່າງກະຈັດກະຈາຍ ດັ່ງດຽວກັນກັບໃນມື້ວານນີ້ ພ້ອມທັງສຽງຂອງ
ພວກທະຫານທີ່ພະຍາຍາມຂັດຂວາງບໍ່ໃຫ້ພວກປະທ້ວງໂຮມຊຸມນຸມກັນ.

ກອງກຳລັງ Burkina Faso ທຳການລາດຕະເວນ ໃນເມືອງ Ouagadougou, 17 ກັນຍາ 2015.
ກອງກຳລັງ Burkina Faso ທຳການລາດຕະເວນ ໃນເມືອງ Ouagadougou, 17 ກັນຍາ 2015.

ຖະ​ແຫຼ​ງການ​ດັ່ງກ່າວ ​ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກ​ທີ່ບັນດາ​ສະມາຊິກຂອງ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະທານາທິບໍດີ ທີ່ສະໜັບສະໜຸນປະທານາທິບໍດີ Blaise Compaore ທີ່ໄດ້
ຖືກຂັບໄລ່ ໃຫ້ອອກຈາກອຳນາດນັ້ນ ໄດ້ບຸກເຂົ້າໄປໃນກອງປະຊຸມຄະນະລັດຖະບານ ແລະຈັບປະທານາ ທິບໍດີຊົ່ວຄາວ ທ່ານ Kafado ນາຍົກລັດຖະມົນຕີ Yacouba Isaac Zida ​ແລະ​ລັດຖະມົນ ຕີ​ຄົນອື່ນໆອີກ​ຫຼາຍ​ທ່ານ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຮຽກຮ້ອງ​ຢ່າງເປັນເອກກະສັນ​ ​ໃຫ້​ປ່ອຍ
ພວກ​ຕົວ​ປະກັນໃນທັນທີ ​ໃນ​ວັນ​ພຸດ​ວານ​ນີ້ ໂດຍປະນາມ​ການ​ກັກ​ຂັງດັ່ງກ່າວ “​ໃນ​ຄຳ​ເວົ້າ​ທີ່​ແຮງທີ່ສຸດ.” ​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ກ່າວ​ວ່າ ທ່ານ​ບໍ່ພໍ​ໃຈ​ແລະ​ເອີ້ນ​ການ​ກະທຳ​ດັ່ງກ່າວ​ວ່າ “​ເປັນການລະ​ເມີດຢ່າງເປີດແປນ” ຕໍ່ລັດຖະທຳ​ມະນູນຂອງ Burkina Faso.

ພວກ ​ທີ່​ເຫັນ​ເຫດການ ກ່າວ​ວ່າ​ ພວກ​ທະຫານ​ໄດ້​ວາງເຄື່ອງກີດຂວາງ​ອ້ອມ​ທຳນຽບປະທາ
ນາ​ທິບໍດີ​. ​ໄດ້​ມີ​ສຽງປືນດັ່ງກ່າວ​ໃນ​ອີກ​ຫຼາຍໆ​ຊົ່ວ​ໂມງ​ຕໍ່​ມາ ​ໃນ​ຂະນະ​ທີ່​ພວກ​ທະຫານ ​ໃຫ້​ການ​ສະ ໜັບສະໜຸນຕໍ່ພວກ​ທີ່​ຈັບຕົວປະກັນ ພະຍາຍາມ​ຂັບໄລ່ພວກ​ປະ​ທ້ວງ ຢູ່​ຂ້າງ​ນອກ​ທຳນຽບປະທາ ນາທິບໍດີ​ນັ້ນ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ​ຫຼືບໍ່ ​ແລະ​ວ່າ​ພວກ​ທະຫານ​ຍັງ​ບໍ່​ທັນ​ຮຽກຮ້ອງ​ຫຍັງ​ເທື່ອ.

Burkina Faso's military says it has seized power in the West African country and named a general to lead a new ruling authority.

Brigadier General Gilbert Diendere will lead what the military is calling the "National Council for Democracy." Diendere is a longtime ally of former president Blaise Compaore, who was ousted in a popular uprising last year.

A soldier appearing on state television Thursday announced the government had been dissolved and said interim President Michel Kafando has been stripped of his powers.

Soldiers are still holding Kafando and the interim prime minister, who they arrested during a cabinet meeting Wednesday in the capital, Ouagadougou.

The U.N. Security Council has demanded their release, condemning the detentions in the "strongest terms." Secretary General Ban Ki-moon said he was outraged and called it a "flagrant violation" of Burkina Faso's constitution.

Soldiers put up barricades around the presidential palace Wednesday. Gunfire erupted several hours later as soldiers tried to disperse protesters outside the palace. It is not clear if there were any casualties.

President Compaore, who ruled Burkina Faso for 27 years, stepped down last October amid protests over his plan to amend the constitution so he could extend his stay in office.

A transitional authority had scheduled presidential and parliamentary elections for October 11.

The run-up to the vote was marked by tension between the interim government and the presidential guard loyal to Compaore, known as the RSP.

XS
SM
MD
LG