ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ຮຸນ​ແຮງ​ໃນ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ ສັງ​ຫານ​ພົນ​ລະ​ເຮືອນ 35 ຄົນ


ປະ​ທາ​ນາ​ທິ​ບໍ​ດີ ເບີ​ກິ​ນາ ຟາ​ໂຊ ທ່ານ ຣອ​ຈ໌ ຄ​ຣິ​ສ​ຕຽນ ຄາ​ບໍ​ເຣກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມສຸດຍອດ​ການ​ລົງ​ທຶນ G20, ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 19 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ເບີ​ກິ​ນາ ຟາ​ໂຊ ທ່ານ ຣອ​ຈ໌ ຄ​ຣິ​ສ​ຕຽນ ຄາ​ບໍ​ເຣກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມສຸດຍອດ​ການ​ລົງ​ທຶນ G20, ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 19 ພະ​ຈິກ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ ກ່າວ​ວ່າ ທະ​ຫານ​ໄດ້​ຂ້າ​ພວກ​ຫົວ​ຮຸນ​ແຮງ​ອິ​ສ​ລາມ 80 ຄົນ​ຜູ້​ທີ່​ໄດ້​ເປີດ​ການ​ໂຈມ​ຕີ​ພ້ອມ​ກັນ​ໃສ່​ຄ້າຍ​ທະ​ຫານ ແລະ ເມືອງ ອາ​ບິນ​ດາ ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ໃນ​ວັນ​ອັງ​ຄານ​ວານນີ້.

ພວກ​ຫົວ​ຮຸນ​ແຮງ​ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 35 ຄົນ, ສ່ວນ​ໃຫຍ່​ແມ່ນ​ແມ່​ຍິງ, ກ່ອນ​ທີ່​ພວກ​ເຂົາ​ຈະ​ຖືກຕີ​ຄືນ. ທະ​ຫານ​ເຈັດ​ຄົນ​ກໍ​ຖືກ​ຂ້າ​ຕາຍ​ເຊັ່ນ​ກັນ.

ປະ​ທາ​ນາ​ທິ​ບໍ​ດີ ຣອ​ຈ໌ ມາກ ຄາ​ບໍ​ເຣ ໄດ້​ປະ​ກາດ​ການ​ໄວ້​ອາ​ໄລ​ແຫ່ງ​ຊາດ​ສອງວັນ. ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ເອີ້ນ​ພວກ​ຫົວ​ຮຸນ​ແຮງວ່າ ຂີ້​ຂາດ​ຕາ​ຂາວ.

ກອງ​ກຳ​ລັງ ເບີ​ກິ​ນາ​ເບ ໄດ້​ໃຊ້​ເຮືອ​ບິນ​ຮົບສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ອິ​ສ​ລາມ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ຢູ້​ໃກ້​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ມາ​ລີ, ໃນ​ສອງ​ສາມ​ຊົ່ວ​ໂມງ​ທີ່​ຜ່ານ​ມາ.

ພວກ​ຫົວ​ຮຸນ​ແຮງ​ອິ​ສ​ລາມ​ໃນ​ປະ​ເທດ ມາ​ລີ, ພາຍ​ໃນ​ຕ້​ການ​ກົດ​ດັນ​ຂອງ​ກອງ​ກຳ​ລັງ ຝ​ຣັ່ງ ນັ້ນ, ໄດ້​ແຕກ​ຢາຍ​ຂ້າ​ມເຂດ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ, ເຂັ່ນ​ຂ້າ​ປະ​ຊາ​ຊົນຫຼາຍ​ຮ້ອຍ​ຄົນ ແລະ ເຮັດ​ໃຫ້ຫຼາຍ​ພັນ​ຄົນ​ຕ້ອງຫຼົບ​ໜີ​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ. ພວກ​ຫົວ​ຮຸນ​ແຮງ​ມັກ​ຈະ​ໃຊ້​ການ​ໂຈມ​ຕີ​ຂີ່​ລົດ​ຕຳ​ລົດ​ຈັກ​ແລ້ວ​ໜີ.

ໃນ​ຂະ​ນະ​ດຽວ​ກັນ, ໜັງ​ສື​ພິມ ນິວ ຢອກ ໄທ​ມສ໌ ໄດ້​ລາຍ​ງານ​ວ່າ ລັດ​ຖະ​ບານ​ທ່ານ ທ​ຣຳ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ ກ່ຽວ​ກັບ ການ​ຖອນ​ກຳ​ລັງ​ ສະ​ຫະ​ລັດ ທັງ​ໝົດ​ອອກ​ຈາກ​ ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ສັບ​ປ່ຽນ​ກຳ​ລັງ​ທະ​ຫານ ອາ​ເມ​ຣິ​ກັນ ໃນ​ທົ່ວ​ໂລກ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ທ່ານ ມາກ ເອັ​ສ​ເປີ ໄດ້​ກ່າວ​ໃນ​ຕົ້ນ​ເດືອນນີ້​ວ່າ “ພວກ​ເຮົາ​ໄດ້​ເລີ່ມ​ທົບ​ທວນ​ຂັ້ນ​ຕອນ ເຊິ່ງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເບິ່ງ​ໃນ​ທຸກໆ​ບ່ອນ, ທຳ​ຄວາມເຂົ້າ​ໃຈໃນ​ສິ່ງ​ທີ່​ຕ້ອງ​ການ​ທີ່​ພວກ​ເຮົາ​ກຳ​ນົດ​ອອກ​ມາ, ຮັບ​ປະ​ກັນ​ວ່າ​ພວກ​ເຮົາ​ມີ​ປະ​ສິດ​ທີ​ຜົນ​ໃຫ້ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້​ກັບ​ກອງ​ກຳ​ລັງ​ຂອງ​ພວກ​ເຮົາ.”

ກຳ​ລັງ​ ສະ​ຫະ​ລັດ ລະ​ຫວ່າງ 6 ແລະ 7,000 ຄົນ​ແມ່ນ​ກຳ​ລັງ​ປະ​ຈຳ​ການ​ໃນ​ທະ​ວີບ ອາ​ເຟ​ຣິ​ກາ ໃນ​ປັດ​ຈຸ​ບັນ​ນີ້. ຫຼາຍ​ຮ້ອຍ​ຄົນ​ແມ່ນ​ຢູ່​ໃນ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ຕ​າ​ເວັນ​ຕົກ​ເຊັ່ນ​ປະ​ເທດ ໄນ​ເຈີ, ແຊັດ ແລະ ມາ​ລີ ເພື່ອ​ຊ່ວຍ​ເຫຼືອກອງ​ກຳ​ລັງ ຝ​ຣັ່ງ ໃນ​ການ​ຝຶກ​ຊ້ອມກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອາ​ຟ​ຣິ​ກາ ຕາ​ເວັນ​ຕົກ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ກຸ່ມ ໂບ​ໂກ ຮາ​ຣາມ ແລະ ກຸ່ມ​ຍ່ອຍ​ທັງຫຼາຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ອາ​ລ-​ໄກ​ດາ.

ອີງ​ຕາມ​ໜັງ​ສື​ພິມ ໄທ​ມ​ສ໌ ນັ້ນ, ທ່ານ ເອ​ສ​ເປີ ແມ່ນ​ກຳ​ລັງ​ມີ​ຄວາມ​ສົງ​ໄສວ່າ ການ​ປະ​ຕິ​ບັດ​ພາ​ລະ​ກິດ​ດັ່ງ​ກ່າວ​ແມ່ນ​ຄຸ້ມ​ຄ່າຫຼືບໍ່, ໂດຍ​ເຊື່ອ​ວ່າ ກຸ່ມ​ຫົວ​ຮຸນ​ແຮ​ງ​ພວກນີ້​ທົ່ວ​ໄປ​ແລ້ວ​ຈະ​ຂາດ​ຄວາມ​ສາ​ມາດ ຫຼື ຄວາມ​ແຂງ​ແກ່ນ​ໃນ​ການ​ໂຈ​ມ​ຕີ​ກອງ​ກຳ​ລັງ ສະ​ຫະ​ລັດ, ເຖິງ​ແມ່ນ​ການ​ຊຸ້ມ​ໂຈມ​ຕີ​ໃນ​ປີ 2017 ໃນ​ປະ​ເທດ ໄນ​ເຈີ ໄດ້​ສັງ​ຫານ​ທະ​ຫານ ອາ​ເມ​ຣິ​ກັນ 4 ຄົນ​ກໍ​ຕາມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG