ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

25 ຄົນ ເສຍຊີວິດ ໃນການໂຈມຕີ ຂອງ ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​​ຢູ່ໂຊມາເລຍ​


Terror Attack In Mogadishu Kills 25, Including Government Officials
please wait

No media source currently available

0:00 0:02:56 0:00

ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໃນ​ໂຊມາເລຍ​ໄດ້​ອ້າງ​ເອົາ​ຄວາມ
​ຮັບຜິດ​ຊອບໃນ ການ​ໂຈມ​ຕີໂຮງ​ແຮມ​ທີ່​ມີ​ຊື່ສຽງແຫ່ງນຶ່ງ ​ໃນ​ນະ
ຄອນຫລວງ Mogadishu ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງໜ້ອຍ 25
ຄົນ ຮວມທັງ​ເຈົ້າ​ໜ້າ​ທີ່ ລັດຖະບານ​ສອງ​ຄົນ.

ນັກ​ຂ່າວ ວີ​ໂອ​ເອ ​ໃນ​ນະຄອນ Mogadishu ກ່າວ​ວ່າ ລະ​ເບີດ​
ລູກ​ທຳ​ອິດ​ໄດ້​ແຕກ​ຂື້ນ​ ບໍ່ດົນ​ຫລັງຈາກ​ບັນດາ​ແຂກ​ໄດ້​ເສັດສີ້​ນ​
ການ​ສູດ​ມົນ ໃນ​ວັນ​ສຸກ​ວານ​ນີ້ ​ທີ່​ວັດ​ມຸສລິ​ມນ້ອຍໆຢູ່​ໃນ​ກາງ​
ໂຮງ​ແຮມ. ລະ​ເບີດ​ລູກ​ທີ​ສອງ​ໄດ້​ແຕກ​ຂຶ້ນຕິດຕາມ​ມາ ​ແລະ​ມີ​
ສຽງ​ປືນ​ກໍດັງຂຶ້ນ.

ຮອງ​ນາຍົກລັດຖະມົນຕີໂຊ​ມາເລຍ ທ່ານ Mohammed Omar Arte ​ແລະ ລັດຖະມົນຕີ​
ຂົນ​ສົ່ງ ​ແລະ​ການບິນ ທ່ານ Ali Ahmed Jama Jangali ຮວມ ຢູ່​ໃນຈຳນວນພວກທີ່​ໄດ້
​ຮັບບາດເຈັບຫລາຍສິບຄົນ.

ສະຫະລັດ​ແລະສະຫະ​ປະຊາ​ຊາດ ຮ່ວມກັບປະທານາທິບໍດີ Hassan Sheikh Mohamud ​ປະນາມ​ການ​ໂຈມ​ຕີດັ່ງກ່າວນີ້.

ກຸ່ມ Al-Shabab ​ໄດ້​ທຳ​ການ​ໂຈມຕີ​ຊຳ້ແລ້​ວຊຳ້ອີກ​ ໃສ່​ເປົ້າ​ໝາຍ​ຂອງລັດຖະບານ ​ແລະ​ພົນລະ​ເຮືອນ ຢູ່​ໃນ​ໂຊ​ມາເລຍ ​ໃນ​ໄລຍະສອງສາມປີຜ່ານ​ມາ​ນີ້​ອັນ​ເປັນ​ພາກສ່ວນນຶ່ງໃນ
ອັນທີ່​ພວກເຂົາເອີ້ນ​ ວ່າ ເປັນ​ຄວາມ​ພະຍາຍາມເພື່ອ​ສ້າງຕັ້ງ ​

SOMALIA VIOLENCE VO
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG