ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານມິແຄລ ກໍບາຊັອບ ຜູ້ນຳຄົນສຸດທ້າຍ ຂອງໂຊຫວຽດ ໄດ້ເສຍຊີວິດແລ້ວ ຮວມອາຍຸໄດ້ 91 ປີ


ແຟ້ມພາບ - ປະທານາທິບໍດີ ໂຊຫວຽດ ທ່ານມິແຄລ ກໍບາຊັອບ ກ່າວປາໄສ ຕໍ່ກຸ່ມນັກບໍລິຫານທຸລະກິດ 150 ຄົນ ຢູ່ໃນນະຄອນແຊນ ແຟຣນສິສໂກ, ວັນທີ 5 ມິຖຸນາ 1990.
ແຟ້ມພາບ - ປະທານາທິບໍດີ ໂຊຫວຽດ ທ່ານມິແຄລ ກໍບາຊັອບ ກ່າວປາໄສ ຕໍ່ກຸ່ມນັກບໍລິຫານທຸລະກິດ 150 ຄົນ ຢູ່ໃນນະຄອນແຊນ ແຟຣນສິສໂກ, ວັນທີ 5 ມິຖຸນາ 1990.

ທ່ານມິແຄລ ກໍບາຊັອບ ຜູ້ທີ່ໄດ້ນຳພາປະເທດ ຕະຫຼອດໄລຍະການສິ້ນສຸດຂອງສະຫະພາບໂຊຫວຽດ ແລະໄດ້ຊ່ອຍຍຸຕິຄວາມຢ້ານກົວຂອງສົງຄາມເຢັນທີ່ຍາວນານຫຼາຍທົດສະວັດ ຊຶ່ງທ່ານໄດ້ຮັບລາງວັນໂນແບລຂະ​ແໜງສັນຕິພາບ ແລະສ້າງຄວາມຂົມຂື່ນທີ່ຍາວນານ ໃຫ້ແກ່ຊາວຣັດເຊຍຫຼາຍລ້ານຄົນ ກ່ຽວກັບຄວາມວຸ້ນວາຍ ທີ່ເກີດຈາກການພັງ​ທະລາຍຂອງປະເທດ ທີ່ໃຫຍ່ສຸດອັນດັບສອງຂອງໂລກນັ້ນ ໄດ້ເສຍຊີວິດແລ້ວ ຮວມອາຍຸຄົບ ​91 ປີ.

ໂຮງໝໍສູນກາງດ້ານການແພດ ຢູ່ເຂດຊານເມືອງຂອງນະຄອນຫຼວງມົສກູ ໄດ້ກ່າວຕໍ່ອົງການຂ່າວ Tass ຂອງທາງການວ່າ ທ່ານກໍບາຊັອບ ໄດ້ເສຍຊີວິດ ໃນຕອນແລງວັນອັງຄານ “ຫຼັງຈາກລົ້ມປ່ວຍຢ່າງຮ້າຍແຮງ ແລະຍາວນານ.”

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວໃນຖະແຫລງການ ເມື່ອຕອນແລງວັນອັງຄານວານນີ້ ວ່າ ທ່ານກໍບາຊັອບ “ເປັນຄົນທີ່ມີວິໄສທັດທີ່ດີເດັ່ນ.”

ທ່ານໄບເດັນ ໄດ້ເວົ້າວ່າ “ໃນຖານະເປັນຜູ້ນຳຂອງ USSR, ທ່ານໄດ້ທຳງານກັບປະທານາທິບໍດີ ເຣແກັນ ເພື່ອຫລຸດຈຳ​ນວນອາວຸດນິວເຄລຍ​ຂອງທັງສອງປະເທດຂອງພວກເຮົາ, ທີ່ໄດ້ບັນເທົາທຸກແກ່ປະຊາຊົນໃນທົ່ວໂລກທີ່ພາກັນວິ້ງ ວອນເພື່ອໃຫ້ການແຂ່ງຂັນອາວຸດນິວເຄລຍ ຍຸຕິລົງ.” ທ່ານໄບເດັນ ກ່າວຕໍ່ໄປວ່າ “ຫຼັງຈາກຫຼາຍທົດສະວັດຂອງການປາບປາມດ້ານການເມືອງຢ່າງໂຫດຮ້າຍ ທ່ານໄດ້ຮັບເອົາການປະຕິຮູບໃຫ້ເປັນປະຊາທິປະໄຕ. ທ່ານເຊືື່ອໝັ້ນໃນ ກລາສໂນສຕ໌ ແລະເປເຣສທຣອຍກາ ຊຶ່ງໝາຍເຖິງ ການເປີດກວ້າງ ແລະການປັບໂຄງສ້າງ -ມັນບໍ່ເປັນພຽງແຕ່ຄຳຂວັນເທົ່ານັ້ນ ແຕ່ເປັນເສັ້ນທາງໄປໜ້າສຳລັບປະຊາຊົນຂອງສະຫະພາບໂຊຫວຽດ ຫຼັງຈາກທີ່ໄດ້ຢູ່ຢ່າງໂດດດ່ຽວ ແລະດ້ວຍຄວາມຍາກລຳບາກ ມາໄດ້ຫຼາຍປີ.”

ທ່ານໄດ້ເກີດຢູ່ໃນເຂດຊົນນະບົດ ຂອງຣັດເຊຍ ບໍ່ເຖິງ 15 ປີ ຫຼັງຈາກການປະ ຕິວັດທີ່ເອີ້ນວ່າ ໂບລເຊວິກ ກັບພໍ່ແມ່ທີ່ເປັນຄອບຄົວຊາວກຳມະກອນ ທ່ານກໍບາຊັອບ ໄດ້ກາຍເປັນນຶ່ງໃນບັນດາຜູ້ທີ່ມີອິດທິພົນຫຼາຍທີ່ສຸດໃນສັດຕະວັດທີ 20 ທີ່ໄດ້ຮັບລາງວັນລະດັບໂລກສຳລັບບົດບາດຂອງທ່ານ ໃນການຫລຸດຜ່ອນໄພຂົ່ມຂູ່ຂອງຄວາມຫາຍະນະດ້ານນິວເຄລຍ ແລະໃນການປົດປ່ອຍປະຊາຊົນຫຼາຍລ້ານຄົນອອກຈາກການກົດຂີ່ ຂອງໂຊຫວຽດ ພາຍໃນປະເທດຂອງທ່ານ ແລະຢູ່ແຫ່ງອື່ນໆ.

ທີ່ໜ້າສັງເກດອີກ ກໍຄື ທ່ານຕົກເປັນເປົ້າໝາຍຂອງການດູໝິ່ນ ຈາກພວກໂຊຫວຽດ ຫຼາຍລ້ານຄົນຜູ້ທີ່ຖິ້ມໂທດໃສ່ທ່ານ ສຳລັບການປ່ຽນແປງຂອງຊີວິດ ໃນດ້ານເສດຖະກິດ ແລະຄວາມວຸ້ນວາຍທາງດ້ານສັງຄົມ ທີ່ຕິດຕາມມາດ້ວຍການຫລົ້ມສະ​ຫລາຍຂອງປະ​ເທດ ແລະການສູນເສຍອານາຈັກອັນຍິ່ງໃຫຍ່ ທີ່ກວມເອົາ 11 ເຂດເວລາແຕກຕ່າງ​ກັນນັ້ນ.

ອັນນີ້ເປັນຄວາມຂັດແຍ້ງຂອງທ່ານກໍບາຊັອບ ຄືວ່າ ຄວາມຮັກ ແລະຄວາມກຽດຊັງສຳລັບຂັ້ນຕອນທີ່ທ່ານໄດ້ກຳນົດໃຫ້ເກີດຂຶ້ນ ແລະຜົນທີ່ອອກມາໃນທີ່ສຸດເປັນສິ່ງທີ່ຄົນພຽງເລັກນ້ອຍ ຄາດການໄດ້. ມັນເປັນຜົນທີ່ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ຜູ້ທີ່ໄດ້ຂຶ້ນມາກຳອຳນາດ ຕ່ຳກວ່ານຶ່ງທົດສະວັດ ຫຼັງຈາກທີ່ທ່ານກໍບາຊັອບ ໄດ້ລາອອກຈາກຕຳແໜ່ງ ແລະຍັງຄົງຢູ່ໃນວັງເຄຣມລິນ ໃນປັດຈຸບັນນີ້ ຊຶ່ງໃນຄັ້ງນຶ່ງ ໄດ້ຖືກເອີ້ນວ່າ “​ໄພ​ພິ​ບັດທາງພູມສາດທີ່ຍິ່ງໃຫຍ່ທີ່ສຸດ” ຂອງສັດຕະວັດທີ່ 20.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG