ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ທັນວາ ໒໐໒໔

ທ່ານ ໄມຄ໌ ເພັນສ໌: ທະຫານຜູ້ຈົງຮັກພັກດີ ຂອງທ່ານທຣໍາ


ທ່ານ ດໍໂນລ ທຣໍາ, ທີ່ເປັນຜູ້ສະໝັກປະທານາທິບໍດີໃນຕອນນັ້ນ ຊີ້ມືໃສ່ທ່ານ Mike Pence ພາຍຫລັງທ່ານ Pence ກ່າວຮັບເອົາການແຕ່ງຕັ້ງໃຫ້ເປັນຄູ່ຮ່ວມລົງແຂ່ງຂັນຂອງເພິ່ນໃນກອງປະຊຸມໃຫຍ່ຂອງພັກຣີພັບບລິກັນທີ່ລັດ Cleveland ໃນວັນທີ 20 ກໍລະກົດ, 2016.
ທ່ານ ດໍໂນລ ທຣໍາ, ທີ່ເປັນຜູ້ສະໝັກປະທານາທິບໍດີໃນຕອນນັ້ນ ຊີ້ມືໃສ່ທ່ານ Mike Pence ພາຍຫລັງທ່ານ Pence ກ່າວຮັບເອົາການແຕ່ງຕັ້ງໃຫ້ເປັນຄູ່ຮ່ວມລົງແຂ່ງຂັນຂອງເພິ່ນໃນກອງປະຊຸມໃຫຍ່ຂອງພັກຣີພັບບລິກັນທີ່ລັດ Cleveland ໃນວັນທີ 20 ກໍລະກົດ, 2016.

ນັບແຕ່ໃນຊ່ວງມື້ທຳອິດໃນຖານະເປັນນັກການເມືອງຂອງທ່ານນັ້ນ, ທ່ານ ໄມຄ໌ ເພັນສ໌ (Mike Pence), ຮອງປະທານາທິບໍດີສະຫະລັດເວົ້າກ່ຽວກັບຕົນເອງວ່າ ທ່ານເປັນ “ຄົນຄຣິສຕຽນ, ເປັນຜູ້ມີຫົວອະນຸລັກນິຍົມ ແລະຄົນ ຂອງພັກຣີພັບ ບລິກັນຜູ້ນຶ່ງ ຕາມລໍາດັບອັນນັ້ນ. "

ແຕ່ປະຈຸບັນ, ພາຍຫຼັງ 3 ປີເຄິ່ງໃນນາມເປັນຜູ້ທີ່ມີອໍານາດອັນດັບ 2 ຢູ່ໃນສາຍ ບັງຄັບບັນຊາໃນທຳນຽບຂາວ, ທ່ານເພັນສ໌ ສາມາດຮັບເອົາຄຸນລັກສະນະອັນທີສີ່ ເຂົ້າມາເປັນສ່ວນນຶ່ງຂອງຊີວະປະຫວັດຂອງເພິ່ນຄື: ຈົງຮັກພັກດີເປັນພິເສດຕໍ່ປະທານາທິບໍດີດໍໂນລ ທຣໍາ (Donald ທຣໍາ) ໃນຂະນະທີ່ພວກເພິ່ນກໍາລັງຫາ ທາງທີ່ຈະໃຫ້ໄດ້ຮັບການເລືອກຕັ້ງຄືນອີກ ໃນວັນທີ 3 ພະຈິກນີ້.

ທ່ານທຣໍາ, ເປັນນັກການເມືອງຄັ້ງທຳອິດໃນປີ 2016, ໄດ້ເລືອກເອົາທ່ານເພັນສ໌ ເຊິ່ງເປັນຄົນທີ່ບໍ່ຄ່ອຍມີໃຜຮູ້ຫລາຍປານໃດຢູ່ນອກລັດຂອງເພິ່ນນັ້ນ ມາເປັນຄູ່ຮ່ວມລົງແຂ່ງຂອງທ່ານ ເພື່ອເອົາຕໍາແໜ່ງສູງຂອງຊາດ.

ຄ້າຍໆກັນຫລາຍກັບເລື້ອງອື່ນໆ, ທ່ານທຣໍາ ນັກພັດທະນາອະສັງຫາລິມະຊັບ ໃຈຮ້ອນ ໃນນະຄອນນິວຢອກ ແລະມັກຫລິ້ນໃນໄລຍະທີ່ແຕ່ງງານໃນຄັ້ງທີສາມຂອງເພິ່ນນັ້ນ ໄດ້ເລືອກເອົາທ່ານເພັນສ໌ມາ ເພື່ອເຮັດໃຫ້ຄວາມເຊື່ອຖືຂອງເພິ່ນໃນກຸ່ມພວກມີສິດເລືອກຕັ້ງທີ່ມີຫົວອະນຸລັກນິຍົມ ທີ່ທ່ານຕ້ອງການໃນການແຂ່ງຂັນທີ່ຕ້ອງໄດ້ໃຊ້ຄວາມບຸກບືນຂອງເພິ່ນຫລາຍ ກັບທ່ານນາງ ຮີລລາຣີ ຄລິນຕັນ (Hillary Clinton) ທີ່ມາຈາກ ພັກເດໂມແຄຣັດນັ້ນ. ດ້ວຍການທີ່ ໄດ້ຮັບຄວາມເຊື່ອຖື ດ້ານການມີຫົວອະນຸລັກນິຍົມຂອງເພິ່ນ ໃນຖານະທີ່ເປັນສະມາຊິກລັດຖະສະພາມາເປັນເວລາດົນນານ ແລະເປັນຜູ້ປົກຄອງລັດອິນເດຍນາທີ່ຢູ່ທາງພາກຕາເວັນຕົກຕອນກາງຂອງປະເທດນັ້ນ, ທ່ານເພັນສ໌ໄດ້ພິສູດໃຫ້ເຫັນວ່າ ເປັນຄູ່ຮ່ວມແຂ່ງຂັນທີ່ດີທີ່ສຸດ.

ທ່ານທຣໍາໄດ້ຮັບໄຊຊະນະແບບບໍ່ຄາດຝັນ ແລະທ່ານເພັນສ໌ກໍໄດ້ເຮັດໃຫ້ໄດ້ຕາມຂໍ້ຮຽກຮ້ອງທາງດ້ານການເມືອງຂອງເພິ່ນ.

ທ່ານເພັນສ໌ໄດ້ເປັນເຮັດແບບບໍ່ມີໃຜ ເຮັດໄດ້ ເພື່ອໃຫ້ທ່ານທຣໍາມີການເຊື່ອມ ໂຍງກັບຊາວຄຣິສຕຽນອີແວນເຈລີຄອລ, ເຊິ່ງເປັນຜູ້ປ່ອນບັດທີ່ມີຫົວອະນຸລັກນະຍົມທີ່ສ່ວນໃຫຍ່ແລ້ວເປັນກຸ່ມສັງກັດພັກຣີພັບບລີກັນສໍາຄັນທີ່ມີທັງໝົດອາດຈະຮອດນຶ່ງສ່ວນສີ່ຂອງຜູ້ມີສິດເລືອກຕັ້ງໃນສະຫະລັດ, ໃນຂະນະດຽວກັນກໍເບິ່ງຄືວ່າທ່ານບໍ່ເຄີຍພາດໂອກາດ ທີ່ຈະກ່າວຍົກຍ້ອງເຈົ້ານາຍຂອງທ່ານກໍຄື ປະທາ ນາທິບໍດີນັ້ນເອງ.

ເຖິງຢ່າງໃດກໍ່ຕາມ, ຢູ່ໃນການວິພາກວິຈານທີ່ບໍ່ຄ່ອຍມີໃນໄລຍະທີ່ມີການໂຄສະ ນາຫາສຽງປີ 2016 ນັ້ນ ຫຼັງຈາກມີວິດີໂອທີ່ອອກມາກ່ຽວກັບທ່ານທຣໍາອອກຄຳ ເຫັນທີ່ໜ້າລັງກຽດກ່ຽວກັບແມ່ຍິງ, ທ່ານເພັນສ໌ ເວົ້າວ່າ, "ຂ້າພະເຈົ້າບໍ່ຍອມໃຫ້ ອະໄພຕໍ່ຄວາມເວົ້າຂອງເພິ່ນແລະບໍ່ສາມາດໃຫ້ເຫດຜົນປ້ອງກັນຄໍາເວົ້ານັ້ນໄດ້." ແຕ່ໃນຖານະທີ່ເປັນຮອງປະທານາທິບໍດີຂອງທ່ານ, ທ່ານເພັນສ໌ ມັກຈະຂຶ້ນຕົ້ນ ການກ່າວຄຳເຫັນກ່ຽວກັບນະໂຍບາຍລັດຖະບານຂອງທ່ານທຣໍາເລື້ອຍໆ ດ້ວຍການຍ້ອງຍໍຜູ້ທີ່ເຮັດໃຫ້ທ່ານໄດ້ໄປຢູ່ໃນຈຸດເດັ່ນທາງການເມືອງ ໂດຍໃຊ້ຄໍາເວົ້າ ທີ່ຍ້ອງຍໍສັນລະເສີນເຊັ່ນວ່າ "ພາຍໃຕ້ການນໍາພາຂອງປະທານາທິບໍດີທຣໍາ….” ດັ່ງນີ້ເປັນຕົ້ນ.

ຢູ່ໃນກອງປະຊຸມຄະນະລັດຖະມົນຕີປີ 2017 ນັ້ນ, ທ່ານເພັນສ໌ໄດ້ກ່າວຄຳຍ້ອງ ຍໍ 14 ເທື່ອຕ່າງກັນຕໍ່ທ່ານທຣໍາ, ຜູ້ທີ່ນັ່ງຢູ່ເຊິ່ງໜ້າກັບທ່ານໃນໂຕະດຽວກັນນັ້ນ, ພາຍໃນເວລາບໍ່ຮອດສາມນາທີ - ທຸກໆ 12 ວິນາທີໃດ ຫລືປະມານນັ້ນ ຍ້ອງ ເທື່ອນຶ່ງ.

ທ່ານເພັນສ໌ ໄດ້ກ່າວຍົກຍ້ອງທ່ານທຣໍາແບບເກີນໄປວ່າ "ທ່ານໄດ້ກະຕຸ້ນໃຫ້ຄົນ ມີຄວາມຫວັງໃນແງ່ດີໃນປະເທດນີ້ ຊຶ່ງອັນນັ້ນໄດ້ເປັນການທໍາລາຍສະຖິຕິ.” ທ່ານກ່າວຕໍ່ໄປວ່າ "ຂ້າພະເຈົ້າມີຮູ້ສຶກເປັນບຸນຄຸນຢ່າງລົ້ນເຫລືອໃນນາມທີ່ເປັນຮອງປະທານາທິບໍດີຂອງທ່ານ, ທີ່ສາມາດມາຢູ່ທີ່ນີ້ໄດ້."

ທ່ານເພັນສ໌ ອາຍຸ 61 ປີໄດ້ເຕີບໃຫຍ່ຢູ່ລັດອິນເດຍນາ, ໄດ້ຮັບປະລິນຍາຝ່າຍ ກົດໝາຍແລະໄດ້ປະກອບອາຊີບເປັນທະນາຍຄວາມຢູ່ໄດ້ໄລຍະນຶ່ງ ແຕ່ບໍ່ດົນກໍ່ຫັນເຂົ້າມາຫາວົງການການເມືອງ. ທ່ານໄດ້ເສຍໄຊໃນການແຂ່ງຂັນສອງຄັ້ງທຳອິດເພື່ອເອົາບ່ອນນັ່ງໃນສະພາຕໍ່າ ໃນປີ 1988 ແລະ 1990 ແຕ່ກໍໄດ້ຮັກສາສຽງ ແລະໃບໜ້າຂອງເພິ່ນໄວ້ຕໍ່ກັບຊາວເມືອງໃນລັດອິນເດຍນາໃນນາມທີ່ເປັນນັກຈັດລາຍການລົມກັນທາງວິທະຍຸ ແລະໃນໂທລະພາບ ທີ່ມີຫົວອະນຸລັກນິຍົມແຕ່ປີ 1994 ຫາປີ 1999.

ໃນທີ່ສຸດ, ໃນປີ 2000 ທ່ານກໍໄດ້ຊະນະການເລືອກຕັ້ງຄັ້ງທໍາອິດຂອງ 6 ຄັ້ງ ໃນການໄດ້ເປັນສະມາຊິກສະພາຕໍ່າ ທີ່ມີສະໄໝດໍາລົງຕໍາແໜ່ງ ຄັ້ງລະສອງປີ, ບ່ອນທີ່ທ່ານໄດ້ລວບລວມເອົາສະຖິຕິການລົງຄະແນນສຽງຂອງພວກຫົວອະນຸ ລັກນິຍົມທີ່ແຂງແກ່ນ ແລະໄດ້ປີນບັນໄດໃນສາຍການນຳພາຂອງພັກຣີພັບບລິກັນ. ມີສະໄໝນຶ່ງ ທີ່ທ່ານໄດ້ເປັນປະທານ ຄະນະກຳມະການສຶກສາຄົ້ນຄວ້າ ຂອງພັກຣີພັບບລິກັນ, ເຊິ່ງເປັນກຸ່ມສະມາຊິກລັດຖະສະພາທີ່ມີຫົວອະນຸລັກນິ ຍົມ, ແຕ່ທ່ານໄດ້ສູນເສຍການແຂ່ງຂັນໃຫ້ແກ່ຜູ້ສັງກັດພັກເດໂມແຄຣັດທີ່ຄວບຄຸມສະພາຕໍ່າຢູ່ໃນເວລານັ້ນ ແລ້ວກາຍມາເປັນຜູ້ນຳພັກຣີພັບບລິກັນທີ່ມີສຽງ ສ່ວນໜ້ອຍ. ໃນໄລຍະ 12 ປີທີ່ທ່ານຢູ່ໃນສະພາຕໍ່ານັ້ນ, ທ່ານໄດ້ນຳສະເໜີ ຮ່າງນິຕິກໍາ ແລະຍັດຕິ 90 ສະບັບ, ແຕ່ບໍ່ມີສະບັບໃດ ໄດ້ຖືກຮັບຮອງ ໃຫ້ ກາຍເປັນກົດໝາຍເລີຍ.

ທ່ານ ເພັນສ໌ ໄດ້ຮັບໄຊຊະນະ ໃນການເປັນຜູ້ປົກຄອງລັດອິນເດຍນາ ໃນປີ 2012 ແລະໄດ້ຮວບຮວມເອົາພວກຫົວອະນຸລັກນິຍົມອີກເທື່ອນຶ່ງ. ທ່ານໄດ້ເຊັນ ຮັບຮອງມາດຕະການທີ່ມີຈຸດປະສົງຈຳກັດການເອົາລູກອອກ ແລະຕັດພາສີ, ພ້ອມກັບກົດໝາຍທີ່ກີດກັນລັດຖະບານທ້ອງຖິ່ນໃນລັດບໍ່ໃຫ້ຮຽກຮ້ອງທຸລະກິດຕ້ອງຈ່າຍຄ່າແຮງງານ ແລະຜົນປະໂຫຍດ ໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າສິ່ງທີ່ໄດ້ກຳນົດໄວ້ ໃນກົດໝາຍລັດຖະບານກາງແລ້ວ.

ສ່ວນປະເດັນທີ່ດຶງດູດຄວາມສົນໃຈຂອງຄົນໃນຊາດນັ້ນ, ທ່ານເພັນສ໌ ໄດ້ເຊັນ ຮັບຮອງເອົາມາດຕະການທີ່ເອີ້ນວ່າກົດໝາຍວ່າດ້ວຍການຟື້ນຟູເສລີພາບທາງສາສະໜາ, ເຊິ່ງອະນຸຍາດໃຫ້ບຸກຄົນ ແລະບໍລິສັດ ສາມາດຢືນຢັນ ໃນນາມທີ່ເປັນຈໍາເລີຍຢູ່ໃນຂະບວນການກົດໝາຍວ່າ ການປະຕິບັດທາງສາສະໜາຂອງພວກເຂົາເຈົ້າ ແມ່ນເປັນ ຫລື ມີພາລະໜັກໜ່ວງ ຫຼາຍຖ້າພວກເຂົາເຈົ້າ ຖືກ ຮຽກຮ້ອງໃຫ້ປະຕິບັດຕໍ່ລູກຄ້າທຸກຄົນຄືກັນໝົດຢູ່ໃນການເຮັດທຸລະກຳທາງການຄ້າ. ບັນດາຜູ້ທີ່ມີຫົວອະນຸລັກນິຍົມ ຢູ່ໃນລັດດັ່ງກ່າວແລະບ່ອນອື່ນໆ ເຫັນວ່າກົດໝາຍນັ້ນ ເປັນວິທີການທີ່ຈະຄັດຄ້ານກັບການເຮັດໃຫ້ການແຕ່ງງານຂອງຄົນເພດດຽວກັນ ເປັນເລື້ອງຖືກຕ້ອງຕາມກົດໝາຍ.

ແຕ່ຫລັງຈາກມີການປະທ້ວງດັງກ້ອງຂຶ້ນຈາກຈາກພວກສັງກັດພັກຣີພັບບລີກັນ ແລະນັກທຸລະກິດທີ່ນິຍົມສາຍກາງທີ່ເວົ້າວ່າ ພວກເຂົາເຈົ້າປະຕິເສດທີ່ຈະຍ້າຍໄປຢູ່ໃນລັດ ຫລືຂະຫຍາຍການດຳເນີນງານທີ່ມີຢູ່ໃນປັດຈຸບັນ, ທ່ານເພັນສ໌ ກໍໄດ້ຖອຍຄືນ ແລະດັດແກ້ກົດໝາຍ ເພື່ອຫ້າມບໍ່ໃຫ້ມີການຈຳແນກ ໂດຍອີງໃສ່ແນວຄິດທາງເພດ ແລະການລະບຸຕົນເອງໃນດ້ານເພດນັ້ນ.

ທ່ານ ເພັນສ໌ ກໍາລັງປະເຊີນກັບການແຂ່ງຂັນທີ່ຫຍຸ້ງຍາກເພື່ອໃຫ້ໄດ້ດໍາລົງຕໍາ ແໜ່ງເປັນສະໄໝທີສອງ ໃນຖານະທີ່ເປັນຜູ້ປົກຄອງລັດອິນເດຍນາ ຕອນທີ່ທ່ານ ທຣໍາ ໄດ້ເອົາທ່ານມາເປັນຄູ່ຮ່ວມລົງແຂ່ງຂັນເອົາຕຳແໜ່ງສູງລະດັບຊາດຂອງພັກຣີພັບບລິກັນ ໃນປີ 2016 ນັ້ນ.

ໃນຂະນະທີ່ໄວຣັສໂຄໂຣນາ ໄດ້ແຜ່ລາມເຂົ້າມາໃນສະຫະລັດ ໃນຕົ້ນປີ 2020, ທ່ານ ທຣໍາກໍໄດ້ ມອບໝາຍໜ້າທີ່ ທີ່ມີບົດບາດສູງທີ່ສຸດຢູ່ໃນທໍານຽບຂາວ ໃຫ້ທ່ານເພັນສ໌ເປັນຜູ້ຄວບຄຸມດູແລການດໍາເນີນຄວາມພະຍາຍາມຂອງລັດຖະບານ ໃນການສະກັດກັ້ນການແຜ່ລະບາດຂອງໄວຣັສດັ່ງກ່າວ ແລະປະສານງານການ ດໍາເນີນຄວາມພະຍາຍາມໃນການກວດ ແລະການປິ່ນປົວພະຍາດນີ້ ໃນຂະນະທີ່ໃຫ້ລິເລີ່ມການຄົ້ນຄວ້າ ເພື່ອພັດທະນາຢາວັກຊີນອີກດ້ວຍ.

ໄດ້ຫລາຍໆມື້ໃນຈຸດນັ້ນ, ທ່ານ ເພັນສ໌ ໄດ້ເປັນປະທານກອງປະຊຸມຂອງຄະນະ ສະເພາະກິດໃນການຕ້ານກັບໄວຣັສໂຄໂຣນາຂອງທໍານຽບຂາວແລະມັກຈະແຈ້ງ ໃຫ້ຄົນໃນປະເທດຮູ້ກ່ຽວກັບສະຖານະພາບຂອງການຕໍ່ສູ້ຕ້ານກັບເຊື້ອໄວຣັສດັ່ງ ກ່າວ ຢູ່ໃນການຖະແຫລງຂ່າວປະຈໍາວັນ ທີ່ອອກທາງໂທລະພາບ ໃຫ້ຄົນຢູ່ທົ່ວປະເທດເບິ່ງ. ແຕ່ທ່ານ ທຣໍາທີ່ປະເຊີນກັບການແຂ່ງຂັນເລືອກຕັ້ງຄືນໃໝ່ທີ່ຫຍຸ້ງ ຍາກກັບອະດີດຮອງປະທານາທິບໍດີໂຈ ໄບເດັນ, ບໍ່ດົນຫລັງຈາກນັ້ນ ກໍໄດ້ເຂົ້າ ກໍາກັບກອງປະຊຸມຖະແຫລງຂ່າວປະຈຳວັນ ແລະມັກຈະອ້າງວ່າເຊື້ອໄວຣັສນີ້ກຳລັງຢູ່ພາຍໃຕ້ການຄວບຄຸມໄດ້, ຫຼືບໍ່ດົນກໍຈະຄວບຄຸມໄດ້ແລ້ວ, ແລະເວົ້າວ່າ ຢາວັກຊີນຈະຖືກພັດທະນາຂຶ້ນທ້າຍປີ 2020 ນີ້.

ທ່ານ ເພັນສ໌ ໄດ້ຍັງມັກຈະຮັບເອົາມຸມມອງທີ່ເບິ່ງຄືວ່າດີກວ່າ ກ່ຽວກັບ ສະຖາ ນະພາບຂອງໄວຣັສດັ່ງກ່າວໃນສະຫະລັດ, ເຖິງແມ່ນວ່າຊາວອາເມລິກາຫຼາຍສິບພັນຄົນໄດ້ເສຍຊີວິດໄປ ແລະຄົນງານຫຼາຍສິບລ້ານຄົນໄດ້ສູນເສຍວຽກເຮັດງານທຳກໍຕາມ.

ທ່ານເພນສ໌ ເວົ້າລຶ້ມຄືນ ຄໍາເວົ້າຂອງທ່ານທຣໍາ ທີ່ເວົ້າວ່າ ຈຳນວນກໍລະນີຄົນ ເປັນພະຍາດນີ້ ທີ່ເພີ່ມຂຶ້ນຢູ່ໃນສະຫະລັດ ກໍຍ້ອນວ່າ ປະເທດນີ້ກຳລັງດຳເນີນການກວດພະຍາດເພີ້ມຂຶ້ນໂດຍບໍ່ສົນໃຈຕໍ່ຄວາມເປັນຈິງທີ່ວ່າໃນເດືອນມິຖຸນາເຊື້ອໄວຣັສ ທີ່ລະບາດຂຶ້ນອີກເທື່ອນຶ່ງຢູ່ໃນບັນດາລັດ ແລະເມືອງເຊິ່ງສ່ວນໃຫຍ່ໄດ້ພົ້ນຈາກການລະບາດທີ່ເກີດຂຶ້ນ ໃນເບື້ອງຕົ້ນໃນເດືອນມີນາແລະເມສານັ້ນ ແຕ່ຢ່າງໃດເລີຍ. ໃນການປະຊຸມສ່ວນຕົວກັບບັນດສະມາຊິກສະມາຊິກສະພາ ສູງນັ້ນ, ທ່ານ ເພັນສ໌ຊຸກຍູ້ໃຫ້ພວກເຂົາເຈົ້າເພັ່ງເລັງໃສ່ "ສັນຍານບົ່ງບອກໃຫ້ ເຫັນສິ່ງທີ່ເຮັດໃຫ້ ມີກໍາລັງໃຈຂຶ້ນ" ໃນການຕໍ່ສູ້ກັບໄວຣັສທີ່ວ່ານີ້.

ໃນກາງເດືອນມິຖຸນາທີ່ຜ່ານມາຢູ່ໃນບົດຄວາມເຫັນຂອງໜັງສືພິມ Wall Street ນັ້ນ ເພັນສ໌ ໄດ້ກ່າວວ່າ ຄວາມວິຕົກກັງວົນກ່ຽວກັບໄວຣັສໂຄໂຣນາ ແມ່ນເປັນ ການ "ຄິດຫລາຍຈົນເກີນໄປໂພດ."

ທ່ານໄດ້ປະກາດວ່າ “ຍ້ອນການນຳຂອງປະທານາທິບໍດີ ທຣຳ ແລະຄວາມກ້າ ຫານ ແລະຄວາມເມດຕາຂອງປະຊາຊົນອາເມຣິກັນ, ລະບົບສາທາລະນະສຸກຂອງພວກເຮົາ ແມ່ນເຂັ້ມແຂງຂຶ້ນຫລາຍກວ່າເມື່ອ 4 ເດືອນກ່ອນນັ້ນຫລາຍ, ແລະ ພວກເຮົາໄດ້ຮັບໄຊຊະນະໃນການຕໍ່ສູ້ກັບສັດຕູທີ່ເບິ່ງບໍ່ເຫັນຕົວຕົນນີ້.

ທ່ານໄດ້ສະຫລຸບວ່າ "ພວກເຮົາໄດ້ເຮັດໃຫ້ການແຜ່ລະບາດຂອງພະຍາດຊັກຊ້າລົງ, ພວກເຮົາໄດ້ເບິ່ງແຍງ ຜູ້ທີ່ມີຄວາມສ່ຽງຫລາຍທີ່ສຸດ, ພວກເຮົາໄດ້ຊ່ວຍຊີ ວິດຂອງຄົນໄວ້, ແລະພວກເຮົາໄດ້ສ້າງພື້ນຖານອັນໜັກແໜ້ນສຳລັບສິ່ງທ້າທາຍອັນໃດກໍ່ຕາມ ທີ່ພວກເຮົາອາດຈະປະເຊີນໃນອະນາຄົດ". ທ່ານກ່າວອີກວ່າ "ນັ້ນແມ່ນສາເຫດທີ່ຄວນມີການສະຫລອງ, ບໍ່ແມ່ນຄວາມຢ້ານກົວ ທີ່ກະຈາຍ ອອກໄປໃຫ້ຄົນແຕກຕື່ນ ຂອງສື່ມວນຊົນ.”

ເຖິງແມ່ນວ່າຈະມີທັດສະນະຂອງທ່ານເພັນສ໌ແບບນັ້ນກໍຕາມ, ແຕ່ການພຸ້ງສູງຂຶ້ນ ຂອງແຜ່ລະບາດຢ່າງໜັກ ຂອງພະຍາດນີ້ ໃນສະຫະລັດກໍ່ຍັງບໍ່ທັນຫຼຸດລົງເທື່ອ. ມາຮອດວັນທີ 13 ສິງຫາຜ່ານມາ, ຈຳນວນຜູ້ເສຍຊີວິດໄດ້ຂຶ້ນສູງເຖິງ 163,000 ຄົນ ແລະຈຳນວນຜູ້ທີ່ຖືກຢືນຢັນວ່າເປັນພະຍາດນີ້ ມີ 5 ລ້ານ 1 ແສນຄົນ, ອີງຕາມສູນຄວບຄຸມພະຍາດຂອງສະຫະລັດ, ເຊິ່ງທັງສອງຕົວເລກດັ່ງກ່າວນີ້ ແມ່ນສູງກວ່າຢູ່ປະເທດອື່ນໃດໆໝົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG