ບັນດານັກວິທະຍາສາດໄດ້ສົ່ງໜູທີ່ຖືກດັດແປງພັນທຸກຳຂຶ້ນໄປເທິງອະວະການເມື່ອວັນທີ 5 ທັນວາທີ່ຜ່ານມາ ອັນເປັນສ່ວນນຶ່ງຂອງການສຶກສາເພື່ອຫາວິທີຊ່ວຍຮັກສາສຸຂະພາບ ຂອງບັນດານັກບິນອະວະກາດ ໃນອະວະກາດ. ມັນມີຂະໜາດກ້າມເນື້ອ ຫຼາຍກວ່າເພື່ອນທີ່ເປັນໜູ “ທຳມະດາ” ຂອງມັນສອງເທົ່າ. ດັ່ງທີ່ນັກຂ່າວວີໂອເອ ອາຣາຊ ອາຣາບາຊາດີ ລາຍງານນັ້ນ, ການຄົ້ນຄວ້າດັ່ງກ່າວອາສະໜອງຄວາມເຂົ້າໃຈ ກ່ຽວກັບ ການເສື່ອມໂຊມຂອງກ້າມເນື້ອໃນຄົນທີ່ມີອາຍຸສູງ ແລະ ຜູ້ທີ່ມີສະພາບສູນເສຍກ້າມເນື້ອ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນັກບິນອະວະກາດທີ່ຍ່າງຢູ່ເທິງອະວະກາດ ໄດ້ປະເຊີນກັບຄວາມເຖົ້າແກ່ຢ່າງ ວ່ອງໄວຈາກຜົນກະທົບຂອງແສງລັງສີ ແລະ ແຮງດຶງດູດຕ່ຳຢູ່ນອກການໂຄຈອນຂອງໂລກ.
ດຣ. ໄມເກິລ ບາຣັດ, ນັກຟີຊິກ ແລະ ນັກອະວະກາດຂອງອົງການ NASA ໄດ້ກ່າວ່າ “ໃນການບິນອະວະກາດ ປັດໄຈທີ່ເດັ່ນກວ່າໝູ່ກໍແມ່ນຄວາມບໍ່ມີນ້ຳໜັກ ຫຼື ບໍ່ມີແຮງດຶງດູດ, ຖ້າເຈົ້າຈະໄປ ແລະ ທຸກໆລະບົບໃນຮ່າງກາຍຂອງເຈົ້າມັນກໍຈະປ່ຽນແປງ.”
ເພື່ອໃຫ້ເຂົ້າໃຈດີກວ່າເກົ່າ ແລະ ບາງເບື່ອຕໍ່ສູ້ກັບການປ່ຽນແປງພວກນັ້ນ, ບັນດານັກວິທະຍາສາດໄດ້ສົ່ງສຸດຍອດໜູທີ່ຖືກລ້ຽງຢູ່ໃນຫ້ອງທົດລອງຂຶ້ນໄປສະຖານີອະວະກາດສາກົນ ຫຼື ISS.
ທ່ານ ເຊ ຈິນ ລີ, ຈາກຫ້ອງທົດລອງ ແຈັກສັກ ມະຫາວິທະຍາໄລ ຄັອນແນຕິຄັດ ໄດ້ກ່າວວ່າ “ສຸດຍອດໜູແມ່ນສາຍພັນໜູທີ່ພວກເຮົາໄດ້ສ້າງຂຶ້ນຜ່ານການດຳເນີນການດ້ານພັນທຸກຳ ແລະ ໜູພວກນີ້ແມ່ນປົກກະຕິຢ່າງສິ້ນເຊີງ ນອກຈາກວ່າມັນຂາດພັນທຸກຳພຽງອັນດຽວ, ແລະ ນັ້ນແມ່ນພັນທຸກຳທີ່ປ່ຽນແປງ ການເຕີບໂຕຂອງກ້າມເນື້ອ.”
ອາຈານ ເຊ ຈິນ ລີ ໄດ້ເລີ່ມການດັດແປງການເຕີບໂຕຂອງກ້າມເນື້ອໃນພວກໂຕນູໃນຊຸມປີ 1990. ການເຕີບໂຕຂອງກ້າມເນື້ອ ຫຼື Myostatin ແມ່ນທາດໂປຣຕີນໃນເລືອດທີ່ປົກກະຕິແລ້ວຈະຈຳກັດການເຕີບໂຕຂອງກ້າມເນື້ອ. ຖ້າບໍ່ມີມັນ, ສຸດຍອດໜູພວກນີ້ຈະມີກ້າມເນື້ອສອງເທົ່າຂອງໜູທີ່ບໍ່ແມ່ນສາຍພັນສຸດຍອດນັ້ນ. ນັກວິທະຍາສາດຈະສຶກສາເບິ່ງວ່າການດັດແປງພັນທຸກຳ ອາດສູ້ກັບປ່ຽນແປງຂອງຮ່າງກາຍຈາກການເດີນທາງໄປອະວະກາດຫຼືບໍ່.
ດຣ. ໄມເກິລ ບາຣັດ ໄດ້ກ່າວວ່າ “ພວກເຮົາເຫັນການປ່ຽນແປງບາງຢ່າງໃນກະດູກ ແລະ ກ້າມເນື້ອ ເພາະວ່າ ມັນບໍ່ໄດ້ມີແຮງຖ່ວງ ທຽບໃສ່ ຕອນຢູ່ໃນແຮງໂນ້ມຖ່ວງປົກກະຕິ. ສະນັ້ນມັນຈະເລີ່ມລີບເຂົ້າ ຫຼື ສູນເສຍຂະໜາດ ແລະ ຄວາມແຂງແກ່ນ. ຍ້ອນແນວນັ້ນພວກເຮົາຈຶ່ງອອກກຳລັງກາຍຢ່າງໜັກ, ແລະ ຫຼັງຈາກນັ້ນເຮົາຈະເຫັນການປ່ຽນແປງທີ່ເປັນຕາຢ້ານຫຼາຍຂຶ້ນ ທີ່ພວກເຮົາເປັນຫ່ວງເຊັ່ນກ່ຽວກັບ ຕາ, ເສັ້ນປະສາດຕາ ແລະ ສະໝອງຂອງພວກເຮົາ.”
ບັນດານັກບິນອະວະກາດ ສາມາດທີ່ຈະຕໍ່ຕ້ານການສູນເສຍຂະໜາດຂອງກ້າມເນື້ອໄດ້ແນວໃດແນວນຶ່ງ ແລະ ຄວາມໜາແໜ້ນຂອງກະດູກຜ່ານການຊ້ອມຍົກນ້ຳໜັກ, ແຕ່ເຂົາເຈົ້າຈະປະເຊີນກັບຄວາມສ່ຽງຕ່າງໆຫຼາຍກວ່ານີ້ໃນອະວະກາດ.
ດຣ. ໄມເກິລ ບາຣັດ ໄດ້ກ່າວວ່າ “ໃນການບິນໂຄຈອນລະດັບຕ່ຳອ້ອມໂລກ ພວກເຮົາຈະຢູ່ໃຕ້ພູມສາດສະໜາມແມ່ເຫຼັກ, ເຊິ່ງເຮັດໜ້າທີ່ດັ່ງກັບສິ່ງປ້ອງກັນສຳລັບພວກເຮົາໃນວິທີໃດນຶ່ງ ແລະ ພວກເຮົາຈະໄດ້ຮັບລະອອງແສງລັງສີຫຼາຍເຖິງສາມເທົ່າເລິກເຂົ້າໄປໃນອະວະກາດ ຄືກັບທີ່ພວກເຮົາຈະໄດ້ຮັບໃນການບິນໂຄຈອນໃນດ້ານລຸ່ມຂອງໂລກ.”
ຜົນກະທົບໄລຍະຍາວຂອງແສງລັງສີ ໄດ້ກາຍເປັນບັນຫາທີ່ໃຫຍ່ກວ່າເກົ່າ ໃນຂະນະທີ່ບັນດານັກບິນອະວະກາດ ກຳລັງພະຍາຍາມທຳການເດີນທາງເລິກເຂົ້າໄປໃນອະວະກາດຫາດາວອັງຄານ ແລະ ໄກກວ່ານັ້ນ.
ອາຈານ ລີ ຫວັງວ່າ ສຸດຍອດໜູຂອງລາວ ອາດບໍ່ພຽງແຕ່ສະໜອງການແກ້ໄຂບັນຫາຕໍ່ຄວາມເສຍຫາຍ ທີ່ເກີດມາຈາກການບິນອະວະກາດໄລຍະກາວເທົ່ານັ້ນ ແຕ່ຍັງຈະຊ່ວຍໃຫ້ພວກເຮົາເຂົ້າໃຈ ກ່ຽວກັບ ການສູນເສຍກ້າມເນື້ອ ໃນປະຊາກອນທີ່ກຳລັງເຖົ້າແກ່ ແລະ ຜູ້ທີ່ມີອາການສູນເສຍກ້າມເນື້ອນັ້ນ.
Scientists launched genetically modified mice into space December 5 as part of a study to find ways to help maintain the health of astronauts in space They have twice the muscle mass of their "ordinary" counterparts. As VOA's Arash Arabasadi reports, the research could provide insight into muscular degeneration in older populations and those with muscle-wasting conditions.
Spacewalking astronauts face rapid aging from the effects of radiation and low gravity outside of Earth's orbit.
"In space flight the dominant factor is weightlessness or zero gravity, if you will, and every system in the body changes."
To better understand and maybe even combat those changes, scientists launched lab-grown super mice destined for the International Space Station, or ISS.
"The mighty mice are a strain of mice that we generated through genetic engineering, and these mice are completely normal except they lack just a single gene, and that's the gene that encodes myostatin."
Professor Se-Jin Lee began modifying the myostatin in mice in the 1990s. Myostatin is a protein in blood that normally limits muscle growth. Without it, these mighty mice have about twice the muscle mass of their non-mighty counterparts. Scientist will study if genetic engineering may fight physical changes from space travel.
"We see some changes in bone and muscle, because they're unloaded compared to being in normal gravity. So they start to atrophy, or lose mass and strength. That's why we exercise very hard, and then we see some more sinister changes that we worry about such as those with the eye, the optic nerve, and our brain."
Astronauts can somewhat counteract the losses to muscle mass and bone density through weight training, but they face even greater risks in space.
"In lower-Earth orbit we're underneath the geomagnetic fields, which serve as a shield for us in a way, and we'll get about three times as much ionizing radiation in deep space as we would in in low-Earth orbit."
The long-term effects of radiation become a greater concern as astronauts look to longer and deeper space travel to Mars and beyond.
Professor Lee hopes his mighty mice may not only offer solutions to damage caused by long-term space flight but also help understand muscle loss in aging populations and those with muscle-wasting conditions.