ສົງຄາມກາງເມືອງ ທີ່ກໍາລັງດໍາເນີນໄປຢ່າງຮຸນແຮງຢູ່ໃນຊີເຣຍ
ແລະຂົ່ມຂູ່ ທີ່ຈະດຶງເອົາປະເທດເພື່ອນບ້ານ ເຂົ້າມາພົວພັນນໍາ
ນັ້ນ ໄດ້ພາໃຫ້ມີການສັນ ນິຖານກັນກ່ຽວກັບຜົນສະທ້ອນທາງ
ພູມິສາດການເມືອງ ທີ່ອາດຈະຕິດຕາມ. ບັນດານັກວິເຄາະ
ເວົ້າວ່າ ແຜນທີ່ຂອງຂົງເຂດຕາເວັນອອກກາງ ອາດຖືກແຕ້ມ
ຂຶ້ນມາໃໝ່ກໍໄດ້ ເປັນເທື່ອທໍາອິດໃນຮອບນຶ່ງສັດຕະວັດ. Henry
Ridgwell ຜູ້ສື່ຂ່າວວີໂອເອ ມີລາຍງານເລຶ່ອງນີ້ ຈາກລອນດອນ
ປະເທດອັງກິດ ຊຶ່ງດາຣາຈະນໍາມາສະເໜີທ່ານໃນ ອັນດັບຕໍ່ໄປ.
ເບິ່ງວີດິໂອພາສາລາວ ກ່ຽວກັບລາຍງານນີ້:
ຈຸດສຸດຍອດຂອງສົງຄາມໂລກຄັ້ງທີ່ນຶ່ງໃນປີ 1918 ໄດ້ເປັນສັນຍານບອກເຖິງການດັບສູນ
ຂອງອານາຈັກ Ottoman ແລະໄດ້ຍັງຜົນໃຫ້ມີການແຕ້ມແຜນທີ່ຂົງເຂດຕາເວັນອອກກາງ
ຄືນໃໝ່ ໃນເວລານັ້ນ.
ສົງຄາມຫຼືສຽງປືນຍັງບໍ່ທັນໄດ້ສະຫງົບລົງໄປດ້ວຍຊໍ້າ ແຕ່ອັງກິດແລະຝຣັ່ງ ກໍໄດ້ຕົກລົງເຫັນ
ພ້ອມກັນ ແບ່ງດິນດອນຂອງອານາຈັກ Ottoman ແລ້ວ ຊຶ່ງໂຮມທັງ Syria, Lebanon, Jordan ກັບ Palestine. ແລະນັ້ນກໍຄື ລູກກະແຈໄປສູ່ ຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບ
ພາກຕາເວັນອອກກາງ ແຫ່ງຍຸກສະໄໝໃໝ່ນີ້ ອິງຕາມທ່ານ Michael Clarke ຫົວໜ້າ
ສະຖາບັນ Royal United Services ທີ່ນະຄອນຫລວງລອນດອນ.
ທ່ານ Michael Clarke ເວົ້າວ່າ: “ໂລກອາຣັບ ຕາມທີ່ພວກເຮົາຮູ້ກັນນັ້ນ ໄດ້ຖືກ
ສ້າງຕັ້ງຂຶ້ນມາ ແທ້ໆແລ້ວແມ່ນໃນປີ 1916 ໂດຍອັງກິດກັບຝຣັ່ງ ໃນສັນຍາ
Sykes-Picot. ແລະກໍບໍ່ໄດ້ມີການປ່ຽນແປງຫຍັງເລີຍ ນັບຕັ້ງແຕ່ນັ້ນມາ.
ບໍ່ມີຫຍັງສໍາຄັນໃນດ້ານຍຸທະສາດເກີດຂຶ້ນ ນອກຈາກການສ້າງ ຕັ້ງລັດອິສຣາ
ແອລຂຶ້ນມາໃນປີ 1948 ແລະມາບັດນີ້ ໃນປີນີ້ ເປັນເທື່ອທໍາອິດ ແຜນທີ່ຂົງ
ເຂດຕາເວັນອອກກາງ ກໍກໍາລັງຈະເລີ່ມຖືກດຶງອອກຈາກກັນແລ້ວ.”
ນັ້ນຄືສິ່ງທີ່ກໍາລັງຮູ້ສຶກກັນຫລາຍທີ່ສຸດຢູ່ຊີເຣຍໃນຂະນະນີ້. ທ່ານ Robert Lowe ປະຈໍາ
ສູນກາງຕາເວັນອອກກາງ ຂອງສະຖາບັນເສດຖະກິດແຫ່ງລອນດອນ ມີຄວາມເຫັນວ່າ
ຊີເຣຍສາມາດທີ່ຈະແຕກແຍກ ອອກເປັນຫຼາຍພາກສ່ວນໄດ້.
ທ່ານ ໂລ ເວົ້າວ່າ: “ນໍ້າໜັກຂອງອໍານາດ ລະຫວ່າງຫຼາຍໆພັກຝ່າຍທີ່ແຂ່ງດີ
ແຂ່ງເດັ່ນກັນຢູ່ໃນຂະນະນີ້ ກໍເບິ່ງຄືວ່າມັນເກືອບເທົ່າທຽມກັນພໍສົມຄວນ.
ຄືມັນຍາກທີ່ຝ່າຍໃດຝ່າຍນຶ່ງຈະຍາດເອົາອໍານາດຄວບຄຸມໄດ້ຫຼາຍຕຶ່ມອີກ.
ເຊັ່ນຝ່າຍຊາວ Kurd ນັ້ນ ເວລານີ້ ກໍສາມາດເຂົ້າຄວບຄຸມຫົວເມືອງຕ່າງໆ
ຂອງເຂົາໄດ້ຫຼາຍແລ້ວ ແລະພວກເຂົາເຈົ້າກໍກໍາລັງດິ້ນຮົນ ແລະເຮັດວຽກໜັກ
ເພື່ອຄໍ້າຈຸນຮັກສາມັນໄວ້ໃຫ້ຢູ່ຍືນຍົງຖາວອນ.”
ເວລາສົງຄາມໂລກຄັ້ງທີ່ນຶ່ງສິ້ນສຸດລົງດ້ວຍການເຊັນສົນທິສັນຍາ Versailles ນັ້ນ ຊາວ
Kurds ໄດ້ຖືກແບ່ງແຍກກັນ ໃນລະຫວ່າງ ຊີເຣຍ ເທີກີ ອິຣ່ານ ແລະ ອີຣັກ.
ການຕົກຈາກອໍານາດລົງຂອງຊັດດາມ ຮຸສເຊນ ໃນປີ 2003 ແລະການ ໄດ້ຮັບອໍານາດ
ປົກຄອງຕົນເອງຂອງຊາວ Kurd ຢູ່ໃນເຂດພາກເໜືອຂອງ ອີຣັກ ໄດ້ເຮັດໃຫ້ຊາວເຄີດສ໌
ກ້າອ້າງເອົາສິດທິໃນການຈັດຕັ້ງຕົນເອງເປັນ ລັດເອກະລາດຫຼາຍຂຶ້ນ.
ສາສະດາຈານ Saad Jawad ຈາກສະຖາບັນເສດຖະກິດແຫ່ງລອນດອນ ແຫ່ງດຽວກັບ
ທ່ານ Robert Lowe ເວົ້າວ່າ: ແຕ່ວ່າອີຣັກນັ້ນ ໄດ້ສະແດງໃຫ້ເຫັນເຖິງ ຄວາມສາມາດ
ໃນການກັບຄືນສູ່ສະພາບເດີມໄດ້.
ອາຈານ Jawad ເວົ້າວ່າ: “ປະການທີນຶ່ງນັ້ນ ອີຣັກບໍ່ມີທ່າອຽງທີ່ຈະກ້າວເຂົ້າໄປສູ່ສົງຄາມກາງເມືອງ. ຂ້າພະເຈົ້າໝາຍເຖິງ ສົງຄາມກາງເມືອງແບບສິ້ນເຊີງ
ຄືກັນກັບທີ່ເລບາອນ ທີ່ໄດ້ຮູ້ເຫັນແລະປະສົບພົບພໍ້ໃນຊຸມປີ 1970 ນັ້ນ ແລະ
ປະການທີສອງ ມັນບໍ່ມີຄວາມຕັ້ງໃຈຢ່າງແທ້ຈິງຂອງປະຊາຊົນທີ່ຈະແບ່ງ
ແຍກປະເທດ ແມ່ນແຕ່ຢູ່ໃນເຂດຊາວເຄີດສ໌ຂອງອີຣັກກໍຕາມ ນອກຈາກໃນ
ລະຫວ່າງພັກຝ່າຍຕ່າງໆເທົ່ານັ້ນ.”
ຮອຍແຜຈາກສົງຄາມກາງເມືອງຂອງເລບານອນ ເມື່ອບໍ່ດົນມານີ້ ຍັງແລເຫັນໄດ້ຢູ່ໃນທົ່ວ
ນະຄອນຫລວງເບຣຸດ. ແຕ່ກໍມີຄວາມຢ້ານກົວກັນຢູ່ວ່າ ເລບານອນອາດຈະຖືກແບ່ງແຍກ
ໄດ້ ເພາະວ່າຂໍ້ຂັດແຍ້ງກັນໃນຊີເຣຍ ກໍາລັງຂຸ້ຍເຂ່ຍການຊິງດີຊິງເດ່ນກັນລະຫວ່າງຊາວ ເລບານອນ ຄືນມາ.
ໃນໄລຍະຫຼາຍໆເດືອນຜ່ານມານີ້ ມີປະຊາຊົນຫຼາຍສິບຄົນ
ຖືກຂ້າຕາຍ ໃນການປະທະກັນຫຼາຍໆບັ້ນ ລະຫວ່າງກຸ່ມຫົວ
ຮຸນແຮງ ນິກາຍຊຸນນີແລະ ຊີໄອ້ ໃນເລບານອນ.
ທ່ານ Michael Clarke ຫົວໜ້າສະຖາບັນ Royal United
Services ເວົ້າວ່າ ກໍາລັງຕ່າງໆທີ່ໂຜ່ໂຕຂຶ້ນມາ ຈາກການລຸກ
ຮືຂຶ້ນຂອງຊາວອາຣັບ ນັ້ນ ອາດສົ່ງຜົນໃຫ້ມີການແຕ້ມບາງເຂດ
ຂອງພາກຕາເວັນອອກກາງ ຄືນໃໝ່ກໍເປັນໄດ້.
ທ່ານ Clarke ເວົ້າວ່າ: “ມັນມີຄວາມເປັນໄປໄດ້ ທີ່ວ່າ ເຂດ Levant ຫລືກຸ່ມ
ປະເທດທີ່ມີຊາຍແດນຕິດກັບທະເລ Mediterranean ທາງກໍ້າຕາເວັນອອກ
ກໍຄື ເທີກີ ເລບານອນ ຊີເຣຍ ອິສຣາແອລ ອີຈິບ ແລະ ດິນແດນປາແລສຕາຍນ໌
ນັ້ນ ຈະຖືກແບ່ງອອກ ຄືກັນກັບເຂດ Balkan ຊຶ່ງໃນທີ່ສຸດແລ້ວ ກໍຈະເປັນລັດ
ຕ່າງໆ ເປັນເຄິ່ງລັດ ເປັນເຂດຖົກຖຽງ ແລະຍາດແຍ່ງກັນ ແລະນັ້ນແມ່ນຈະ
ເປັນອານາເຂດໃໝ່ ສໍາລັບພວກ ເຮົາທັງໝົດ.”
ຢ່າງໃດກໍຕາມ ທ່ານ Clarke ເວົ້າວ່າ ການປະຕິວັດຢູ່ໃນທົ່ວໂລກອາຣັບນັ້ນ ແມ່ນຍັງຢູ່
ໃນຂັ້ນເລິ່ມຕົ້ນຢູ່ ແລະຜົນທີ່ຈະຕາມມານັ້ນ ກໍອາດຈະຍັງບໍ່ປະກົດໃຫ້ເຫັນ ຈົນກ່ວາອີກ
ຫຼາຍໆປີຕໍ່ໜ້າ.