ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ຈະບໍ່​​ເປີດ​ເຜີຍ​ແຜນ​​ສັນ​ຕິ​ພາບ ໃນ​ເຂດ​ຕາ​ເວັນ​ອອກ​ກາງ ຈົນ​ກວ່າ​ ​ຈະ​ມີ​ການ​ເລືອກ​ຕັ້ງ ​ຂອງ​ອິ​ສ​ຣາ​ແອ​ລ ເສຍກ່ອນ


ທ່ານ ແຈ​ເຣດ ຄູ​ສ​ເນີ, ທີ່​ປຶກ​ສາ ແລະ​ລູກ​ເຂີຍ​ຂອງ​ ປ. ທ​ຣຳ (ຢູ່​ຊ້າຍ​ມື​ທາງກາງ) ແລະ ທ່ານ ເຈ​ຊັນ ກ​ຣີນ​ແບ​ລດ​ທ໌ (ທີ 2 ຈາກ​ຊ້າຍ), ປະ​ຊຸມ​ ກັບ​ເຈົ້າ​ຊີວິດ​ Abdullah II ຂອງ​ຈໍ​ແດນ (​ຂວາ​ມື​ທາງ​ກາງ) ຢູ່​ນະ​ຄອນ​ຫລວງອຳ​ມານ​ຂອງ​ຈໍ​ແດນ​, 29 ພຶດສະ​ພາ​, 2019
ທ່ານ ແຈ​ເຣດ ຄູ​ສ​ເນີ, ທີ່​ປຶກ​ສາ ແລະ​ລູກ​ເຂີຍ​ຂອງ​ ປ. ທ​ຣຳ (ຢູ່​ຊ້າຍ​ມື​ທາງກາງ) ແລະ ທ່ານ ເຈ​ຊັນ ກ​ຣີນ​ແບ​ລດ​ທ໌ (ທີ 2 ຈາກ​ຊ້າຍ), ປະ​ຊຸມ​ ກັບ​ເຈົ້າ​ຊີວິດ​ Abdullah II ຂອງ​ຈໍ​ແດນ (​ຂວາ​ມື​ທາງ​ກາງ) ຢູ່​ນະ​ຄອນ​ຫລວງອຳ​ມານ​ຂອງ​ຈໍ​ແດນ​, 29 ພຶດສະ​ພາ​, 2019

ທູດ​ພິ​ເສດ​ສຳ​ລັບ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ​ວ່າ ລາຍ​ລະ​ອຽດ​ຂອງ​ແຜນ​ການ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ລັດ ຈະ​ບໍ່​ຖືກ​ເປີດ​ເຜີຍ ຈົນ​ກວ່າ​ວ່າ​ຈະ​ມີ​ການ​ເລືອກ​ຕັ້ງ​ຂອງ​ອິ​ສ​ຣາ​ແອ​ລຈັດ​ຂຶ້ນ​ໃນ​ເດືອນ​ໜ້ານີ້ ກ່ອນ.

ທ່ານ ເຈ​ຊັນ ກ​ຣີນ​ແບ​ລດ​ທ໌ (Jason Greenblatt) ຂຽນ​ຢູ່​ໃນ​ທວີດ​ເຕີ​ໃນ​ວັນ​ພຸດວານນີ້ວ່າ “ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈແລ້ວວ່າ ພວກ​ເຮົາ​ຈະ​ບໍ່​ເປີດ​ເຜີຍ​ເອ​ກະ​ສານ​ ຫລື​ສ່ວນ​ນຶ່ງ​ຂອງ​ເອ​ກະ​ສານ​ກ່ຽວ​ກັບສັນ​ຕິ​ພາບ ກ່ອນ​ການ​ເລືອກ​ຕັ້ງ​ຂອງ​ອິ​ສ​ຣາ​ແອ​ລເລີຍ.”

ສະ​ພາ​ຂອງ​ອິ​ສ​ຣາ​ແອ​ລ ໄດ້ລົງ​ຄະ​ແນນ​ສຽງ​ເຫັນ​ດີໃຫ້ຍຸບ​ສະ​ພາ ແລະ​ໃຫ້ຈັດ​ການ​ເລືອກ​ຕັ້ງຂຶ້ນ​ອີກ​ຄັ້ງ​ນຶ່ງ ພາຍ​ຫລັງ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ຮັບ​ໄຊ​ຊະ​ນະ​ໂດຍໄດ້​ຮັບ​ຄະ​ແນນ​ສຽງແບບ​ສູ​ສີ​ກັນ​ ໃນ​ເດືອນ​ເມ​ສາ​ຜ່ານ​ມາ ແຕ່ບໍ່​ໄດ້​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຂຶ້ນ​ມາເລີຍນັ້ນ.

ທ່ານ ແຈ​ເຣດ ຄູ​ສ​ເນີ (Jared Kushner), ທີ່​ປຶກ​ສາ ແລະ​ລູກ​ເຂີຍ​ຂອງ​ທ່ານ ທ​ຣຳ ໄດ້​ປະ​ກາດ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບ​ດ້ານ​ເສດ​ຖະ​ກິດ​ຂອງ​ແຜນ​ສັນ​ຕິ​ພາບຂອງ ທ່ານ​ ໃນ​ຕອນ​ຕົ້ນໆ​ປີນີ້. ມັນ​ຈະ​ລວມ​ມີເງິນ​ຈຳ​ນວນ 50 ຕື້​ໂດ​ລາ ສຳ​ລັບ​ການ​ລົງ​ທຶນ​ສາ​ກົນ ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ປາ​ແລ​ສ​ໄຕ​ນ໌.

ທ່ານ ທ​ຣຳ ​ເອີ້ນ​ແຜນ​ສັນ​ຕິ​ພາບ​ຂອງ​ລັດ​ຖະ​ບານ​ທ່ານ​ວ່າ "ເປັນ​ຂໍ້​ຕົກ​ລົງ​ຂອງ​ສັດ​ຕະ​ວັດ."
ບັນ​ດາ​ຜູ້​ນຳ​ຂອງປາ​ແລ​ສ​ໄຕ​ນ໌ ໄດ້​ປະ​ຕິ​ເສດບໍ່ຍອມ​ຮັບ​ເອົາ​ແຜນ​ການ​ທາງ​ເສດ​ຖະ​ກິດນັ້ນ​ໄປ​ແລ້ວ ໂດຍທີ່​ຍັງບໍ່​ທັນ​ໄດ້​ຮູ້​ລາຍ​ລະ​ອຽດ​ຂອງ​ມັນວ່າ​ເປັນ​ແນວ​ໃດ​ເທື່ອ. ພວກ​ທ່ານ​ເວົ້າ​ວ່າ ມັນ​ບໍ່​ໄດ້​ກ່າວ​ເຖິງ​ການ​ແກ້​ໄຂ​ໃນ​ເລື້ອງ​ໃຫ້​ມີ​ສອງ​ປະ​ເທດ ແລະ ມັນ​ເປັນ​ການ​ດູ​ໝິ່ນກັນ ທີ່​ເຊື່ອ​ວ່າ ຊາວປາ​ແລ​ສ​ໄຕ​ນ໌ ສາ​ມາດ​ຖືກ​ຊື້​ດ້ວຍ​ເງິນ. ພວກ​ທ່ານ​ຍັງ​ໄດ້​ກ່າວ​ຫາ​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ​ວ່າ ໄດ້​ໃຫ້​ການ​ສະ​ໜັບສະ​ໜຸນ​ແກ່​ອິ​ສ​ຣາ​ແອ​ລ​ຢ່າງ​ເປີດ​ແປນ ແລະ​ໂຈ່ງ​ແຈ້ງ.

ຍັງ​ບໍ່​ມີ​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ລະ​ຫວ່າງອ​ສ​ຣາ​ແອ​ລ ແລະ ປາ​ແລ​ສ​ໄຕ​ນ໌ເທື່ອ​ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG