ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການຕາເວັນອອກກາງ ອາດສົ່ງຜົນກະທົບຕໍ່ການສະໜອງ ແລະ ການຂຶ້ນລາຄານໍ້າມັນ


ແຟ້ມພາບ - ຫົວປໍ້ານໍ້າມັນຈຸ່ມຫົວລົງເພື່ອສະກັດນໍ້າມັນໃນອ່າວທາງພາກໃຕ້ຂອງເມືອງ Duchesne, ລັດຢູທາ ໃນວັນທີ 13 ກໍລະກົດ 2023.
ແຟ້ມພາບ - ຫົວປໍ້ານໍ້າມັນຈຸ່ມຫົວລົງເພື່ອສະກັດນໍ້າມັນໃນອ່າວທາງພາກໃຕ້ຂອງເມືອງ Duchesne, ລັດຢູທາ ໃນວັນທີ 13 ກໍລະກົດ 2023.

ຫ້າສິບ​ປີ​ຫຼັງ​ຈາກ​ການຫ້າມ​ນຳ​ເຂົ້ານ້ຳມັນ​ຂອງ​ອາຣັບ​ໃນ​ປີ 1973, ວິ​ກິດ​ການ​ໃນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຂັດຂວາງ​ການ​ສະໜອງ​ນ້ຳມັນ​ຂອງ​ໂລກ​ແລະ​ຊຸກຍູ້​ໃຫ້​ລາຄາ​ນ້ຳມັນ​ສູງ​ຂຶ້ນ. ແຕ່ບໍ່ຄາດຫວັງວ່າຈະຊໍ້າ​ຮອຍການ ຂຶ້ນລາຄາທີ່ຮ້າຍແຮງ ແລະການເຂົ້າແຖວຍາວຢຽດຢູ່ທີ່ປໍ້ານໍ້າມັນ, ຜູ້ຊ່ຽວຊານກ່າວ, ອີງຕາມອົງການຂ່າວເອພີ.

​ສົງຄາມລະຫວ່າງ​ອິ​ສຣາ​ແອລ ແລະ ກຸ່ມຮາມາສ “ບໍ່​ແມ່ນ​ຂ່າວ​ດີຢ່າງແນ່ນອນ” ສຳ​ລັບ​ຕະ​ຫຼາດ​ນ້ຳ​ມັນ​ທີ່​ແກ່ຍາວ (ຍືດເຍື້ອ) ຢູ່ກ່ອນແລ້ວ ຈາກ​ການ​ຫຼຸດ​ການ​ຜະ​ລິດ​ນ້ຳ​ມັນ​ຈາກ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ຣັດ​ເຊຍ ແລະ​ຄາດ​ວ່າ​ຈະ​ມີ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ຈາກ​ຈີນ, ຫົວ​ໜ້າ​ອົງ​ການ​ພະ​ລັງ​ງານ​ສາ​ກົນ ຫຼື IEA ​ໄດ້ກ່າວ.

ຕະຫຼາດຈະຍັງຄົງມີຄວາມຜັນຜວນ, ແລະຄວາມຂັດແຍ້ງອາດຈະເຮັດໃຫ້ລາຄານ້ໍາ ມັນສູງຂຶ້ນ, "ເຊິ່ງເປັນຂ່າວຮ້າຍຢ່າງແນ່ນອນສໍາລັບອັດຕາເງິນເຟີ້", ທ່ານຟາຕິ ບິຣອລ (Fatih Birol), ຜູ້ບໍລິຫານຂອງ IEA ທີ່ມີຫ້ອງການຕັ້ງຢູ່ໃນປາຣີ, ກ່າວ ຕໍ່ອົງການຂ່າວເອພີ. ທ່ານ​ກ່າວ​ວ່າ ປະ​ເທດ​ກຳລັງ​ພັດທະນາ​ທີ່​ນຳ​ເຂົ້າ​ນ້ຳມັນ​ ແລະ ເຊື້ອ​ໄຟ​ອື່ນໆ​ ຈະ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍທີ່​ສຸດ​ຈາກ​ລາຄາ​ທີ່​ສູງ​ຂຶ້ນ.

ນໍ້າມັນດິບ Brent ຕາມມາດຕະຖານສາກົນ ໄດ້ຊື້ຂາຍສູງກວ່າ 91 ໂດລາຕໍ່ຖັງໃນ ວັນພະຫັດວານນີ້, ເພີ່ມຂຶ້ນຈາກ 85 ໂດລາຕໍ່ຖັງໃນວັນທີ 6 ຕຸລາ, ມື້ກ່ອນກຸ່ມ ຮາມາສບຸກໂຈມຕີອິສຣາແອລ ທີ່ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດຫຼາຍຮ້ອຍຄົນ. ອິສຣາ​ແອ​ລ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ທັນ​ທີ​ໃສ່​ເຂດ​ກາຊາ, ເຊິ່ງໄດ້ທຳລາຍ​ຄຸ້ມ​ບ້ານ​ທັງ​ໝົດ ​ແລະ​ສັງຫານ​ພົນລະ​ເຮືອນ​ປາ​ແລັ​ສ​ໄຕນ໌ ​ຫຼາຍ​ຮ້ອຍ​ຄົນ​ໃນ​ຊ່ວງ ບໍ່ເທົ່າໃດມື້​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG