ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄມ​ໂຄ​ຣ​ຊັອ​ຟທ໌: ພວກ​ລັກ​ເຈາະ​ຂໍ້​ມູນ ທີ່​ເຊື່ອມໂຍງ​ກັບ​​ອີ​ຣ່ານ ພະ​ຍາ​ຍາມເຈາະ​ຂໍ້​ມູນ​ ​ຂອງຄະ​ນະ​ໂຄ​ສະ​ນາ ​ຫາ​ສຽງ​ເລືອກ​ຕັ້ງ ສ​ຫລ


ປ້າຍເຄື່ອງ​ໝາຍ Microsoft ຕິດຢູ່​ຂ້າງນອກ​ຂອງສູນ​ກາງ​ໃຫ້​ຄົນ​ຢ້ຽມ​ຊົມ​ຂອງ​ບໍ​ລິ​ສັດ Microsoft ໃນ​ເມືອງ​ Redmond ຂອງ​ລັດ​ວໍ​ຊິງ​ຕັນ ທາງ​ພາກ​ເໜືອ​ຂອງ​ສະ​ຫະ​ລັດ
ປ້າຍເຄື່ອງ​ໝາຍ Microsoft ຕິດຢູ່​ຂ້າງນອກ​ຂອງສູນ​ກາງ​ໃຫ້​ຄົນ​ຢ້ຽມ​ຊົມ​ຂອງ​ບໍ​ລິ​ສັດ Microsoft ໃນ​ເມືອງ​ Redmond ຂອງ​ລັດ​ວໍ​ຊິງ​ຕັນ ທາງ​ພາກ​ເໜືອ​ຂອງ​ສະ​ຫະ​ລັດ

ບໍ​ລິສັດໄມ​ໂຄ​ຣ​ຊັອ​ຟທ໌ (Microsoft) ເວົ້າ​ວ່າ ພວກ​ລັກ​ເຈາະ​ຂໍ້​ມູນທີ່​ເຊື່ອມ ໂຍງ​ກັບ​ລັດ​ຖະ​ບານ​ອີ​ຣ່ານ ໄດ້​ແນ​ເປົ້າ​ໝາຍ​ໃສ່ເຄືອ​ຂ່າຍຄອມ​ພີວ​ເຕີ​ຂອງຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແຕ່​ວ່າ​ກໍ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​.

ບໍ​ລິ​ສັດ​ດັ່ງ​ກ່າວ​ເວົ້າ​ຢູ່​ໃນບົດ​ຄວາມ​ທີ່​ຂຽນ​ລົງ​ໃນ​ອິນ​ເຕີ​ແນັດ​ໃນ​ວັນ​ສຸກວານນີ້ ເວົ້າ​ວ່າ ພວກ​ລັກ​ເຈາະ​ຂໍ້​ມູນ​ໄດ້​ພະ​ຍາ​ຍາມທີ່​ຈະ​ເຂົ້າ​ໄປ​ໃນ​ບັນ​ຊີ 241 ອັນຂອງ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ຂອງພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານສະ​ຫະ​ລັດໃນອະ​ດີດ ແລະໃນປັດ​ຈຸ​ບັນ, ຂອງບັນ​ດາເປົ້າ​ໝາຍ​ຢູ່ໃນ​ວົງ​ການ​ຂ່າວ ແລະ​ຊາວ​ອີ​ຣ່ານ​ໃນ​ຕ່າງ​ປະ​ເທດ​ທີ່​ມີ​ຊື່​ສຽງ.

​ແຕ່ໄມໂຄ​ຣ​ຊັອ​ຟທ໌ (Microsoft) ​ກໍບໍ່​ໄດ້​ລະ​ບຸ​ວ່າ​ແມ່ນ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງໃດ​ທີ່​ມີເຄືອ​ຂ່າຍ​ຄອມ​ພີວ​ເຕີ​ຕົກ​ຢູ່​ໃນ​ເປົ້າ​ໝາຍ​ຂອງ​ພວກ​ລັກ​ເຈາະ​ຂໍ້​ມູນ.

ທ່ານ ຄ​ຣິ​ສ ເຄ​ຣບ​ສ໌ (Chris Krebs), ຫົວ​ໜ້າ​ອົງ​ການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ແລະ​ຄວາມ​ປອດ​ໄພ​ທາງ​ພື້ນ​ຖານ​ໂຄງ​ລ່າງ ເວົ້າ​ຢູ່​ໃນ​ຖະ​ແຫລງ​ການສະ​ບັບ​ນຶ່ງ​ທີ່​ສົ່ງ​ໃຫ້​ວີ​ໂອ​ເອວ່າ ອົງ​ການ​ຂອງ​ທ່ານ​ໄດ້​ຮູ້​ຈັກ​ກ່ຽວ​ກັບລາຍ​ງານ​ຂອງໄມໂຄ​ຣ​ຊັອ​ຟທ໌ (Microsoft) ແລະ "ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັບ​ພວກເຂົາ​ເຈົ້າ​ເພື່ອ​ປະ​ເມີນ ແລະ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ມັນ.”

ທ່ານ​ເວົ້າ​ວ່າ "ເຖິງ​ແມ່ນ​ວ່າ​ການ​ກະ​ທຳ​ນີ້​ອາດຈະ​ສືບ​ເນື່ອງ​ມາ​ຈາກການ​ປະ​ຕິ​ບັດ​ງານ​ຂອງພວກໃຫ້​ບໍ​ລິ​ການ​ສືບ​ລັບຕ່າງ​ປະ​ເທດ​ທຳ​ມະ​ດາ​ສາ​ມັນ​ກໍ​ຕາມ, ການ​ກ່າວ​ອ້າງ​ຂອງໄມໂຄ​ຣ​ຊັອ​ຟທ໌ (Microsoft) ທີ່​ເວົ້າ​ວ່າຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີຄະ​ນະ​ນຶ່ງ​ໄດ້ຕົກ​ຢູ່​ໃນ​ເປົ້າ​ໝາຍນັ້ນ ຖື​ວ່າເປັນ​ຫລັກ​ຖານ​ອີກ​ອັນ​ນຶ່ງທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ປໍ​ລະ​ປັກ​ຕໍ່​ພວກ​ເຮົາກຳ​ລັງ​ຫາ​ທາງ​ທີ່​ຈະ​ບ່ອນ​ທຳ​ລາຍສະ​ຖາ​ບັນ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ.”

ເຄືອ​ຂ່າຍ​ຄອມ​ພິວ​ເຕີ​ທີ່ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງຂອງ​ທ່ານ​ນາງຮີວ​ລາ​ຣີ ຄ​ລິນ​ຕັນ (Hillary Clinton), ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ, ໃຊ້​ໃນ​ການ​ເລືອກ​ຕັ້ງ​ປີ 2016 ໄດ້​ຖືກ​ລັກ​ເຈາະ​ຂໍ້​ມູນໃນ​ໄລ​ຍະ​ທີ່​ມີ​ການ​ເລືອກ​ຕັ້ງນັ້ນ​ຢູ່.

ການ​ໂຈມ​ຕີ​ຄັ້ງ​ສຸດ​ທ້າຍນີ້ ໂດຍ​ກຸ່ມ​ທີ່ໄມໂຄ​ຣ​ຊັອ​ຟທ໌ (Microsoft) ຂະ​ໜານ​ນາມ​ໃຫ້​ວ່າ​ເປັນ "Phosphorous" ຊຶ່ງ​ແປ​ວ່າ​ “ເຫລື້ອມ​ເປັນ​ເງົາ” ນັ້ນ​ແມ່​ເກີດ​ຂຶ້ນຢູ່​ໃນ​ໄລ​ຍະ 30 ມື້ ໃນລະ​ຫວ່າງ​ເດືອນສິງ​ຫາຫາ​ເດືອນ​ກັນ​ຍາ. ໄມໂຄ​ຣ​ຊັອ​ຟທ໌ (Microsoft) ເວົ້າ​ອີກວ່າ ການ​ໂຈມ​ຕີ​ດັ່ງ​ກ່າວບໍ່​ໄດ້​ໃຊ້​ເຕັກ​ນິກ​ທີ່​ສະ​ຫລັບ ຊັບ​ຊ້ອນ ແຕ່ເຂົາ​ເຈົ້າ​ກໍ​ເວົ້າວ່າ ພ​ວກ​ລັກ​ເຈາະ​ຂໍ້​ມູນ​ໄດ້​ທຳ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງເຂົາ​ກ່ອນ ແລະ​ພະ​ຍາ​ຍາມ​ທີ່​ຈະ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ເພື່ອຈະ​ເຂົ້າ​ໄປ​ໃນ​ບັນ​ຊີ​ເຫລົ່າ​ນັ້ນ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG